ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
– ໂຮງໝໍເມືອງ 9 ຕົວເມືອງ
2. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
– ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.
 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ 11 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 3.409 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 334 ຄົນ (ຕິດເຊື້ອພາຍໃນ 330 ຄົນ ແລະ ນໍາເຂົ້າ 4 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 330 ຄົນ ຈາກ 16 ແຂວງແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ຫົວພັນ 58 ຄົນ
2 ໄຊຍະບູລີ 57 ຄົນ
3 ຊຽງຂວາງ 48 ຄົນ
4 ນະຄອນຫຼວງ 45 ຄົນ
5 ສະຫັວນນະເຂດ 24 ຄົນ
6 ຜົ້ງສາລີ 21 ຄົນ
7 ໄຊສົມບູນ 17 ຄົນ
8 ອັດຕະປື 14 ຄົນ
9 ບໍລິຄໍາໄຊ 12 ຄົນ
10 ຄໍາມ່ວນ 8 ຄົນ
11 ຫຼວງພະບາງ 7 ຄົນ
12 ສາລະວັນ 6 ຄົນ
13 ຈໍາປາສັກ 5 ຄົນ
14 ວຽງຈັນ 4 ຄົນ
15 ຫຼວງນໍ້າທາ 2 ຄົນ
16 ບໍ່ແກ້ວ 1 ຄົນ
17 ເຊກອງ 1 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 4 ຄົນ ທັງໝົດຈາກສະຫວັນນະເຂດ 1 ຄົນ ແລະ ຈຳປາສັກ 3 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດຢຸ່ໃນ ສປປ ລາວ 138.765 ຄົນ, ອອກໂຮງໝໍວານນີ້ 92 ຄົນ, ກຳລັງປິ່ນປົວ 3,832 ຄົນ ແລະ ເສຍຊີວິດທັງໝົດ 591 ຄົນ (ເສຍຊິວິດໃໝ່ 03 ຄົນ).
– ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ຢູ່ນະຄອນຫຼວງວຽງຈັນ 1 ຄົນ, ຫຼວງພະບາງ 1 ຄົນ ແລະ ຫົວພັນ 1 ຄົນ.
Loading...