ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ 11 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,240 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 549 ຄົນ (ຕິດເຊື້ອພາຍໃນມີ 540 ຄົນ ແລະ ຕິດເຊື້ອນໍາເຂົ້າ 9 ຄົນ)
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 540 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍດັ່ງນີ້:
1. ນະຄອນຫຼວງ 387 ຄົນ:ມີ 7 ເມືອງ ແລະ 113 ບ້ານ
• ເມືອງຈັນທະບູລີ ມີ 24 ຄົນ, 12 ບ້ານ
• ເມືອງສີໂຄດຕະບອງ ມີ 33 ຄົນ, 21 ບ້ານ
• ເມືອງໄຊເສດຖາ ມີ 132 ຄົນ, 20 ບ້ານ (ສະຖານທີ່ຄຸມຂັງ 99 ຄົນ)
• ເມືອງສີສັດຕະນາກ ມີ 27 ຄົນ, 10 ບ້ານ
• ເມືອງນາຊາຍທອງ ມີ 42 ຄົນ, 7 ບ້ານ
• ເມືອງໄຊທານີ ມີ 80 ຄົນ, 29 ບ້ານ(ສະຖານທີ່ຈຳກັດບໍລິເວນ 33 ຄົນ)
• ເມືອງຫາດຊາຍຟອງ ມີ 40 ຄົນ, 14 ບ້ານ
• ກຳລັງເກັບກຳຂໍ້ມູນຕື່ມອີກ 15 ຄົນ
2. ຫຼວງພະບາງ 52 ຄົນ:
• ນະຄອນຫລວງພະບາງ ມີ 14 ບ້ານ, 33 ຄົນ
• ເມືອງງອຍ ມີ 1 ບ້ານ, 7 ຄົນ
• ເມືອງນໍ້າບາກມີ 1ບ້ານ, 12 ຄົນ
3. ສະຫວັນນະເຂດ 22 ຄົນ:
• ເມືອງອຸທຸມພອນ ມີ 1 ບ້ານ, 14 ຄົນ
• ນະຄອນໄກສອນ ມີ 3 ບ້ານ, 8 ຄົນ
4. ແຂວງວຽງຈັນ 18 ຄົນ:
• ເມືອງແກ້ວອຸດົມ ມີ 4 ບ້ານ, 6 ຄົນ
• ເມືອງວັງວຽງ ມີ 2 ບ້ານ, 7 ຄົນ
• ເມືອງວຽງຄຳ ມີ 2 ບ້ານ, 5 ຄົນ
5. ບໍລິຄຳໄຊ 17 ຄົນ
– ເມືອງປາກກະດິງ ມີ 16 ຄົນ, 6 ບ້ານ
– ເມືອງປາກຊັນ 1 ຄົນ
6. ຈໍາປາສັກ 15 ຄົນ:
• ນະຄອນປາກເຊ ມີ 4 ບ້ານ, 8 ຄົນ
• ເມືອງບາຈຽງຈະເລີນສຸກ ມີ 2 ບ້ານ, 7 ຄົນ
7. ໄຊສົມບູນ 10 ຄົນ:
• ເມືອງລ່ອງຊານ 2 ບ້ານ, 5 ຄົນ
• ເມືອງອະນຸວົງ 2 ບ້ານ, 3 ຄົນ
• ເມືອງທ່າໂທມ 2 ບ້ານ, 2 ຄົນ
8.ບໍ່ແກ້ວ 10 ຄົນ: ເມືອງຕົ້ນເຜື້ອງ 7 ຄົນ ແລະ ເຂດພິເສດ 3 ຄົນ (ຫວຽດນາມ 2 ຄົນ ແລະ
ພະມ້າ 1 ຄົນ)
9. ຄຳມ່ວນ 7 ຄົນ: ທັງໝົດ ມາຈາກເມືອງທ່າແຂກ
10. ສາລະວັນ 2 ຄົນ: ຈາກເມືອງສາລະວັນ 1 ຄົນ ແລະ ເມືອງເລົ່າງາມ 1 ຄົນ
ສໍາລັບຜູ້ຕິດເຊືື້ອພາຍໃນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 9 ຄົນ: 6 ຄົນ ຈາກນະຄອນຫຼວງວຽງ ແລະ ອີກ 3 ຄົນ ຈາກ ແຂວງສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 11 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 29,398 ຄົນ, ເສຍຊີວິດສະສົມ 33(ໃໝ່ 3), ປິ່ນປົວຫາຍດີແລະກັບບ້ານໃນມື້ວານ ມີ 248 ຄົນ, ກໍາລັງປິ່ນປົວ 7,258ຄົນ.
ສຳລັບ ຄົນເຈັບເສຍຊີວີດ 3 ຄົນ, ລາຍລະອຽດດັ່ງນີ້:
• ຜູ້ທີ1: ເພດຍິງ, ອາຍຸ 30 ປີ, ອາຊີບແມ່ເຮືອນ, ບ້ານບໍ່ໂອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ບໍ່ທັນໄດ້ຮັບວັກຊີນ, ຖືພາໄດ້ 8 ເດືອນ, ມີພະຍາດປະຈຳໂຕເປັນເບົາຫວານ, ຄວາມດັນເລືອດສູງ. ຜູ້ກ່ຽວໄດ້ສໍາຜັດໃກ້ຊິດກັບຄົນໃນຄອບຄົວທີ່ຕິດເຊື້ອມາກ່ອນ. ວັນທີ 8 ຕຸລາ 2021 ມາໂຮງໝໍ ດ້ວຍອາການໄອອອກເລືອດ, ກ່ອນໜ້ານີ້ ແມ່ນມີອາການໄອ ແລະມີຂີ້ກະເທີຢູ່ບ້ານໄດ້ໜຶ່ງອາທິດແລ້ວ. ໂຮງໝໍສົ່ງຜູ້ກ່ຽວເຂົ້າໄປນອນຕືກແຍກປ່ຽວ, ວັນທີ 9 ຕຸລາ 2021 ໄດ້ເກັບຕົວຢ່າງກວດຜົນກວດພົບເຊື້ອໂຄວິດ. ວັນທີ 10 ຕຸລາ 2021 ອາການແມ່ນບໍ່ດີແລະ ຄວາມດັນເລືອດຕໍ່າໄດ້ຜ່າຕັດເອົາລູກ (ສະພາບຂອງລູກຫລັງຜ່າຕັດເດັກບໍ່ດີ້ນ, ສຽງຫົວໃຈເດັກບໍ່ເຕັ້ນແລ້ວແລະເສຍຊີວິດ). ມາຮອດວັນທີ11 ຕຸລາ 2021 ຜູ້ກ່ຽວເສຍຊີວິດ.
• ຜູ້ທີ2: ເພດຊາຍ, ອາຍຸ 50 ປີ, ອາຊີບ: ຊາວນາ, ບ້ານໜອງຂຽດ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ, ໄດ້ສັກຢາວັກຊິນ 1 ເຂັມ (Astrazeneca), ມີພະຍາດປະຈຳຕົວ: ຄວາມດັນເລືອດສູງ, ເບົາຫວານ, ຄໍ່ອັກເສບຊ້ຳເຮື້ອ, ບາດແຜໃນກະເພາະ ແລະເລືອດຈາງ. ເກັບຕົວຢ່າງວັນທີ 26 ກັນຍາ 2021, ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ໄດ້ນອນປີ່ນປົວຢູ່ໂຮງຫມໍ103 ແລະ ໄດ້ຍ້າຍມາໂຮງໝໍມິດຕະພາບໃນວັນທີ 27 ກັນຍາ 2021 ຍ້ອນມີອາການທາງດ້ານລະບົບຫາຍໃຈຮຸນແຮງ. ມາຮອດເວລາ 10:20 ໂມງ ຂອງວັນທີ 11 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.
• ຜູ້ທີ3: ເພດຊາຍ, ອາຍຸ 77 ປີ, ອາຊີບ: ຜູ້ເຖົ້າ, ບ້ານຄອນວັດ, ເມືອງລ້ອງຊານ, ແຂວງໄຊສົມບູນ, ຜູ້ກ່ຽວໄດ້ໄປງານເຮືອນດີຢູ່ບ້ານຖໍ້າດິນ ແລະ ມີລາຍງານຜູ້ຕິດເຊື້ອ. ຜູ້ກ່ຽວ ບໍ່ທັນໄດ້ສັກຢາວັກຊິນກັນພະຍາດໂຄວິດ-19. ພະຍາດປະຈໍາຕົວ: ໄອຊໍ້າເຮື້ອ. ວັນທີ 22 ກັນຍາ 2021 ຜູ້ກ່ຽວມີອາການໄຂ້, ໄອ, ປວດຕາມຕົນໂຕ, ເຈັບຄໍແລະປວດຂໍ້ກະດູກ. ວັນທີ 27 ກັນຍາ 2021 ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດໂຄວິດ-19. ວັນທີ 29 ກັນຍາ 2021: ຜົນກວດອອກມາແມ່ນພົບເຊື້ອ. ວັນທີ 30 ກັນຍາ 2021 ເຂົ້ານອນປີ່ນປົວຢູ່ສູນໂຮງຮຽນມສ ລ້ອງຊານ ຈົນຮອດເວລາ 11:20 ໂມງ ຂອງວັນທີ 11 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.
– ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19
• ສໍາລັບຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່: ໃຫ້ບໍລິການເກັບຕົວຢ່າງ ທຸກວັນ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ປະກອບມີ:
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ
– ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ
ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາ ເມືອງ ໄຊທານີ
– 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
– 01 ທີມ ຂອງສາທາ ເມືອງ ສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາ ເມືອງ ນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
4. ສໍາລັບຈຸດບໍລິການສູນການຄ້າລາວໄອເຕັກ ຈະໄດ້ເປີດໃຫ້ບໍລິການທ່ານ ເລິ່ມແຕ່ວັນທີ 11-15 ຕຸລາ 2021.
– ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 11 ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,336 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼືໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈຶ່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 99 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5,959 ຄົນ (ສູນ 4.273 ຄົນແລະ ໂຮງແຮມ 1.686 ຄົນ).