ວັນທີ 12 ທັນວາ 2021, ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ 1,274 ຄົນ, ເສຍຊີວິດເພີ່ມໃໝ່ 11 ຄົນ.

 

ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 12 ທັນວາ ປີ 2021

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

ສະພາບການການຕິດເຊື້ອພະຍາດໂຄວິດ19 ຢູ່ປະເທດເຮົາໃນປະຈຸບັນເຫັນວ່າມີການຕົວເລກການຕີດເຊົື້ອໃນຊຸມຊົນເພີ້ມຂຶ້ນຫຼາຍຢ່າງຕໍ່ເນື່ອງ, ໃນມື້ວານ ວັນທີ 11 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.638 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,291 ຄົນ (ຕິດເຊື້ອພາຍໃນ ມີ 1,274 ຄົນ ແລະ ຕິດເຊື້ອນໍາເຂົ້າ 00 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 89,320  ຄົນ,  ເສຍຊີວິດສະສົມ 247 ຄົນ (ໃນນີ້ເສຍຊີວິດໃໝ່ 11 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 674 ຄົນ, ກໍາລັງປິ່ນປົວ 12,231 ຄົນ(ແມ່ນ 13.69 % ແລະ ທີ່ຜູ້ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 86,31% ຂອງຈຳນວນຜູ້ຕິດເຊື້ອສະສົມທັງໝົດ.)

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,274 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 809 ຄົນ ໃນ 198 ບ້ານ ແລະ 8 ເມືອງ
  2. ຫຼວງພະບາງ ມີ 131 ຄົນ
  3. ບໍ່ແກ້ວ ມີ 59 ຄົນ
  4. ຜົ້ງສາລີ ມີ 50 ຄົນ
  5. ແຂວງວຽງຈັນ ມີ 48 ຄົນ
  6. ອຸດົມໄຊ ມີ 46 ຄົນ
  7. ຈຳປາສັກ ມີ 31 ຄົນ
  8. ສະຫວັນນະເຂດ ມີ 20 ຄົນ
  9. ໄຊຍະບູລີ ມີ 15 ຄົນ
  10. ຫຼວງນໍ້າທາ ມີ 14 ຄົນ
  11. ບໍລິຄຳໄຊ ມີ 10 ຄົນ
  12. ເຊກອງ ມີ 10 ຄົນ
  13. ໄຊສົມບູນ ມີ 9 ຄົນ
  14. ສາລະວັນ ມີ 6 ຄົນ
  15. ຊຽງຂວາງ ມີ 5 ຄົນ
  16. ຄຳມ່ວນ ມີ 5 ຄົນ
  17. ຫົວພັນ ມີ 4 ຄົນ
  18. ອັດຕະປື ມີ 2 ຄົນ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນບໍ່ມີ

 

  • ຂໍ້ມູນສຳລັບຄົນທີ່ເສຍຊີວິດໃໝ່ 11 ຄົນ:

1). ເພດຊາຍ, ອາຍຸ  65  ປີ, ບ້ານ ໂພນແກ້ວ, ເມືອງ ວັງວຽງ, ແຂວງ ວຽງຈັນ

–    ຄົນເຈັບແຂງແຮງດີ, ບໍ່ມີເບົາຫວານ, ບໍ່ມີຄວາມດັນເລືອດສູງ, ບໍ່ສູບຢາ

–    ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ສອງເຂັມຄົບ (Sinopharm)

–    ສະມາຊິກໃນຄອບຄົວຍັງບໍ່ມີຜູ້ຕິດເຊື້ອ.

–    ຄົນເຈັບມີອາການໄຂ້, ໄອມີຂີ້ກະເທີ, ໄອຫຼາຍ, ອິດເມື່ອຍ ເປັນມາໄດ້ 5-6 ວັນ, ອາການຮຸນແຮງຂື້ນເລື່ອຍໆໄດ້ 2 ມື້, ຈຶ່ງໄປກວດຢູ່ສຸກເສີນໂຮງໝໍແຂວງວຽງຈັນ ໂດຍບໍ່ໄດ້ສະຕິແລ້ວ ແລະ ກວດພົບວ່າມີເຊື້ອໂຄວິດ ໃນວັນທີ 09 ທັນວານ 2021 ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.

–    ມາຮອດເວລາ 24:00 ໂມງຂອງວັນທີ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

2). ເພດຊາຍ, ອາຍຸ 65 ປີ, ບ້ານ ນາເລົ່າ, ເມືອງ ໂພນໂຮງ, ແຂວງ ວຽງຈັນ

–    ພະຍາດປະຈໍາຕົວ: ເປັນຄວາມດັນເລືອດສູງ, Dyslipidemia

–    ບໍ່ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19

–    ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 3 ຄົນ.

–    ຄົນເຈັບມີອາການອິດເມື່ອຍຫາຍໃຈຟືດ, ໄອມີຂີ້ກະເທີ, ມີໄຂ້ຕໍ່າໆ, ເປັນປະມານ 4 ວັນ ໄດ້ໄປກວດຢູ່ໂຮງໝໍມະໂຫສົດກວດພົບເຊື້ອໂຄວິດໃນວັນທີ 29 ພະຈິກ 2021 ແລ້ວທ່ານໝໍໄດ້ໃຫ້ມາປີ່ນປົວຢູ່ບ້ານ, ຄົນເຈັບອາການໜັກຂື້ນ, ຫາຍໃຈຫອບ, ອິດເມື່ອຍຫຼາຍ ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດໂພນໂຮງ.

–    ໄລຍະເວລານອນປີ່ນປົວ ແຕ່ວັນທີ 29 ພະຈິກ ຫາວັນທີ 10 ທັນວາ 2021, ລວມເປັນ 12 ວັນ

–    ມາຮອດເວລາ 19:20 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

3). ເພດຊາຍ, ອາຍຸ 60 ປີ, ບ້ານ ຜ່າສັງ, ເມືອງ ເຟືອງ, ແຂວງ ວຽງຈັນ    

–    ພະຍາດປະຈໍາຕົວ: ເປັນຄວາມດັນເລືອດສູງ, ເບົາຫວານ, ໄຂ່ຫຼັງຊຸດໂຊມ

–    ບໍ່ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19

–    ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 7 ຄົນ.

–    ຄົນເຈັບເກີດອຸປະຕິເຫດລົດລົ້ມໄດ້ 4 ວັນ, ແລ້ວມີອາການເຈັບຫຼັງໄດ້ໄປກວດຢູ່ໂຮງໝໍແຂວງກວດພົບ ໂຄວິດບວກ, ແຕ່ຄົນເຈັບຂໍໄປຕິດຕາມຢູ່ສູນເມືອງເຟືອງ, ໄດ້ປີ່ນປົວຢູ່ໂຮງໝໍເມືອງໄດ້ 3 ວັນ, ຈົນຮອດວັນ

ທີ 2 ທັນວາ 2021 ຄົນເຈັບອາການຮຸນແຮງຂື້ນ, ຫາຍໃຈຟືດ, ຫາຍໃຈຫອບ ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.

–    ມາຮອດເວລາ 21:10 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

4). ເພດຊາຍ, ອາຍຸ 97 ປີ, ບ້ານ ນາບອນ, ເມືອງ ໂພນໂຮງ, ແຂວງ ວຽງຈັນ

–    ພະຍາດປະຈໍາຕົວ: ເປັນຄວາມດັນເລືອດສູງ, COPD

–    ບໍ່ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19

–    ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 02 ຄົນ.

–    ເວລາ 12:00 ໂມງຂອງວັນທີ 10 ທັນວາ 2021: ຄົນເຈັບມີອາການໄອມີຂີ້ກະເທີ, ມີໄຂ້, ເປັນຫວັດ ໄດ້ 3ວັນ, ເປັນປະມານ 4 ວັນ ຕໍ່ມາຄົນເຈັບອາການໜັກຂື້ນ, ຫາຍໃຈຫອບ, ອິດເມື່ອຍຫຼາຍ ຈຶ່ງໄດ້ໄປກວດຢູ່ໂຮງໝໍແຂວງວຽງຈັນ ແລະ ກວດພົບວ່າມີເຊື້ອໂຄວິດ ຈຶ່ງຖືກນຳສົ່ງມາສູນປີ່ນປົວໂຄວິດໂພນໂຮງ.

–    ມາຮອດເວລາ 18:30 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

5). ເພດຊາຍ, ອາຍຸ  70  ປີ, ບ້ານ ນ້າແກ່ນ, ເມືອງ ກາສີ, ແຂວງ ວຽງຈັນ

–    ພະຍາດປະຈໍາຕົວ: ເປັນວັນນະໂລກປອດ, ກີນຢາໄດ້ 3 ເດືອນແລ້ວຢຸດຢາເອງ, ຂາດຢາໄດ້ 2 ເດືອນ

–    ສັກວັກຊີນແລ້ວ 2 ເຂັມ

–    ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 1 ຄົນ.

–    ເວລາ 16:00 ໂມງຂອງວັນທີ 12 ທັນວາ 2021: ຄົນເຈັບມີອາການໄຂ້, ໄອມີຂີ້ກະເທີ, ອິດເມື່ອຍ, ຫາຍໃຈຟືດ, ແນ້ນເອີກ ສົມທົບກັບມີອາກນເຈັບທ້ອງເຂດຂຸມຊາມເບື້ອງຂວາ, ໄດ້ປີ່ນປົວຢູ່ໂຮງໝໍເມືອງໄດ້ 1 ວັນ, ກວດພົບເຊື້ອໂຄວິດໃນວັນທີ 30 ພະຈິກ 2021 ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.

–    ມາຮອດເວລາ 13:30 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

6). ເພດຊາຍ, ອາຍຸ 70  ປີ, ບ້ານ ນາຍາວ, ເມືອງ ໝື່ນ, ແຂວງ ວຽງຈັນ

–    ບໍ່ໄດ້ກວດສຸຂະພາບ

–    ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 4 ຄົນ.

–    ຄົນເຈັບມີອາການໄຂ້, ໄອມີຂີ້ກະເທີ, ອິດເມື່ອຍ, ຫາຍໃຈຟືດ ສົມທົບກັບມີອາກນເຈັບທ້ອງ, ຍ່ຽວເປັນເລືອດ ໄດ້ປີ່ນປົວຢູ່ໂຮງໝໍເມືອງໄດ້ 2 ວັນ, ແຕ່ອາການບໍ່ດີຂື້ນ, ຈຶ່ງໄດ້ຖືກນຳສົ່ງໂຮງໝໍແຂວງວຽງຈັນພົບວ່າມີເຊື້ອໂຄວິດ ໄດ້ຜົນທີ 30 ພະຈິກ 2021 ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.

–    ມາຮອດເວລາ 06:20 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

7). ເພດຍີງ, ອາຍຸ 53 ປີ, ບ້ານ ໃໝ່, ເມືອງ ໂພນໂຮງ, ແຂວງ ວຽງຈັນ

–    ພະຍາດປະຈໍາຕົວ: ເປັນຄວາມດັນເລືອດສູງ, dyslipidemia

–    ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບສອງເຂັມ (Sinopharm)

–    ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 02 ຄົນ.

–    09/12/2021 ເວລາ 16: 00 ຄົນເຈັບມີອາການມີໄຂ້, ເປັນຫວັດ, ໄອມີຂີ້ກະເທີ, ຫາຍໃຈຟືດ ເປັນໄດ້ 5 ວັນ, ຕໍ່ມາຄົນເຈັບອາການໜັກຂື້ນ, ຫາຍໃຈຫອບ, ອິດເມື່ອຍຫຼາຍ ຈຶ່ງໄດ້ໄປກວດຢູ່ໂຮງມໍແຂວງວຽງຈັນ ແລະ ກວດພົບວ່າມີເຊື້ອໂຄວິດ ຈຶ່ງຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.

–    ມາຮອດເວລາ 16:00 ໂມງຂອງວັນທີ 11 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

8). ເພດຍີງ, ອາຍຸ 46 ປີ, ບ້ານໂພນສະຫັວນ, ເມືອງສີສັດຕະນາກ, ນະຄອນຫລວງ

–    ພະຍາດປະຈໍາຕົວ: ເປັນເບົາຫວານ 05 ປີ ແລະ ບໍ່ໄດ້ກິນຢ່ປະຈໍາ

–    ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບສອງເຂັມ (AZ)

–    ເວລາ 12:00 ໂມງ ຂອງວັນທີ 05 ທັນວາ 2021: ຄົນເຈັບມາກວດ ຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ 05 ວັນ, ຫາຍໃຈຍາກ, ແໜ້ນໜ້າເອີກ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ຜົນກວດເປັນບວກ ແລະ ຮັບຄົນເຈັບເຂົ້ານອນ

–    ມາຮອດເວລາ 11:15 ນາທີ ຂອງວັນທີ 11 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

9). ເພດຊາຍ, ອາຍຸ 54 ປີ, ບ້ານແສງສະຫວ່າງ, ເມືອງໄຊເສດຖາ, ນະຄອນຫລວງ

–    ພະຍາດປະຈໍາຕົວ: ເປັນເບົາຫວານ ແລະ ຄວາມດັນເລືອດສູງ ແລະ ໄດ້ກິນຢ່ປະຈໍາ

–    ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບ 01 ເຂັມ (J&J)

–    ເວລາ 09:25 ນາທີ ຂອງວັນທີ 03 ທັນວາ 2021: ຄົນເຈັບມາກວດ ຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ຜົນກວດເປັນບວກ ແລະ ຮັບຄົນເຈັບເຂົ້ານອນ

–    ມາຮອດເວລາ 14:20 ນາທີ ຂອງວັນທີ 11 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

10). ເພດຊາຍ, ອາຍຸ 81 ປີ, ບ້ານໜອງພະຍາ, ເມືອງໄຊທານີ, ນະຄອນຫລວງ

–    ພະຍາດປະຈໍາຕົວ: ເປັນເບົາຫວານ ແລະ ຄວາມດັນເລືອດສູງ ແລະ ໄດ້ກິນຢ່ປະຈໍາ

–    ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບ 01 ເຂັມ (J&J)

–    ວັນທີ 06 ທັນວາ 2021: ຜົນກວດຜົນເຊື້ອ ແລະ ເຂົ້ານອນຕິດຕາມຢູ່ສູນລ້ານຊ້າງ

–    ເວລາ 00:29 ນາທີ ຂອງວັນທີ 11 ທັນວາ 2021: ໄດ້ຍ້າຍຄົນຄົນເຈັບມາຈາກສູນລ້ານຊ້າງ ມາປີ່ນປົວຢູ່ໂຮງ

ໝໍ 103 ດ້ວຍອາການບໍ່ຮູ້ສະຕິ, ອາການກໍາແຫ້ລ, ວົງຕາດໍາຍະ ແລະ ຄົນເຈັບບໍ່ຕອບສະໜອງ

–    ມາຮອດເວລາ 01:00 ນາທີ ຂອງວັນທີ 12 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

11). ເພດຍິງ, ອາຍຸ 64 ປີ, ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫລວງ

–    ພະຍາດປະຈໍາຕົວ: Epilepsy ແລະ ອັກເສບຜົ້ງດັງຊໍ້າເຮື້ອ

–    ໄດ້ສັກວັກຊີນປ້ອງກັນໂຕວິດ-19 ຄົບ 02 ເຂັມ (ຊີໂນຟາມ)

–    ເວລາ 20:00 ໂມງ ຂອງວັນທີ 09 ທັນວາ 2021: ໄດ້ຍ້າຍຄົນຄົນເຈັບມາຈາກສູນລ້ານຊ້າງ ມາປີ່ນປົວຢູ່ໂຮງ

ໝໍເສດຖາທິລາດ ດ້ວຍອາການເມື່ອຍ ແລະ ຫາຍໃຈຝຶດ

–    ມາຮອດເວລາ 20:15 ນາທີ ຂອງວັນທີ 11 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບໃນຄອບຄົວ  ມານະທີ່ນີ້ດ້ວຍ

ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ

  • ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
  • ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ 2 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
  • ຈຸດກວດຄົງທີ່

ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:

ມສ ເຈົ້າອານຸວົງ  (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:

  • ໜ່ວຍກວດເຄື່ອນທີ່:
  • ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
  • ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
  • ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
  1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງ

ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).

  1. ໂຮງໝໍເມືອງ 9 ຕົວເມືອງ
  2. ວັດຈີນ ບ້ານດົງປ່າແລບ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ( ເປີດວັນຈັນ – ວັນສຸກ ໃນໂມງລັດຖະການ).

ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້

ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:

  • ບ້ານແດງໃນທົ່ວປະເທດ ມີ: 1,120 ບ້ານ ໃນ 116 ເມືອງ ຈາກ 18 ແຂວງ
  • ບ້ານທີ່ກໍານົດເປັນເຂດແດງໃໝ່ ວັນທີ 11 ທັນວາ 2021 ມີ 15 ບ້ານ ໃນ 12 ເມືອງ ຈາກ 6 ແຂວງ
  • ບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ມາເປັນເຂດເຫຼືອງ ໃນນະຄອນຫຼວງວຽງຈັນ ມີ 1 ບ້ານ (ບ້ານເມືອງທ່າວາ, ເມືອງສີໂຄດຈະບອງ.

ອີກເທື່ອນື່ງ ສໍາລັບລາຍລະອຽດ ບັນດາຊື່ຂອງບ້ານແດງຕ່າງໆ ຂໍໃຫ້ບັນດາທ່ານຕິດຕາມ ໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ,​ ກະຊວງສາທາລະນະສຸກ.

  • ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ

ວັນທີ 11 ທັນວາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,577 ຄົນ ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວີດ-19  ແລະ ນຳສົ່ງເຂ້ົ້າໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ຫຼືໂຮງແຮມຈຳກັດບໍລີເວນ ທີ່ຄະນະສະເພາະກິດກຳນົດໄວ້ຈົນຄົບກຳນົດຈື່ງອອກມາເຄືອນໄຫວໃນສັງຄົມໄດ້ ,

. ຮອດປະຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 85ສູນ ແລະ 59 ໂຮງແຮມ ມີຜູ້ຈຳກັດບໍລິເວນທັງໝົດ 4.618 ຄົນ (ຢູ່ສູນ 3,166 ຄົນ ແລະ ໂຮງແຮມ 1.452 ຄົນ) .

 

  • ສະພາບຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ:

ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ:

  • ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 269.944.483 (467.027 ໃໝ່),
  • ເສຍຊິວິດທັງໝົດ 5.317.060 (5.165 ໃໝ່),
  • ປີ່ນປົວຫາຍດີ 242.691.613 (423.946 ໃໝ່).

 

  • 3 ປະເທດ ທີ່ມີຄົນຜູ້ຕິດເຊືື້ອສູງກວ່າໝູ່ໃນໂລກ ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ
  • 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ເຫັນວ່າ ສສ ຫວຽດນາມ ຍັງມີລາຍງານຜູ້ຕິດເຊື້ອໃໝ່ ສູງກວ່າໝູ່ ເຖິງ 16,141 ຄົນ, ຖັດລົງມາ ແມ່ນ ໄທ 4,079 ຄົນ.
ລ/ດ

 

ປະເທດກໍລະນີຕິດເຊື້ອເສຍຊິວີດ
ສະສົມທັງໝົດໃໝ່ສະສົມທັງໝົດໃໝ່
1ໄທ2,164,8594,07921,14939
2ຫວຽດນາມ1,398,41316,14127,611209
3ມຽນມາ526,38135719,1777
4ກໍາປູເຈຍ120,343162,9824
5ຈີນ99,604874,636

 

  • ສະພາບການໃນທົ່ວໂລກແມ່ນຍັງຕ້ອງຕິດຕາມສະຖານະການຢ່າງໃກ້ຊິດເພື່ອຮັບມືກັບສະຖານະການທີ່ກໍາລັງປະເຊີນໜ້າກັບພະຍາດໂຄວີດ 19 . ຫຼາຍປະເທດແມ່ນໄດ້ເພີ້ມມາດຕະການເຝົ້າລະວັງ ແລະ ກັບຄືນມາລ໊ອກດາວຄືນ ຫຼັງຈາກການລະບາດກັບຄືນມາອີກຮອບໃໝ່, ແລະ ໄດ້ມີການ ເພີ້ມມາດຕະການໃນດ່ານ – ສະໜາມບິນ ເຂົ້າອອກປະເທດ ແມ່ນຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ແລະ ການຈໍາກັດບໍລິເວນເມື່ອເດີນທາງມາເຖິງ ບາງປະເທດໄດ້ກັບຄືນມານໍາໄຊ້ອີກ.
  • ສຳລັບໃນ ສປປ ລາວ ແມ່ນຍັງຄົງມີການລະບາດ ໃນປະເທດ ຢ່າງລຽນຕິດ ແລະ ຂະນະດຽວກັນ ທີມງານປ້ອງກັນ ເຝົ້າລະວັງ, ເກັບຕົວຢ່າງ, ສອບສວນ-ສືບສວນ, ລວມທັງທີມງານ ແພດ ປິ່ນປົວ ແລະ ທຸກພາກສ່ວນ ແມນໄດ້ປະຕິວຽກງານ ທີ່ຢ່າງຕັ້ງໜ້າຕາມໜ້າທີ່ຂອງຕົນ ເພື່ອສະກັດກັ້ນສະພາບການລະບາດຂອງພະຍາດ ທີ່ກຳລັງ ປະເຊີນໜ້າໃນປະຈຸບັນ ສຳລັບ ການຕິດເຊື້ອ ກໍ່ແມ່ນໃນກຸມຄົນໃນ ຄອບຄົວ ຄົນໃກ້ຊິດ ສຳນັກງານອົງການ ບໍລິສັດ ແລະ ສະຖານທີ່ ແອອັດ ໂດຍສະເພາະ ສະຖານທີ່ຄຸມຄັງ ກໍຍັງມີການລາຍງານການຕິດເຊື້ອພະຍາດ
  • ຄືດັ່ງທີ່ພວກທ່ານຮູ້ນຳກັນແລ້ວວ່າໃນໄລຍະນີ້ການລະບາດແມ່ນເພີ່ມຂື້ນຫຼາຍໃນຫຼາຍແຂວງ ແລະ ຂະຫຍາຍໄປໃນວົງກ້ວາງ, ສະນັ້ນ ເພື່ອຫຼີ້ກລຽງການສູນເສຍ ແລະ ການຕິດເຊື້ອ ກໍ່ຂໍໃຫ້ບັນດາທ່ານ ຖ້າບໍ່ຈຳເປັນ ກໍຂໍໃຫ້ຫຼີກລ້ຽງໄປບອ່ນສ່ຽງ ຫຼື ໄປໃນສະຖານທີ່ແອອັດ ພ້ອມດຽວກັນ ຖ້າມີຄວາມຈຳເປັນ ຕ້ອງໄປທາງນອກລວມທັງການໄປເຮັດວຽກປະຈຳການ ສຳນັກງານອົງການ ນັ້ນ ການປະຕິບັດ ການຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ-ດັງ, ທໍາຄວາມສະອາດ-ຂ້າເຊື້ອບ່ອນທີ່ມືສໍາພັດເລື້ອຍໆ, ລ້າງມື້ ເລື້ອຍໆ ຍັງແມ່ນວິທີປ້ອງກັນທີ່ດີທີ່ສຸດ,
  • ໃນສະພາບຕົວຈິງເຫັນໄດ້ວ່າ ຖ້າມີການຕິດເຊື້ອ ເຊື້ອພະຍາດໂຄວິດ-19 ໃນຄົນໜຸ່ມ ທີ່ມີສູຂະພາບແຂງແຮງ ບາງຄົນ ແມ່ນອາດ ຈະມີອາການເບົາບາງ ແລະ ຫາຍດີ ຕາມໄລຍະຕິດຕາມປິ່ນປົວ  ແຕ່ຖ້າໃນຄອບຄົວ ຜູ້ຕິດເຊື້ອ ມີຜູ້ສູງອາຍຸ ຜູ້ມີພະຍາດປະຈຳຕົວ ແລະ ຜູ້ບໍ່ທັນສັກຢາວັກຊີນ  ຖ້າມີການຕິດເຊື້ອໃນກູ່ມຄົນດັ່ງກ່າວ ແມ່ນຈະມີອາການໜັກ ແລະ ອາດຈະກ້າວໄປເຖິງ ເຮັດໃຫ້ມີການເສຍຊີວີດໄດ້, ດັ່ງນັ້ນ ຖ້າຫາກວ່າ ທ່ານແມ່ນຜູ້ສໍາພັດໃກ້ຊິດ ທີ່ເປັນກຸ່ມສ່ຽງກໍຂໍໃຫ້ແຍກໂຕ ແລະ ຈໍາກັດບໍລິເວນຕົນເອງ ຈາກຄອບຄົວ ແລະ ຄົນໃກ້ຊີດ ໂດຍທັນທີ່ ພ້ອມທັງຕິດຕາມອາການຂອງຕົນເອງຢ່າງເຂັ້ມງວດ ຕາມກຳນົດເວລາ ແລະໂທປຶກສາສາຍດ່ວນໄດຍໄວ,  ເພື່ອບໍ່ໃຫ້ເກີດມີການ ສູນເສຍ ທີ່ບໍ່ເພີງປາດຖະໜາຂອງຄົນໃນຄອບຄົວ, ຄົນໃກ້ຊີດ ທີ່ທ່ານຮັກ  ແລະ ທຸກຄົນ ໃນສັງຄົມ
  • ສຳລັບການບໍລິການໃຫ້ວັກຊິນ ຍັງຄົງສືືບຕໍ່ຕາມຈຸດຕ່າງໆທີ່ກໍານົດທັງຢູ່ໃນ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ ບັນດາທ່ານ ທຸກຄອບຄົວ ສາມາດພາຜູ້ສູງອາຍຸ, ຜູ້ທີ່ມີພະຍາດປະຈໍາຕົວ ລວມທັງ ແມ່ຍິງຖືພາຫຼາຍກວ່າ 12 ອາທິດ, ແມ່ລູກອ່ອນ ແລະທຸກຄົນ ທີ່ຢູ່ໃນເປົ້າໝາຍ ໄປສັກວັກຊິນ ໄດ້ ຍີ່ງໄດ້ຮັບວັກຊີນຄົບ ໄວເທົ່າໃດຮ່າງກາຍກໍຈະສາມາດມີພູມຄຸ້ມດັນໄວ ແລະ ເມື່ອສັກວັກຊິນ ຄົບແລ້ວ ທ່ານຍັງຕ້ອງໄດ້ສືບຕໍ່ ປະຕິບັດມາດຕະການ ປ້ອງກັນຕົນເອງ ເພື່ອ ຮັບປະກັນ ແລະ ຫຼຸດຜ່ອນການສ່ຽງຕໍ່ການຕິດເຊື້ອພະຍາດ.
  • ບັນດາທ່ານທີ່ນັບຖື ສະພາບພະຍາດໂຄວີດ19 ທີ່ກຳລັງລະບາດ ຈະຫຼຸດລົງຈົນຢູ່ໃນລະດັບທີ່ສາມາດຄວບຄຸມ ໄດ້ນັ້ນ ນອກຈາກການ ການປະຕີບັດທຸກມາດຕະການ ຂອງຄະນະສະເພາະກີດທຸກພາກສ່ວນ ແລະ ທຸກຂັ້ນນັ້ນ ສິ່ງທີ່ຈະຕັດສິນ ວ່າຈະສາມາດບັນລຸ ໄດ້ ວ່າ ການຕິດເຊື້ອ ພະຍາດຈະຫຼຸດຜ່ອນນັ້ນແມ່ນ ຂຶ້ນກັບ ການປະກອບສ່ວນ ແລະ ຮ່ວມມື ຂອງ ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນຂອງສັງຄົມໃນການປະຕິບັດມາດຕະການປ້ອງກັນ ການປ້ອງກັນຕົນເອງ ແລະ ຄອບຄົວຢ່າງເຂັ້ມງວດ ແລະ ທີ່ສໍາຄັນແມ່ນຕ້ອງໄປສັກ ວັກຊີນໃຫ້ຄົບ ເພາະເປັນວິທີປ້ອງກັນອີກອັນນຶ່ງ ທີ່ສາມາດຫຼຸດຜ່ອນ  ການເຈັບເປັນຮຸນແຮງ ແລະ ຫຼຸດຜ່ອນການເສຍຊີວີດ ໃນຜູ້ທີ່ຕິດເຊື້ອ
  • ແລະ ທ່ານ ສາມາດ ຕິດຕາມຂ່າວສານກ່ຽວກັບພະຍາດໂຄວິດ 19 ແລະ ສະຖານນະການຂອງປະເທດ ພ້ອມຄໍາແນະນໍາຕ່າງໆທີ່ເປັນປະໂຫຍດ ແລະ ເປັນທາງການ ໄດ້ທີ່:
  • ເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື www.covid19.gov.la ແລະ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ www.cdc.gov.la
  • ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
  • ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
  • ນອກຈາກນັ້ນ ຍັງສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166) ເພື່ອຂໍຄໍາແນະນຳ ແລະ ລາຍງານເຫດການ. ສໍາລັບຜູ້ທີ່ຕິດເຊື້ອສະໝັກໃຈປິ່ນປົວຢູ່ເຮືອນ ສາມາດສອບຖາມຂໍ້ແນະນໍາເພີ່ມເຕີມ ສາຍດ່ວນ 164.

 

Loading...