ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 11 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,729 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,198 ຄົນ (ຕິດເຊື້ອພາຍໃນມີ 1,196 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,196 ຄົນ ຈາກ 17 ແຂວງເຊິ່ງລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 579 ຄົນ:ມາຈາກ 162 ບ້ານ, ໃນ 8 ເມືອງ
• ເມືອງຈັນທະບູລີ ມີ 18 ບ້ານ (52 ຄົນ)
• ເມືອງສີໂຄດຕະບອງ ມີ 37 ບ້ານ (92 ຄົນ)
• ເມືອງໄຊເສດຖາ ມີ 32 ບ້ານ (165 ຄົນ)
• ເມືອງສີສັດຕະນາກ ມີ 14 ບ້ານ (40 ຄົນ)
• ເມືອງນາຊາຍທອງ ມີ 08 ບ້ານ (17 ຄົນ)
• ເມືອງໄຊທານີ ມີ 31 ບ້ານ (116 ຄົນ)
• ເມືອງຫາດຊາຍຟອງ ມີ 18 ບ້ານ (55 ຄົນ)
• ປາກງື່ມມີ 04 ບ້ານ( 24 ຄົນ)
• ຕ່າງແຂວງ (03 ຄົນ)
• ຍັງສືບຕໍ່ເອົາຂໍ້ມູນ 16 ຄົນ
2. ຫຼວງພະບາງ ມີ 135 ຄົນ ໃນ 27 ບ້ານ ແລະ 7 ເມືອງ
3. ແຂວງວຽງຈັນ ມີ 85 ຄົນ ໃນ 37 ບ້ານ ແລະ 7 ເມືອງ
4. ຫຼວງນ້ຳທາ ມີ 13 ຄົນ ໃນ 9 ບ້ານ ແລະ 2 ເມືອງ
5. ຜົ້ງສາລີ ມີ 168 ຄົນ
6. ໄຊຍະບູລີ ມີ 53 ຄົນ ໃນ 10 ບ້ານ ແລະ 2 ເມືອງ
7. ຈຳປາສັກ ມີ 51 ຄົນ ໃນ 26 ບ້ານ ແລະ 4 ເມືອງ
8. ອຸດົມໄຊ ມີ 16 ຄົນ ໃນ 8 ບ້ານ ແລະ 1 ເມືອງ
9. ເຊກອງ ມີ 30 ຄົນ ໃນ 12 ບ້ານ ແລະ 2 ເມືອງ
10. ບໍລິຄຳໄຊ ມີ 10 ຄົນ ໃນ 5 ບ້ານ ແລະ 3 ເມືອງ
11. ຄຳມ່ວນ ມີ 8 ຄົນ ໃນ 5 ບ້ານ ແລະ 3 ເມືອງ
12. ສະຫວັນນະເຂດ ມີ 5 ຄົນ ໃນ 4 ບ້ານ ແລະ 2 ເມືອງ
13. ບໍ໋ແກ້ວ ມີ 32 ຄົນ ໃນ 10 ບ້ານ ແລະ 2 ເມືອງ
14. ສາລະວັນ ມີ 7 ຄົນ ໃນ 3 ບ້ານ ແລະ 2 ເມືອງ
15. ຊຽງຂວາງ ມີ 1 ຄົນໃນ1ບ້ານ ແລະ 1 ເມືອງ
16. ອັດຕະປື ມີ 1 ຄົນ ໃນ ບ້ານ ແລະ ເມືອງ
17. ຫົວພັນ ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ
ສໍາລັບຜູ້ຕິດເຊືື້ອພາຍໃນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 02 ຄົນ ຈາກນະຄອນຫຼວງວຽງຈັນ 1 ຄົນແລະ ສາລະວັນ 1 ຄົນ,ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 11 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 52,175 ຄົນ, ເສຍຊີວິດສະສົມ 94 ຄົນ(ໃໝ່ 01), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 507 ຄົນ, ກໍາລັງປິ່ນປົວ 10,422 ຄົນ.
 ລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້:
ເພດຊາຍ, ອາຍຸ 79 ປີ, ບ້ານວຽງຄໍາ, ເມືອງສີໂຄດຕະບອງ, ນະຄອນຫລວງ
– ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ, ຫົວໃຈຊຸດໂຊມ ແລະ ເປັນອໍາມະພາດ ລ່ອຍເຄີ່ງຊີກ 4 ປີ
– ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
– ວັນທີ 9 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ຫາຍໃຈຝຶດ ແລະ ອັກເສບປອດຮຸນແຮງ ພ້ອມທັງເກັບຕົວຢ່າງແລະຜົນກວດພົບເຊື້ອໂຄວິດ-19
– ໄລຍະນອນປີ່ນປົວຢູ່ໂຮງໝໍດັ່ງກ່າວ ແມ່ນ 3 ວັນ ແຕ່ວັນທີ 9-11 ພະຈິກ 2021
– ມາຮອດເວລາ 16:30 ໂມງຂອງວັນທີ 11 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19
• ສໍາລັບຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່: ມີຄື
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ຈຸດເປັນຕົວຢ່າງ ຢູ່ ມສ ລາວ-ຫວຽດ ແລະ ມ. ຕົ້ນ ເຈົ້າອານຸວົງ
 ທີມກວດເຄື່ອນທີ່:
– 01ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາເມືອງສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 11 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,063 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈຶ່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 59 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5,541 ຄົນ (ສູນ 3,620 ຄົນ ແລະ ໂຮງແຮມ 1,921 ຄົນ).