ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 11 ພຶດສະພາ 2022 ໄດ້ກວດວິເຄາະທັງໝົດ 981 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບຜູ້ຕິດເຊື້ອທັງໝົດ 94 ຄົນ (ຕິດເຊື້ອພາຍໃນ 92 ຄົນ ແລະ ນໍາເຂົ້າ 2 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 209,243 ຄົນ (ຕິດເຊື້ອພາຍໃນ 193,181 ຄົນ ແລະ ນໍາເຂົ້າ 16,062 ຄົນ), ອອກໂຮງໝໍວານນີ້ 15 ຄົນ, ກຳລັງປິ່ນປົວ 257 ຄົນ ແລະ ເສຍຊີວິດສະສົມທັງ
ໝົດ 752 ຄົນ (ບໍ່ມີຜູ້ເສຍຊີວິດໃໝ່).
– ສຳລັບ ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ ຈຳນວນ 92 ຄົນ ແມ່ນມາຈາກ 11 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງຕໍ່ໄປນີ້:
1. ນະຄອນຫຼວງ 56 ຄົນ
2. ວຽງຈັນ 11 ຄົນ
3. ຄຳມ່ວນ 6 ຄົນ
4. ອຸດົມໄຊ 5 ຄົນ
5. ຫຼວງພະບາງ 4 ຄົນ
6. ຊຽງຂວາງ 3 ຄົນ
7. ໄຊສົມບູນ 2 ຄົນ
8. ສະຫວັນນະເຂດ 1 ຄົນ
9. ຈຳປາສັກ 1 ຄົນ
10. ສາລະວັນ 1 ຄົນ
11. ຜົ້ງສາລີ 1 ຄົນ
12. ໄຊຍະບູລີ 1 ຄົນ
 
– ສໍາລັບການຕິດເຊື້ອນໍາເຂົ້າ ມີ 2 ຄົນ ຈາກ ສະຫວັນນະເຂດ 2 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
ບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
ຕໍ່ໄປນີ້ຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ຢູ່ບັນດາ ແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງ ໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
 ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
• ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
• ຢູ່ນະຄອນຫຼວງວຽງຈັນມີ ຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ໂຮງໝໍເມືອງ 9 ຕົວເມືອງ
– ນອກນັ້ນ ຍັງມີຈຸດບໍລິການວັກຊີນ ເປີດໃຫ້ບໍລິການທ່ານຄື ວັດຈີນດົງປ່າແຫຼບ (ຈັນ ຫາ ສຸກ ໃນໂມງລັດຖະການ), ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ, ເມືອງຈັນທະບູລີ (ຈັນ ຫາ ພະຫັດ ເປີດບໍລິການໃນໂມງລັດຖະການ).
 
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ສະພາບການລະບາດຂອງພະຍາດໂຄວິດ ຢູ່ໃນປະເທດເຮົາ ມີທ່າອ່ຽງທີ່ດີຂຶ້ນ ແລະ ກຳລັງຢູ່ໃນໄລຍະຂາລົງ. ສະນັ້ນ ເພື່ອຮັບມືກັບການເປີດປະເທດ, ພວກເຮົາຕ້ອງໄດ້ກະກຽມຕົນເອງ ໃນການດຳລົງຊີວິດປົກກະຕິແບບໃໝ່ New Normal ໃຫ້ກາຍເປັນຄວາມຊິນເຄີຍ ແລະ ເຮັດເປັນປະຈຳ. ສິ່ງສຳຄັນແມ່ນ ທຸກຄົນ ຈຳເປັນຕ້ອງໄດ້ຮັບການສັກວັກຊີນໃຫ້ຄົບທຸກເຂັມທີ່ແນະນຳ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ຕົນເອງ ແລະ ປະເທດ ເຊິ່ງປັດຈຸບັນທົ່ວປະເທດ ສັກວັກຊີນເຂັມ 1 ໄດ້ 5,791,016 (ກວມເອົາ 78.92%), ທຸກເຂັມທີ່ແນະນໍາ 4,977,532 (ກວມເອົາ 67.83%) ແລະ ເຂັມກະຕຸ້ນ ກວມເອົາ 20.1%.
• ພ້ອມດຽວກັນນີ້ ຍັງມີຄວາມຈຳເປັນຕ້ອງໃສ່ຜ້າປິດປາກດັງທຸກຄັ້ງ ເມື່ອຢູ່ໃນສະຖານທີ່ແອອັດ, ພາຍໃນອາຄານ, ພາຍໃນສຳນັກງານ, ບໍລິເວນທີ່ມີອາກາດບໍ່ຖ່າຍເທ ຫຼື ສະຖານທີ່ ທີ່ມີຄົນຢູ່ເປັນຈຳນວນຫຼາຍ ເພາະວ່າ ການໃສ່ຜ້າປິດປາກດັງ ບໍ່ພຽງແຕ່ປ້ອງກັນໂຄວິດເທົ່ານັ້ນ ແຕ່ຍັງສາມາດປ້ອງກັນທ່ານ ຈາກພະຍາດຕິດຕໍ່ທາງລະບົບຫາຍໃຈອື່ນໆໄດ້ ເຊັ່ນ: ໄຂ້ຫວັດໃຫຍ່, ພະຍາດວັນນະໂລກ…..
• ອີກປະການໜຶ່ງ ສິ່ງທີ່ບໍ່ຄວນປ່ອຍປະລະເລີຍ ກໍ່ຄື ຜູ້ທີ່ມີອາການທາງລະບົບຫາຍໃຈ ເຊັ່ນ: ໄຂ້, ໄອ, ເຈັບຄໍ, ມີນໍ້າມູກ ຄວນກວດຫາເຊື້ອດ້ວຍຕົນເອງ RDT (ATK), ຖ້າໃຫ້ຜົນບວກ ຂຶ້້ນ 2 ຂີດ ແລະ ຖ້າມີອາການເບົາບາງ ກໍ່ຂໍໃຫ້ທ່ານປິ່ນປົວຕົນເອງຢູ່ເຮືອນໃຫ້ຄົບ 10 ວັນ ນັບແຕ່ມື້ທີ່ເລິ່ມມີອາການ ແລະ ໃສ່ຜ້າປິດປາກດັງຕະຫຼອດເວລາ ເພື່ອປ້ອງກັນການແຜ່ເຊື້ອສູ່ຄົນອື່ນ.
• ການລ້າງມືໃຫ້ສະອາດ ກໍ່ຍັງເປັນອີກມາດຕະການໜຶ່ງ ທີ່ສາມາດປ້ອງກັນທ່ານໃຫ້ປອດໄພຈາກພະຍາດໂຄວິດ ແລະ ປ້ອງກັນການແຜ່ເຊື້ອສູ່ຄົນອື່ນ ໂດຍສະເພາະ ຖ້າຫາກທ່ານ ເອົາມືປິດປາກ ເມ່ືອທ່ານໄອ-ຈາມ ກໍ່ຄວນໝັ່ນລ້າງມືເລື້ອຍໆ ແລະ ທຸກຄັ້ງ ເພາະມືຂອງທ່ານອາດຈະເປື້ອນລະອອງຂີ້ກະເທີ່ ແລະ ນໍ້າມູກຂອງຕົນເອງ, ສະນັ້ນ ເພື່ອປ້ອງກັນການແຜ່ເຊື້ອສູ່ຄົນອື່ນ ເມື່ອທ່ານໄອ-ຈາມ ຄວນໃຊ້ຂໍ້ພັບສອກໃນການປິດປາກແທນການໃຊ້ມືຕົນເອງ. ນອກຈາກນີ້, ພາຍຫຼັງສຳຜັດວັດຖຸສິ່ງຂອງທີ່ໃຊ້ຮ່ວມກັບຜູ້ອື່ນ ເຊັ່ນ: ຈຸດເປີດ-ປິດປະຕູ (ລູກບິດ), ປຸ່ມກົດລິບ, ຮາວຂັ້ນໄດ ກ່ໍຄວນລ້າງມືໃສ່ສະບູ່ ຫຼື ເຈວລ້າງມືຂ້າເຊື້ອ ແລະ ລ້າງມືກ່ອນເອົາມືສຳຜັດໃບໜ້າ, ຕາ, ດັງ, ປາກ.
• ຫຼາຍທ່ານພາຍຫຼັງປິ່ນປົວປົວຫາຍດີຈາກພະຍາດໂຄວິດແລ້ວ ອາດຈະພົບພໍ້ກັບອາການຂອງ Long COVID ເຊິ່ງສາມາດສົ່ງຜົນກະທົບຕໍ່ສຸຂະພາບ ແລະ ລະບົບຕ່າງໆໃນຮ່າງກາຍ ໃນໄລຍະຍາວໄດ້ເຊັ່ນກັນ, ປະຈຸບັນ ນັກວິຊາການ ຍັງບໍ່ຮູ້ເຖິງສາເຫດທີ່ແທ້ຈິງ ຂອງການເກີດອາການດັ່ງກ່າວ.
– ຄົນເຈັບບາງຄົນ ເຖິງແມ່ນວ່າ ຈະຫາຍດີຈາກພະຍາດໂຄວິດແລ້ວກໍ່ຕາມ ແຕ່ບາງຄົນຈະຍັງມີອາການ Long COVID ຕັ້ງແຕ່ 3 ເດືອນ ນັບຈາກມື້ທີ່ກວດພົບເຊື້ອ ແລະ ຈະມີອາການເຫຼົ່ານີ້ຢູ່ ຢ່າງໜ້ອຍ 2 ເດືອນ ເຊິ່ງແຕ່ລະຄົນອາດພົບອາການແຕກຕ່າງກັນ ໂດຍຫຼັກໆ ຈະມີຄືດັ່ງນີ້:
o ລະບົບປະສາດ: ມີອາການອ່ອນແຮງ, ເຈັບຫົວ, ມືນຫົວ, ຫຼົງລືມ, ກ້າມຊີ້ນລີບ
o ລະບົບທາງຈິດໃຈ: ນອນບໍ່ລັບ, ວິຕົກກັງວົນ, ຊຶມເສົ້າ
o ລະບົບຜິວໜັງ: ຜົມຫຼົ່ນ, ເປັນຜື່ນແພ້
o ລະບົບຫົວໃຈ ແລະ ຫຼອດເລືອດ: ເຈັບໜ້າເອິກ,ໃຈສັ່ນ
o ລະບົບທາງເດີນຫາຍໃຈ: ຫອບເມ່ືອຍ, ໄອຊ້ໍາເຮື້ອ
o ລະບົບທົ່ວໄປ: ມີອາການອ່ອນເພຍ, ປວດເມື່ອຍກ້າມຊີ້ນ, ປວດຕາມຂໍ້
– ອາການຜິດປົກກະຕິສ່ວນໃຫຍ່ ທີ່ຂ້າພະເຈົ້າກ່າວມານັ້ນ ແມ່ນສາມາດຫາຍໄດ້ເອງ, ແຕ່ຖ້າຫາກທ່ານໃດ ສັງເກດເຫັນວ່າ ອາການດັ່ງກ່າວ ຕໍ່ເນື່ອງຫຼາຍກວ່າ 2 ເດືອນ ຄວນໄປພົບແພດຢູ່ຈຸດບໍລິການໃກ້ບ້ານທ່ານທັນທີ ເພື່ອແພດຈະໄດ້ປະເມີນ ແລະ ປິ່ນປົວຕາມອາການ.
– ຖ້າທ່ານຫາຍດີຈາກພະຍາດໂຄວິດແລ້ວ ແມ່ນໃຫ້ໄປພົບແພດ ແລະ ບອກແພດວ່າ ເຄີຍຕິດໂຄວິດມາກ່ອນ ເພື່ອແພດຈະໄດ້ຄິດເຖິງກຸ່ມອາການຂອງ Long COVID ພ້ອມທັງ ໃຫ້ຄຳແນະນຳ ໃນການປິ່ນປົວຢ່າງຖືກຕ້ອງ ແລະ ທັນການ.
• ສຸດທ້າຍນີ້ ກໍ່ຂໍໃຫ້ບັນດາທ່ານມີສະຕິລະວັງຕົວໃນການໃຊ້ຊີວິດໂດຍບໍ່ປະໝາດ ແລະ ບໍ່ຄວນກັງວົນໃຈຫຼາຍຈົນເກີນໄປ ເພາະອາດຈະນຳໄປສູ່ຄວາມວິຕົກກັງວົນ ໃນການໃຊ້ຊີວິດປົກກະຕິປະຈຳວັນ.