ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 11 ມັງກອນ 2022, ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4,913 ຕົວຢ່າງ ໃນຂອບເຂດທົ່ວປະເທດແລະກວດພົບເຊື້ອທັງໝົດ 916 ຄົນ (ຕິດເຊື້ອພາຍໃນ 908 ຄົນ ແລະ ນໍາເຂົ້າ 08 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 908 ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 309 ຄົນ
2. ສະຫວັນນະເຂດ 16 ຄົນ
3. ຈຳປາສັກ 16 ຄົນ
4. ສາລະວັນ 19 ຄົນ
5. ເຊກອງ 4 ຄົນ
6. ອັດຕະປື 22 ຄົນ
7. ບໍ່ແກ້ວ 38 ຄົນ
8. ວຽງຈັນ 33 ຄົນ
9. ຫຼວງພະບາງ 32 ຄົນ
10. ຫຼວງນ້ຳທາ 25 ຄົນ
11. ອຸດົມໄຊ 86 ຄົນ
12. ຜົ້ງສາລີ 76 ຄົນ
13. ໄຊຍະບູລີ 82 ຄົນ
14. ຊຽງຂວາງ 39 ຄົນ
15. ຄຳມ່ວນ 16 ຄົນ
16. ບໍລິຄຳໄຊ 15 ຄົນ
17. ໄຊສົມບູນ 17 ຄົນ
18. ຫົວພັນ 63 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 08 ຄົນ ຈາກ ນະຄອນຫຼວງ 4 ຄົນ, ຈໍາປາສັກ 3 ຄົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງທັງໝົດກໍ່ໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢູ່ໃນ ສປປ ລາວ ທັງໝົດ121,436 ກໍລະນີ, ອອກໂຮງໝໍວານນີ້771 ຄົນ , ກຳລັງປິ່ນປົວ 7,367 ຄົນ ແລະ ເສຍຊີວິດສະສົມທັງໝົດ 464 ຄົນ (ເສຍຊີວິດໃໝ່ 07 ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 7 ຄົນ ຈາກ: ນະຄອນຫຼວງ 4 ຄົນ, ສະຫວັນນະເຂດ 1 ຄົນ, ບໍລິຄຳໄຊ 1 ຄົນ ແລະ ເຊກອງ 1 ຄົນ
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນ ມີຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
 ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
3. ສຳລັບ ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ) ແລະ ໂຮງໝໍເມືອງ 9 ຕົວເມືອງ ແມ່ນເປີດໃຫ້ບໍລິການ ສຳລັບ ຜູ້ທີ່ຕ້ອງການສັກວັກຊິນ ຊະນິດ Pfizer ເພື່ອເຂັມກະຕຸ້ນ (ເຂັມ 3), ຜູ້ສູງອາຍຸ, ເດັກໄວ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາໂຕ
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້