ວັນທີ 11 ເມສາ 2022 ໄດ້ກວດວິເຄາະທັງໝົດ 3,170 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,290 ຄົນ (ຕິດເຊື້ອພາຍໃນ 1,277 ຄົນ ແລະ ນໍາເຂົ້າ 13 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 197,389 ຄົນ, ອອກໂຮງໝໍວານນີ້ 364 ຄົນ, ກຳລັງປິ່ນປົວ 3,312 ຄົນ ແລະ ເສຍຊີວິດທັງໝົດ 702 ຄົນ(ເສຍຊີວິດໃໝ່ 2 ກໍລະນີ)
– ຂໍ້ມູນໂດຍຫຍໍ້ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ມີທັງໝົດ 1277 ຄົນ ຈາກ 17 ແຂວງ ແລະນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:
1 | ນະຄອນຫຼວງ | 797 | ຄົນ |
2 | ວຽງຈັນ | 82 | ຄົນ |
3 | ຫຼວງພະບາງ | 70 | ຄົນ |
4 | ສະຫັວນນະເຂດ | 67 | ຄົນ |
5 | ໄຊຍະບູລີ | 38 | ຄົນ |
6 | ຄໍາມ່ວນ | 37 | ຄົນ |
7 | ອຸດົມໄຊ | 31 | ຄົນ |
8 | ອັດຕະປື | 29 | ຄົນ |
9 | ຜົ້ງສາລີ | 24 | ຄົນ |
10 | ເຊກອງ | 20 | ຄົນ |
11 | ໄຊສົມບູນ | 16 | ຄົນ |
12 | ຊຽງຂວາງ | 15 | ຄົນ |
13 | ຫົວພັນ | 15 | ຄົນ |
14 | ສາລະວັນ | 11 | ຄົນ |
15 | ບໍ່ແກ້ວ | 10 | ຄົນ |
16 | ບໍລິຄໍາໄຊ | 8 | ຄົນ |
17 | ຈໍາປາສັກ | 5 | ຄົນ |
18 | ຫຼວງນໍ້າທາ | 2 | ຄົນ |
ສໍາລັບການຕິດເຊື້ອນໍາເຂົ້າ ມີ 13 ຄົນຈາກແຂວງສະຫວັນນະເຂດ 05 ຄົນ, ຫົວພັນ 05 ຄົນ, ຈໍາປາສັກ 01 ຄົນ, ຄໍາມ່ວນ 01 ຄົນ ແລະ ນະຄອນຫຼວງ 01 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
ສ່ວນຜູ້ເສຍຊີວິດໃໝ່ 02 ຄົນມື້ນີ້ຈາກນະຄອນຫຼວງວຽງຈັນ 01 ຄົນ ແລະ ສາລະວັນ 01 ຄົນ
- ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
- ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
- ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີ ລາຍລະອຽດ ດັ່ງນີ້:
- ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
- ສໍາລັບຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
ຢູ່ນະຄອນຫຼວງວຽງຈັນມີ 2 ຈຸດຄື :
- ຈຸດບໍລິການໃນສະຖານທີ່ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່), ໂຮງໝໍເມືອງ 9 ຕົວເມືອງ
- ຈຸດບໍລິການນອກສະຖານທີ່: ວັດຈີນ ດົງປາແຫຼບ (ວັນຈັນ - ສຸກ ໂມງລັດຖະການ)
ແລະ ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
- ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.
