ວັນທີ 12 ເມສາ 2022 ສູນກາງສະຫະພັນກໍາມະບານລາວ ເຜີຍ ແຜ່ເອກະສານສໍາຄັນຂອງ ພັກ- ລັດ, ເປັນກຽດເຜີຍແຜ່ຂອງທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ມີທ່ານຮອງປະທານ, ຫົວໜ້າກົມ, ຮອງກົມ, ວ່າການຫົວໜ້າຫ້ອງການ, ຫົວ ໜ້າສະຖາບັນພັດທະນາກໍາມະບານລາວ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍ ພະນັກງານພາຍໃນສູນກາງສະຫະພັນກໍາມະບານລາວ ເຂົ້າຮ່ວມ.
ທ່ານ ນາງ ອາລີ ວົງໜໍ່ບຸູນທໍາ ໄດ້ເຜີຍແຜ່ເອກະສານກ່ຽວກັບ ວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດ ຕະພາບຮ່ວມມື ລາວ – ຫວຽດນາມ ຄົບຮອບ 65 ປີ, ດໍາລັດ ວ່າດ້ວຍຈັນຍາບັນ ຂອງພະນັກງານ- ລັດ ຖະກອນ, ຄໍາສັ່ງວ່າດ້ວຍການຮັກສາຄວາມເປັນລະບຽບຮຽບ ຮ້ອຍ ໃນໄລຍະການສະຫຼອງບຸນປີໃໝ່ລາວ ພສ 2565 ຢູ່ນະຄອນ ຫຼວງວຽງຈັນ, ແຈ້ງການ ທີິດຊີ້ນໍາ ການສະຫຼອງບຸນປີໃໝ່ລາວ ປີ ພສ 2565 (ຄສ 2022 ).
Loading...