ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 13 ຕຸລາ 2021 ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊືື້ອພະຍາດ COVID-19 ໃນທົ່ວໂລກ.
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 12 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,427 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 566 ຄົນ (ຕິດເຊື້ອພາຍໃນ ມີ 557 ຄົນ ແລະ ຕິດເຊື້ອນໍາເຂົ້າ 9 ຄົນ)
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 557 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:
1. ນະຄອນຫຼວງ 246 ຄົນ: ມາຈາກ 86 ບ້ານ, ໃນ 07 ເມືອງ
1) ເມືອງຈັນທະບູລີ ມີ 08 ບ້ານ (18 ຄົນ)
2) ເມືອງສີໂຄດຕະບອງ ມີ 26 ບ້ານ (48 ຄົນ)
3) ເມືອງໄຊເສດຖາ ມີ 13 ບ້ານ (105 ຄົນ)( ຄ້າຍຂຸມຂັງ ນາໄຫ 70ຄົນ)
4) ເມືອງສີສັດຕະນາກມີ 08 ບ້ານ (14 ຄົນ)
5) ເມືອງນາຊາທອງ ມີ 08 ບ້ານ (10 ຄົນ)
6) ເມືອງໄຊທານີ ມີ 16 ບ້ານ (35 ຄົນ)( ສູນຫຼັກ 27 ມີ 7 ຄົນ )
7) ເມືອງຫາດຊາຍຟອງ ມີ 07 ບ້ານ (15 ຄົນ)
ສືບຕໍ່ເອົາຂໍ້ມູນ 01 ຄົນ
2. ຫຼວງພະບາງ 186 ຄົນ:
1). ນະຄອນຫຼວງພະບາງ ມີ 16 ບ້ານ (129 ຄົນ)
• ບ້ານຜາໂອ ມີ 93 ຄົນ (ນັກໂທດ 84 ຄົນ, ນັກບວດວັດຜາໂອ: 9 ຄົນ)
• ບ້ານໂພສີ ມີ 8 ຄົນ
• ບ້ານຜາສຸກ ມີ 6 ຄົນ
• ບ້ານພູຊ້າງຄໍາ ມີ 3 ຄົນ
• ບ້ານໜອງຄໍາ ມີ 3 ຄົນ
• ບ້ານໝື່ນນາ ມີ 3 ຄົນ
• ບ້ານພູໝອກ ມີ 2 ຄົນ
• ບ້ານພູເຫຼັກມີ 2 ຄົນ
• ບ້ານນາຊ່າງເຫວີຍ ມີ 2 ຄົນ
• ບ້ານຂົ່ວທີ່1, ບ້ານຊຽງແກ້ວ, ບ້ານນາຫຼວງ, ບ້ານວຽງໄຊ, ບ້ານໜອງໂຕກ, ບ້ານເມືອງງາ, ບ້ານໂພນໄຊ ມີ ບ້ານລະ 1 ຄົນ.
2). ເມືອງນໍ້າບາກ ມີ 5 ບ້ານ (42 ຄົນ)
• ບ້ານໂພນສະອາດ ມີ 30 ຄົນ
• ບ້ານຟ້າ ມີ 4 ຄົນ
• ບ້ານໂພນໄຊ ມີ 3 ຄົນ
•ບ້ານນ້ຳລາ ມີ 3 ຄົນ
• ບ້ານບົມ ມີ 2 ຄົນ
3). ເມືອງງອຍ ມີ 3 ບ້ານ (16 ຄົນ)
• ບ້ານໜອງຂຽວ ມີ 14 ຄົນ
• ບ້ານງອຍເກົ່າ ແລະ ບ້ານສົບກອງ ມີ ບ້ານລະ 1 ຄົນ
3. ວຽງຈັນ 49 ຄົນ:
1). ເມືອງແກ້ວອຸດົມ ມີ 08 ບ້ານ (26 ຄົນ)
– ບ້ານພູເຂົາຄໍາ ມີ 07 ຄົນ (ພະນັກງານໄຟຟ້າ 01 ຄົນ)
– ບ້ານຖີ່ນແກ້ວ ມີ 06 ຄົນ (ຄ້າຂາຍ 03 ຄົນ, ນັກຮຽນ, ເດັກ ແລະ ປະຊາຊົນ)
– ບ້ານໂພນຄໍາ ມີ 03 ຄົນ
– ບ້ານໂພນແຍງ ມີ 02 ຄົນ (ພະນັກງານຄູ ແລະ ເດັກ)
– ບ້ານໂພຄໍາ ມີ 02 ຄົນ
– ບ້ານທ່າຊັນ ມີ 02 ຄົນ (ແມ່ເຮືອນ ແລະ ປະຊາຊົນ)
– ບ້ານແສງສະຫວ່າງ ມີ 02 ຄົນ (ພະນັກງານໄຟຟ້າ)
– ບ້ານສາມັກຄີໄຊ (ນັກໂທດ), ບ້ານນາປູນ (ນັກຮຽນ),
2). ເມືອງວັງວຽງ ມີ 03 ບ້ານ (12 ຄົນ)
– ບ້ານວຽງແກ້ວ ມີ 09 ຄົນ (ຊາວນາ ມີ 08 ຄົນ ແລະ ຊາວນາ ມີ 01 ຄົນ)
– ບ້ານຫ້ວຍແຍ ມີ 02 ຄົນ (ຊາວນາ)
– ບ້ານເມືອງຊອງ ມີ 01 ຄົນ (ພະນັກງານແພດ)
3). ເມືອງໂພນໂຮງ ມີ 04 ບ້ານ (06 ຄົນ)
– ບ້ານນາເລົ່າ ມີ 02 ຄົນ (ເດັກ ແລະ ປະຊາຊົນ)
– ບ້ານນາໂພໃຕ້ ມີ 02 ຄົນ (ນັກສຶກສາ ແລະ ປະຊາຊົນ)
– ບ້ານນາໂພເໜຶອ ມີ 01 ຄົນ (ພະນັກງານແພດ)
– ບ້ານໂພນສີເໜຶອ ມີ 01 ຄົນ (ພະນັກງານ)
4). ເມືອງວຽງຄໍາ ມີ 02 ບ້ານ (05 ຄົນ)
– ບ້ານດອນກວດ ມີ 04 ຄົນ (ເດັກ 02 ຄົນ ແລະ ຜູ້ເຖົ້າ)
– ບ້ານນາເຄຶອ ມີ 01 ຄົນ (ພະນັກງານ)
4. ສະຫວັນນະເຂດ 27 ຄົນ:
1). ເມືອງອຸທຸມພອນ ມີ 02 ຄົນ, 02 ບ້ານ
– ບ້ານຈະເລີນສຸກ ມີ 01 ຄົນ
– ບ້ານມະນີວົງໄຊ ມີ 01 ຄົນ
2). ນະຄອນໄກສອນ ມີ 25 ຄົນ, 03 ບ້ານ
– ບ້ານດົງນາຄໍາ ມີ 13 ຄົນ
– ບ້ານດົງດໍາດວນ; ບ້ານໜອງຜື ແລະ ບ້ານໂພນສະຫວ່າງໃຕ້ ມີ ບ້ານລະ 02 ຄົນ
– ບ້ານໂພນສະຫວັນ, ບ້ານນາແກ (ກໍາມະກອນ), ບ້ານສະພານ (ກໍາມະກອນ), ບ້ານສະຫນາມໄຊ (ພະນັກງານຄູ), ບ້ານສະພານເຫນຶອ (ພະນັກງານໂຮງແຮມທີ່ເອັດທີ) ແລະ ບ້ານໂນນສະຫວາດ (ຄ້າຂາຍ) ມີບ້ານລະ 01 ຄົນ.
5. ບໍ່ແກ້ວ 16 ຄົນ:
• ເມືອງ ຕົ້ນເຜີ້ງ ບ້ານດອນມູນ 01 ຄົນ
• ເຂດເສດຖາກິດພິເສດ 16 ຄົນ ຊື່ງແມ່ນ ກຳມະກອນກໍ່ສ້າງສະໜາມ ບິນ (ຄົນລາວ 07 ຄົນ, ພະມ້າ 07 ຄົນ, ຈີນ 03 ຄົນ)
6. ຈໍາປາສັກ 15 ຄົນ:
1). ບາຈຽງຈະເລີນສຸກ ມີ 09 ຄົນ, 04 ບ້ານ: ບ້ານຫ້ວຍລືສີ ມີ 06 ຄົນ ແລະ ບ້ານຫົວແຊ, ບ້ານລົ່ມສັກເໜຶອ ແລະ ບ້ານໜອງກອກ ບ້ານລະ 01 ຄົນ
2). ນະຄອນປາກເຊ ມີ 05 ຄົນ, 05 ບ້ານ ມີ 05 ຄົນຈາກບ້ານຫ້ວຍເລົາ ແລະ ບ້ານໂພນສະຫວັນ (ພະນັກງານແຟນຊິບ), ບ້ານກາງ (ຄ້າຂາຍ), ບ້ານສະໜາມໄຊ (ນັກຮຽນ) ແລະ ບ້ານພູຄູນ (ເດັກ 03 ປີ) ມີບ້ານລະ 01 ຄົນ.
3). ເມືອງຊະນະສົມບູນ ບ້ານເລົ່າ, ມີ 01 ຄົນ (ເພດຊາຍ, ອາຍຸ 49 ປີ, ເຂົ້າມາກວດດ້ວຍຮູບການຊືມເຊື້ອລະບົບຫາຍໃຈຮຸນແຮງກະທັນຫັນ (SARI).
7. ຄໍາມ່ວນ 6 ຄົນ: ຈາກ ເມືອງຄູນຄໍາ, ບ້ານຜາຊ້າງ ມີ 6 ຄົນ
8. ຫຼວງນໍ້າທາ 5 ຄົນ:
ມີ 04 ຄົນ ມີປະຫວັດເດີນທາງມາປີ່ນປົວຢູ່ໂຮງໝໍ 150 ຕຽງ ນະຄອນຫລວງວຽງຈັນ ແລະ ອີກ 01 ຄົນ ຈາກບ້ານ ໂພນໄຊສະຫວ່າງ, ເມືອງນໍ້າທາ, ແຂວງຫຼວງນໍ້າທາ ເຊີງ ມາກວດຢູ່ແຂວງຫລວງນໍ້າທາ ແຕ່ຍັງບໍ່ທັນຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.
9. ໄຊສົມບູນ 3 ຄົນ:
– ເມືອງລ້ອງຊານ ມີ 03 ຄົນ, 02 ບ້ານ
• ບ້ານສັນປາຕອງ ມີ 02 ຄົນ
• ບ້ານຖໍ້າດິນ ມີ 01 ຄົນ
10. ບໍລິຄໍາໄຊ 2 ຄົນ:
– ເມືອງປາກຊັນ 02 ຄົນ
• ບ້ານປາກຊັນ ມີ 01 ຄົນ (ນັກຮຽນ ມປ ປາກຊັນ ເກັບຕົວຢ່າງຄັ້ງ 2
• ບ້ານກ້ວຍອຸດົມ ມີ 01 ຄົນ (ເພດຊາຍ, ພະນັກງານ ດ່ານໜ້າ ສໍາພັດກັບຄົນ ຕິດເຊື້ອ)
11. ສາລະວັນ 2 ຄົນ: ຈາກ ເມືອງສາລະວັນ ບ້ານນາເຫຼັກມີ 02 ຄົນ
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 9 ຄົນ: 4 ຄົນຈາກ ແຂວງຄໍາມ່ວນ 1 ຄົນ ຈາກ ນະຄອນຫຼວງວຽງຈັນ ແລະ 4 ຄົນຈາກແຂວງສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 12 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 29,964 ຄົນ, ເສຍຊີວິດສະສົມ 35 (ໃໝ່ 02), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 324 ຄົນ, ກໍາລັງປິ່ນປົວ 6,926 ຄົນ.
 ລາຍລະອຽດຜູ້ເສຍຊິວິດ 02 ຄົນມີດັ່ງນີ້
1. ຜູ້ເສຍຊີວິດຄົນທີ 01, ຢູ່ໂຮງໝໍມິດຕະພາບ ເພດຍີງ ອາຍຸ 45 ປີ ອາຊີບ: ຫວ່າງງານ. ບ້ານ ໂນນສົມບູນ ເມືອງ ສີໂຄດ ແຂວງ ນະຄອນຫລວງ.
– ຜູ້ກ່ຽວໄດ້ໄປກວດຢູ່ໂຮງໝໍຕຳຫລວດ ພົບວ່າເລືອດຈາງທ່ານໝໍໄດ້ເເນະນຳໄປໃສ່ເລືອດຢູໂຮງໝໍສູນກາງ, ມາຮອດທີ່ 25/9/2021 ໄປກວດຢູ່ມະໂຫສົດແລ້ວໄດ້ກັກຢູ່ຫ້ອງແຍກປ່ຽວ,ຈົນມາຮອດທີ່ 28/9/2021 ໄດ້ຜົນກວດຢັ້ງຢືນເປັນ COVID-19 ແລ້ວ ຍ້າຍມາໂຮງໝໍມິດຕະພາບ.
– ພະຍາດປະຈຳຕົວ: ຫາກໍ່ຮູ້ວ່າເປັນໄຂ່ຫລັງຊຸດໂຊມ.
– ໄດ້ສັກຢາວັກຊິນ 1 ເຂັມ, Sinopharm.
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 28/09/2021-12/10/2021.
– ຮອດເວລາ 12:20 ໂມງຂອງວັນທີ 12/10/2021 ຜູ້ກ່ຽວໄດ້ເສຍຊີວິດ.
2. ຜູ້ເສຍຊີວິດຄົນທີ 02, ເປັນເພດຊາຍ, ອາຍຸ 80 ປີ, ບ້ານປາກແຮດ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ
– ບໍ່ໄດ້ຮັບການສັກຢາວັກຊີນກັນພະຍາດໂຄວິດ-19
– ພະຍາດປະຈໍາຕົວ: ເສັ້ນເລືອດສະໜອງແຕກ ຜ່າຕັດມາໄດ້ 06 ປີແລ້ວ, ຄົນເຈັບມີຊັກ ແຕ່ບໍ່ກິນຢາປະຈໍາ ແລະ ຄວບຄຸມຊັກບໍ່ໄດ້
– ໃນເບື້ອງຕົ້ນ ຜູ້ກ່ຽວມີປະຫັວດສໍາຜັດໃກ້ຊິດກັບຄົນໃນຄອບຄົວຕິດເຊື້ອທັງໜົົດ ມີ 05 ຄົນ
– ວັນທີ 7 ຕຸລາ 2021: ຜູ້ກ່ຽວ ໄດ້ເຂົ້າໂຮງໝໍພາກສະໜາມສູນຝຶກວິຊາຊີບຄົນພິການສີເກີດ ນໍາເມຍຂອງຜູ້ກ່ຽວ ຍ້ອນວ່າ ເມຍ, ລູກ ຕິດເຊື້ອ ແລະ ອີກຢ່າງໜື່ງຜູ້ກ່ຽວເປັນຄົນເຈັບທີ່ບໍ່ສາມາດຊ່ວຍເຫລຶອຕົນເອງໄດ້.
– ວັນທີ 8 ຕຸລາ 2021: ຜົນກວດອອກມາແມ່ນພົບເຊື້ອ
– ໄລຍະທີ່ນອນຢູ່ສູນດັ່ງກ່າວ ແມ່ນແຕ່ວັນທີ 07-13/10/2021 ເປັນເວລາ 07 ມື້
– ຮອດເວລາ 05:00 ໂມງເຊົ້າຂອງວັນທີ 13/10/2021 ຜູ້ກ່ຽວໄດ້ເສຍຊີວິດ.
– ສາຍເຫດຂອງການເສຍຊິວິດ ຍ້ອນ Uncontrolled Status Epilepticus
 ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19
• ສໍາລັບຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່: ໃຫ້ບໍລິການເກັບຕົວຢ່າງ ທຸກວັນ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ປະກອບມີ:
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ
– ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ
 ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
4. ສໍາລັບຈຸດບໍລິການ ສູນການຄ້າລາວໄອເຕັກ ຈະໄດ້ເປີດໃຫ້ບໍລິການທ່ານ ເລິ່ມແຕ່ວັນທີ 11-15 ຕຸລາ 2021.
• ບ້ານແດງໃນທົ່ວປະເທດ ວັນທີ 12 ຕຸລາ 2021 ມີ: 364 ບ້ານ, 40 ເມືອງ ແລະ 10ແຂວງ
ລໍາດັບ ແຂວງ ຈໍານວນເມືອງ ຈໍານວນບ້ານ
1 ນະຄອນຫລວງວຽງຈັນ 7 156
2 ສະຫວັນນະເຂດ 6 61
3 ຫຼວງພະບາງ 7 41
4 ວຽງຈັນ 6 32
5 ຈໍາປາສັກ 4 28
6 ຄໍາມ່ວນ 2 20
7 ໄຊສົມບູນ 3 10
8 ບໍລິຄໍາໄຊ 2 8
9 ສາລະວັນ 2 7
10 ຊຽງຂວາງ 1 1
ລວມທັງໝົດ 10 ແຂວງ 40
364
• ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານ ບ້ານທີ່ກໍານົດເປັນເຂດແດງໃໝ່ ໃນວັນທີ 12 ຕຸລາ ມີ 13 ບ້ານ ໃນ 7 ເມືອງ ແລະ 4 ແຂວງ ດັ່ງນີ້:
ລໍາດັບ ແຂວງ ເມືອງ ບ້ານ
1 ນະຄອນຫລວງວຽງຈັນ ສີໂຄດຕະບອງ ອາກາດ
ໄຊເສດຖາ ໂພນສະອາດ
ໂຊກຄໍາ
ຮ່ອງແກ
ໄຊທານີ ແສນອຸດົມ
ຫ້ວຍແດນເມືອງ
ຫາດຊາຍຟອງ ຄວາຍແດງ
ນາທາມ
2 ຫລວງພະບາງ ງອຍ ປົ່ງຫວານ
ສົບກອງ
ນາຫລວງ
3 ວຽງຈັນ ວັງວຽງ ໂພນໄຊ
4 ໄຊສົມບູນ ອະນຸວົງ ທົ່ງຄູນ
ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 12 ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,902 ຄົນ, ທຸກຄົນເດີນທາງເຂົ້າມາ ທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວີດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ເປີດນໍາໃຊ້ຢູ່ທັງໝົດ 99 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5,677 ຄົນ (ສູນ 4.015 ຄົນ ແລະ ໂຮງແຮມ 1.662 ຄົນ).
 ສະພາບຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ:
ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ ເຮັດໃຫ້ຕົວເລກຜູ້ຕິດເຊືື້ອສະສົມໃນທົ່ວໂລກ ມີທັງໝົດ 23.394.135 (351.809 ໃໝ່), ເສຍຊິວິດທັງໝົດ 4.879.141 (6.122 ໃໝ່), ປີ່ນປົວຫາຍດີ 216.645.488 (382.733 ໃໝ່)
• 3 ປະເທດ ທີ່ມີຄົນຜູ້ຕິດເຊືື້ອສູງກວ່າໝູ່ໃນໂລກ: ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ
• 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ
ລ/ດ ປະເທດ ຄົນຕິດເຊື້ອ ເສຍຊີວິດ
ສະສົມທັງໝົດ ໃໝ່ ສະສົມທັງໝົດ ໃໝ່
1 ໄທ 1,730,364 +9,445 17,835 +84
2 ຫວຽດນາມ 846,230 +2,949 20,763 +93
3 ມຽນມາ 481,230 +1,382 18,188 +26
4 ກໍາປູເຈຍ 115,335 +267 2,544 +17
5 ຈີນ 96,435 +12 4,636
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ຂ້າພະເຈົ້າຕາງໜ້າໃຫ້ຄະນະສະເພາະກິດ ສະແດງຄວາມເສົ້າເສຍໃຈຢ່າງຍີ່ງ ຕໍ່ຄົນທີ່ເສຍຊີວິດທັງໝົດຍ້ອນພະຍາດໂຄວິດ 19. ຂໍ້ສັງເກດທົ່ວໄປເຫັນວ່າ ຫຼາຍທ່ານທີ່ເສຍຊີວິດ ລ້ວນມີອາການສະແດງ ບາງຄົນ ມີອາການໄອ ຄ້າຍເປັນຫັວດມາເປັນອາທິດ ຈຶ່ງມາກວດຊອກເຊື້ອ. ນີ້ຄືບົດຮຽນລາຄາແພງ ສໍາລັບທຸກຄົນພວກເຮົາ. ໃນໄລຍະທີ່ມີການແຜ່ກະຈາຍເຊື້ອພະຍາດໂຄວິດໃນສະຖານທີ່ຊຸມຊົນຕ່າງໆ ແລະ ມີໃນຫຼາຍບ້ານ ຄືໃນປະຈຸບັນນີ້ ໃຜກໍ່ຕາມທີ່ບໍ່ມີອາການຫຍັງ ແຕ່ໄດ້ໄກ້ຊິດກັບຄົນຕິດເຊື້ອ ຫຼື ເລີ່ມມີອາການໄຂ້ ຫຼື ໄອ ຫຼື ຜິດປົກກະຕິໃນດັງ ແມ່ນຄວນຮີບຮ້ອນ ຕິດຕໍ່່ໄປກວດຫາເຊື້ອທັນທີ ຢ່າປອ່ຍໄວ້ຫຼາຍວັນ ຫຼື ເປັນອາທິດ ເພາະນັ້ນ ຄືຄວາມອັນຕະລາຍຕໍ່ຕົນເອງ, ຄອບຄົວ ແລະ ຄົນອ້ອມຂ້າງທຸກຄົນ.
• ຂໍຢໍ້າຄືນຕໍ່່ທຸກທ່ານອີກເທື່ອໜື່ງວ່າ ການສັກວັກຊີນຄົບຕາມຈໍານວນທີ່ແນະນໍາ ສາມາດຊ່ວຍປ້ອງກັນການຕິດເຊື້ອໃນບາງຄົນ ແລະ ຖ້າຕິດເຊື້ອກໍ່ຊ່ວຍບໍ່ໃຫ້ພະຍາດພັດທະນາເປັນຂັ້ນຮຸນແຮງຈົນເສຍຊີວິດ ແຕ່ເຖິງຈະໄດ້ສັກຄົບຕາມຈໍານວນທີ່ແນະນໍາ ທ່ານຍັງສາມາດຕິດເຊື້ອໄດ້ຢູ່. ສະນັ້ນ ຄະນະສະເພາະກິດ ຈື່ງຮຽກຮ້ອງທຸກຄົນ ທຸກວັນ ວ່າທ່ານຕ້ອງເຂັ້ມງວດກັບຕົນເອງໃນການປ້ອງກັນແທ້ໆ. ບັນດາວັກຊິນທີ່ໄດ້ນໍາໃຊ້ໃນປະເທດເຮົາແມ່ນມີປະສິດທິຜົນສູງເທົ່າໆກັນ ບໍ່ວ່າຈະເປັນ ຊີໂນຟາມ, ສະປຸກນິກ, ອາດສະຕາ-ເຊນີກາ, ໄຟເຊີ ແລະ ຈອນສັນ. ໃຜກໍ່່ຕາມທີ່ໄດ້ສັກວັກຊິນຄົບ ຈະເປັນວັກຊິນຊະນິດໃດກໍ່່ຕາມທີ່ກ່າວມານີ້ ຖ້າຕິດເຊື້ອຄືນໃໝ່ ແມ່ນຕ້ອງໄດ້ເຂົ້າຮັບການປິ່ນປົວຢ່າງຖືກຕ້ອງເປັນລະບົບ ໂດຍບໍ່ມີຂໍ້ຍົກເວັ້ນໃດໆທັງສິ້ນ. ຂໍທ່ານ ຢ່າໄດ້ເຂົ້າໃຈວ່າ ການຕິດເຊື້ອຫຼັງຈາກສັກວັກຊິນຄົບ ບໍ່ຈໍາເປັນໄປປິ່ນປົວກະໄດ້ ນີ້ແມ່ນຄວາມເຂົ້າໃຈທີ່ຜິດພາດ ແລະ ອັນຕະລາຍທີ່ສຸດຕໍ່ຊີວິດຂອງທ່ານເອງ.
ໃນທຸກມື້ນີ້ ສະຖິຕິຄົນຕິດເຊື້ອ ແລະ ເສຍຊີວິດໃນປະເທດເຮົາ ແມ່ນ ຫຼາຍກວ່າ 85% ແມ່ນບໍ່ໄດ້ສັກວັກຊິນເລີຍ. ສະນັ້ນ ສໍາລັບຜູ້ທີ່ຍັງບໍ່ທັນໄດ້ສັກ ຫຼື ສັກແລ້ວຍັງບໍ່ຄົບ ແມ່ນໃຫ້ຮີບຮ້ອນໄປສັກໃຫ້ໄວ ໂດຍສະເພາະຜູ້ສູງອາຍຸ, ຜູ້ມີພະຍາດປະຈໍາຕົວ, ແມ່ຍິງຖືພາເກີນ 3 ເດືອນຂື້ນໄປ ແລະ ແມ່ລູກອ່ອນທຸກຄົນ. ໜ້າເສຍດາຍ ທີ່ການສັກວັກຊິນນີ້ ບໍ່ແນະນໍາສໍາລັບບາງກຸ່ມຄົນ ເຊັ່ນ: ຍິງຖືພາໃໝ່ ບໍ່ເຖິງ 3 ເດືອນ ຜູ້ທີ່ກໍາລັງປິ່ນປົວດ້ວຍວິທີສາຍແສງ ຫຼື ເຄມີບໍາບັດ ແລະ ກຸ່ມເດັກນ້ອຍ. ສໍາລັບກຸ່ມນີ້ ຖືວ່າເປັນກຸ່ມອ່ອນແອບໍ່ສາມາດສັກວັກຊິນໄດ້ ຊຶ່ງຄອບຄົວ ຄວນໄດ້ປົກປ້ອງພວກເພີ່ນເປັນພິເສດ ໂດຍທຸກວິທີການປ້ອງກັນທີ່ໄດ້ແນະນໍາ. ຖ້າຄອບຄົວໃດມີຄົນກຸ່ມນີ້ ແລະ ມີຄົນໃນຄອບຄົວຕ້ອງອອກເຮືອນເຮັດວຽກທຸກວັນ ກໍ່ຂໍໃຫ້ຢູ່ຫ່າງໆ ຈາກກຸ່ມຄົນອ່ອນແອນີ້ດ້ວຍ ເພື່ອຮັບປະກັນວ່າ ພວກທ່ານທີ່ອອກເຮືອນນັ້ນ ບໍ່ໄດ້ນໍາເອົາຄວາມສ່ຽງມາສູ່ພວກເພີ່ນ.
• ບຸກຄົນທີ່ເປັນຜູ້ສໍາພັດໃກ້ຊິດກັບຜູ້ຕິດເຊື້ອທັງໝົດ ຕ້ອງຖືກຈໍາກັດບໍລິເວນຢູ່ສະຖານທີ່ຈໍາກັດບໍລິເວນຂອງລັດທີ່ຈັດໄວ້ໃຫ້. ຜ່ານການຕິດຕາມ 14 ວັນ ພົບວ່າ ບຸກຄົນໄກ້ຊິດນັ້ນ ໄດ້ຖືກກວດຄືນ ແລະ ຫຼາຍຄົນຖືກຢັ້ງຢືນວ່າຕິດເຊື້ອໂຄວິດ 19. ສາຍເຫດກໍ່ແມ່ນ ຜູ້ກ່ຽວໄດ້ພົວພັນໄກ້ຊິດກັບຜູ້ທີ່ຕິດເຊື້ອມາກ່ອນ ທີ່ຈະເຂົ້າມາຕິດຕາມໃນສະຖານທີ່ຈັດໄວ້. ດັ່ງນັ້ນ ບໍ່ວ່າ ຜູ້ທີ່ຢູ່ໃນສະຖານທີ່ຈໍາກັດບໍລິເວນທີ່ຈັດໄວ້ ຫຼື ຜູ້ກັກຕົນເອງຢູ່ເຮືອນ ກໍ່ຕາມ ເມື່ອທ່ານຖືກແຈ້ງວ່າທ່ານຕິດເຊື້ອແລ້ວນັ້ນ ກ່ອນທີ່ທາງທີມງານແພດໝໍຈະໄປຮັບ ແມ່ນໃຫ້ທ່ານປະຕິບັດດັ່ງນີ້: ແຍກຕົວເອງທັນທີຈາກຄົນອື່ນ ບໍ່ຮ່ວມທຸກກິດຈະກໍາ ລວມທັງກິນເຂົ້າຮ່ວມກັນ, ແຍກເຄື່ອງໃຊ້ສ່ວນຕົວ, ຕິດຕາມອາການຕົນເອງ, ຕິດຕາມອຸນຫະພູມ ແລະ ບັນທຶກເອົາໄວ້, ໃສ່ຜ້າປິດ ປາກ-ດັງ ຕະຫຼອດເວລາ, ຖ້າມີອາການຜິດປົກະຕິ ແມ່ນ ໂທແຈ້ງສາຍດ່ວນ 165 ຫຼື 166 ທັນທີ.
• ຂໍເຊີນທ່ານຕິດຕາມຂ່າວສານກ່ຽວກັບພະຍາດໂຄວິດ ທີ່ຖືກຕ້ອງ ໄດ້ຈາກ:
– ເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື www.covid19.gov.la ແລະ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ www.cdc.gov.la
– ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
– ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
– ນອກຈາກນັ້ນ ຍັງສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166) ເພື່ອຂໍຄຳແນະນຳ ແລະ ລາຍງານເຫດການ.