ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

 

ໃນມື້ວານນີ້ ວັນທີ 12 ພະຈິກ 2011 ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 7,432 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 1,032 ຄົນ ( ຕິດເຊື້ອພາຍໃນປະເທດ = 1,018 ຄົນ, ເດີນທາງຈາກຕ່າງປະເທດ 14 ຄົນ ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 53.207 ຄົນ, ເສຍຊີວິດສະສົມ 96 (ໃໝ່ 02), ປິ່ນປົວຫາຍດີໃນມື້ວານນີ້ 571 ຄົນ.

ຈຳນວນຜູ້ທີ່ຍັງປິ່ນປົວ ແມ່ນ 10.447 ເຊິ່ງໝາຍຄວາມວ່າ ມາຮອດມື້ນີ້ ຍັງມີຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ແມ່ນ 19,6 % ຂອງຈໍານວນຜູ້ຕິດເຊື້ອສະສົມທັງໝົດ ແລະ ທີ່ຜູ້ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 80,4% ຂອງຈຳນວນຜູ້ຕິດເຊື້ອສະສົມທັງໝົດຈຳນວນແຂວງທີ່ມີລາຍງານການຕິດເຊື້ອ ມື້ນີ້ ແມ່ນມີ ນະຄອນຫຼວງວຽງຈັນ

ຂໍ້ມູນ ສຳລັບ ຄົນເຈັບເສຍຊີວິດ 2 ຄົນໃນມື້ວານນີ້ດັ່ງນີ້:

ຜູ້ທີ 1, ເພດຍີງ, ອາຍຸ 56 ປີ, ບ້ານແກ້ງຍາງ, ເມືອງຫາດຊາຍຟອງ, ນະຄອນຫລວງ

– ພະຍາດປະຈຳຕົວ: ພະຍາດເບົາຫວານ

– ໄດ້ສັກຢາວັກຊີນ Pfizer ຄົບ 02 ເຂັ້ມ

– ເວລາ 16:00 ໂມງ ຂອງວັນທີ 11 ພະຈິກ 2021: ຜູ້ກ່ຽວເຂົ້າໂຮງໝໍດ້ວຍອາການງ່ວງຊຶມ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດ ແມ່ນພົບເຊື້ອ

– ເວລາ 03:15 ໂມງ ຂອງວັນທີ 12 ພະຈິກ 2021: ຜູ້ກ່ຽວ ໄດ້ເສຍຊີວິດ

– ສາຍເຫດຂອງການເສຍຊີວິດ ແມ່ນຊຸດໂຊມລະບົບຫາຍໃຈ+COVID-19

ຜູ້ທີ 2. ເພດຊາຍ, ອາຍຸ 86 ປີ, ບ້ານຂຸນຕາທ່າ, ເມືອງສີໂຄດຕະບອງ, ນະຄອນຫລວງ

– ພະຍາດປະຈຳຕົວ: ຄວາມດັນເລືອດສູງ

– ໄດ້ສັກຢາວັກຊີນ J&J

– ເວລາ 18:50 ໂມງ ຂອງວັນທີ 06 ພະຈິກ 2021: ຄົນເຈັບເຂົ້າໂຮງໝໍດ້ວຍອາການງ້ວງຊືມ ແລະ ບໍ່ໄດ້ສະຕິ, ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດ ແມ່ນພົບເຊື້ອ

– ໄລຍະເວລານອນປິ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 06-12 ພະຈິກ 2011, ເປັນເວລາ 07 ວັນ ອາການບໍ່ດີຂຶ້ນ ແພດຊ່ວຍສຸດຄວາມສາມາດ

– ເວລາ 05:57 ໂມງ ຂອງວັນທີ 12 ພະຈິກ 2021: ຜູ້ກ່ຽວ ໄດ້ເສຍຊີວິດ

– ສາຍເຫດຂອງການເສຍຊີວິດ ແມ່ນຊຸດໂຊມລະບົບຫາຍໃຈ +COVID-19

ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃໝ່ 1.032 ຄົນ ມີດັ່ງນີ້

ສຳລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈຳນວນ 14 ຄົນ ຄື: ບໍ່ແກ້ວ 2 ຄົນ, ນະຄອນຫຼວງ 1 ຄົນ, ບໍລິຄຳໄຊ 1 ຄົນ ແລະ ສະຫວັນນະເຂດ 10 ຄົນ ນັ້ນແມ່ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ຂອງແຕ່ລະແຂວງແຕ່ມື້ເດີນທາງ ເຂົ້າມາ ສປປ ລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະ ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ທີ່ ແຂວງກຳນົດໄວ້

໐ ສ່ວນການຕິດເຊື້ອພາຍໃນປະເທດ ຈຳນວນ 1.018 ຄົນ ຄື:

  1. ນະຄອນຫຼວງ 409 ຄົນ: ມາຈາກ 166 ບ້ານ, ໃນ 8 ເມືອງ

ເມືອງຈັນທະບູລີ ມີ 15 ບ້ານ (48 ຄົນ)

ເມືອງສີໂຄດຕະບອງ ມີ 33 ບ້ານ (78 ຄົນ)

ເມືອງໄຊເສດຖາ ມີ 31 ບ້ານ (99 ຄົນ)

ເມືອງສີສັດຕະນາກມີ 15 ບ້ານ (26 ຄົນ)

ເມືອງ ນາຊາຍທອງ ມີ 08 ບ້ານ (15 ຄົນ)

ເມືອງໄຊທານີ ມີ 33 ບ້ານ (76 ຄົນ)

ເມືອງຫາດຊາຍຟອງ ມີ 27 ບ້ານ (58 ຄົນ)

ເມືອງປາກງື່ມ ມີ 04 ບ້ານ ( 07 ຄົນ)

ຕ່າງແຂວງ (02 ຄົນ)

  1. ຫຼວງພະບາງ ມີ 137 ຄົນ ໃນ 26 ບ້ານ ແລະ 8 ເມືອງ
  2. ຜົ້ງສາລີ ມີ 97 ຄົນ ໃນ 20 ບ້ານ ແລະ 4 ເມືອງ
  3. ວຽງຈັນ ມີ 74 ຄົນ
  4. ຄຳມ່ວນ ມີ 53 ຄົນ ໃນ 4 ບ້ານ ແລະ 1 ເມືອງ
  5. ຈຳປາສັກ ມີ 51 ຄົນ ໃນ 23 ບ້ານ ແລະ 4 ເມືອງ
  6. ໄຊຍະບູລີ ມີ 47 ຄົນ ໃນ 17 ບ້ານ ແລະ 1 ເມືອງ
  7. ອຸດົມໄຊ ມີ 41 ຄົນ ໃນ 23 ບ້ານ ແລະ 5 ເມືອງ
  8. ບໍ່ແກ້ວ ມີ 41 ຄົນ ໃນ 13 ບ້ານ ແລະ 2 ເມືອງ
  9. ບໍລິຄຳໄຊ ມີ 27 ຄົນ ໃນ 11 ບ້ານ ແລະ 3 ເມືອງ

11.ເຊກອງ ມີ 17 ຄົນ ໃນ 10 ບ້ານ ແລະ 2 ເມືອງ

  1. ຫຼວງນ້ຳທາ ມີ 10 ຄົນ ໃນ 9 ບ້ານ ແລະ 2 ເມືອງ

13.ສະຫວັນນະເຂດ ມີ 03 ຄົນ ໃນ 1 ບ້ານ ແລະ 1 ເມືອງ

  1. ຊຽງຂວາງ ມີ 3 ຄົນ ໃນ 2 ບ້ານ ແລະ 2 ເມືອງ
  2. ອັດຕະປື ມີ 3 ຄົນ
  3. ສາລະວັນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ
  4. ຫົວພັນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ (ເດີນທາງມາແຕ່ຕ່າງແຂວງກວດພົບໃນໄລຍະກັກໂຕຢູ່ສູນ)

ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ-19

➢ ບັນດາແຂວງ

ແມ່ນສາມາດໄປເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດໂຄວິດ19 ໄດ້ຢູ່ໂຮງໝໍແຂວງ ຫຼືຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງກຳນົດຢູ່ພາຍໃນແຂວງ

ນອກຈາກນັ້ນຖ້າຫາກມີການຕິດເຊື້ອໃໝ່ທີມງານເຝົ້າລະວັງຂອງແຂວງກໍຈະໄປຊອກຄົ້ນຫາຄົນຜູ້ຕິດເຊື້ອແບບບຸກໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູສະຖານທີ່ເຊິ່ງມີຜູ້ຕິດເຊື້ອ ໃໝ່ ແລະ ເຂດທີ່ມີການລະບາດໃນຊຸມຊົນ

➢ ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນີ້:

  • ຈຸດກວດຄົງທີ່: ໃຫ້ບໍລິການເກັບຕົວຢ່າງ ປະກອບມີ:

– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00-11:30ໂມງ

– ຈຸດເປັນຕົວຢ່າງ ຢູ່ ມ.ສ ລາວ-ຫວຽດ ແລະ ມ.ສ ເຈົ້າອານຸວົງ

  • ທີ່ມກວດເຄື່ອນທີ່:

– 01 ທີມ ຂອງສາທາເມືອງໄຊທານີ

– 01 ທີມ ຂອງສາທາ ເມືອງ ສີສັດຕະນາກ

– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ

– ສາທາເມືອງນາຊາຍທອງ 02 ທີມ

– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ

  • ສຳລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
  1. ໂຮງໝໍສູນກາງ
  2. ໂຮງໝໍເມືອງ 9 ຕົວເມືອງ
  3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)

ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກຳນົດໄວ້

ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ

ວັນທີ 12 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈຳນວນ ທັງໝົດ 2,281 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19 ແລະ ນຳສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມຈຳກັດບໍລີເວນ ທີ່ຄະນະສະເພາະກິດກຳນົດໄວ້ຈົນຄົບກຳນົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.

ສະພາບສະຖານທີ່ຈຳກັດບໍລິເວນໃນທົ່ວປະເທດ

  • ຮອດມື້ນີ້ຍັງມີຜູ້ຈຳກັດບໍລິເວນ 5.546 ( ສູນ 3,633 ; ໂຮງແຮມ 1,913 )
  • ສະຖານທີ່ຈຳກັດບໍລິເວນ ທີ່ຍັງເປີດຢູ່ມີ

86 ສູນ ປະຈຸບັນ ມີຜູ້ຈຳກັດບໍລິເວນຢູ່ສູນ 3.633 ຄົນ, ສາມາດຮອງຮັບໄດ້ຕື່ມອີກ 9.522 ຄົນ

ໂຮງແຮມຈຳກັດບໍລິເວນ ທີຍັງນຳໃຊ້ 59 ແຫ່ງ, ປະຈຸບັນຜູ້ຈາກັດບໍລິເວນຢູ່ໂຮງແຮມ 1.913 ຄົນ, ສາມາດຮອງຮັບໄດ້ຕື່ມອີກ 7.953 ຄົນ.

ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ

  • ໃນມື້ວານນີ້ 12 ພະຈິກ 2011 ເຫັນວ່າມີ ລາຍງານຕົວເລກ ການຕິດເຊື້ອພາຍໃນປະເທດ ຈາກ ນະຄອນຫຼວງວຽງຈັນ ແລະ 16 ແຂວງຄືດັ່ງທີ່ໄດ້ລາຍງານໃນເບື້ອງຕົ້ນ ເຊິ່ງແຂວງທີ່ມີການຕິດເຊື້ອຫຼາຍກວ່າໝູ່ໃນມື້ວານນີ້ ແມ່ນ ນະຄອນຫຼວງວຽງຈັນ (410) ແລະ ຮອດປະຈຸບັນຖືວ່າທົ່ວປະເທດມີລາຍງານຜູ້ຕິດເຊື້ອພະຍາດໂຄວິດ 19
  • ການລະບາດຂອງພະຍາດໄປສູ່ຜູ້ອື່ນ ແລະ ຂະຫຍາຍ ເປັນວົງກ້ວາງໃນສັງ ຄົມນັ້ນກໍ່ແມ່ນຍ້ອນມີການ ພົວພັນກັບຜູ້ທີ່ຕິດເຊື້ອ ແລະຜູ້ສໍາພັດໃກ້ຊິດກັບຜູ້ຕິດເຊື້ອ ( ບຸກຄົນທີ່ທີ່ຢູ່ໃນກຸ່ມສ່ຽງສູງ ), ດັ່ງນັ້ນຂໍໃຫ້ບັນດາທ່ານທີ່ເປັນກຸ່ມຄົນດັ່ງກ່າວ ຈົ່ງໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ຊັດເຈນຕໍ່ເຈົ້າໜ້າ ທີ່ແພດໝໍ ເພາະ ການໃຫ້ຂໍ້ມູນຂອງທ່ານ ແມ່ນຈະຊ່ວຍໃຫ້ເຈົ້າໜ້າທີ່ສາມາດຕິດຕາມກຸ່ມສ່ຽງອື່ນໄດ້ໄວ ແລະ ຄວບຄຸມການລະບາດຢ່າງມີປະສິດທິພາບຫຼາຍຂຶ້ນແລະການຮ່ວມມື ດັ່ງກ່າວຍັງຊ່ວຍໃຫ້ການສື່ສານກ່ຽວກັບສະຖານທີ່ສ່ຽງມີ ຄວາມລະອຽດ ແລະ ຈະແຈ້ງຂຶ້ນຕື່ມ ແລະ ບຸກຄົນທີ່ກ່ຽວຂ້ອງກໍສາມາດປ້ອງກັນຕົນເອງ ແລະ ປະຕິບັດຕາມຄໍາແນະນໍາຢ່າງໄດ້ຢ່າງເຂັ້ມງວດ ແລະ ທັນເວລາ
  • ໃນປະຈຸບັນມີເຫັນວ່າມີການນຳໃຊ້ເຄື່ອງກວດໂຄວິດດ້ວຍຕົນເອງແຜ່ຫຼາຍໃນສັງຄົມ ກຸ່ມຄົນຈຳນວນຫຼາຍທີ່ເປັນສໍາພັດໃກ້ຊີດ ແລະ ກຸ່ມສ່ຽງແມ່ນໄດ້ນຳໃຊ້ເຄື່ອງກວດດັ່ງກ່າວຈໍານວນນື່ງ ຖ້າຜົນເປັນຜົນລົບ ແລະ ບໍ່ມີອາການຫັຍງ ກໍ່ຈະບໍ່ຈຳກັດບໍລິເວນຕົນເອງ ຍັງເຄື່ອນໄຫວ ປົກກະຕິ ເຈົນຜ່ານໄປ 3-5 ມື້ມີອາການສະແດງ ຈື່ງມາກວດ ແລ້ວເປັນບວກ ຫຼືບາງກໍລະນີບໍ່ແມ່ນສະແດງອອກອາການເລີຍ ແຕ່ຈະກວດພົບເມື່ອອາການໄປສະແດງອອກນຳຜູ້ທີ່ພົວພັນນຳ ເຊີ່ງມີສຸຂະພາບບໍ່ແຂງແຮງນີ້ ກໍ່ເປັນສາຍເຫດຫນຶ່ງທີ່ໃຫ້ພະຍາດກະຈາຍອອກເປັນວົງກ້ວາງໂດຍໄວໃນສັງຄົມ ດັ່ງນັ້ນ ເພື່ອຮັບປະກັນທ່ານທີ່ເປັນສໍາພັດໃກ້ຊີດ C1 ເຖິງແມ່ນວ່າທ່ານຈະກວດດ້ວຍຕົນເອງ ເປັນຜົນລົບ ກໍຂໍໃຫ້ສືບຕໍ່ຈາກັດບໍລິເວນຕົ້ນເອງຈົນຮອດ 14ວັນຕາມລະບຽບຫຼັກການຂອງຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ
  • ສະພາບການຕິດເຊື້ອສູງໃນປະເທດຈຳນວນຫຼາຍໃນແຕ່ລະວັນນັ້ນແມ່ນສ້າງຄວາມວິຕົກກັງ ວົນໃຫ້ແກ່ປະຊາຊົນໃນທົ່ວສັງຄົມ, ດັ່ງນັ້ນ ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນ ພະຍາດບໍ່ໃຫ້ມີການຂະຫຍາຍເປັນວົງກ້ວາງອອກໄປຕື່ມອີກ ພວກເຮົາ ທຸກຄົນຕ້ອງໄດ້ພ້ອມໃຈກັນໄດ້ມີສະຕິ ແລະ ມີຄວາມຮັບຜິດຊອບຕໍ່ຕົນເອງ ແລະ ສັງຄົມ ໃນການປະຕິບັດມາດຕະການປ້ອງ ກັນຕົວເອງຢ່າງເຂັ້ມງວດ ໂດຍການຮັກ ສາໄລຍະຫ່າງໃນສັງຄົມ ຢ່າງນ້ອຍ 01 ແມັດ , ໃສ່ຜ້າອັດປາກ ແລະ ດັງທຸກຄັ້ງ ໃນເວລາອອກໄປນອກບ້ານ ແລະ ເວລາພົບກັບຄົນອື່ນ, ໝັ່ນລ້າງມືເລື້ອຍໆດ້ວຍສະບູ ແລະ ເຈວ\ເຫຼົ້າ 70 ພຽງແຕ່ປະຕິບັດສິ່ງເຫຼົ່ານີ້ຢ່າງເຂັ້ມງວດ ແລະຄົບຖ້ວນ ທ່ານ ແລະ ຄອບຄົວຂອງທ່ານ ກໍ່ຈະຫຼຸດຜ່ອນຄວາມສ່ຽງທີ່ຈະຕິດເຊື້ອພະຍາດໄດ້ (ເພາະຖ້າຫາກເກີດມີການຕິດເຊື້ອພະຍາດໂຄວິດ19 ແມ່ນໝາຍເຖິງທຸກຄົນໃນຄອບຄົວຈະເປັນກຸ່ມສ່ຽງທັງໝົດ ແລະ ສິ່ງສໍາຄັນ ກໍຄືຖ້າສະມະຊິກໃນຄອບຄົວຫາກມີຜູ້ສູງອາຍຸ , ຜູ້ມີພະຍາດປະຈຳຕົວ ແລະ ຜູ້ທີ່ບໍ່ທັນໄດ້ຮັບວັກຊິນ ຈະມີຄວາມສ່ຽງສູງທີ່ຈະຕິດເຊື້ອພະຍາດແລະ ຖ້າມີການຕິດເຊື້ອໃນບຸກຄົນເຫຼົ່ານັ້ນອາດມີອາການຮຸນແຮງຈົນເຖິງຂັ້ນເສຍຊີວິດໄດ້ ,ຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນໂຕເອງຢ່າງເຂັ້ມງວດທຸກຄົນຕ້ອງໄດ້ເອົາໃຈໃສ່ຮັກສາສຸຂະພາບຮ່າງກາຍໃຫ້ມີຄວາມສົມບູນແຂງແຮງໂດຍການກິນອາຫານ ທີ່ມີປະໂຫຍດຕໍ່ຮ່າງການ, ໃຫ້ມີເວລາໄດ້ອອກກຳລັງກາຍເປັນປະຈໍາທຸກຢ່າງໜ້ອຍ 30 ນາທີ ວັນເພື່ອຊ່ວຍໃຫ້ຮ່າງກາຍສ້າງ ພູມ ຄຸ້ມກັນທີ່ແຂງແຮງຕ້ານກັບພະຍາດໂຄວິດ 19 ທີ່ກໍາ ລັງແຜ່ລະບາດເປັນວົງກ້ວາງໃນສັງຄົມ
  • ຕໍ່ກັບສະພາບການເກີດພະຍາດໂຄວິດ 19 ໃນປະເທດທີ່ກ່າວມານັ້ນພັກ ແລະ ລັດ ຖະບານ ສປປ ລາວ ໄດ້ວາງແນວທາງທີ່ສອດຄ່ອງ ແລະ ເໝາະສົມແຕ່ຫົວທີໂດຍໄດ້ ເອົາໃຈໃສ່ໃນການການສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດ ດ້ວຍການວາງມາດຕະການຢ່າງເຂັ້ມງວດ ແລະ ຮັດກຸມທີ່ສຸດບົນພື້ນຖານໃຫ້ສອດຄ່ອງ ກັບສະພາບການລະບາດຂອງພະຍາດ ໃນແຕ່ລະຂົງເຂດ
  • ໂດຍການປະເມີນສະພາບການປິ່ນປົວຜູ້ຕິດເຊື້ອ ທີ່ຈັດຕັ້ງປະຕິບັດຜ່ານມາລັດຖະບານກໍຄື ຄະນະສະເພາະກີດໄດ້ ພິຈາລະນາໃຫ້ປະຕິບັດ ແນວທາງການປິ່ນປົວແບບໃໝ່ ເຊິ່ງທ່ານຮອງຫົວໜ້າກົມປິ່ນປົວໄດ້ແຈ້ງໃຫ້ຊາບ ໃນການລາຍງານຂ່າວປະຈຳວັນມື້ວານ ນີ້ກ່ຽວກັບການເລີ້ມຈັດຕັ້ງປະຕິບັດການປິ່ນປົວແບບໃໝ່ ຄືສໍາລັບຜູ້ຕິດເຊື້ອທີ່ມີສຸຂະພາບແຂງແຮງ ແລະ ບໍ່ມີອາການສະແດງຫັຍງ ຫຼື ມີອາການເບົາບາງເລັກນ້ອຍ ພ້ອມທັງມີເງື່ອນໄຂຕິດຕາມຕົນເອງຢູ່ເຮືອນ ແມ່ນອະນຸຍາດໃຫ້ຕິດຕາມອາ ການ ແລະ ປິ່ນປົວ ຢູ່ເຮືອນ ໂດຍບໍ່ຕ້ອງມາປົວຢູ່ໂຮງໝໍ, ໂດຍມີຄູ່ມື ຂໍ້ແນະນຳ ວິທີການຕິດຕາມປິ່ນປົວຕົນເອງ ໃນເວລາຢູ່ເຮືອນ ຫຼື ທ່ານໂທປຶກສາ ແລະ ສອບຖາມສາຍດ່ວນ 164 ໄດ້ ກ່ຽວກັບການ ຕິດຕາມປິ່ນປົວຕົນເອງ ຢູ່ເຮືອນ
  • ໃນໂອກາດນີ້ຕາງໜ້າໃຫ້ຄະນະສະເພາະກິດ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ແລະ ຂອບ ໃຈຍັງ ພະນັກງານແພດໝໍ ແລະ ເຈົ້າໜ້າທີ່ຂອງທຸກຂະແໜ່ງທີ່ປະຕິບັດໜ້າທີ່ ສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດ ເພື່ອປົກປ້ອງ ສຸຂະພາບຂອງປະຊາຊົນລາວຈາກພະຍາດໂຄວິດ19 ຕາມໜ້າທີ່ຂອງຕົນຢ່າງບໍ່ຮູ້ອິດເມື່ອຍເລີ້ມແຕ່ປີ2020 ມາຮອດປະຈຸບັນຍັງອີກ1 ເດືອນປາຍ ກໍ່ຈະເປັນເວລາ 2 ປີ ແລ້ວ ( ເຊິ່ງໃນການປະຕິບັດໜ້າທີ່ນັ້ນ ທຸກຄົນຕ້ອງໄດ້ແຍກໂຕອອກຈາກຄອບຄົວ ແລະ ບາງຄົນກໍເກີດມີການຕິດເຊື້ອພະຍາດໃນໄລຍະທີ່ປະຕິບັດໜ້າທີ່ ແຕ່ທຸກຄົນກໍ່ບໍ່ທໍ້ຖອຍ ຍັງສືບຕໍ່ເຮັດໜ້າທີ່ຕາມການມອບໝາຍ ນັ້ນສະແດງເຖິງຄວາມຕັດສິນໃຈ ແລະ ຄວາມມີນ້ຳໃຈເສຍສະຫຼະອັນສູງສົ່ງຂອງບັນດາເຈົ້າໜ້າທີ່ເຫຼົ່ານັ້ນ ) ພ້ອມດຽວກັນ ຂໍສະແດງຄວາມຂອບໃຈນຳພໍ່ແມ່ປະຊາຊົນທຸກຄົນ ແລະ ທຸກພາກສ່ວນໃນສັງຄົມ ທີ່ໄດ້ປະກອບສ່ວນ ແລະ ມີສ່ວນຮ່ວມໃນ ສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດ ໂຄວິດ19 ຕະຫຼອດມາ ຂໍໃຫ້ບັນດາທ່ານຈົ່ງໄດ້ສືບຕໍ່ໃຫ້ການຮ່ວມມືໃນການປະຕິບັດມາດ ຕະການ ຕາມແຈ້ງການ ຫສນຍ ແລະ ທຸກມາດຕະການຂອງ ແຕ່ລະພາກສ່ວນ ໃນຂັ້ນສູນກາງ ແລະ ຂັ້ນແຂວງທີ່ວາງອອກໃນແຕລະໄລຍະຢ່າງເປັນເອກກະພາບ ຄົບຖ້ວນ ແລະເຂັ້ມງວດກ່ວາເກົ່າ ເພາະການເຂົ້າຮ່ວມເປັນເຈົ້າການຂອງປະຊາຊົນທົ່ວປວງຊົນແມ່ນຈະເປັນປັດໃຈຕັດສີນຜົນສຳເລັດຂອງການຈັດຕັ້ງປະຕິ ບັດທຸກມາດຕະການສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ 19 ໃນປະເທດ ຂອງພວກເຮົາ
  • ຈາກປະສົບການ ແລະ ບົດຮຽນຂອງຫຼາຍປະເທດ ການສັກວັກຊິນໃຫ້ປົກຄຸມກວ້າງ ຂວາງເກີນ 80%

ຂອງປະຊາກອນໃນປະເທດແມ່ນຈະເຮັດໃຫ້ອັດຕາການຕິດເຊື້ອພະຍາດຫຼຸດລົງ ແລະ ສິ່ງສຳຄັນແມ່ນສາມາດຫຼຸດອາການຮ້າຍແຮງທີ່ອາດນຳພາໄປເຖິງຂັ້ນເສຍຊີວິດໄດ້. ຍ້ອນອັດຕາການສັກວັກຊິນປົກຄຸມກວ້າງນີ້ ເຮັດໃຫ້ຫຼາຍປະເທດສາມາດເປີດກວ້າງ ແລະ ຜ່ອນຜັນຫຼາຍມາດຕະການໃນສັງຄົມ ເຊິ່ງສົ່ງຜົນໃຫ້ຊີວິດການເປັນຢູ່ ແລະ ແລະສະພາບເສດຖະກິດຂອງປະເທດ ຄ່ອຍໆຟື້ນຕົວຂື້ນ. ນີ້ແມ່ນໜຶ່ງໃນມາດຕະການສຳຄັນໃນການຄວບຄຸມພະຍາດໂຄວິດ19.

  • ສຳລັບປະເທດລາວພວກເຮົາຈາກການສະຫຼຸບສັງລວມຂອງການສັກວັກຊິນເພື່ອສ້າງພູມຄຸ້ມກັນພະຍາດໂຄວິດ 19 ທົ່ວປະເທດ ມາຮອດວັນທີ 12 ພະຈິກ (ມື້ວານນີ້) ແມ່ນມີຄວາມຄືບໜ້າພໍສົມຄວນ ຊຶ່ງທົ່ວປະເທດ

ເຂັ້ມທີ 1 ໄດ້ 5.529.874 ຄິດເປັນເປີເຊັນ 48,11 %

ສັກຄົບທຸກເຂັ້ມ ໄດ້ 2.978.223 ຄິດເປັນ ເປີເຊັນ 40,59 %

  • ພວກເຮົາຍັງຕ້ອງສູ້ຊົນຕື່ມເພື່ອໃຫ້ ສາມາດ ບັນລຸເປົ້າໝາຍທີ່ຕັ້ງໄວ້ ຢ່າງໜ້ອຍໃຫ້ໄດ້ 50% ໃນທ້າຍປີ 2021 ນີ້, ເຊິ່ງມາຮອດມື້ນີ້ ແຂວງທີ່ໄດ້ສັກວັກຊິນບັນລຸ 50% ມີພຽງນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ ແລະ ຫຼວງພະບາງ, ສະນັ້ນຮຽກຮ້ອງໃຫ້ປະຊາຊົນກຸ່ມເປົ້າໝາຍຕື່ນຕົວມາສັກວັກຊິນ ຍິ່ງປົກຄຸມກວ້າງເທົ່າໃດ ຍິ່ງເຮັດໃຫ້ໝັ້ນໃຈວ່າ ປະຊາຊົນພວກເຮົາໄດ້ມີພູມຄຸ້ມກັນຕໍ່ພະຍາດໂຄວິດ 19.
  • ຍ້ອນເຫັນໄດ້ຄວາມສຳຄັນໃນການປົກຄຸມວັກຊິນໃນຊຸມຊົນໃຫ້ໄດ້ຫຼາຍທີ່ສຸດລັດຖະບານ ແລະ ຄະນະສະເພາະກິດໄດ້ ມີທິດໃນການກຳນົດ ແລະ ຂະຫຍາຍເອົາກຸ່ມເປົ້າໝາຍໃນການສັກວັກຊີນ ເພີ່ມ ຄືຜູ້ທີ່ຢູ່ກຸ່ມ ອາຍຸ 12 ເຖິງ 17 ປີ ເຊິ່ງຈະເລີ່ມປະຕິບັດໃນເວລາໄວໆນີ້, ຄະນະສະເພາະກິດ ສົມທົບກັນໜ່ວຍງານທີ່ກ່ຽວຂ້ອງ ກຳລັງເລັ່ງໃນການເກັບຂໍ້ມູນກຸ່ມປະຊາ ກອນອາຍຸໃນເກນທັງໝົດເພື່ອຈະໄດ້ດຳເນີນການສັກວັກຊິນຕາມຄວາມສະໝັກໃຈຂອງເດັກກຸ່ມດັ່ງກ່າວ ແລະ ຜູ້ປົກ ຄອງ. ເຊິ່ງຈະເປັນອີກຊ່ອງທາງຫນື່ງທີ່ຈະເພີ່ມອັດຕາສ່ວນປົກຄຸມຂອງການສັກວັກຊີນໃນປະເທດ ໃຫ້ເປັນວົງກ້ວາງ ແລະ ທົ່ວເຖິງ
  • ນອກຈາກການລາຍງານຂ່າວປະຈໍາວັນແຕ່ລະມື້ແລ້ວ ຄະນະສະເພາະກິດ ຍັງມີຂໍ້ມູນຂ່າວສານ ຫຼາຍຢ່າງ ທີ່ເປັນປະໂຫຍດ ແລະ ຖືກຕ້ອງ ກ່ຽວກັບພະຍາດໂຄວິດ. ຂໍເຊີນຕິດຕາມຂ່າວສານເຫຼົ່ານັ້ນ ໄດ້ທີ່:
  • ເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື COvid19.gov.la ແລະ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ www.cdc.gov.la
  • ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ.
  • ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆຂອງລັດຖະບານ.

ນອກຈາກນັ້ນຍັງສາມາດສອບຖາມສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງຕາມດ້ວຍ 165 ຫຼື 166) ເພື່ອຂໍຄຳແນະນຳ ແລະ ລາຍການເຫດການ.

Loading...