ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ12ມັງກອນ2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ5,171ຕົວຢ່າງໃນຂອບເຂດທົ່ວປະເທດແລະກວດພົບເຊື້ອທັງໝົດ805ຄົນ(ຕິດເຊື້ອພາຍໃນ 804ຄົນ ແລະ ນໍາເຂົ້າ 01 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່804ທັງໝົດຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 148 ຄົນ
2. ສະຫວັນນະເຂດ 19 ຄົນ
3. ຈຳປາສັກ 15 ຄົນ
4. ສາລະວັນ 15 ຄົນ
5. ເຊກອງ 22 ຄົນ
6. ອັດຕະປື 19 ຄົນ
7. ບໍ່ແກ້ວ 27 ຄົນ
8. ວຽງຈັນ 92 ຄົນ
9. ຫຼວງພະບາງ 51 ຄົນ
10. ຫຼວງນ້ຳທາ 55 ຄົນ
11. ອຸດົມໄຊ 59 ຄົນ
12. ຜົ້ງສາລີ 30 ຄົນ
13. ໄຊຍະບູລີ 68 ຄົນ
14. ຊຽງຂວາງ 32 ຄົນ
15. ຄຳມ່ວນ 9 ຄົນ
16. ບໍລິຄຳໄຊ 63 ຄົນ
17. ໄຊສົມບູນ 38 ຄົນ
18. ຫົວພັນ 43 ຄົນ
 
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 01 ຄົນ ຈາກສະຫວັນນະເຂດເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
 
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ122,241ກໍລະນີ, ອອກໂຮງໝໍວານນີ້784ຄົນ , ກຳລັງປິ່ນປົວ 7,104ຄົນ ແລະ ເສຍຊີວິດສະສົມທັງໝົດ471ຄົນ (ເສຍຊີວິດໃໝ່07ຄົນ)
ສຳລັບຜູ້ເສຍຊີວິດໃໝ່7ຄົນຈາກ: ນະຄອນຫຼວງ 4 ຄົນ, ບໍ່ແກ້ວ 1 ຄົນ, ເຊກອງ 1 ຄົນ ແລະ ຫົວພັນ 1 ຄົນ.
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
 ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2.ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
3. ສຳລັບ ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)ແລະ ໂຮງໝໍເມືອງ 9 ຕົວເມືອງ ແມ່ນເປີດໃຫ້ບໍລິການ ສຳລັບ ຜູ້ທີ່ຕ້ອງການສັກວັກຊິນ ຊະນິດ Pfizer ເພື່ອເຂັ້ມກະຕຸ້ນ (ເຂັ້ມ 3), ຜູ້ສູງອາຍຸ, ກຸ່ມອາຍຸ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາໂຕ
 
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
 
• ປັດຈຸບັນ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ໄດ້ອອກມາປະກາດເຕືອນບັນດາປະເທດ ໃນການຮັບມືກັບການລະບາດຂອງໂຄວິດ-19ໃຫ້ດີ ພ້ອມດຽວກັນ ກໍ່ຍັງຮຽກຮ້ອງໃຫ້ຫຼາຍປະເທດ ຮີບຮ້ອນເລັ່ງສັກວັກຊີນໃຫ້ແກ່ປະຊາຊາຊົນຂອງຕົນເອງ ເນື່ອງຈາກບາງປະເທດ ອັດຕາການສັກວັກຊີນຍັງຕໍ່າ ເຊິ່ງອາດຈະເຮັດໃຫ້ການລະບາດແກ່ຍາວ.
• ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ສິ່ງໜຶ່ງທີ່ ພວກເຮົາບໍໍ່ຄວນປ່ອຍປະລະເລີຍ ກໍ່ຄື ການອອກກຳລັງກາຍ ເພື່ອຊ່ວຍເພິ່ມພູມຄຸ້ມກັນພະຍາດ, ຫຼຸດຜ່ອນຄວາມສ່ຽງໃນການເກີດພະຍາດຊຳເຮື້ອ, ຫຼຸດຜ່ອນຄວາມກັງວົນ, ຄວາມຕຶງຄຽດ ແລະ ເສິມສ້າງສຸຂະພາບຈິດໃຈໃຫ້ແຂງແຮງນຳອີກ. ການໝັ່ນເຄື່ອນໄຫວຮ່າງກາຍຢູ່ເລື້ອຍໆ ຈະຊ່ວຍໃຫ້ຮ່າງກາຍ ແລະ ຈິດໃຈເຂັ້ມແຂງເພື່ອຕໍ່ສູ້ກັບເຊື້ອພະຍາດໄດ້ ເຊິ່ງສາມາດເຮັດໄດ້ໂດຍ:
– ການອອກກຳລັງກາຍ ປະມານ 30 ນາທີ ຕໍ່ມື້ ໃຫ້ໄດ້ 5 ມື້ຕໍ່ອາທິດ (ຢູ່ເຮືອນ ຫຼື ສະຖານທີ່ ທີ່ບໍ່ມີຄວາມສ່ຽງ)
– ບາງທ່ານ ກໍ່ໃສ່ຜ້າປິດປາກ-ດັງ ໃນຂະນະທີ່ອອກກຳລັງກາຍ ເຊິ່ງອາດເຮັດໃຫ້ເກີດຜົນເສຍຕໍ່ຮ່າງກາຍໄດ້ ເພາະເຮັດໃຫ້ອຶດອັດ, ຫາຍໃຈລຳບາກ, ຮູ້ສຶກເມື່ອຍໄວຂຶ້ນ ແລະ ອາດເຮັດໃຫ້ຮ່າງກາຍໄດ້ຮັບອົກຊີເຈນບໍ່ພຽງພໍ ເຊິ່ງກໍ່ຂຶ້ນກັບບຸກຄົນ ແລະ ປະເພດຂອງຜ້າປິດປາກ-ດັງ.
– ຫາກທ່ານຈຳເປັນຕ້ອງໄດ້ອອກກຳລັງກາຍ ຢູ່ນອກບ້ານ ກໍ່ຄວນເລືອກສະຖານທີ່ ທີ່ມີອາກາດໂລ່ງ ປອດໂປ່ງດີ, ຫຼີກລ້ຽງສະຖານທີ່ ທີ່ມີຄົນຫຼາຍ ແລະ ຄວນຮັກສາໄລຍະຫ່າງໃຫ້ໄດ້ຫຼາຍທີ່ສຸດ ຢ່າງໜ້ອຍ 2 ແມັດ ເນື່ອງຈາກ ຫາກມີຄົນໄອ, ຈາມ ລະອອງດັ່ງກ່າວອາດປິວມາຫາທ່ານໄດ້ ທີ່ສຳຄັນທີ່ສຸດ ຢ່າລືມໝັ່ນລ້າງມື ແລະ ບໍ່ເອົາມືໄປສຳຜັດໃບໜ້າ.
• ອີກບັນຫາໜຶ່ງ ສຳລັບຜູ້ທີ່ຕິດເຊື້ອພະຍາດໂຄວິດ ພວກເຮົາບໍ່ຄວນສະແດງທ່າທີ່ລັງກຽດຕໍ່ເຂົາເຈົ້າກົງກັນຂ້າມ ພວກເຮົາຄວນມີຄວາມເມດຕາ, ມີນ້ຳໃຈຕໍ່ເພື່ອນມະນຸດດ້ວຍກັນ ເພາະເຂົາເຈົ້າເປັນພຽງແຕ່ ຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ ເທົ່ານັ້ນ, ເມື່ອປິ່ວປົວຫາຍດີແລ້ວ ເຂົາເຈົ້າກໍ່ສາມາດໃຊ້ຊີວິດໄດ້ຕາມປົກກະຕິ, ສາມາດໄປເຮັດວຽກ ແລະ ຢູ່ຮ່ວມກັບຄອບຄົວໄດ້.
• ປັດຈຸບັນ ມີຫຼາຍຄົນ ຊື້ເຄື່ອງກວດແບບໄວມາກວດເອງ ແລະ ຜົນກວດເປັນບວກ ຈຶ່ງປິ່ນປົວຕົນເອງ ຢູ່ເຮືອນເປັນຈຳນວນຫຼາຍ ໂດຍບໍ່ໄດ້ແຈ້ງ ຫຼື ລົງທະບຽນ ໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ ເຮັດໃຫ້ ການເກັບກຳຂໍ້ມູນບໍ່ຖືກຕ້ອງ, ເມື່ອມີອາການໜັກ ການປະສານງານ ເພື່ອເຂົ້າຮັບການປິ່ນປົວຢູ່ໂຮງໝໍ ອາດຈະຊັກຊ້າ ໂດຍສະເພາະ ຜູ້ທີ່ມີອາຍຸສູງກວ່າ 60 ປີຂຶ້ນໄປ, ຜູ້ທີ່ມີພະຍາດປະຈຳໂຕ ແລະ ແມ່ຍິງຖືພາ ຫາກບໍ່ໄດ້ຮັບການປິ່ນປົວຢ່າງທັນການ ມີຄວາມສ່ຽງສູງທີ່ຈະກ້າວໄປເຖິງຂັ້ນວິກິດ ແລະ ເສຍຊີວິດໄດ້.
• ກ່ອນຈະຈົບການຖະແຫຼງຂ່າວໃນມ້ືນ້ີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ເມື່ອທ່ານໄປຮັບການສັກວັກຊີນ ຢູ່ຈຸດບໍລິການທີ່ກຳນົດໄວ້ ພາຍຫຼັງແພດສັກວັກຊີນໃຫ້ທ່ານແລ້ວ ທ່ານຄວນນັ່ງພັກ 30 ນາທີ ເພື່ອຕິດຕາມອາການຂອງຕົນເອງ ຫາກທ່ານ ຮູ້ສຶກບໍ່ສະບາຍໃນໄລຍະດັ່ງກ່າວ ແພດຈະດູແລ ແລະ ປິ່ນປົວອາການເບື້ອງຕົ້ນໃຫ້ທ່ານ. ສຳລັບ ທ່ານທີ່ບໍ່ມີອາການສະແດງຫຍັງ ພາຍຫຼັງສັກວັກຊີນ ໃນໄລຍະ 30 ນາທີແພດຈະອະນຸຍາດໃຫ້ທ່ານກັບໄປສືບຕໍ່ພັກຜ່ອນຢູ່ບ້ານໄດ້.