ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 12 ເມສາ 2022 ໄດ້ກວດວິເຄາະທັງໝົດ 2,715 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 929 ຄົນ (ຕິດເຊື້ອພາຍໃນ 909 ຄົນ ແລະ ນໍາເຂົ້າ 20 ຄົນ). ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 198,318 ຄົນ, ອອກໂຮງໝໍວານນີ້ 232 ຄົນ, ກຳລັງປິ່ນປົວ 3,035 ຄົນ ແລະ ເສຍຊີວິດທັງໝົດ 707 ຄົນ (ເສຍຊີວິດໃໝ່ 5 ກໍລະນີ)
– ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ ຈຳນວນ 909 ຄົນ ແມ່ນ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດຕາມລຳດັບຫຼາຍຫາໜ້ອຍ ດັ່ງນີ້:
1 ນະຄອນຫຼວງ 537 ຄົນ
2 ຫຼວງພະບາງ 59 ຄົນ
3 ເຊກອງ 55 ຄົນ
4 ສະຫັວນນະເຂດ 39 ຄົນ
5 ວຽງຈັນ 37 ຄົນ
6 ອັດຕະປື 33 ຄົນ
7 ໄຊຍະບູລີ 27 ຄົນ
8 ຜົ້ງສາລີ 21 ຄົນ
9 ຄໍາມ່ວນ 17 ຄົນ
10 ຫົວພັນ 16 ຄົນ
11 ຊຽງຂວາງ 14 ຄົນ
12 ອຸດົມໄຊ 13 ຄົນ
13 ຈໍາປາສັກ 11 ຄົນ
14 ບໍ່ແກ້ວ 10 ຄົນ
15 ບໍລິຄໍາໄຊ 10 ຄົນ
16 ຫຼວງນໍ້າທາ 5 ຄົນ
17 ໄຊສົມບູນ 5 ຄົນ
 
– ສໍາລັບການຕິດເຊື້ອນໍາເຂົ້າ ມີ 20 ຄົນ ຈາກ ນະຄອນຫຼວງ 12 ຄົນ, ແຂວງສະຫວັນນະເຂດ 03 ຄົນ, ຫົວພັນ 02 ຄົນ, ຄໍາມ່ວນ 02 ຄົນ ແລະ ຈໍາປາສັກ 01 ຄົນ, ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
– ສ່ວນຜູ້ເສຍຊີວິດໃໝ່ 05 ຄົນ ຈາກແຂວງ ຫົວພັນ 01 ຄົນ, ຄໍາມ່ວນ 01 ຄົນ, ສະຫວັນນະເຂດ 01 ຄົນ, ໄຊຍະບູລີ 01 ຄົນ ແລະ ສາລະວັນ 01 ຄົນ
ຂ້າພະເຈົ້າຂໍສະແດງຄວາມເສຍໃຈ ມາຍັງບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
 ຈຸດດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ຢູ່ບັນດາ ແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງຢູ່ທີ່ອ ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
 ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
• ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
• ຢູ່ນະຄອນຫຼວງວຽງຈັນມີ ຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່),
– ໂຮງໝໍເມືອງ 9 ຕົວເມືອງ
– ຈຸດບໍລິການນອກສະຖານທີ່:
o ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
o ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ (ວັນຈັນ- ພະຫັດ ໃນໂມງລັດຖະການ)
• ມາຮອດມື້ນີ້ອັດຕາການ ສັກວັກຊີນ ໃນທົວປະເທດ ມີດັ່ງນີ້: (ອັບເດດແລ້ວ)
– ກຸ່ມອາຍຸ 6-11 ປີ ເຂັ້ມ 1 ສັກໄດ້ 69,6 %, ເຂັ້ມ 2 ສັກໄດ້ 21,6%.
– ກຸ່ມອາຍຸ 12-17 ປີ ເຂັ້ມ 1 ສັກໄດ້ 73,6% ແລະ ເຂັ້ມ 2 ສັກໄດ້ 56,2 %.
– ທົ່ວປະເທດ ເຂັມທີ 1 ສັກໄດ້ 5,732,256 (ອັດຕາປົກຄຸມ 78.12%) ແລະ ທຸກເຂັມທີ່ແນະນໍາ 4,727,576 (ອັດຕາປົກຄຸມ 64,43%). ແລະ ເຂັ້ມກະຕຸ້ນ ສັກໄດ້ 18,3%.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ປະຈຸບັນ ສະພາບການແຜ່ລະບາດຂອງພະຍາດ COVID-19 ໃນທົ່ວໂລກແມ່ນຍັງມີການຕິດເຊື້ອໃໝ່ເພີ້ມຂຶ້ນ ( ມຶ້ວານນີ້ ແມ່ນ ເກືອບ 1 ລ້ານຄົນ ໃນທົ່ວໂລກ), ແຕ່ ອັດຕາການເສຍຊິວິດທົ່ວໂລກແມ່ນຫຼຸດລົງ ເຮັດໃຫ້ຫຼາຍປະເທດເລີມຜ່ອນຜັນບາງມາດຕະການ ໂດຍການເປີດປະເທດ ຕ້ອນຮັບບັນດານັກທ່ອງທ່ຽວ ແລະ ຜູ້ເດີນທາງເຂົ້າປະເທດເປັນຈໍານວນຫຼາຍຂື້ນ ໂດຍບໍ່ໄດ້ກັກບໍລິເວນ ເຮັດໃຫ້ການເດີນທາງໄປມາຫາສູ່ຂອງຫຼາຍປະເທດ ໃນທົ່ວໂລກມີຄວາມສະດວກ ຂື້ນເທື່ອລະກ້າວ. ແລະ ສຳລັບ ສປປລາວກໍແມ່ນ ກະກຽມສືບຕໍ່ ປະຕິບັດແຜນເປີດຮັບນັກທ່ອງທ່ຽວ ເຂົ້າມາໃນເຂດ ພື້ນທີ່ ທ່ອງທ່ຽວສີຂຽວ ໄລຍະ ທີ 2
• ສະຖານະການ ຢູ່ ສປປ ລາວ ມາຮອດມື້ນີ້ ກໍເຫັນວ່າຍັງມີການ ລາຍງານຕິດເຊື້ອໃໝ່ໃນແຕ່ລະວັນ ແລະມື້ນີ້ ຖືວ່າ ເປນອີກມື້ນຶ່ງທີ່ການຕິດເຊື້ອໃນທົວປະເທດ ບໍ່ຮອດ 1,000ຄົນ, ແຕ່ຖ້າທຽບອັດຕາການຕີດເຊື້ອພະຍາດແມ່ນຍັງມີ ເປີເຊັນສູງ ,ໃນມື້ວານນີ້ ແຂວງທີ່ມີອັດຕາການຕິດເຊື້ອໃໝ່ສູງກວ່າໝູ່ ແມ່ນ ມີເຖິງ 65,56% ( ແມ່ນສົມທຽບ ຈຳນວນໃຫ້ຜົນບວກ ກັບ ຈຳນວນຕົວຢ່າງທີ່ກວດ)
• ບັນດາທ່ານທີ່ຮັກແພງ ພວກເຮົາບໍ່ສາມາດຄາດຄະເນໄດ້ວ່າ ເຊື້ອພະຍາດໂຄວິດ-19 ຈະລະບາດຢູ່ໃນໂລກຂອງພວກເຮົາດົນປານໃດ ແລະ ບໍ່ຮູ້ວາ່ຈະມີການພັດທະນາ ສາຍພັນຄືແນວໃດ ແຕ່ ພວກເຮົາທຸກຄົນຕ້ອງໄດ້ດຳລົງຊີວີດແລະສືບຕໍ່ ເຄື່ອນໄຫວໃນສັງຄົມ ເພື່ອປະກອບອາຊີບຂອງ ແຕ່ລະຄົນ ດັ່ງນັ້ນ ສີ່ງສຳຄັນ ແມ່ນທຸກຄົນຕ້ອງໄດ້ປັບໂຕ ແລະ ປັບແບບແຜນ ວິທີການດຳລົງຊີວິດປະຈຳວັນ ໃຫ້ສາມາດຢູ່ໄດ້ຢ່າງປອດໄພໃນສະພາບທີ່ມີການ ລະບາດພະຍາດໂຄວີດໃນສັງຄົມ ຈົນກວ່າ ສະພາບການ ລະບາດຂອງພະຍາດ ຈະຫຼຸດລົງ ແລະ ກ້າວໄປເຖິງ ພະຍາດໂຄວີດ ບໍ່ເປັນພະຍາດທີ່ສ້າງບັນຫາ ຕໍ່ສູຂະພາບ ຂອງປະຊາກອນໃນທົ່ວໂລກ
• ດັ່ງນັ້ນ ທຸກຄົນໃນສັງຄົມຕ້ອງໃດ້ພ້ອມໃຈກັນ ເອົາໃຈໃສ່ປະຕິບັດມາດຕະການປ້ອງ ການຕິດເຊື້ອ ພະຍາດໂຄວີດ 19 ຢ່າງເຂັ້ມງວດ ເປັນຕົ້ນ ຫ້າງຮ້ານ, ໂຮງແຮມ, ຮ້ານອາຫານ ແມ່ນ ໃຫ້ມີ ເຄື່ອງວັດແທກອຸນນະພຸມ ມີເຫຼົ້າຂ້າເຊື້ອໄວ້ໃຫ້ລ້າງມື ແລະກຳນົດໃຫ້ມີການຮັກສາໄລຍະຫ່າງ ທາງສັງຄົມ ສ່ວນບຸກຄົນກໍ່ໃຫ້ປະຕິບັດມາດຕະການປ້ອງກັນໂຕເອງ ຢ່າງເຂັ້ມງວດ ໂດຍການ ໝັ່ນລ້າງມືໃສ່ສະບູ ຫຼື ເຈວລ້າງມື ເລີຍໆ, ໃສ່ຜ້າປິດປາກດັງ,ໃສ່ຜ້າອັດປາກດັງເວລາ ອອກຈາກບ້ານ ເວລາ ຢູ່ໃນສະຖານທີ່ສາທາລະນະ ເຊັ້ນ:ໃນເວລາໃຊ້ບໍລິການລົດຂົນສົ່ງສາທາລະນະ ແລະ ສະຖານທີ່ທີ່ມີຄົນແອອັດ ຫຼື ບ່ອນມີການເຕົ້າໂຮມຄົນຈໍານວນຫຼາຍ
• ຄຽຄູ່ກັບການປະຕີບັດມາດຕະການຢ່າງເຂັ້ມງວດ ການໄດ້ຮັບ ວັກຊິນປ້ອງກັນ COVID-19 ແມ່ນເປັນອີກທາງເລືອກທີ່ດິສຸດທີ່ຈະຊ່ວຍໃຫ້ທຸກຄົນໃນສັງຄົມມີພູມຄຸ້ມກັນ ຢ່າງທົ່ວເຖິງ ເພື່ອຫຼຸດຜ່ອນການຕິດເຊື້ອ, ຫຼຸດຜ່ອນການເຈັບເປັນໜັກ ກໍ່ໝາຍເຖີງ ຫຼຸດຜ່ອນ ການເຂົ້າປິ່ນປົວຢູ່ໂຮງໝໍ ແລະ ຫຼູດຜ່ອນ ການເສຍຊິວິດ ຈາກພະຍາດໂຄວີກ 19 ຂໍໃຫ້ທຸກຄົນ ທີ່ຢູ່ໃນກຸ່ມເປົ້າໝາຍ ( ໂດຍສະເພາະ ຜູ້ ອາຍຸ ຫຼາຍກວ່າ 60ປີ ແລະ ຜູ້ມີພະຍາດປະຈຳຕົວ ) ຈົ່ງໄປຮັບວັກຊິນ ໃຫ້ຄົບ ລວມທັງ ເຂັມກະຕຸ້ນ 3-4
• ບັນດາທ່ານທີ່ນັບຖື,ມື້ນິ້ແມ່ນ ເປັນມື້ພັກທົດແທນປີໃໝ່ ທີ 16 (14-16/4/2022) ເຊິ່ງມື້ອື່ນທີ 14/4/2022 ຈະແມ່ນ ມື້ສົງການປີໃໝ່ລາວ ກໍ່ຂໍໃຫ້ທຸກທ່ານ ສະຫຼອງປີໃໝ່ຢ່າງມີສະຕິແລະ ມີຄວາມລະມັດລະວັງ ໂດຍ ປະຕິບັດການສະຫຼອງປິໃໝ່ ຕາມ ມາດຕະການ ທີ່ໄດ້ກຳນົດໃນແຈ້ງການ ຄະນະສະເພາະກິດ ສະບັບເລກທີ 370 ສພກ ລົງວັນທີ 31/3/2022 ເພື່ອ ຮັບປະກັນ ໃຫ້ຕົນເອງ ແລະ ຄອບຄົວ ມີຄວາມ ປອດໄພ ບໍ່ໃຫ້ມີການຕິດເຊື້ອພະຍາດ ໃນໄລຍະ ປີໃໝ່ລາວ
• ເນື່ອງໃນໂອກາດປີໃໝ່ ລາວ ພສ 2565 ທີ່ຈະມາຮອດໃນມື້ອື່ນຕ່າງໜ້າຄະນະສະເພາະກິດ, ການນໍາກະຊວງສາທາລະນະສຸກຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງທ່ານ ພ້ອມດ້ວຍຄອບຄົວ ຍາດຕິພີ່ນ້ອງ ຈົ່ງມີສຸຂະພາບແຂງແຮງ ປະສົບຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ມີແຕ່ຄວາມສຸກຄວາມຈະເລີນ ທັງກາຍ ແລະ ໃຈ ປະສົບຜົນ ສໍາເລັດໃນ ໜ້າທີວຽກງານ ທີ່ທ່ານ ຮັບຜິດຊອບ , ສຳລັບ ທ່ານທີ່ຈະເດີນທາງ ໄປຖິ່ນຖານບ້ານເກີດ ກໍ່ຂໍໃຫ້ເດີນທາງ ໄປ ແລະ ກັບ ດ້ວຍ ຄວາມສະຫວັດດີພາບ, ແລະ ຂໍໃຫ້ທຸກຄົນ ປອດໄພຈາກພະຍາດໂຄວີດ 19