ວັນທີ 13 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 2,171 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 216 ຄົນ (ຕິດເຊື້ອພາຍໃນ 200 ຄົນ ແລະ ນໍາເຂົ້າ 16 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 200 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 26 ຄົນ
2 ບໍລິຄໍາໄຊ 21 ຄົນ
3 ຊຽງຂວາງ 21 ຄົນ
4 ເຊກອງ 20 ຄົນ
5 ສະຫັວນນະເຂດ 17 ຄົນ
6 ອັດຕະປື 16 ຄົນ
7 ສາລະວັນ 15 ຄົນ
8 ວຽງຈັນ 14 ຄົນ
9 ຜົ້ງສາລີ 13 ຄົນ
10 ຫົວພັນ 11 ຄົນ
11 ໄຊຍະບູລີ 7 ຄົນ
12 ໄຊສົມບູນ 7 ຄົນ
13 ຫຼວງພະບາງ 4 ຄົນ
14 ຄໍາມ່ວນ 4 ຄົນ
15 ອຸດົມໄຊ 2 ຄົນ
16 ບໍ່ແກ້ວ 1 ຄົນ
17 ຫຼວງນໍ້າທາ 1 ຄົນ
18 ຈໍາປາສັກ 0 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 16 ຄົນ ຈາກນະຄອນຫຼວງວຽງຈັນ 14 ຄົນ, ແຂວງສະຫວັນນະເຂດ 1 ຄົນ ແລະ ບໍລິຄຳໄຊ 1 ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດຢຸ່ໃນ ສປປ ລາວ 139,244 ຄົນ, ອອກໂຮງໝໍວານນີ້ 123 ຄົນ, ກຳລັງປິ່ນປົວ 3,800 ຄົນ ແລະ ເສຍຊີວິດທັງໝົດ 597 ຄົນ (ເສຍຊິວິດໃໝ່ 03 ຄົນ).
– ສຳລັບຜູ້ເສຍຊີວິດໃໝ່03ຄົນຢູ່ ຄຳມ່ວນ 1 ຄົນ, ຊຽງຂວາງ 1 ຄົນ ແລະ ຫົວພັນ 1 ຄົນ.
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
– ໂຮງໝໍເມືອງ 9 ຕົວເມືອງ
2. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.