ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 13 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,855 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 651 ຄົນ (ຕິດເຊື້ອພາຍໃນມີ 644 ຄົນ ແລະ ຕິດເຊື້ອນໍາເຂົ້າ 7 ຄົນ)
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 644 ຄົນຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍດັ່ງນີ້:
1. ຫຼວງພະບາງ 215 ຄົນ:
 ນະຄອນຫຼວງພະບາງ ມີ 13 ບ້ານ (135 ຄົນ)
•ບ້ານຜາໂອ ມີ 112 ຄົນ (ຢູ່ໃນສະຖານທີ່ຄຸມຂັງ)
• ບ້ານໂພສີ ມີ 5 ຄົນ
• ບ້ານຜາສຸກ ມີ 6 ຄົນ
• ບ້ານພູຊ້າງຄໍາ ມີ 2 ຄົນ
• ບ້ານໂພນສະອາດ ມີ 2 ຄົນ
• ບ້ານຄົກວາ, ບ້ານດອນໃໝ່, ບ້ານນາຊ່າງເຫວີຍ, ບ້ານນາຫຼວງ, ບ້ານປ່ອງຄໍາ (ພະນັກງານສາທາ), ບ້ານປົ່ງຫວ້ານ, ບ້ານພູໝອກ, ບ້ານຫາດຮ່ຽນມີບ້ານລະ 1 ຄົນ
 ເມືອງນໍ້າບາກ ມີ 4 ບ້ານ (15 ຄົນ)
• ບ້ານໂພນສະອາດ ມີ 8 ຄົນ
• ບ້ານນໍ້າລາ ມີ 5 ຄົນ
• ບ້ານຟ້າ ແລະ ບ້ານດອນຄ່ຳມີບ້ານລະ 1 ຄົນ
 ເມືອງຊຽງເງິນ ມີ 2 ບ້ານ (3 ຄົນ)
• ບ້ານຊຽງເງິນ ມີ 2 ຄົນ
• ບ້ານມູດ ມີ 1 ຄົນ
 ເມືອງງອຍ ມີ 1 ບ້ານ (61 ຄົນ)
• ບ້ານສົບຮຸນ ມີ 6 ຄົນ
• ອີກ 55 ຄົນ ກຳລັງເກັບກຳຂໍ້ມູນ
 ເມືອງຈອມເພັດ ມີ 1 ຄົນ ຈາກບ້ານ ຊຽງແມນ
2. ນະຄອນຫຼວງ 185 ຄົນ:ມາຈາກ 73 ບ້ານ, ໃນ 7 ເມືອງ
1) ເມືອງຈັນທະບູລີ ມີ 10 ບ້ານ (20 ຄົນ)
2) ເມືອງສີໂຄດຕະບອງ ມີ 12 ບ້ານ (31 ຄົນ)
3) ເມືອງໄຊເສດຖາ ມີ 10 ບ້ານ (23 ຄົນ)
4) ເມືອງສີສັດຕະນາກ ມີ 12 ບ້ານ (26 ຄົນ)
5) ເມືອງນາຊາຍທອງ ມີ 10 ບ້ານ (53 ຄົນ)
6) ເມືອງໄຊທານີ ມີ 13 ບ້ານ (35 ຄົນ)
7) ເມືອງຫາດຊາຍຟອງ ມີ 6 ບ້ານ (8 ຄົນ)
ສືບຕໍ່ເອົາຂໍ້ມູນ 5 ຄົນ
3. ຄໍາມ່ວນ 148 ຄົນ:
 ເມືອງທ່າແຂກ ມີ 145 ຄົນ
– ຢູ່ໃນສະຖານທີ່ຄຸມຂັງ 92 ຄົນ
– ກໍາມະກອນຢູ່ໂຮງງານລາວຄາຍຢວນກັກກັນຢູ່ສູນພະນົມພອນ (ກວດຕົວຢ່າງຄັ້ງທີ່2) ມີ 44 ຄົນ
– ກໍາມະກອນຢູ່ໂຮງງານນໍ້າດື່ມກາກະຕ່າຍທອງ ມີ 4 ຄົນ
– ບ້ານສຸກສະຫວັນ ມີ 2 ຄົນ
– ກໍາມະກອນຢູ່ສວນນົກກະຈອກເທບ ມີ 2 ຄົນ
– ບ້ານດົງມ່ວງໄຂ່ ມີ 1 ຄົນ
 ເມືອງຫີນບູນ ມີ 01 ຄົນ ບ້ານຄໍາແກ້ວ
 ເມືອງຄູນຄໍາ ມີ 01 ຄົນ ບ້ານຜາແຫ້ງ
4). ບ້ານໂພນໝາດ, ເມືອງຍົມມະລາດ ມີ 01 ຄົນ
4. ສະຫວັນນະເຂດ 35 ຄົນ:
 ເມືອງອຸທຸມພອນ ມີ 24 ຄົນ, 04 ບ້ານ
– ບ້ານໄຊຍະເພັດ ມີ 20 ຄົນ
– ບ້ານຈະເລີນສຸກ ມີ 02 ຄົນ ແລະ ບ້ານຈອມເພັດ ມີ 01 ຄົນ
– ບ້ານສີບຸນເຮືອງ ມີ 01 ຄົນ
 ນະຄອນໄກສອນ ມີ 11 ຄົນ, 07 ບ້ານ
– ບ້ານຫົວເມືອງເໜຶອ ມີ 03 ຄົນ
– ບ້ານຊອກ ມີ 02 ຄົນ
– ບ້ານໄຊຍະພູມ ມີ 02 ຄົນ
– ມີ 04 ຄົນຈາກບ້ານສະພານເໜຶອ, ບ້ານສຸນັກທາ, ບ້ານອຸດົມວິໄລແລະບ້ານໂພໄຊມີບ້ານລະ
01 ຄົນ
5. ບໍ່ແກ້ວ 25 ຄົນ:
– ເມືອງຫ້ວຍຊາຍ 02 ກໍລະນີ ( ຈາກບ້ານພັກຫົວລູຍບ້ານອຸດົມ ແລະ ບ້ານນໍ້າປຸກ)
– ເມືອງຕົ້ນເຜີ້ງ 10 ກໍລະນີ; (ບ້ານຄວ້ານ 05; ດອນມູນ 02, ໂພນໂຮມ 02 ແລະພຽງງາມ 01)
– ເຂດເສດຖະກິດພິເສດ 14 ກໍລະນີ (ກຳມະກອນຄົນພະມ້າ 12 ຄົນ; ຈີນ 01 ແລະຄົນລາວ 01)
6. ວຽງຈັນ 22 ຄົນ:
 ເມືອງແກ້ວອຸດົມ ມີ 10 ຄົນ, 03 ບ້ານ
– ບ້ານແສງສະຫວ່າງ ມີ 05 ຄົນ
– ບ້ານພູເຂົາຄໍາ ມີ 04 ຄົນ
– ບ້ານທ່າຊັນ ມີ 01 ຄົນ
 ເມືອງທຸລະຄົມ ມີ 02 ຄົນ, 02 ບ້ານ
– ມີ 02 ຄົນ ຈາກບ້ານນາແພງ ແລະ ບ້ານນາຫລ້າ
 ເມືອງໜື່ນບ້ານນາສ້າງໃຜ່, ມີ 01 ຄົນ
 ຄົນຕ່າງແຂວງ ມີ 09 ຄົນ ກໍາມະກອນກໍ່ສ້າງໄຟຟ້າໂຄງການຈັກເບີ ມີ 09 ຄົນ
– ມີ 06 ຄົນ ຈາກບ້ານດົງຄໍາຊ້າງ, ມີ 04 ຄົນ ແລະ ບ້ານຊຽງດາ ມີ 02 ຄົນ, ເມືອງໄຊເສດຖາ,
ນະຄອນຫລວງວຽງຈັນ
– ບ້ານຫ້ວຍເລກ, ເມືອງສຸຂຸມາ, ແຂວງຈໍາປາສັກ ມີ 01 ຄົນ
7. ຈໍາປາສັກ 11 ຄົນ:
 ນະຄອນປາກເຊ ມີ 05 ຄົນ, 03 ບ້ານ
– ບ້ານນາແກ ມີ 02 ຄົນ
– ບ້ານໂນນສະຫວ່າງ ມີ 02 ຄົນ
– ບ້ານຈັດສັນ ມີ 01 ຄົນ
 ໂພນທອງ ມີ 04 ຄົນ, 04 ບ້ານ
– ພະນັກງານແຟນຊິບຊຸບເປີມາກ ມີ 02 ຄົນ (ບ້ານຫໍພະແກ້ວ ແລະ ບ້ານໂພໄຊມີບ້ານລະ 01 ຄົນ)
– ບ້ານສະໝໍລຽບ ມີ 01 ຄົນ
– ບ້ານຄັນແຍງ ມີ 01 ຄົນ (ຄ້າຂາຍ, ເພດຍິງ, ອາຍຸ 40 ປີ ເຂົ້າມາກວດຢູ່ໂຮງໝໍແຂວງດ້ວຍຮູບການຊືມເຊື້ອລະບົບຫາຍໃຈຮຸນແຮງກະທັນຫັນ (SARI)
 ເມືອງບາຈຽງຈະເລີນສຸກບ້ານລົ່ມສັກເໜຶອ, ມີ 01 ຄົນ
 ເມືອງປາກຊ່ອງບ້ານຫຼັກ, ມີ 01 ຄົນ
8. ຫຼວງນໍ້າທາ 2 ຄົນ (ສັນຊາດຈີນທັງ2 ຄົນ)
9. ບໍລິຄໍາໄຊ 1 ຄົນ:
– ບ້ານທົ່ງນາມີເມືອງປາກກະດິງ( ເດັກຊາຍ, ອາຍຸ 2 ປີ)
ສໍາລັບຜູ້ຕິດເຊືື້ອພາຍໃນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີ 7 ຄົນ: 5 ຄົນ ຈາກແຂວງສະຫວັນນະເຂດ ແລະ 2 ຄົນ ຈາກແຂວງສາລະວັນ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 13 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 30,615 ຄົນ, ເສຍຊີວິດສະສົມ 36 (ໃໝ່ 01),ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ315ຄົນ, ກໍາລັງປິ່ນປົວ7,102ຄົນ.
 ລາຍລະອຽດຜູ້ເສຍຊິວິດ 1 ຄົນ ລາຍລະອຽດ ດັ່ງນີ້:
– ເພດຊາຍ, ອາຍຸ 60 ປີ, ບ້ານນາຫຼວງ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ຜູ້ກ່ຽວມີພະຍາດປະຈໍາຕົວ ຄື ເປັນອໍາມະພາດແລະໄຂ່ຫຼັງຊຸດໂຊມ. ຜ່ານມາ ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19. ຜູ້ກ່ຽວ ມາໂຮງໝໍໃນວັນທີ 9 ຕຸລາ 2021 ຍ້ອນຫາຍໃຈຝຶດແລະແໜ້ນໜ້າເອິກ. ວັນທີ 10 ຕຸລາ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອແລະ ຜົນກວດພົບເຊື້ອໂຄວິດ-19 ໃນວັນທີ 11 ຕຸລາ 2021. ມາຮອດວັນທີ 13 ຕຸລາ 2021 ຜູ້ກ່ຽວເສຍຊີວິດລົງ.
 ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19
• ສໍາລັບຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່: ໃຫ້ບໍລິການເກັບຕົວຢ່າງ ທຸກວັນ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ປະກອບມີ:
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ
 ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
4. ສໍາລັບຈຸດບໍລິການສູນການຄ້າລາວໄອເຕັກ ຈະໄດ້ເປີດໃຫ້ບໍລິການທ່ານ ເລິ່ມແຕ່ວັນທີ 11-15 ຕຸລາ 2021.
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 13ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1.749 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼືໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 99 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5,530 ຄົນ (ສູນ 3.790 ຄົນ ແລະ ໂຮງແຮມ 1.740 ຄົນ).