ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ1,357ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນເຊິ່ງຈະລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດດັ່ງນີ້:

1. ນະຄອນຫຼວງ 705 ຄົນ ໃນ9ເມືອງ
2. ຫຼວງນໍ້າທາ ມີ110 ຄົນ ໃນ 4 ເມືອງ
3. ແຂວງວຽງຈັນມີ 101ຄົນ ໃນ 10 ເມືອງ
4. ບໍ່ແກ້ວ ມີ78ຄົນ ໃນ 2 ເມືອງ
5. ຫຼວງພະບາງ ມີ 71ຄົນ ໃນ 7 ເມືອງ
6. ອຸດົມໄຊ ມີ71ຄົນ ໃນ 5 ເມືອງ
7. ຄຳມ່ວນ ມີ 45ຄົນ ໃນ 4 ເມືອງ
8. ໄຊຍະບູລີ ມີ 35ຄົນ ໃນ 4 ເມືອງ
9. ໄຊສົມບູນ ມີ27ຄົນ ໃນ 3 ເມືອງ
10. ສະຫວັນນະເຂດ ມີ25ຄົນ ໃນ 4 ເມືອງ
11. ຊຽງຂວາງ ມີ19 ຄົນ ໃນ 3 ເມືອງ
12. ຈຳປາສັກ ມີ18ຄົນ ໃນ 5 ເມືອງ
13. ຫົວພັນ ມີ 16ຄົນ ໃນ 1 ເມືອງ
14. ບໍລິຄຳໄຊ ມີ 15ຄົນ ໃນ 3 ເມືອງ
15. ສາລະວັນ ມີ 9ຄົນ ໃນ 2 ເມືອງ
16. ເຊກອງ ມີ 8ຄົນ ໃນ 3 ເມືອງ
17. ອັດຕະປື ມີ 3ຄົນ ໃນ 2 ເມືອງ
18. ຜົ້ງສາລີ ມີ 1ຄົນ ໃນ 1 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 1ຄົນຈາກແຂວງສະຫວັນນະເຂດໄດ້ເຂົ້າຈຳກັດຢູ່ສູນຈຳກັດບໍລິເວນກ່ອນກວດພົບເຊື້ອ ແລະ ສົ່ງໄປປີ່ນປົວຢູ່ຕາມສະຖານທີ່ປີ່ນປົວທີ່ກຳນົດໄວ້.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ 91,816ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້429 ຄົນ,ກໍາລັງປິ່ນປົວ12.143ຄົນ ແລະ ເສຍຊີວິດສະສົມທັງໝົດ250ຄົນ.
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີ 1 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ມສ ເຈົ້າອານຸວົງ
– ສຳລັບ ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ປິດຊົ່ວຄາວ)
ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
4. ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ)
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
• ບ້ານແດງໃນທົ່ວປະເທດມີ:1,083ບ້ານໃນ 118ເມືອງຈາກ 18ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ມີ 17ບ້ານ ໃນ 10ເມືອງຈາກ 8ແຂວງ
• ບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ມາເປັນເຂດເຫຼືອງ ໃນນະຄອນຫຼວງວຽງຈັນ ບໍ່ມີ
ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ,ກະຊວງສາທາລະນະສຸກ.
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 13ທັນວາ2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,059ຄົນ. ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ85ສູນ ແລະ 59 ໂຮງແຮມມີຜູ້ຈຳກັດບໍລິເວນທັງໝົດ4,349ຄົນ (ຢູ່ສູນ 2,814ຄົນແລະ ໂຮງແຮມ1,535ຄົນ).
• ດັ່ງທີ່ພວກເຮົາຮູ້ກັນແລ້ວວ່າ ໃນວັນທີ 26 ພະຈິກ 2021 ອົງການອະນາໄມໂລກ ປະກາດ ໃຫ້ສາຍພັນ ໂອມິຄຣອນ ເປັນສາຍພັນທີ່ຄວນເຝົ້າລະວັງ. ມາຮອດປັດຈຸບັນ ມີຫຼາຍກວ່າ 70 ປະເທດ ລາຍງານການກວດພົບສາຍພັນ ໂອມິຄຣອນ. ມື້ນີ້ພວກເຮົາກໍ່ໄດ້ຮັບລາຍງານ ກໍລະນີທຳອິດຂອງໂລກທີ່ເສຍຊີວິດ ຈາກ ສາຍພັນໂອມິຄຣອນ ຢູ່ປະເທດອັງກິດ ເຊິ່ງອັດຕາການຕິດເຊື້ອໂອມິຄຣອນ ແມ່ນເພິ່ມຂຶ້ນເປັນ 2 ເທົ່າ ໃນທຸກໆ 2 ຫາ 3 ວັນ.
• ຕໍ່ກັບສະພາບການລະບາດຂອງສາຍພັນ ໂອມິຄຣອນໃນທົ່ວໂລກນ້ັນ, ປະເທດເພື່ອນບ້ານຂອງພວກເຮົາ ກໍ່ກວດພົບເຫັນສາຍພັນດ່ັງກ່າວ ເຊັ່ນດຽວກັນ ຜ່ານລະບົບກັ່ນກອງຢູ່ສະໜາມບິນ ຈາກຜູ້ທີ່ມີປະຫວັດເດີນທາງມາແຕ່ປະເທດທີ່ມີລາຍງານການລະບາດ ເຊິ່ງເປັນສັນຍານເຕືອນໃຫ້ພວກເຮົາທຸກຄົນ ຕ້ອງໄດ້ຍົກສູງສະຕິລະວັງຕົວ ແລະ ເຂັ້ມງວດໃນການປ້ອງກັນຕົນເອງ. ສະນັ້ນ ກໍ່ມີຄວາມຈຳເປັນ ຕ້ອງໄດ້ເຂັ້ມງວດການເດີນທາງເຂົ້າມາ ສປປ ລາວ ຈາກຕ່າງປະເທດ ລວມທັງ ຜູ້ທີ່ເດີນທາງເຂົ້າມາຕາມຊ່ອງທາງທຳມະຊາດອີກດ້ວຍ ພ້ອມດຽວກັນນັັ້ນ ຕ້ອງໄດ້ເລັ່ງສັກວັກຊີນໃຫ້ແກ່ກຸ່ມເປົ້າໝາຍໃຫ້ຄົບທຸກເຂັມທີ່ແນະນຳ ແລະ ສັກເຂັມທີ 3 ກະຕຸ້ນໃຫ້ພະນັກງານດ່ານໜ້າ ເພື່ອຮັບມືກັບສາຍພັນດັ່ງກ່າວ ໃນຕໍ່ໜ້າ.
• ສະເພາະ ວັນທີ13 ທັນວາ 2021 ທົ່ວປະເທດ ສັກວັກຊີນໄດ້ທັງໝົດ27.777ຄົນ, ໃນນັ້ນ ເຂັມ1 ສັກໄດ້ 18.747ຄົນ ແລະ ເຂັມ2ສັກໄດ້ 9.030ຄົນ. ປັດຈຸບັນ ທົ່ວປະເທດເຮົາ ສັກວັກຊີນເຂັມທີ 1 ລວມທັງໝົດໄດ້4.266.072 (ກວມເອົາ58,14 %)ແລະທຸກເຂັມທີ່ແນະນໍາ ເຖິງ3.301.312 (ກວມເອົາ 44,99 %).ສຳລັບກຸ່ມອາຍຸ12-17ປີສັກໄດ້ 33,3%
- ທ່ານສາມາດ ອ່ານລາຍລະອຽດ ແຈ້ງການຂອງກະຊວງສາທາລະນະສຸກ ສະບັບເລກທີ 1401/ສທ, ລົງວັນທີ 13 ທັນວາ 2021 ກ່ຽວກັບ ການສັກວັກຊີນປ້ອງກັນໂຄວິດ-19 ສຳລັບ ການກະຕຸ້ນໃຫ້ກຸ່ມປະຊາກອນທົ່ວໄປ ທີ່ຢູ່ໃນເຂດພິື້ນທີ່ການທ່ອງທ່ຽວສີຂຽວ ແລະ ບັນດາແຂວງ ຕາມເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ທີ່ໄດ້ຮັບວັກຊີນຄົບ ຢ່າງໜ້ອຍ 5 ເດືອນຂື້ນໄປ.
- ອີກເທື່ອໜຶ່ງ ຂໍແຈ້ງບັນດາທ່ານຊາບວ່າ ການປະຕິບັດວິຖີການດຳລົງຊີວິດປົກກະຕິແບບໃໝ່ ຢ່າງເປັນປະຈຳ ໃຫ້ກາຍເປັນຄວາມຊິນເຄີຍ ຍັງຄົງເປັນວິທີທີ່ດີສຸດ ໃນການປ້ອງກັນຕົນເອງ ແລະ ຄົນໃນຄອບຄົວຂອງທ່ານ ໃຫ້ປອດໄພຈາກຄວາມຮຸນແຮງຂອງພະຍາດໂຄວິດ-19 ນີ້.