ໃນມື້ວານນີ້ ວັນທີ 13 ພະຈິກ 2021 ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 5.686 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 985 ຄົນ
( ຕິດເຊື້ອພາຍໃນປະເທດ 981 ຄົນ,ເດີນທາງຈາກຕ່າງປະເທດ 04 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 54.192 ຄົນ,
ເສຍຊີວິດສະສົມ 99 (ໃໝ່ 03), ປິນປົວຫາຍດີໃນມື້ວານນີ້ 730 ຄົນ ຈຳນວນຜູ້ທີ່ຍັງປິ່ນປົວ ແມ່ນ 10.356 ເຊິງໝາຍຄວາມວ່າ ມາຮອດມື້ນີ້ ຍັງມີຜູ້ຕິດເຊື້ອພະຍາດໂຄວີດ-19
ກວມ 1,9 % ຂອງ ຈຳນວນຜູ້ຕິດເຊື້ອງທັງ ໝົດ ແລະຜູ້ປິ່ນປົວຫາຍດີແລ້ວ ແມ່ນ 1 %
ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃໝ່ 985 ຄົນ ມີດັ່ງນີ້
o ສຳລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈຳນວນ 04 ຄົນ ຄື: ນະຄອນຫຼວງ 1 ຄົນ, ແຂວງຈໍາປາສັກ 1 ຄົນ ແລະ ສະຫວັນນະເຂດ 2 ຄົນ ນັ້ນແມ່ນໄດ້ມີການເກັບຕົວຢ່າງ
ແລະສົ່ງໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນຂອງແຕ່ລະແຂວງແຕ່ມື້ເດີນທາງແຂົ້າມາສປປລາວ,ເມື່ອຜົນກວດເປັນບວກພວກກ່ຽວຈະຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ທີ່ແຂວງກຳນົດໄວ້
o ສ່ວນການຕິດເຊື້ອພາຍໃນປະເທດ ຈຳນວນ 981 ຄົນ ຄື:
1. ນະຄອນຫຼວງ 489 ຄົນ: ມາຈາກ 145 ບ້ານ, ໃນ 7 ເມືອງ
o ເມືອງຈັນທະບູລີ ມີ 18 ບ້ານ (55 ຄົນ)
o ເມືອງສີໂຄດຕະບອງ ມີ 31 ບ້ານ (64 ຄົນ)
o ເມືອງໄຊເສດຖາ ມີ 27 ບ້ານ (64 ຄົນ)
o ເມືອງສີສັດຕະນາກມີ 15 ບ້ານ (40 ຄົນ)
o ເມືອງ ນາຊາຍທອງ ມີ 09 ບ້ານ (13 ຄົນ)
o ເມືອງໄຊທານີ ມີ 28 ບ້ານ (208 ຄົນ)
o ເມືອງຫາດຊາຍຟອງ ມີ 17 ບ້ານ (36 ຄົນ)
o ຕ່າງແຂວງ (01 ຄົນ)
o ສືບຕໍ່ເອົາຂໍ້ມູນ 08 ຄົນ
2. ຫຼວງພະບາງ ມີ 126 ຄົນ ໃນ 21 ບ້ານ ແລະ 3 ເມືອງ
3. ຈຳປາສັກ ມີ 70 ຄົນ ໃນ 33 ບ້ານ ແລະ 8 ເມືອງ
4. ໄຊຍະບູລີ ມີ 66 ຄົນ ໃນ 15 ບ້ານ ແລະ 1 ເມືອງ
5. ອຸດົມໄຊ ມີ 57 ຄົນ ໃນ 17 ບ້ານ ແລະ 4 ເມືອງ
6. ຫຼວງນ້ຳທາ ມີ 45 ຄົນ ໃນ 15 ບ້ານ ແລະ 3 ເມືອງ
7. ວຽງຈັນ ມີ 45 ຄົນ ໃນ 18 ບ້ານ ແລະ 8 ເມືອງ
8. ບໍ່ແກ້ວ ມີ 32 ຄົນ ໃນ 8 ບ້ານ ແລະ 1 ເມືອງ
9. ຜົ້ງສາລີ ມີ 16 ຄົນ ໃນ 2 ບ້ານ ແລະ 2 ເມືອງ
10. ບໍລິຄຳໄຊ ມີ 11 ຄົນ ໃນ 4 ບ້ານ ແລະ 2 ເມືອງ
11. ເຊກອງ ມີ 10 ຄົນ ໃນ 6 ບ້ານ ແລະ 2 ເມືອງ
12. ສະຫວັນນະເຂດ ມີ 09 ຄົນ ໃນ 7 ບ້ານ ແລະ 2 ເມືອງ
13. ຄຳມ່ວນ ມີ 03 ຄົນ ໃນ 8 ບ້ານ ແລະ 1 ເມືອງ
14. ສາລະວັນ ມີ 02 ຄົນ ໃນ 2 ບ້ານ ແລະ 1 ເມືອງ
o ສຳລັບ ຄົນເຈັບເສຍຊີວີດ 3 ຄົນ, ລາຍລະອຽດ ດັ່ງນີ້:
ຜູ້ທີ 1. ເພດຍິງ, ອາຍຸ 74 ປີ, ອາຊີບ: ແມ່ເຮືອນ, ບ້ານຢູ່ປະຈຸບັນບ້ານວັງວຽງ, ເມືອງວັງວຽງ, ແຂວງວຽງຈັນ
– ພະຍາດປະຈໍາຕົວ: HTA ກິນຢາປະຈຳ ປິ່ນປົວບັນຫາທາງຈິດໄດ້ຫລາຍປີ ຂາດຢາໄດ້10ປາຍມື້
– ຄົນເຈັບໄດ້ຮັບການສັກຢາວັກຊີນ Johnson & Johnson
– ຕິດເຊື້ອຈາກສະມາຊິກຄົນໃນຄອບຄົວ
– ຜົນກວດຢືນຢັນ 07 ພະຈິກ 2021
– ເວລາ 10:20ໂມງ ຂອງວັນທີ່ 08 ພະຈິກ 2021: ຜູ້ກ່ຽວ ເຂົ້າມາສູນປິ່ນປົວໂຄວິດໂພນໂຮງ ດ້ວຍອາການສະຕິບໍ່ດີ,ປ່ວງໃບ່,ສື່ສານບໍ່ຮູ້ເລື່ອງ,ບໍ່ຫລັບບໍ່ນອນ ເປັນມາໄດ້ 4 ວັນ, ໄຂ້ໄດ້ 2ວັນ
ກ່ອນເຂົ້າມາສູນປິ່ນປົວ, GCS: 3-4-4
– ວັນທີ 08-13 ພະຈິກ 2021: ໄລຍະການປິ່ນປົວ ຊື່ງການຕອບສະໜອງຂອງຄົນເຈັບຕໍ່ການປິ່ນປົວບໍ່ດີ,ຄົນເຈັບມີອາການຊຸດໂຊມລົງເລື້ອຍຯ,ກິນດື່ມບໍ່ໄດ້ປ້ອນອາຫານຜ່ານທໍ່ແລະບໍ່ຮູ້ສະຕິ
• ມາຮອດເວລາ 22:00 ໂມງ ຂອງວັນທີ 13 ພະຈິກ 2021: ຄົນເຈັບມີພາວະ shock, ຄວາມດັນ ເລືອດຕໍ່າ, ຫາຍໃຈຕຶ້ນ, ແພດໄດ້ສຸມໃສ່ເຊີດຊູເຕັມທີ່, ແຕ່ຄົນເຈັບບໍ່ມີການຕອບສະໜອງ
• ມາຮອດເວລາ 22:40 ໂມງຂອງວັນທີ 13 ພະຈິກ 2021: ຄົນເຈັບເສຍຊີວິດ
ຜູ້ທີ 2. ເພດຍີງ, ອາຍຸ 77 ປີ, ອາຊີບ: ຜູ້ເຖົ້າ, ບ້ານຢູ່ປະຈຸບັນ ບ້ານວຽງຄຳ , ເມືອງປາກກະດິງ, ແຂວງບໍລິຄຳໄຊ
– ພະຍາດປະຈໍາຕົວ: ເບົາຫວານ+ໄຂ້ຫຼັງຊຸດໂຊມ ເປັນມາໄດ້ 2 ປີ ມີປະຫວັດຂາດເລືອດ ແລະ ເຄີຍໃສເລືອດ
– ຄົນເຈັບບໍ່ໄດ້ຮັບການສັກຢາວັກຊີນ
– ຄອບຄົວມີສະມາຊິກ 6 ຄົນ
– ວັນທີ່ 13 ພະຈິກ 2021: ເຂົ້າໂຮງໝໍ ຊູມຊົນປາກກະດິງ ດ້ວຍອາການອິດເມືອອ່ອນເພຍ ກີນບໍ່ໄດ້ ເວລາ13:47 ໂມງ ທີມແພດເອົາອາການຊິວິດ ແລ້ວນຳສົ່ງໂຮງໝໍແຂວງ
• ເວລາ 14:30 ໂມງ ມາຮອດໂຮງໝໍແຂວງ TA 112/68 , RR 30, P 113 Spo 280% ທີມແພດ ເຫັນວ່າມາແຕ່ເຂດສ່ຽງ ເລີຍ ກວດ RDT ຜົນອອກມາ ພົບເຊື້ອ COVI-19
• ເວລາ 15:00 ໂມງ: ໄດ້ຍ້າຍໄປສູນປີ່ນປົວໂຄວິດຫຼັກ 6
• ເວລາ 17:30 ໂມງ: ຜູ້ກ່ຽວໄດ້ເສຍຊິວິດ
ຜູ້ທີ 3. ເພດຍິງ, ອາຍຸ 50 ປີ, ອາຊີບ: ປະຊາຊົນ, ບ້ານສີໄຄ, ເມືອງສີໂຄດຕະບອງ, ນະຄອນຫລວງ
– ພະຍາດປະຈໍາຕົວ: ຄົນເຈັບມີບັນຫາສຸຂະພາບຈິດ
– ຄົນເຈັບບໍ່ໄດ້ຮັບການສັກຢາວັກຊີນ
– ເວາລາ 21:00 ໂມງ ຂອງວັນທີ 13 ພະຈິກ 2021 ເຂົ້າມາໂຮງໝໍເສດຖາທິລາດ ດ້ວຍອາການບໍ່ຮູ້ສະຕິ (ຢຸດຫາຍໃຈ) ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແມ່ນພົບເຊື້ອ
ແລະ ມື່ດຽວກັນນັ້ນ ຄົນເຈັບໄດ້ເສຍຊີວິດ.
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວີດ-19
ບັນດາແຂວງ
o ແມ່ນສາມາດໄປເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດໂຄວິດ19ໄດ້ຢູ່ໂຮງໝໍແຂວງຫຼືຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງກຳນົດຢູ່ພາຍໃນແຂວງ
o ນອກຈາກນັ້ນຖ້າຫາກມີການຕິດເຊື້ອໃໝ່ທີມງານເຝົ້າລະວັງຂອງແຂວງກໍຈະໄປຊອກຄົ້ນຫາຄົນຜູ້ຕິດເຊື້ອແບບບຸກໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູສະຖານທີ່ເຊິ່ງມີຜູ້ຕິດເຊື້ອໃໝ່ ແລະ ເຂດ
ທີ່ມີການລະບາດໃນຊຸມຊົນ
ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນິ້:
ຈຸດກວດຄົງທີ່: ໃຫ້ບໍລິການເກັບຕົວຢ່າງ ປະກອບມີ:
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30ໂມງ
– ຈຸດເປັນຕົວຢ່າງ ຢູ່ ມ.ສ ລາວ-ຫວຽດ ແລະ ມ.ສ ເຈົ້າອານຸວົງ
ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
• ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້
• ຮອດມື້້ນີ້ທົ່ວປະເທດສາມາດສັກວັກຊີນໄດ້
o ເຂັມທີ 1 ໄດ້ 3.543.688 ຄິດເປັນເປີເຊັນ 48,29 %
o ທຸກເຂັ້ມທີ່ແນະນໍາ ໄດ້ 2.995.667 ຄິດເປັນ ເປີເຊັນ 40,83 %
ຮອດປະຈຸບັນ ຈຳນວນບ້ານແດງ
• ຢູ່ທົ່ວປະເທດມີ 858 ບ້ານ, 70 ເມືອງ ແລະ 15 ແຂວງ ດັ່ງນີ້ :
ລໍາດັບ ແຂວງ ຈໍານວນເມືອງ ຈໍານວນບ້ານ
1 ນະຄອນຫລວງວຽງຈັນ 9 327
2 ສະຫັວນນະເຂດ 7 36
3 ຄໍາມ່ວນ 3 29
4 ຈໍາປາສັກ 8 62
5 ວຽງຈັນ 10 102
6 ຫລວງພະບາງ 9 75
7 ໄຊສົມບູນ 3 5
8 ບໍລິຄໍາໄຊ 2 16
9 ສາລະວັນ 3 12
10 ອຸດົມໄຊ 2 23
11 ເຊກອງ 2 21
12 ຫລວງນໍ້າທາ 4 63
13 ບໍ່ແກ້ວ 3 36
14 ໄຊຍະບູລີ 2 24
15 ຜົ້ງສາລີ 3 27
ລວມທັງໜົດ 70 858
ບ້ານ ທີ່ກໍານົດເປັນເຂດແດງໃໝ່ ວັນທີ 13 ພະຈິກ 2021 ມີ 24 ບ້ານ ໃນ 13 ເມືອງ 6 ແຂວງ ດັ່ງນີ້:
ແຂວງ ເມືອງແດງໃໝ່ ບ້ານແດງໃໝ່
ນະຄອນຫລວງວຽງຈັນ ນາຊາຍທອງ 01 ບ້ານ (ຫົວຂົວ)
ໄຊທານີ 01 ບ້ານ (ນາ)
ຫາດຊາຍຟອງ 02 ບ້ານ (ຄໍາຈະເລີນ ແລະ ສິມມະໂນເໜືອ)
ປາກງື່ມ 01 ບ້ານ (ໂນສົມບູນ)
ຫລວງພະບາງ ປາກອູ 01 ບ້ານ (ຜາປີນ)
ວຽງຈັນ ທຸລະຄົມ 01 ບ້ານ (ແດນສະຫວັນ)
ຫີນເຫີບ 01 ບ້ານ (ຄອນທຸກ)
ເຟືອງ 01 ບ້ານ (ນາທອງ)
ວັງວຽງ 01 ບ້ານ (ພູນດິນແດງ)
ອຸດົມໄຊ ຮຸນ 02 ບ້ານ (ກະດູ່ ແລະ ນໍ້າຢ່ອຍ)
ໄຊຍະບູລີ ໄຊຍະບູລີ 08 ບ້ານ (ນາແລ້ງຫລວງ, ນໍ້າຄາ, ໂພນໄຊ, ຫາດແກ້ວ, ນາຕໍນ້ອຍ, ໜອງແຊງຫ້ວຍຈິດ, ນາຊໍາ-ຜາຊາງ
ຜົ້ງສາລີ ຂວາ 03 ບ້ານ (ສັນຫລວງ, ຫ້ວຍຍາງ,ແສນທໍາໃຕ້)
ໃໝ່ 01 ບ້ານ (ປາງຫົກ)
• ບ້ານທີ່ສິ້ນສຸດການເປັນບ້ານແດງ ວັນທີ 13 ພະຈິກ 2021 ແມ່ນມີ 1 ບ້ານ, 1 ເມືອງ ໃນນະຄອນຫຼວງວຽງຈັນ
ລ/ດ ຊື່ ເມືອງ ບ້ານ
1 ໄຊທານີ 01 ບ້ານ (ສະພັງຄະນົງ)
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 13 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,229 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວີດ-19
ແລະ ນໍາສົ່ງເຂົ້າໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ຫຼືໂຮງແຮມຈຳກັດບໍລີເວນ ທີ່ຄະນະສະເພາະກິດກຳນົດໄວ້ຈົນຄົບກຳນົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ສະພາບສະຖານທີ່ຈຳກັດບໍລິເວນໃນທົວປະເທດ
• ຮອດມື້ນີ້ຍັງມີຜູ້ຈຳກັດບໍລິເວນ 5.504
• ສະຖານທີ່ຈໍາກັດບໍລິເວນ ທີ່ຍັງເປີດຢູ່ມີ 86 ສູນ ປະຈຸບັນ ມີຜູ້ຈຳກັດບໍລິເວນຢູ່ສູນ 3.430 ຄົນ, ສາມາດຮອງຮັບໄດ້ຕື່ມອີກ 9.589 ຄົນ ໂຮງແຮມຈຳກັດບໍລິເວນ ທີຍັງນຳໃຊ້ 59 ແຫ່ງ.
ປະຈຸບັນຜູ້ຈຳກັດບໍລິເວນ ຢູ່ໂຮງແຮມ 2.074 ຄົນ, ສາມາດຮອງຮັບໄດ້ຕື່ມອີກ 7.530 ຄົນ.
• ລາຍງານການຕິດເຊື້ອພາຍໃນຊຸມຊົນຂອງບັນດາແຂວງພາກເໜືອ ມີທ່າອ່ຽງເພີ່ມຂື້ນຫຼາຍ ແລະ ມີອັດຕາການກວດພົບເຊື້ອຫຼາຍຂື້ນ ຊຶ່ງເປັນຄວາມກັງວັນສໍາລັບປະຊາຊົນພາກເໜືອ ທີ່ຍັງ
ຈະມີການກະຈາຍເພີ່ມຂື້ນ ໃນຂະນະດຽວກັນອັດຕາປົກຄຸມການສັກວັກແຊງພັດຍັງບໍ່ທັນບັນລຸເຖິງ 50% ຂອງເປົ້າໝາຍທີ່ຕ້ອງໄດ້ສັກຢາ. ຂໍໃຫ້ຄະນະບໍລິຫານ ແລະ ປະຊາຊົນ ຈົ່ງຮີບຮ້ອນສັກວັກ
ຊິນແລະ ຍົກລະດັບການປ້ອງກັນໃຫ້ສູງກວ່າເກົ່າ.
• ການຕິດເຊື້ອໃນນະຄອນຫຼວງວຽງຈັນກໍ່່ສູງເຊັ່ນກັນ ຊຶ່ງຕົວເລກການຕິດເຊື້ອປະມານ 500 ຄົນຕໍ່່ວັນ ມາໄດ້ຫຼາຍອາທິດແລ້ວ. ການແຜ່ເຊື້ອກວມໄປຫຼາຍບ້ານ ໃນຫຼາຍເມືອງ ຊຶ່ງປະຈຸບັນນີ້
ນະຄອນຫຼວງວຽງຈັນ ມີລາຍງານບ້ານແດງສະສົມທັງໝົດກວມເຖິງ 68% ຂອງບ້ານທັງໝົດ. ໃນວັນທີ 13 ພະຈິກນີ້ ສັງລວມການຕິດເຊື້ອແຍກຕາມອາຊີບ ພົບວ່າ 35% ຂອງຜູ້ຕິດເຊື້ອ ແມ່ນ
ຫວ່າງງານ ແລະ ມາຈາກຄອບຄົວ, ອີກ 30% ແມ່ນກຸ່ມກໍາມະກອນກໍ່ສ້າງ ແລະ ໂຮງງານ ຊຶ່ງແມ່ນໂຮງງານໃໝ່ ທີ່ບໍ່ເຄີຍຕິດເຊື້ອມາກ່ອນ, 15% ແມ່ນກຸ່ມນັກຮຽນສາມັນ ແລະ ນັກຮຽນວິຊາຊີບ
ທະຫານ, ສວ່ນກຸ່ມພະນັກງານທາງພາກລັດ ແລະ ວິສາຫະກິດ ກວມປະມານ 14% ແລະ ອື່ນໆ. ບັນດາໂຮງງານ ແລະ ສະຖານການສຶກສາ ແລະ ສໍານັກງານອົງການ ຖືວ່າເປັນບ່ອນທີ່ມີຄົນຫຼາຍ
ແລະ ມີຄວາມສ່ຽງສູງທີ່ຜູ້ກ່ຽວຈະນໍາເອົາເຊື້ອພະຍາດເມືອແຜ່ໃສ່ຄອບຄົວຢາກຫຼີກລ່ຽງບໍ່ໄດ້. ຂໍໃຫ້ບັນດາທ່ານ ເຂັ້ມງວດກວ່າເກົ່າໃນການປ້ອງກັນຕົນເອງ ແລະ ບໍ່ກິນເຂົ້າຮ່ວມກັນ ພ້ອມທັງໝັ່ນ
ຂ້າເຊື້ອພື້ນຫ້ອງ ແລະ ອຸປະກອນຕ່າງໆໃນການເຮັດວຽກ ເພື່ອຄວາມປອດໄພກວ່າ.
o ສໍາລັບໂຮງງານທີ່ຍັງເປີດການເຮັດວຽກປົກກະຕິ ແລະ ມີກຸ່ມກໍາມະກອນໂຮງງານຕິດເຊື້ອໃໝ່ຫຼວງຫຼາຍ ເຖິງວ່າກໍາມະກອນໄດ້ໃສ່ຜ້າປິດປາກດັງ ລ້າງມື ແລະ ພະຍາຍາມຢູ່ຫ່າງກັນ. ແຕ່ຈຸດ
ທີ່ສ່ຽງທີ່ສຸດຂອງໂຮງງານຄື ກໍາມະກອນ ມາກິນເຂົ້າຢູ່ຈຸດດຽວກັນ ທີ່ໂຮງງານຈັດສັນໃຫ້. ນີ້ແມ່ນຄວາມສ່ຽງສູງສຸດເພາະການກິນເຂົ້າໃນບໍລິເວນດຽວກັນ ກໍາມະກອນທຸກຄົນ ຖອດຜ້າປິດປາກດັງ
ໝົດ ເພື່ອກິນເຂົ້າ ແລະ ໂອ້ລົມກັນແບບບໍ່ໄດ້ໃສ່ເຄື່ອງປ້ອງກັນ. ຂໍຮຽກຮ້ອງໃຫ້ໂຮງງານທຸກແຫ່ງ ຈົນທົບທວນຄືນມາດຕະການ ແລະ ພະຍາຍາມຈັດສັນ ໃຫ້ທຸກຄົນບໍ່ສ່ຽງ ຈັດສັນເວລາເລີກວຽກ
ກິນເຂົ້າໃຫ້ແຕກຕ່າງກັນ ຫຼືມີທາງເລືອກອື່ນທີ່ສ້າງສັນ ເພື່ອບໍ່ໃຫ້ພະນັກງານໄດ້ກິນເຂົ້າຂອງໄຜມັນ ແລະ ຢູ່ໄກກັນ. ຍີ່ງເຮັດໄດ້ດີ ຍິ່ງເຮັດໃຫ້ກໍາມະກອນປອດໄພ ແລະ ຜົນກະທົບຕໍ່ການເຮັດວຽກ
ຂອງໂຮງງານກໍ່່ຍັງດີເໝືອນເດີມ.
• ການຕິດເຊື້ອໃນໄລຍະຜ່ານມາ ສັງເກດເຫັນວ່າ ເກີດຈາກການໄປຮ່ວມງານຊາປະນາກິດສົບ, ເກີດມີການແຜ່ເຊື້ອສູ່ຄົນອອມຂ້າງ ແລະ ຄົນໃນຄອບຄົວເມື່ອກັບຈາກງານດັ່ງກ່າວ ເຊິ່ງສາເຫດ
ກໍ່ມາຈາກງານດັ່ງກ່າວ ຂາດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເຊັ່ນ: ການວັດແທກອຸນຫະພູມ, ການຈຳກັດຈຳນວນຄົນເຂົ້າຮ່ວມກິນທານ, ການຮັບປະທານອາຫານ
ລວມທັງ ກິດຈະກຳອື່ນໆ ທີ່ບໍ່ມີການຮັກສາໄລຍະຫ່າງ. ສະນັ້ນ, ຄະນະສະເພາະກິດ ຈຶ່ງໄດ້ອອກຄຳແນະນຳເພິ່ມເຕີມ ກ່ຽວກັບການຈັດຕັ້ງປະຕິບັດງານຊາປະນາກິດສົບ, ສະບັບເລກທີ 4291/ສພກ,
ລົງວັນທີ 15 ກັນຍາ 2021.