ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ13ມັງກອນ2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ6,222ຕົວຢ່າງໃນຂອບເຂດທົ່ວປະເທດແລະກວດພົບເຊື້ອທັງໝົດ1,052ຄົນ(ຕິດເຊື້ອພາຍໃນ1,047ຄົນ ແລະ ນໍາເຂົ້າ 05 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່1,047ທັງໝົດຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 400 ຄົນ
2. ສະຫວັນນະເຂດ 14 ຄົນ
3. ຈຳປາສັກ 37 ຄົນ
4. ສາລະວັນ 21 ຄົນ
5. ເຊກອງ 21 ຄົນ
6. ອັດຕະປື 41 ຄົນ
7. ບໍ່ແກ້ວ 40 ຄົນ
8. ວຽງຈັນ 31 ຄົນ
9. ຫຼວງພະບາງ 36 ຄົນ
10. ຫຼວງນ້ຳທາ 7 ຄົນ
11. ອຸດົມໄຊ 63 ຄົນ
12. ຜົ້ງສາລີ 102 ຄົນ
13. ໄຊຍະບູລີ 53 ຄົນ
14. ຊຽງຂວາງ 67 ຄົນ
15. ຄຳມ່ວນ 25 ຄົນ
16. ບໍລິຄຳໄຊ 49 ຄົນ
17. ໄຊສົມບູນ 33 ຄົນ
18. ຫົວພັນ 12 ຄົນ
 
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 05 ຄົນ ຈາກນະຄອນຫຼວງ 3 ຄົນ, ສະຫວັນນະເຂດ1 ຄົນ ແລະ ຈຳປາສັກ 1 ຄົນເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
 
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ123,293ກໍລະນີ, ອອກໂຮງໝໍວານນີ້233ຄົນ , ກຳລັງປິ່ນປົວ 7,436ຄົນ ແລະ ເສຍຊີວິດສະສົມທັງໝົດ476ຄົນ (ເສຍຊີວິດໃໝ່05ຄົນ)
ສຳລັບຜູ້ເສຍຊີວິດໃໝ່05ຄົນຈາກ:ຫຼວງພະບາງ 4 ຄົນ ແລະ ບໍລິຄຳໄຊ 1 ຄົນ.
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
 ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ສຳລັບ ຜູ້ທີ່ຕ້ອງການສັກວັກຊິນ ຊະນິດ Pfizer ເພື່ອເຂັ້ມກະຕຸ້ນ (ເຂັ້ມ 3): ຜູ້ສູງອາຍຸ, ກຸ່ມອາຍຸ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາໂຕສາມາດໄປຮັບການບໍລິການ ໄດ້ທີ່:
– ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
– ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
– ໂຮງໝໍສູນກາງ
– ໂຮງໝໍເມືອງ 9 ຕົວເມືອງ
 
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
 
• ການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນໂອໄມຄຣອນ ໃນທົ່ວໂລກຈຳນວນຜູ້ຕິດເຊື້ອເພິ່ມຂຶ້ນແບບກ້າວກະໂດດ ແລະ ແຜ່ລະບາດຢ່າງໄວວາ ພ້ອມດຽວກັນ ກໍ່ຍັງສົ່ງຜົນກະທົບຕໍ່ລະບົບສາທາ
ລະນະສຸກຂອງຫຼາຍໆປະເທດອີກດ້ວຍ.
• ສະເພາະ ປະເທດຂອງພວກເຮົາ ເຖິງແມ່ນວ່າ ຈະມີລາຍການການກວດພົບໂອໄມຄຣອນຈາກກໍລະນີນຳເຂົ້າ ແຕ່ບໍ່ທັນມີລາຍງານ ກວດພົບໂອໄມຄຣອນພາຍໃນປະເທດຂອງເຮົາເທື່ອ, ແຕ່ພວກເຮົາໝົດທຸກຄົນ ກໍ່ບໍ່ຄວນປະໝາດ ແລະ ຫຼະເຫຼິງ ຕ້ອງມີສະຕິລະວັງຕົວ ແລະ ເຂັ້ມງວດ ໃນການປ້ອງກັນຕົນເອງ ເພາະເປັນວິທີພື້ນຖານທີ່ດີທີ່ສຸດ ແລະ ຄວນໃຫ້ຄວາມສຳຄັນ ໃນການປະຕິບັດຢ່າງຖືກຕ້ອງ ເພື່ອຫຼຸດຜ່ອນຄວາມສ່ຽງ ທີ່ຈະຕິດເຊື້ອໃນຊຸມຊົນ, ຄຽງຄູ່ກັນນັ້ນ ກໍ່ຕ້ອງໝັ່ນສັງເກດອາການຂອງຕົນເອງຢ່າງເປັນປະຈຳ.
• ສິ່ງທີ່ຄວນປະຕິບັດ ເມື່ອທ່ານກັກໂຕ ຢູ່ເຮືອນ ຫຼື ສະຖານທີ່ພັກເຊົາຂອງຕົນ (Home Isolation):
– ກິນເຂົ້າຄົນດຽວ ແລະ ຄວນແຍກເຄື່ອງໃຊ້ສ່ວນຕົວ ກັບສະມາຊິກໃນຄອບຄົວ
– ງົດການອອກຈາກບ້ານ ຕະຫຼອດເວລາ
– ໃຊ້ຫ້ອງນ້ຳແຍກຈາກຄົນອື່ນ ກໍລະນີບໍ່ສາມາດແຍກໄດ້ ໃຫ້ໃຊ້ຫ້ອງນ້ຳເປັນຄົນສຸດທ້າຍ, ປິດຝາຊັກໂຄກກ່ອນກົດໄລນ້ຳທຸກຄັ້ງ ແລະ ເຮັດຄວາມສະອາດຈຸດທີ່ສຳຜັດ ເຊັ່ນ: ປຸ່ມກົດຊັກໂຄກ, ກ໋ອກນ້ຳ ແລະ ບໍລິເວນອື່ນໆ ດ້ວຍນ້ຳຢາຂ້າເຊື້ອທັນທີ
– ຄວນໃສ່ຜ້າປິດປາກ-ດັງ ຕະຫຼອດເວລາ ທີ່ຕ້ອງພົບ ຫຼື ໂອ້ລົມກັບ ຍາດຕິພີ່ນ້ອງ ແລະ ຜູ້ດູແລ ພ້ອມດຽວກັນ ກໍ່ຕ້ອງຮັກສາໄລຍະຫ່າງ ຢ່າງໜ້ອຍໃຫ້ໄດ້ 1 ແມັດຂຶ້ນໄປ
– ງົດການໃຫ້ບຸກຄົນອື່ນມາຢ້ຽມ ຢູ່ເຮືອນ ໃນໄລຍະທີ່ທ່ານກັກໂຕຢູ່
– ລ້າງມືດ້ວຍສະບູ່ ແລະ ນ້ຳສະອາດ ຫຼື ເຈວທີ່ມີສ່ວນຜະສົມຂອງທາດເຫຼົ້າ ເປັນປະຈຳ
– ແຍກເຄື່ອງຊັກຕາງຫາກຕາກແດດໃຫ້ແຫ້ງ ເພື່ອຂ້າເຊື້ອ
– ແຍກຖ້ວຍ, ບ່ວງ, ຈອກ ແລະ ນ້ຳຢາລ້າງຖ້ວຍ ຕາງຫາກ
– ຖິ້ມ ຜ້າປິດປາກ-ດັງ, ເຈ້ຍທິດຊູ່ ທີ່ໃຊ້ແລ້ວໃສ່ຖົງຂີ້ເຫຍື້ອຕາງຫາກ ແລະ ປິດປາກຖົງຂີ້ເຫຍື້ອໃຫ້ແໜ້ນ
– ສຳລັບ ຜູ້ດູແລ ຫາກມີຄວາມຈຳເປັນຕ້ອງໂອ້ລົມ ກັບ ຜູ້ທີ່ກັກໂຕ ໃຫ້ໃສ່ຜ້າປິດປາກ-ດັງ ຕະຫຼອດເວລາ, ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ໝັ່ນລ້າງມືດ້ວຍສະບູ່ ແລະ ນ້ຳສະອາດ ຫຼື ເຈວທີ່ມີສ່ວນຜະສົມຂອງທາດເຫຼົ້າເລື້ອຍໆ. ສ່ວນການຈັດສົ່ງອາຫານ ແລະ ນ້ຳດື່ມ ອາດໃຊ້ວິທີ ແຂວນໄວ້ທີ່ລູກບິດປະຕູໜ້າຫ້ອງແທນ.
• ກ່ອນຈະຈົບການຖະແຫຼງຂ່າວໃນມ້ືນ້ີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ທົ່ວປະເທດສັກວັກຊີນສະສົມທັງໝົດ:
– ເຂັມ1 ໄດ້ 4,643,202ຄົນ (ກວມເອົາ 63.28 %)
– ທຸກເຂັມທີ່ແນະນໍາ 3,786,147ຄົນ (ກວມເອົາ51.60%)
– ອາຍຸ 12-17 ປີໄດ້ 497,036 ຄົນ (ເຂັ້ມ 1 ມີ 57.4%)
• ພວກເຮົາຍັງຈະຕ້ອງດຳລົງຊີວິດຢູ່ຮ່ວມກັບພະຍາດໂຄວິດ-19 ໄປອີກດົນພໍສົມຄວນ, ຂ້າພະເຈົ້າເຊື່ອໝັ້ນວ່າ ບົນພື້ນຖານ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຈະເຮັດໃຫ້ປະເທດຂອງພວກເຮົາສາມາດກ້າວຂ້າມຜ່ານວິກິດນີ້ໄປດ້ວຍກັນ.
Loading...