ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 13 ມີນາ 2022 ໄດ້ກວດວິເຄາະທັງໝົດ 1,888 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 359 ຄົນ(ຕິດເຊື້ອພາຍໃນ 329 ຄົນ ແລະ ນໍາເຂົ້າ 30 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 329 ຄົນ ຈາກ 14 ແຂວງ ແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 186 ຄົນ
2. ສະຫວັນນະເຂດ 58 ຄົນ
3. ຊຽງຂວາງ 14 ຄົນ
4. ຫົວພັນ 12 ຄົນ
5. ໄຊຍະບູລີ 11 ຄົນ
6. ຫຼວງພະບາງ 9 ຄົນ
7. ຫຼວງນ້ຳທາ 8 ຄົນ
8. ວຽງຈັນ 7 ຄົນ
9. ບໍລິຄຳໄຊ 6 ຄົນ
10. ສາລະວັນ 5 ຄົນ
11. ຄຳມ່ວນ 5 ຄົນ
12. ອັດຕະປື 3 ຄົນ
13. ຜົ້ງສາລີ 2 ຄົນ
14. ໄຊສົມບູນ 2 ຄົນ
15. ອຸດົມໄຊ 1 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 30 ຄົນຈາກນະຄອນຫຼວງ 16 ຄົນ, ສະຫວັນນະເຂດ 12 ຄົນ ແລະຄຳມ່ວນ 2 ຄົນເຊິ່ງທັງໝົດໄດ້ເຂົ້າ ຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນຢູ່ ສປປ ລາວມີຜູ້ຕິດເຊື້ອທັງໝົດ 146,687 ຄົນ, ອອກໂຮງໝໍວານນີ້ 66 ຄົນ, ກຳລັງປິ່ນປົວ 1,233 ຄົນ ແລະ ເສຍຊີວິດທັງໝົດ 642 ຄົນ (ເສຍຊິວິດໃໝ່ 1 ຄົນ ຈາກແຂວງສາລະວັນ).
 ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
ຈຸດທີ 1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ຈຸດທີ 2. ໂຮງໝໍເມືອງ 9 ຕົວເມືອງ
ຈຸດທີ 3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ຈຸດທີ 4. ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.