
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ14ກຸມພາ2022, ໄດ້ກວດວິເຄາະທັງໝົດ 3.475ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ441ຄົນ(ຕິດເຊື້ອພາຍໃນ438ຄົນ ແລະ ນໍາເຂົ້າ 3 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ415ຄົນຈາກ 17ແຂວງແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 73 ຄົນ
2 ໄຊຍະບູລີ 69 ຄົນ
3 ຫົວພັນ 63 ຄົນ
4 ສະຫັວນນະເຂດ 62 ຄົນ
5 ອັດຕະປື 39 ຄົນ
6 ຜົ້ງສາລີ 30 ຄົນ
7 ບໍລິຄໍາໄຊ 18 ຄົນ
8 ຊຽງຂວາງ 13 ຄົນ
9 ວຽງຈັນ 10 ຄົນ
10 ຫຼວງພະບາງ 8 ຄົນ
11 ສາລະວັນ 8 ຄົນ
12 ຄໍາມ່ວນ 6 ຄົນ
13 ໄຊສົມບູນ 6 ຄົນ
14 ເຊກອງ 5 ຄົນ
15 ອຸດົມໄຊ 3 ຄົນ
16 ບໍ່ແກ້ວ 2 ຄົນ
17 ຈໍາປາສັກ 0 ຄົນ
18 ຫຼວງນໍ້າທາ 0 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 26 ຄົນ ຈາກແຂວງສະຫວັນນະເຂດ 3 ຄົນ, ຫົວພັນ 23 ຄົນເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດຢຸ່ໃນ ສປປ ລາວ139,683 ຄົນ, ອອກໂຮງໝໍວານນີ້292ຄົນ, ກຳລັງປິ່ນປົວ3,545ຄົນ ແລະ ເສຍຊີວິດທັງໝົດ601ຄົນ(ເສຍຊິວິດໃໝ່ 03ຄົນ).
– ສຳລັບຜູ້ເສຍຊີວິດໃໝ່03ຄົນ ແມ່ນທັງໝົດຢູ່ນະຄອນຫຼວງວຽງຈັນ
ຂ້າພະເຈົ້າຂໍສະແດງຄວາມເສຍໃຈມານຳຄອບຄົວແລະຍາດຕິພີ່ນ້ອງທີ່ໄດ້ສູນເສຍຄົນທີ່ຮັກແລະເຄົາລົບມານະທີ່ນີ້ດ້ວຍ
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ສະພາບການລະບາດພະຍາດໂຄວິດ-19 ໃນທົ່ວໂລກຍັງສືບຕໍ່ເພີ່ມຂື້ນໃນແຕ່ລະວັນ,ທ່າອ່ຽງຂອງການລະບາດທະວີບອາຊີລວມທັງບັນດາປະເທດອາຊຽງ ແລະ ປະເທດທີ່ມີຊາຍແດນຮ່ວມກັບ ສປປ ລາວມີລາຍງານການຕິດເຊື້ອລາຍວັນເພີ້ມສູງຂື້ນເຊີ່ງມີສາເຫດຈາກການລະບາດຂອງສາຍພັນ ໂອມິຄຣອນ, ເຊີ່ງສະແດງໃຫ້ເຫັນວ່າພວກເຮົາຍັງບໍ່ສາມາດຢັບຢັ້ງສະພາບການລະບາດພະຍາດໂຄວີດ-19 ໄດ້ເທື່ອ ຕໍ່ກັບສະພາບການລະບາດພະຍາດໃນປັດຈຸບັນ, ພວກເຮົາຍັງບໍ່ ສາມາດຄວບຄຸມໄດ້ໂດຍສະເພາະຫຼາຍປະເທດມີການລະບາດສາຍພັນໂອມິຄຣອນ ທີ່ມີອັດຕາການຕິດເຊື້ອໄດ້ຢ່າງໄວວາລວມທັງປະເທດອ້ອມຂ້າງ ສປປລາວ ເປັນຕົ້ນແມ່ນ ປະເທດໄທ, ຫວຽດນາມ,ກຳປູເຈຍ…..
• ເຖິງວ່າໂຕເລກຜູ້ຕິດເຊື້ອ ໃນປະເທດຂອງພວກເຮົາຈະສືບຕໍ່ຫຼຸດລົງໃນແຕ່ລະວັນໂດຍສະເພາະແມ່ນໃນແຂວງພາກດໜືອການລາຍງານພົບຜູ້ຕິດເຊື້ອແມ່ນຫຼຸດລົງເລື້ອຍໆ, ແຕ່ສັງເກດເຫັນວາບັນດາແຂວງພາກກາງແຕ່ບໍລິຄຳໄຊລົງໄປແມ່ນຍັງມີລາຍງານຈຳນວນຜູ້ຕິດເຊື້ອກັບມາສູງຂື້ນ, ແຂວງຫົວພັນແມ່ນມີລາຍງານການຕິດເຊື້ອສູງກ່ວາໝູ່(86 ຄົນ) ແລະ ໃນນັ້ນນຳເຂົ້າສູງເຖິງ 23 ຄົນ ເຊິ່ງເປັນແຮງງານຈາກປະເທດເພື່ອນບ້ານ, ດັ່ງນັ້ນ, ພວກເຮົາຈະຕ້ອງໄດ້ສືບຕໍ່ເຝົ້າລະວັງຢ່າງໃກ້ຊິດຕໍ່ທ່າອ່ຽງດັ່ງກ່າວ ໂດຍສະເພາະໃນຈຸດຜ່ານດ່ານຕ່າງໆທີ່ຖືກອານຸມັນ ແລະ ຮຽກຮ້ອງໃຫ້ປະຊາຊົນ, ພະນັກງານ ທະຫານ ຕຳຫຼວດ ແລະ ທຸກພາກສ່ວນໃນສັງຄົມໃຫ້ມີຄວາມຕື່ນຕົວ ແລະ ສືບຕໍ່ປະຕິບັດແຈ້ງການເລກທີ 130/ຫສນຍ, ລົງວັນທີ 3 ກຸມພາ 2022 ຢ່າງເຂັ້ມງວດ.
• ແຕ່ລະມື້ ໄດ້ມີລາຍງານການເສຍຊີວິດ ຍ້ອນຕິດເຊື້ອພະຍາດໂຄວິດ 19 ຊຶ່ງເປັນເລື້ອງທີ່ເສົ້າໃຈຕໍ່ການສູນເສຍຂອງຄອບຄົວ. ໃນຈໍຳນວນຄົນເຈັບເສຍຊີວິດສະສົມທັງໝົດ, ສ່ວນຫຼາຍແມ່ນຜູ້ສູງອາຍຸ, ມີພະຍາດປະຈຳໂຕ ແລະ ບໍ່ໄດ້ຮັບການສັກວັກຊິນ ແລະ ໄປພົບແພດຊ້າ.
• ສະນັ້ນ ອີກເທື່ອໜື່ງ ຂໍຮຽກຮ້ອງມາຍັງທຸກຄອບຄົວ ທີ່ມີຜູ້ສູງອາຍຸຢູ່ນໍາ ໃຫ້ພາເພີ່ນໄປສັກວັກຊິນ ຕາມສະຖານທີ່ ທີ່ໄດ້ກໍານົດ ແລະ ສັກໃຫ້ຄົບເຂັມ ເພື່ອຊ່ວຍຮ່າງກາຍເພີ່ນສ້າງພູມຄຸ້ມກັນ ແລະ ໃຫ້ຕິດຕາມອາການຂອງພວກເພີ່ນຢ່າງໃກ້ຊິດ ແລະ ຖ້າບໍ່ຈຳເປັນກໍ່ບໍ່ໃຫ້ລູກຫຼານໃນຄອບຄົວໄປໃກ້ຊິດພວກເພີ່ນ.
• ສໍາລັບຜູ້ໃດ ທີ່ໄດ້ໄກ້ຊິດກັບຜູ້ຕິດເຊື້ອ ສິ່ງທີ່ທ່ານຕ້ອງເຮັດທັນທີ ຄືແຍກຕົວເອງຈາກຄົນອື່ນ ແຍກບ່ອນນອນ ແຍກຫ້ອງນໍ້າຖ້າມີເງື່ອນໄຂ ບໍ່ຮ່ວມກິນເຂົ້າກັບຄົນອື່ນ ແຍກເຄື່ອງໃຊ້ສ່ວນຕົວ. ສວ່ນຄອບຄົວ ຄວນໄດ້ເຊັດຖູຂ້າເຊື້ອ ທຸກຈຸດທີ່ມີຫຼາຍຄົນໄດ້ສໍາຜັດຈັບບາຍ ເພື່ອທຸກຄົນບໍ່ກາຍເປັນກຸ່ມສ່ຽງສູງ. ນອກນັ້ນຜູ້ກ່ຽວຕ້ອງຕິດຕາມອຸນຫະພູມຕົນເອງ ແລະ ຈົດບັນທຶກເອົາໄວ້, ໃສ່ຜ້າປິດປາກ-ດັງຢ່າງຖືກຕ້ອງຕະຫຼອດເວລາ ແລະ ໃຫ້ຈຳກັດບໍລິເວນໂຕເອງຢູ່ບ້ານ.
• ປະຈຸບັນພາຍຫຼັງມີນະໂຍບາຍໃຫ້ມີການຕີດຕາມປິ່ນປົວຕົນເອງຢູ່ເຮືອນ ກໍມີຜູ້ຕິດເຊື້ອຈຳນວນນຶ່ງ ທີ່ມີເງືອ່ນໄຂສະໝັກໃຈຕິດຕາມປິ່ນປົວຕົນເອງ ຢູ່ເຮືອນ ກໍ່ຂໍໃຫ້ຜູ້ຕິດເຊື້ອ ພິຈາລະນາວ່າຕົນເອງເຂົ້າຕາມເງື່ອນໄຂໃນການປິ່ນປົວຢູ່ເຮືອນ ເຊັ່ນ: ຕິດເຊື້ອບໍ່ສະແດງອາການ ຫຼື ມີອາການເບົາບາງ, ບໍ່ຖືພາ, ອາຍຸຕໍ່າກວ່າ 60 ປີ ແລະ ບໍ່ມີພະຍາດປະຈໍາຕົວ. ໃນຂະນະດຽວກັນ ການປິ່ນປົວຢູ່ເຮືອນ ຄວນມີຫ້ອງແຍກປ່ຽວ, ມີອຸປະກອນຕິດຕາມຕົນເອງ, ຢາຟື້ນຖານປີ່ນປົວຕາມອາການ ແລະ ມີຄົນດູແລທີ່ແຂງແຮງດີ ແລະ ໄດ້ສັກວັກຊິນຄົບຖ້ວນ. ຄະນະສະເພາະກິດ ກໍຂໍໃຫ້ຜູ້ຕິດເຊື້ອທີ່ມີຈຸດປະສົງປິ່ນປົວຢູ່ເຮືອນ ຈິງໃຈລາຍງານຄວາມເປັນຈິງຂອງສະພາບຕົນເອງ ເມື່ອແພດໂທສອບຖາມ ເພື່ອຕິດຕາມອາການ, ຖ້າຜູ້ຕິດເຊື້ອເປັນ ຜູ້ສູງອາຍຸ ແລະ ມີພະຍາດປະຈຳໂຕ ແລະ ບໍ່ທັນເຄີຍໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ 19 ແມ່ນບໍ່ຄວນປິ່ນປົວຢູ່ເຮືອນ ເພາະໂອກາດທີ່ຈະກ້າວໄປສູ່ຂັ້ນຮຸນແຮງ, ວິກິດ ຫຼື ເສຍຊີວິດ ແມ່ນສູງຫຼາຍ. ສຳລັບຜູ້ທີ່ກວດດ້ວຍເຄື່ອງກວດແບບໄວ ຖ້າພົບເຊື້ອກໍ່ຂໍໃຫ້ແຈ້ງອຳນາດການປົກຄອງບ້ານເພື່ອລົງທະບຽນ ແລະ ປະສານຫາສາຍດ່ວນ 164 ຂໍຄຳປືກສາຕິດຕາມ ແລະ ລາຍງານອາການຕົນເອງຢ່າງເປັນປະຈຳ.
ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ຂໍແຈ້ງໃຫ້ບັນດາທ່ານຊາບວ່າມາຮອດມື້ນີ້ທົ່ວປະເທດລາວສັກວັກຊີນທັງໝົດ: ເຂັມທີ1 ສັກໄດ້4.823.889 (ອັດຕາປົກຄຸມ 65,74%)ແລະທຸກເຂັມທີ່ແນະນໍາ 4.245.954(ອັດຕາປົກຄຸມ 57,86 %) ແລະ ເລີ່ມຈາກຕົ້ນເດືອນມີນາ ຈະມີການຂະຫຍາຍການສັກວັກຊິນໃນກຸ່ມອາຍຸ 6 ຫາ 11ປີ.
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
– ໂຮງໝໍເມືອງ 9 ຕົວເມືອງ
2. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.