ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ1,243ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 616ຄົນ ໃນ9ເມືອງ
2. ຫຼວງພະບາງ123 ຄົນ ໃນ 5 ເມືອງ
3. ອຸດົມໄຊ108 ຄົນ ໃນ 5 ເມືອງ
4. ບໍ່ແກ້ວ103 ຄົນ ໃນ 6 ເມືອງ
5. ຫຼວງນໍ້າທາ 52 ຄົນ ໃນ 2 ເມືອງ
6. ສະຫວັນນະເຂດ 48ຄົນ ໃນ 5 ເມືອງ
7. ແຂວງວຽງຈັນ44 ຄົນ ໃນ 7 ເມືອງ
8. ໄຊຍະບູລີ 29ຄົນ ໃນ 4 ເມືອງ
9. ຈຳປາສັກ 26ຄົນ ໃນ 4 ເມືອງ
10. ບໍລິຄຳໄຊ18ຄົນ ໃນ 5 ເມືອງ
11. ໄຊສົມບູນ 17ຄົນ ໃນ 4 ເມືອງ
12. ຊຽງຂວາງ 12ຄົນ ໃນ 1 ເມືອງ
13. ເຊກອງ 12ຄົນ
14. ຜົ້ງສາລີ 12ຄົນ ໃນ 2 ເມືອງ
15. ຄຳມ່ວນ9ຄົນ ໃນ 4 ເມືອງ
16. ຫົວພັນ8ຄົນ ໃນ 3 ເມືອງ
17. ສາລະວັນ 5ຄົນ ໃນ 2 ເມືອງ
18. ອັດຕະປື 1ຄົນ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 02ຄົນຈາກນະຄອນຫຼວງ ແລະ ແຂວງຈຳປາສັກທັງໝົດໄດ້ເຂົ້າຈຳກັດຢູ່ສູນຈຳກັດບໍລິເວນກ່ອນກວດພົບເຊື້ອ ແລະ ສົ່ງໄປປີ່ນປົວຢູ່ຕາມສະຖານທີ່ປີ່ນປົວທີ່ກຳນົດໄວ້.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ 93,061ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້714ຄົນ,ກໍາລັງປິ່ນປົວ12,015ຄົນ ແລະ ເສຍຊີວິດສະສົມທັງໝົດ256ຄົນ
(ໃໝ່ 6 ຄົນ).
• ຂໍ້ມູນສຳລັບຄົນທີ່ເສຍຊີວິດໃໝ່ 06 ຄົນ:
1). ເພດຊາຍ, ອາຍຸ 50 ປີ, ບ້ານພະທາວ, ເມືອງທຸລະຄົມ,ແຂວງວຽງຈັນ
– ເປັນຄົນມີສຸຂະພາບແຂງແຮງດີ
– ບໍ່ໄດ້ຮັບການສັກວັກຊິນປ້ອງກັນໂຄວິດ-19
2). ເພດຊາຍ, 56 ປີ, ບ້ານລາດຊະວົງໄຊ, ນະຄອນໄກສອນ, ແຂວງສະຫວັນນະເຂດ (ນັບເປັນຄົນ
ແຂວງວຽງຈັນ)
– ພະຍາດປະຈໍາຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ
– ໄດ້ຮັບການສັກວັກຊິນປ້ອງກັນໂຄວິດ-19 ຄົບ
3). ເພດຍິງ, ອາຍຸ 70 ປີ: ບ້ານໂພນໝີໄຕ້, ເມືອງວຽງຄຳ, ແຂວງວຽງຈັນ
– ພະຍາດປະຈຳຕົວ:ຫືດແລະ ພະຍາດປອດອຸດຕັນຊ້ຳເຮື້ອ
– ໄດ້ຮັບການສັກວັກຊິນປ້ອງກັນໂຄວິດ-19 ຄົບ
4). ເພດຍິງ, ອາຍຸ 38 ປີ, ບ້ານດອນກອຍ, ເມືອງສີສັດຕະນາກ, ນະຄອນຫລວງ
– ພະຍາດປະຈໍາຕົວ: ເບົາຫວານ
– ໄດ້ຮັບການສັກວັກຊິນປ້ອງກັນໂຄວິດ-19 ຄົບ
5). ເພດຍິງ, ອາຍຸ 56 ປີ, ບ້ານໂພນເງິນ,ເມືອງຫາດຊາຍຟອງ, ນະຄອນຫຼວງ
6). ເພດຊາຍ, ອາຍຸ 86 ປີ, ບ້ານໂພນໄຊ, ເມືອງໄຊທານີ, ນະຄອນຫລວງ
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບໃນຄອບຄົວ ມານະທີ່ນີ້ດ້ວຍ
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີ 1 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ມສ ເຈົ້າອານຸວົງ
– ສຳລັບ ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ປິດຊົ່ວຄາວ)
 ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
4. ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ)
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
• ບ້ານແດງໃນທົ່ວປະເທດມີ:1,114ບ້ານໃນ 118ເມືອງຈາກ 18ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ມີ 23ບ້ານ ໃນ 12ເມືອງຈາກ 11ແຂວງ
• ບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ມາເປັນເຂດເຫຼືອງ ໃນນະຄອນຫຼວງວຽງຈັນ ບໍ່ມີ
ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ,ກະຊວງສາທາລະນະສຸກ.
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 14ທັນວາ2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,434ຄົນ. ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ85ສູນ ແລະ 59 ໂຮງແຮມມີຜູ້ຈຳກັດບໍລິເວນທັງໝົດ4,548ຄົນ (ຢູ່ສູນ 2,833ຄົນແລະ ໂຮງແຮມ1,715ຄົນ).
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ປັດຈຸບັນ ຫຼາຍປະເທດໃນທົ່ວໂລກ ຍັງຄົງພະເຊີນກັບການລະບາດຂອງພະຍາດໂຄວິດ-19ໂດຍສະເພາະ ສະຫະລັດອາເມລິກາ ທີ່ມີຕົວເລກຜູ້ຕິດເຊື້ອສະສົມ ຫຼາຍກວ່າ 50 ລ້ານຄົນ ແລະ ຕົວເລກຜູ້ເສຍຊີວິດຫຼາຍກວ່າ 8 ແສນຄົນ ເຊິ່ງໄລຍະຫຼັງມານີ້ຜູ້ເສຍຊີວິດສ່ວນໃຫຍ່ ກໍ່ແມ່ນຜູ້ສູງອາຍຸ ທີ່ປະຕິເສດການສັກວັກຊີນກັນໂຄວິດ-19. ສະນັ້ນ, ຈຶ່ງຂໍຮຽກຮ້ອງ ມາຍັງບັນດາທ່ານ ໃຫ້ນຳພາຜູ້ສູງອາຍຸໃນຄອບຄົວຂອງທ່ານ ໄປຮັບການສັກວັກຊີນ ຢູ່ຈຸດບໍລິການໃກ້ບ້ານ ເພື່ອຫຼຸດຜ່ອນຄວາມຮຸນແຮງຂອງພະຍາດ ແລະ ການເສຍຊີວິດຈາກພະຍາດດ່ັງກ່າວ ເມື່ອຕິດເຊື້ອ.
• ເນື່ອງຈາກ ປັດຈຸບັນ ຢູ່ນະຄອນຫຼວງວຽງຈັນ ເຫັນວ່າ ການໄປ-ມາ ຕາມສະຖານທີ່ຕ່າງໆ ມີຄວາມສະດວກຫຼາຍຂຶ້ນກວ່າເກົ່າ, ຫຼາຍສະຖານທີ່ ກໍ່ກັບມາເປີດຮ້ານຢ່າງເປັນປົກກະຕິ. ແຕ່ເຖິງຢ່າງໃດກໍ່ຕາມ ພວກເຮົາ ກໍ່ບໍ່ຄວນປະໝາດ ຫຼື ປ່ອຍປະຫຼະເຫຼີງ ເພາະວ່າ ພວກເຮົາ ຍັງກວດພົບຜູ້ຕິດເຊື້ອໃໝ່ ຫຼາຍຮ້ອຍຄົນຕ່ໍວັນ ແລະ ຍັງບໍ່ທັນມີທ່າອ່ຽງທີ່ຈະຫຼຸດລົງເທື່ອ. ດັ່ງນັ້ນ, ການມີສ່ວນຮ່ວມຈາກທຸກພາກສ່ວນໃນສັງຄົມ ຈຶ່ງມີຄວາມໝາຍ ຄວາມສຳຄັນ ແລະ ຈຳເປັນທີ່ສຸດ ກໍ່ຄື ທຸກຄົນ ຕ້ອງເປັນເຈົ້າການຕົນເອງ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຕົນເອງ ສຳຄັນທີ່ສຸດ ຕ້ອງໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືເລື້ອຍໆ ຫຼື ຖືເຈວລ້າງມືຂ້າເຊື້ອຕິດໂຕ ເມື່ອເດີນທາງອອກໄປຂ້າງນອກ, ເມື່ອຮູ້ວ່າຕົນເອງເປັນຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ ຫຼື C1 ນັ້ນ ກໍ່ຕ້ອງກັກໂຕຢ່າງເຂັ້ມງວດ ຢູ່ເຮືອນ ເປັນເວລາ 14 ວັນ, ບໍ່ໃຫ້ອອກໄປຂ້າງນອກ ຫຼື ພົວພັນ ກັບບຸກຄົນອື່ນ ຢ່າງເດັດຂາດ. ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອ ຢຸດ ຫຼື ຕັດວົງຈອນ ການແຜ່ເຊື້ອ.
• ສຳລັບ ຜູ້ປະກອບການທຸລະກິດ ຕ້ອງມີການກວດສອບ ແລະ ປັບປຸງລະບົບໝູນວຽນອາກາດ ພາຍໃນຮ້ານ ຫຼື ສະຖານທີ່ຂອງຕົນ ພ້ອມທັງ ການຈັດສະຖານທີ່ໃຫ້ໄປຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ ເປັນຕົ້ນ ສະແກນ QR code ແອັບ ລາວສູ້ສູ້ ກ່ອນເຂົ້າຮ້ານ, ໃສ່ຜ້າປິດປາກ-ດັງ, ຕັ້ງຈຸດກັ່ນກອງອຸນຫະພູມ, ກວດບັດສັກວັກຊີນ, ຈັດສັນບ່ອນນັ່ງ ໃຫ້ມີໄລຍະຫ່າງ 1ແມັດ ຂຶ້ນໄປ, ຈັດສັນບ່ອນລ້າງມື ແລະ ສະບູ ໃຫ້ເແກ່ຜູ້ມາໃຊ້ບໍລິການ.
• ອີກເທື່ອໜຶ່ງ ສຳລັບ ຜູ້ທີ່ສະໝັກໃຈ ປິ່ນປົວຕົນເອງຢູ່ເຮືອນ ເມື່ອທ່ານຮູ້ສຶກບໍ່ສະບາຍ ຫຼື ມີພະຍາດປະຈຳໂຕ ຫຼື ຫາຍໃຈຝຶດ ຫຼື ເປັນຜູ້ສູງອາຍຸ ທ່ານ ສາມາດ ໂທສອບຖາມ ສາຍດ່ວນ 164 ເພື່ອນຳສົ່ງທ່ານ ໄປປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍທີ່ກຳນົດໄວ້.
• ປັດຈຸບັນ ມີຂ່າວຈາກສື່ສັງຄົມອອນລາຍ ກ່ຽວກັບການຫ້າມປະຊາຊົນ ໄປສັກວັກຊີນເຂັມທີ 3 ເຊິ່ງຂ່າວດ່ັງກ່າວ ແມ່ນບໍ່ເປັນຄວາມຈິງ. ສະນັ້ນ, ກໍ່ຂໍໃຫ້ທຸກຄົນ ວິເຄາະຂໍ້ມູນກ່ອນຈະສົ່ງຕໍ່ ພິຈາລະນາຂ່າວດ່ັງກ່າວວ່າ ແມ່ນຄວາມຈິງ ຫຼື ຂ່າວປອມ. ຫາກທ່ານສົ່ງຕໍ່ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ ອາດຈະເຮັດໃຫ້ເກີດຄວາມສັບສົນ ແລະ ສ້າງຄວາມປັ່ນປ່ວນໃຫ້ແກ່ສັງຄົມໄດ້. ສະນັ້ນ ຈຶ່ງຂໍໃຫ້ບັນດາທ່ານ ຕິດຕາມ, ຮັບຟັງຂໍ້ມູນຂ່າວສານທີ່ເປັນທາງການ ແລະ ຖືກຕ້ອງ ໄດ້ທີ່ ເວັບໄຊ້ ຄະນະສະເພາະກິດ, ເວັບໄຊ້ ກົມຄວບຄຸມພະຍາດຕິດຕໍ່, ເຟດບຸກສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ, ໂທລະພາບ, ວິທະຍຸ ແລະ ໜັງສືພິມທາງການ.
• ກ່ອນຈະຈົບການລາຍງານ ໃນມື້ນີ້ ຂ້າພະເຈົ້າ ຂໍແຈ້ງບັນດາທ່ານ ຊາບວ່າ ກ່ຽວກັບ ການສັກຢາສັກຊິນໂຄວິດ-19 ໃນວັນທີ14 ທັນວາ 2021ສັກໄດ້ທັງໝົດ35.467ຄົນ, ເຂັມ1ສັກໄດ້24.908ຄົນ, ເຂັມ2ສັກໄດ້10.559ຄົນ. ມາຮອດມື້ນີ້ ສາມາດ ສັກເຂັມ1ໄດ້4.290.980ຄົນກວມເອົາ58,48%, ເຂັມ2ສັກໄດ້3.311.871ຄົນກວມເອົາ45,13%. ສຳລັບ12-17ປີແມ່ນສັກໄດ້35,3%.