ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 14 ມີນາ 2022 ໄດ້ກວດວິເຄາະທັງໝົດ 3,037 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 722 ຄົນ (ຕິດເຊື້ອພາຍໃນ 693 ຄົນ ແລະ ນໍາເຂົ້າ 30 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 692 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
1 ນະຄອນຫຼວງ 478 ຄົນ
2 ສະຫັວນນະເຂດ 58 ຄົນ
3 ຊຽງຂວາງ 30 ຄົນ
4 ຫົວພັນ 20 ຄົນ
5 ບໍລິຄໍາໄຊ 13 ຄົນ
6 ຄໍາມ່ວນ 12 ຄົນ
7 ວຽງຈັນ 11 ຄົນ
8 ໄຊສົມບູນ 11 ຄົນ
9 ອັດຕະປື 11 ຄົນ
10 ບໍ່ແກ້ວ 9 ຄົນ
11 ເຊກອງ 9 ຄົນ
12 ໄຊຍະບູລີ 8 ຄົນ
13 ຫຼວງພະບາງ 6 ຄົນ
14 ອຸດົມໄຊ 6 ຄົນ
15 ຫຼວງນໍ້າທາ 5 ຄົນ
16 ສາລະວັນ 4 ຄົນ
17 ຈໍາປາສັກ 1 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 30 ຄົນ ຈາກ ສະຫວັນນະເຂດ 01 ຄົນ, ອັດຕະປື 02 ຄົນ, ຊຽງຂວາງ 02 ຄົນ, ບໍລິຄໍາໄຊ 05 ຄົນ, ຈໍາປາສັກ 09 ຄົນ ແລະ ຫົວພັນ 11 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 147,409 ຄົນ, ອອກໂຮງໝໍວານນີ້ 110 ຄົນ, ກຳລັງປິ່ນປົວ 1,203 ຄົນ ແລະ ເສຍຊີວິດທັງໝົດ 643 ຄົນ (ເສຍຊິວິດໃໝ່ 1 ຄົນ ຈາກແຂວງສາລະວັນ). ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ
 ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
ຈຸດທີ 1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ຈຸດທີ 2. ໂຮງໝໍເມືອງ 9 ຕົວເມືອງ
ຈຸດທີ 3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ຈຸດທີ 4. ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ການລະບາດຂອງພະຍາດໂຄວິດ ໃນທົ່ວໂລກ ໃນອາທິດຜ່ານມາ ແລະ ປະຈຸບັນ ຍັງສືບຕໍ່ມີການຕິດເຊື້ອເພີ່ມຂື້ນໃນແຕ່ລະມື້ບໍ່ແຕກຕ່າງກັນ ເຊິງຕົວເລກຜູ້ຕິດເຊື້ອມື້ວານນີ້ ແມ່ນ 1 ລ້ານກວ່າຄົນ ຕົວເລກຜູ້ຕິດເຊື້ອຢູ່ ເຂດ ອາເມຣິກາ ແລະ ຢູໂລບ ແມ່ນມີໂຕເລກຜູ້ຕິດເຊື້ອຫຼຸດລົງ ກົງກັນຂ້າມ ຈໍານວນຜູ້ຕິດເຊື້ອຢູ່ ເຂດ ອາຊີ ແລະ ປະເທດເພື່ອນບ້ານ ແມ່ນມີທິດທາງການເພີ່ມຂື້ນ ແລະ ໜ້າເປັນຫວງ. ເຊິງສາເຫດຂອງການລະບາດຮອບນີ້ ແມ່ນເກີດຈາກສາຍພັນໂອມີຄຣອນ. ຕໍ່ກັບການລະບາດດັ່ງກ່າວພວກເຮົາທຸກຄົນ ຕ້ອງມີສະຕິ ໃນການປ້ອງກັນຕົນເອງຢ່າງເຂັ້ມງວດ ແລະ ເຮັດປັນປະຈຳເຊັ່ນ:ໃສ່ຜ້າປິດປາກດັງ ຕະຫຼອດເວລາ ເມື່ອອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ແລະ ຮັກສາໄລຍະຫ່າງ ນອກຈາກນັ້ນບໍ່ຄວນໄປ ບ່ອນມີມີຄົນຫຼາຍ ຫຼື ແອອັດ, ຖ້າຫາກທ່ານ ປ່ອຍປະຫຼະເຫຼິງ ບໍ່ປ້ອງກັນຕົນເອງຢ່າງຮອບດ້ານ ທ່ານຈະມີໂອກາສູງທີ່ຈະຕິດເຊື້ອ ແລະ ສາມາດແຜ່ເຊື້ອສູ່ຄົນອ້ອມຂ້າງ ຫຼື ຄົນໃນຄອບຄົວຂອງທ່ານໄດ້. ສິ່ງສໍາຄັນທຸກຄົນຕ້ອງເປັນເຈົ້າການຮ່ວມກັນກະຕຸກຊຸກຍູ້ ໃຫ້ໝູ່ເພື່ອອ້ອມຂ້າງ, ຍາດຕິພີ່ນ້ອງ ແລະ ສະມາຊິກພາຍໃນຄອບຄົວ ຈົ່ງຮ່ວມໃຈໄປສັກວັກຊິນ ໃຫ້ຄົບເຂັ້ມ ພ້ອມທັງເຂັ້ມກະຕຸ້ນ.
• ສໍາລັບ ການລະບາດ ໂອມີຄຣອນ ຢູ່ ສປປ ລາວ ແມ່ນມີໂອກາດສູງທີ່ຈະແຜລະບາດເປັນວົງກວ້າງ,ສໍາລັບ ນະຄອນຫຼວງວຽງຈັນ ແມ່ນ ພົບຜູ້ຕິດເຊື້ອເພີ່ມຂື້ນ ຢູ່ໃນລະດັບ 100-200 ກວ່າຄົນ ມາໄດ້ 1 ອາທິດແລ້ວ ເຊິງແຕກຕ່າງຈາກ ຫຼາຍອາທິດກ່ອນ ແມ່ນຕົວເລກລາຍງານ ແມ່ນບໍ່ຮອດ 100 ຄົນຕໍ່ມື້. ມື້ວານນີ້ ຕົວເລກຜູ້ຕິດເຊື້ອທົ່ວປະເທດເເມ່ນ 700 ກວ່າຄົນ ເຊິງເປັນຕົວເລກທີ່ສູງຫຼາຍ ເປັນມື້ທໍາອິດ ນັບແຕ່ ທ້າຍເດືອນມັງກອນຜ່ານມາພວກເຮົາສາມາດຄວບຄຸມໂຕເລກຜູ້ຕິດເຊື້ອຢູ່ໃນລະດັບຕໍ່າກວ່າ 500 ຄົນຕໍ່ມື້. ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນ ການລະບາດບໍ່ໃຫ້ມີການຕິດເຊື້ອເພີ້ມຂື້ນສູງໃນປະເທດຂອງພວກເຮົາ, ຂໍຮຽກຮ້ອງມາຍັງປະຊົນລາວບັນດາເຜົ່າ ທົ່ວປະເທດ ຮ່ວມໃຈກັນມາສັກວັກຊິນປ້ອງກັນໂຄວິ-19 ໃຫ້ບັນລຸເປົ້າໝາຍທີ່ໄດ້ກໍານົດໄວ້ ແລະ ຮ່ວມແຮງຮ່ວມໃຈກ້າວຜ່ານການລະບາດຄັ້ງນີ້ໄປພ້ອມກັັນ.
• ປັດຈຸບັນ ເພື່ອເຝົ້າລະວັງ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະ ສາຍພັນໂອໄມຄຣອນ ຢູ່ ສປປ ລາວ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ, ຂ້າພະເຈົ້າ ຈຶ່ງຂໍແຈ້ງໃຫ້ບັນດາທ່ານຊາບວ່າ ເມື່ອທ່ານ ກວດຊອກຫາໂຄວິດດ້ວຍຕົນເອງ ໂດຍການນຳໃຊ້ຊຸດເຄື່ອງກວດແບບໄວ, ຖ້າຫາກຜົນກວດພົບເຊື້ອ ທ່ານສາມາດລົງທະບຽນ ໂດຍເຂົ້າໄປເບິ່ງຂໍ້ມູນເພີ້ມເຕີມ ໄດ້ທີ່ ເຟດບຸກຂອງສູນຂ່າວສານການແພດສຸຂະສຶກສາ.
• ປະຈຸບັນຜູ້ທີ່ຕິດເຊື້ອ ໂຄວິດ-19 ໂດຍຜ່ານການກວດດ້ວຍຕົນເອງແບບໄວ ຫຼື ກວດດ້ວຍເຄື່ອງກວດ Real time PCR ກໍ່ດີ, ຫຼາຍທ່ານ ທີ່ມີອາການເບົາບາງ ແລະ ບໍ່ນອນຢູ່ໃນກຸ່ມສ່ຽງ ແມ່ນ ໄດ້ປິ່ນປົວ ຢູ່ເຮືອນ ຄວນປະຕິບັດດັ່ງນີ້: 1) ຄວນມີຜູ້ເບິ່ງແຍງທີ່ບໍ່ມີປັດໃຈສ່ຽງ ແລະ ບໍ່ຄ່ອຍອອກໄປພົບປະຜູ້ອື່ນຂ້າງນອກເຮືອນ, 2) ກຽມພື້ນທີ ຫຼື ຫ້ອງແຍກຈາກຜູ້ອື່ນທີ່ອາໃສຢູ່ໃນເຮືອນນໍາກັນ, 3) ໃນຫ້ອງຕ້ອງເປີດປ່ອງອ້ຽມເພື່ອເຮັດໃຫ້ມີອາກາດຖ່າຍເທ, 4) ຖ້າໃນຫ້ອງຖາກມີ ຫຼາຍກວ່າ 1ທ່ານທີ່ກໍາລັງປີ່ນປົວຕົນເອງຢູ່ຫ້ອງນໍາກັນ ຄວນໃສ່ຜ້າອັດປາກ-ດັງ, 5) ອານາໄມມືເລື່ອຍໆ ໂດຍເຈວລ້າງມື ແລະ ອານະໄມຂ້າເຊື້ອໃນບໍລິເວນຫ້ອງ, 6) ພັກຜອນ, ດື່ມນໍ້າ, ຮັບປະທານອາຫານໃຫ້ຄົບ 5 ໝູ່ໃຫ້ພຽງພໍ. 7) ຖ້າທ່ານມີອາການໄຂ້ ຫຼື ເຈັບປວດຕາມກ້າມຊີ້ນ ແມ່ນ ຕ້ອງກິນຢາແກ້ວປວດຫຼືລົດໄຂ້ ພ້ອມທັງຕິດຕາມຕົນເອງ ຖ້າມີອາການ ຫາຍໃຈຍາກ, ງ້ວງຊືມ, ເຈັບໜ້າເອິກ, ຫຼື ຜູ້ທີ່ຕິດຕາມ ຫາກພົບເຫັນອາການດັ່ງກ່າວ ແມ່ນ ຕ້ອງ ໂທປຶກສາ ສາຍດ່ວນ 164 ເພື່ອຂໍຄໍາປືກສາທັນທີ.
• ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ ສັກວັກຊີນ
ສໍາລັບ ກຸ່ມອາຍຸ 6-11 ປີ ເຂັ້ມ 1 ສັກໄດ້ 41 %, ກຸ່ມອາຍຸ 12-17 ປີ ເຂັ້ມ 1 ສັກໄດ້ 69,2% ແລະ ເຂັ້ມ 2 ສັກໄດ້ 50,7 %. ທົ່ວປະເທດ ເຂັມທີ 1 ສັກໄດ້ 5.336.968 (ອັດຕາປົກຄຸມ 72,73%) ແລະ ທຸກເຂັມທີ່ແນະນໍາ 4.388.173 (ອັດຕາປົກຄຸມ 59,80%) ແລະ ເຂັ້ມກະຕຸ້ນ ສັກໄດ້ 13,9%.