ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ15ກຸມພາ2022, ໄດ້ກວດວິເຄາະທັງໝົດ 2,753ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ345ຄົນ(ຕິດເຊື້ອພາຍໃນ 332ຄົນ ແລະ ນໍາເຂົ້າ 13 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ345ຄົນຈາກ 17ແຂວງແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 51 ຄົນ
2. ສະຫວັນນະເຂດ 23 ຄົນ
3. ຈຳປາສັກ 11 ຄົນ
4. ສາລະວັນ 8 ຄົນ
5. ເຊກອງ 1 ຄົນ
6. ອັດຕະປື 24 ຄົນ
7. ບໍ່ແກ້ວ 2 ຄົນ
8. ວຽງຈັນ 8 ຄົນ
9. ຫຼວງພະບາງ 3 ຄົນ
10. ຫຼວງນ້ຳທາ 1 ຄົນ
11. ອຸດົມໄຊ 6 ຄົນ
12. ຜົ້ງສາລີ 12 ຄົນ
13. ໄຊຍະບູລີ 30 ຄົນ
14. ຊຽງຂວາງ 31 ຄົນ
15. ຄຳມ່ວນ 20 ຄົນ
16. ບໍລິຄຳໄຊ 10 ຄົນ
17. ໄຊສົມບູນ 7 ຄົນ
18. ຫົວພັນ 84 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 13 ຄົນ ຈາກແຂວງສະຫວັນນະເຂດ 9 ຄົນ, ຈຳປາສັກ2 ຄົນ, ບໍລິຄຳໄຊ 2 ຄົນເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
 
• ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດຢຸ່ໃນ ສປປ ລາວ140,030 ຄົນ, ອອກໂຮງໝໍວານນີ້227ຄົນ, ກຳລັງປິ່ນປົວ3,404ຄົນ ແລະ ເສຍຊີວິດທັງໝົດ602ຄົນ(ເສຍຊິວິດໃໝ່ 02ຄົນ).
– ສຳລັບຜູ້ເສຍຊີວິດໃໝ່02ຄົນ ທັງໝົດແມ່ນຢູ່ນະຄອນຫຼວງວຽງຈັນ
ຂ້າພະເຈົ້າຂໍສະແດງຄວາມເສຍໃຈມານຳຄອບຄົວແລະຍາດຕິພີ່ນ້ອງທີ່ໄດ້ສູນເສຍຄົນທີ່ຮັກແລະເຄົາລົບມານະທີ່ນີ້ດ້ວຍ
 ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ໂຄວິດສາຍພັນໂອໄມຄຣອນ ຫຼື ມີຊື່ວ່າ B.1.1.529 ຖືກລາຍງານຄັ້ງທຳອິດຕໍ່ອົງການອະນາໄມໂລກ ໃນວັນທີ 24 ພະຈິກ 2021 ທີ່ປະເທດອາຟຣິກາໃຕ້, ຫຼັງຈາກນັ້ນ ໄດ້ແຜ່ລາມໄປຍັງຫຼາຍປະເທດໃນທົ່ວໂລກຢ່າງໄວວາ ລວມທັງ ໃນທະວີບອາຟຣິກາໃຕ້, ຢູໂຣບ, ອາເມລິກາ, ອາຊີ, ອົດສະຕາລີ ເຮັດໃຫ້ອົງການອະນາໄມໂລກ ປະກາດໃຫ້ ໂອໄມຄຣອນ ເປັນສາຍພັນທີ່ໜ້າເປັນຫ່ວງສາຍພັນທີ 5 ຕໍ່ຈາກ ສາຍພັນອານຟ້າ, ເບຕ້າ, ແກມມ້າ ແລະ ເດວຕ້າ ເນື່ອງຈາກ ໂອໄມຄຣອນແຜ່ເຊື້ອໄດ້ໄວກວ່າ ສາຍພັນເດວຕ້າ ເຖິງ 2-5 ເທົ່າ, ເຊື້ອເຂົ້າສູ່ຮ່າງກາຍໄດ້ງ່າຍຂຶ້ນ ແລະ ສາມາດຫຼົບຫຼີກພູມຄຸ້ມກັນໄດ້ຫຼາຍຂຶ້ນຕື່ມອີກ.
• ການລາຍງານ ກວດພົບຜູ້ຕິດເຊື້ອໂຄວິດສາຍພັນໂອໄມຄຣອນ ຄັ້ງທຳອິດຂອງບາງປະເທດ:
– ວັນທີ 27 ພະຈິກ 2021: ພົບຢູ່ ອັງກິດ, ເຢຍລະມັນ ແລະ ອີຕາລີ
– ວັນທີ 28 ພະຈິກ 2021: ພົບຢູ່ເນເທີແລນ, ອົດສະຕາລີ
– ວັນທີ 30 ພະຈິກ 2021: ພົບຢູ່ຍີ່ປຸ່ນ
– ວັນທີ 2 ທັນວາ 2021: ພົບຢູ່ສະຫະລັດອາເມລິກາ, ອິນເດຍ
– ວັນທີ 3 ທັນວາ 2021: ພົບຢູ່ສະວິດເຊີແລນ, ມາເລເຊຍ
– ວັນທີ 6 ທັນວາ 2021: ພົບຢູ່ໄທ
– ວັນທີ 10 ທັນວາ 2021:ພົບຢູ່ ສິງກະໂປ
– ວັນທີ 13 ທັນວາ 2021: ພົບຜູ້ເສຍຊີວິດຄົນທຳອິດຈາກໂອໄມຄຣອນໃນໂລກ (ປະເທດອັງກິດ) ແລະ ສປ ຈີນ ພົບຜູ້ຕິດເຊື້ອຄົນທຳອິດ
– ວັນທີ 15 ທັນວາ 2021:ພົບຢູ່ ກຳປູເຈຍ
– ວັນທີ 1 ມັງກອນ 2022: ພົບ 130 ປະເທດທົ່ວໂລກ, ຕິດເຊື້ອສະສົມ 398,590 ຄົນ ແລະ ເສຍຊີວິດ 82 ຄົນ
– ວັນທີ 19 ມັງກອນ 2022: ພົບຢູ່ຫວຽດນາມ
 
• ເນື່ອງຈາກການລະບາດຂອງໂຄວິດ ສົ່ງຜົນໃຫ້ພວກເຮົາໝົດທຸກຄົນຕ້ອງໄດ້ປັບປ່ຽນຮຸບແບບວິຖີການດຳລົງຊີວິດໄປພ້ອມໆກັນໃນຫຼາຍປະເທດທົ່ວໂລກຫັນປ່ຽນການດຳລົງຊີວິດປົກກະຕິມາເປັນຮູບແບບໃໝ່ (new normal) ເພື່ອໃຫ້ສັງຄົມ ປອດໄພຈາກການຕິດເຊື້ອ, ປະຕິບັດໃຫ້ກາຍເປັນຄວາມຊິນເຄີຍ ແລະ ກາຍເປັນສ່ວນໜຶ່ງຂອງວິຖີຊີວິດປົກກະຕິຂອງຄົນໃນສັງຄົມ. ຂໍໃຫ້ພວກເຮົາທຸກຄົນ ໃຫ້ຄວາມສຳຄັນ ແລະ ປະຕິບັດຢ່າງເຄັ່ງຄັດ, ໃນນັ້ນ ລວມມີ:
– new normal ດ້ານສາທາລະນະສຸກ (ໃສ່ຜ້າປິດປາກ, ລ້າງມືເລື້ອຍໆ, ຮັກສາໄລຍະຫ່າງ)
– new normal ດ້ານເສດຖະກິດ (ເຮັດວຽກຢູ່ເຮືອນ)
– new normal ດ້ານການສຶກສາ (ຮຽນອອນລາຍ)
– new normal ດ້ານການທ່ອງທ່ຽວ (ໃສ່ຜ້າປິດປາກ, ລ້າງມືເລື້ອຍໆ, ຮັກສາໄລຍະຫ່າງ)
• ອີກເທື່ອໜຶ່ງ, ພວກເຮົາສາມາດປ້ອງກັນຕົນເອງ ໃຫ້ປອດໄພຈາກໂຄວິດ ໄດ້ຄືດັ່ງນີ້:
1. ຮັບວັກຊີນປ້ອງກັນໂຄວິດ ໃຫ້ຄົບກຳນົດຕາມໄລຍະເວລາທີ່ເໝາະສົມ ລວມທັງ ເຂັມກະຕຸ້ນ
2. ໃສ່ຜ້າປິດປາກດັງ
3. ຮັກສາໄລຍະຫ່າງ
4. ຫຼີກລ້ຽງສະຖານທີ່ແອອັດ, ສະຖານທີ່ ທີ່ອາກາດບໍ່ຖ່າຍເທ
5. ລ້າງມືເລື້ອຍໆ ໃຫ້ຖືກຕ້ອງຕາມສຸຂະອະນາໄມ
6. ເຝົ້າລະວັງ ແລະ ສັງເກດອາການເປັນປະຈຳ ຖ້າມີອາການຜິດປົກກະຕິ ຮີບຮ້ອນກວດຫາເຊື້ອ
ຫຼື ໄປພົບແພດ
 
ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ຂໍແຈ້ງໃຫ້ບັນດາທ່ານຊາບວ່າມາຮອດມື້ນີ້ທົ່ວປະເທດລາວສັກວັກຊີນທັງໝົດ: ເຂັມທີ1 ສັກໄດ້4.827.386 (ອັດຕາປົກຄຸມ 65,79%)ແລະທຸກເຂັມທີ່ແນະນໍາ 4.249.958(ອັດຕາປົກຄຸມ 57,92 %)
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
– ໂຮງໝໍເມືອງ 9 ຕົວເມືອງ
2. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
– ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.