ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ1,493ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 723ຄົນ ໃນ9ເມືອງ
2. ຫຼວງພະບາງ117ຄົນ ໃນ5ເມືອງ
3. ອຸດົມໄຊ110ຄົນ ໃນ7ເມືອງ
4. ບໍ່ແກ້ວ99ຄົນ ໃນ5ເມືອງ
5. ຫຼວງນໍ້າທາ 103ຄົນ ໃນ3ເມືອງ
6. ສະຫວັນນະເຂດ 30ຄົນ ໃນ3ເມືອງ
7. ແຂວງວຽງຈັນ110ຄົນ ໃນ10ເມືອງ
8. ໄຊຍະບູລີ 40 ຄົນ ໃນ6ເມືອງ
9. ຈຳປາສັກ 19 ຄົນ ໃນ6ເມືອງ
10. ບໍລິຄຳໄຊ29ຄົນ ໃນ5ເມືອງ
11. ໄຊສົມບູນ 45ຄົນ
12. ຊຽງຂວາງ 26ຄົນ ໃນ4ເມືອງ
13. ເຊກອງ 7ຄົນ ໃນ3ເມືອງ
14. ຜົ້ງສາລີ 2ຄົນ ໃນ1ເມືອງ
15. ຄຳມ່ວນ18ຄົນ ໃນ3ເມືອງ
16. ຫົວພັນ4 ຄົນ ໃນ1ເມືອງ
17. ສາລະວັນ 5ຄົນ ໃນ2ເມືອງ
18. ອັດຕະປື6ຄົນ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນບໍ່ມີ
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ94,554ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້685ຄົນ,ກໍາລັງປິ່ນປົວ12,228ຄົນ ແລະ ເສຍຊີວິດສະສົມທັງໝົດ262ຄົນ
(ໃໝ່ 6 ຄົນ).
• ຂໍ້ມູນສຳລັບຄົນທີ່ເສຍຊີວິດໃໝ່ 06 ຄົນ ລາຍລະອຽດ ດັ່ງນີ້:
1). ເພດຍິງອາຍຸ 72ປີ, ບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
– ສັກຢາວັກຊີນຄົບ
2). ເພດຍິງອາຍຸ 38 ປີ, ບ້ານດອນກອຍ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ
– ພະຍາດປະຈຳໂຕ: ເບົາຫວານ
– ສັກຢາວັກຊີນຄົບ
3). ເພດຊາຍອາຍຸ 67 ປີ, ບ້ານໜອງຊາຍ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ
– ພະຍາດປະຈຳໂຕ: ໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງ ແລະ ເບົາຫວານ
– ບໍ່ໄດ້ສັກວັກຊີນກັນໂຄວິດ
4). ເພດຊາຍອາຍຸ 23 ປີ, ບ້ານຂົວທີ່1, ເມືອງຫຼວງພະບາງ, ແຂວງຫຼວງພະບາງ
– ພະຍາດປະຈຳໂຕ: ຕັບແຂງ
– ໄດ້ສັກວັກຊິນຄົບ
5). ເພດຍິງອາຍຸ 60 ປີ, ບ້ານ: ໂນນຄໍາ, ເມືອງ: ເລົ່າງາມ, ແຂວງ: ສາລະວັນ
– ພະຍາດປະຈຳໂຕ: ເບົາຫວານ, ຄວາມດັນເລືອດສູງ, ໄຂ່ຫລັງຊຸດໂຊມແລະເປັນກະດັນຕັບ
– ສັກຢາວັກຊີນຄົບ
6). ເພດຍິງອາຍຸ 30 ປີ, ບ້ານປ່າຂາມ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ
– ພະຍາດປະຈຳໂຕ:ໄຂ່ຫລັງຊຸດໂຊມ
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບໃນຄອບຄົວ ມານະທີ່ນີ້ດ້ວຍ
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີ 1 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ມສ ເຈົ້າອານຸວົງ
 ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
4. ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ)
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
• ບ້ານແດງໃນທົ່ວປະເທດມີ:1,123ບ້ານໃນ 120ເມືອງຈາກ 18ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ມີ 36ບ້ານ ໃນ 25ເມືອງຈາກ 14ແຂວງ
• ບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ມາເປັນເຂດເຫຼືອງ ໃນນະຄອນຫຼວງວຽງຈັນ 1 ບ້ານ ໃນ 1 ເມືອງ
ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ,ກະຊວງສາທາລະນະສຸກ.
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 15ທັນວາ2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,213ຄົນ. ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ79ສູນ ແລະ 59 ໂຮງແຮມມີຜູ້ຈຳກັດບໍລິເວນທັງໝົດ4,426ຄົນ (ຢູ່ສູນ 2,797ຄົນແລະ ໂຮງແຮມ1,629ຄົນ).
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ມື້ນີ້ ນະຄອນຫຼວງ ພວກເຮົາ ກໍ່ຍັງກວດພົບຜູ້ຕິດເຊື້ອໃໝ່ສູງເຖິງ 723 ຄົນ, ໃນນັ້ນ ພົ້ນເດັ່ນກວ່າໝູ່ ກໍ່ແມ່ນ ກຸ່ມນັກຮຽນ ຄູ-ອາຈານ ຖັດລົງມາ ແມ່ນ ກຸ່ມກຳມະກອນແຮງງານ, ພະນັກງານທະຫານ-ຕຳຫຼວດ, ລັດວິສາຫະກິດ/ບໍລິສັດ/ເອກະຊົນ/ທະນາຄານ, ພະນັກງານສາທາ ແລະ ອື່ນໆ
• ບັນຫາທີ່ໜ້າກັງວົນທີ່ສຸດໃນນະຄອນຫຼວງວຽງຈັນຕອນນີ້ຄື ຜູ້ມາກວດ ປິດລັບອາຊີບຕົນເອງ ຊຶ່ງມື້ວານນີ້ມີທັງໝົດ ເຖິງ 125 ຄົນ. ການບໍ່ລະບຸອາຊີບ ແມ່ນມີສວ່ນ ເຮັດໃຫ້ນະຄອນຫຼວງສືບຕໍ່ແຜ່ເຊື້ອຢ່າງຕໍ່ເນື່ອງ ແລະ ສ້າງຄວາມສັບສົນ ທີ່ບໍ່ສາມາດຮູ້ໄດ້ວ່າການຕິດເຊື້ອ ແມ່ນຢູ່ໃນກຸ່ມໃດ. ສະນັ້ນ, ຂໍຮຽກຮ້ອງໃຫ້ທ່ານຈິງໃຈ ລະບຸອາຊີບຂອງຕົນໃຫ້ຈະແຈ້ງດ້ວຍ ເພື່ອສະດວກໃນການເກັບກຳ ແລະ ວິເຄາະຂໍ້ມູນ ໃນການຕິດຕາມຜູ້ສຳຜັດໃກ້ຊິດC1.
• ສໍາລັບຜູ້ໃດ ທີ່ໄດ້ໄກ້ຊິດກັບຜູ້ຕິດເຊື້ອ ສິ່ງທີ່ທ່ານຕ້ອງເຮັດທັນທີ:
– ຄືແຍກຕົວເອງຈາກຄົນອື່ນ, ແຍກບ່ອນນອນ, ແຍກຫ້ອງນໍ້າຖ້າມີເງື່ອນໄຂ, ບໍ່ກິນເຂົ້າຮ່ວມກັບຄົນອື່ນ, ແຍກເຄື່ອງໃຊ້ສ່ວນຕົວ.
– ສວ່ນຄອບຄົວ ຄວນອະນາໄມຂ້າເຊື້ອ ທຸກຈຸດທີ່ມີຫຼາຍຄົນໄດ້ສໍາຜັດຈັບບາຍ ເພື່ອທຸກຄົນຈະບໍ່ກາຍເປັນກຸ່ມສ່ຽງສູງ.
– ນອກນັ້ນຕ້ອງຕິດຕາມອຸນຫະພູມ ແລະ ຈົດບັນທຶກເອົາໄວ້, ໃສ່ຜ້າປິດປາກ-ດັງຢ່າງຖືກຕ້ອງຕະຫຼອດເວລາ, ໝັ່ນລ້າງມືເລື້ອຍໆ.
– ສໍາລັບທ່ານທີ່ມາກວດພະຍາດໂຄວິດແລ້ວ ໄລຍະລໍຖ້າຜົນກວດ ທ່ານຄວນກັກຕົນເອງຢ່າງເຂັ້ມງວດ. ເມື່ອທ່ານຖືກແຈ້ງວ່າ ຜົນກວດເປັນລົບ ທ່ານຄວນໄດ້ຕິດຕາມຕົນເອງຕໍ່ໄປ ແລະ ຫຼີກລ່ຽງການໄປສໍາຜັດກັບຄວາມສ່ຽງຄັ້ງໃໝ່.
• ແຕ່ຖ້າຫານທ່ານຖືກແຈ້ງວ່າທ່ານຕິດເຊື້ອແລ້ວນັ້ນກ່ອນທີ່ທາງທີມງານແພດໝໍຈະໄປຮັບທ່ານຍັງຕ້ອງປະຕິບັດມາດຕະການດັ່ງທີ່ໄດ້ກ່າວມາຂ້າງເທິງນີ້.ສຳລັບ ຜູ້ທີ່ສະໝັກໃຈ ປິ່ນປົວຕົນເອງຢູ່ເຮືອນ ເມື່ອທ່ານຮູ້ສຶກບໍ່ສະບາຍ ຫຼື ມີພະຍາດປະຈຳໂຕ ຫຼື ຫາຍໃຈຝຶດ ຫຼື ເປັນຜູ້ສູງອາຍຸ ທ່ານ ສາມາດ ໂທສອບຖາມ ສາຍດ່ວນ 164 ຂໍຄຳແນະນຳ ແລະ ປະສານນຳທີມແພດ ເພື່ອນຳສົ່ງໄປປິ່ນປົວໃຫ້ທັນເວລາ ຢູ່ໂຮງໝໍທີ່ກຳນົດໄວ້.
• ເພື່ອຊອກຄົ້ນຫາພະຍາດໃຫ້ໄດ້ໄວທີ່ສຸດ, ກະຊວງສາທາລະນະສຸກ ຈຶ່ງໄດ້ອະນຸມັດ ໃຫ້ນໍາໃຊ້ ຊຸດກວດແບບໄວ, ໂດຍນຳໃຊ້ຕາມທີ່ອົງການອະນາໄມໂລກຮັບຮອງໃນເຫດການພາວະສຸກເສີນເທົ່ານັ້ນ.ປັດຈຸບັນ ມີຫຼາຍພາກສ່ວນ ໄດ້ສວຍໂອກາດ ອອກມາໂຄສະນາຂາຍ ໂດຍສະເພາະໃນສື່ສັງຄົມອອນລາຍຕ່າງໆ ເຊິ່ງການນຳໃຊ້ນັ້ນ ຕ້ອງໄດ້ຄຳນຶງເຖິງຄຸນນະພາບ ແລະ ປະສິດຕິພາບ ອີກດ້ວຍ ເພາະອາດຈະໃຫ້ຜົນລົບປອມໄດ້. ພ້ອມດຽວກັນນັ້ນ ການນຳໃຊ້ຊຸດເຄື່ອງກວດ ທີ່ບໍ່ໄດ້ຮັບການອະນຸມັດຈາກກະຊວງສາທາລະນະສຸກ ຖືວ່າ ເປັນການກະທໍາທີ່ຜິດຕໍ່ລະບຽບກົດໝາຍ ເພາະ ຊຸດກວດທີ່ນໍາມາຂາຍອາດເປັນຂອງປອມ, ບໍ່ໄດ້ມາດຕະຖານ ແລະ ທີ່ສໍາຄັນທີ່ສຸດ ການເກັບມ້ຽນສິ່ງເສດເຫຼືອ-ຂີ້ເຫຍື້ອຈາກການນໍາໃຊ້ຊຸດກວດແບບໄວ້ນີ້ແມ່ນຕ້ອງໄດ້ປະຕິບັດຢ່າງເຄັ່ງຄັດ ຖ້າເຮັດບໍ່ຖືກຕ້ອງຈະສາມາດແຜ່ເຊື້ອໄປສູ່ຄົນອ້ອມຂ້າງຕື່ມອີກ. ສຳລັບ ທ່ານທີ່ຊື້ເຄື່ອງມາກວດດ້ວຍຕົນເອງ ແລ້ວຜົນກວດຂຶ້ນ 2 ຂີດແລະ ຂໍໃຫ້ທ່ານ ຮີບຮ້ອນໂທຫາສາຍດ່ວນ164, 165 ຫຼື166ເພື່ອລົງທະບຽນໃສ່ນ້ຳເບີລະຫັດຜູ້ຕິດເຊື້ອ ເພື່ອປະສານລົດມາຮັບທ່ານເຂົ້າໄປປິ່ນປົວທັນທີ ກໍລະນີທີ່ທ່ານມີອາການ, ເປັນຜູ້ສູງອາຍຸ ຫຼື ມີພະຍາດປະຈຳໂຕ.
• ອີກເທື່ອໜຶ່ງ ຂໍແຈ້ງບັນດາທ່ານ ຊາບວ່າ ກ່ຽວກັບ ການສັກຢາສັກຊິນໂຄວິດ-19ມາຮອດມື້ນີ້ ສັກເຂັມ1 ໄດ້58,94%, ເຂັມ 2 ສັກໄດ້45,27%. ສຳລັບ12-17ປີ ແມ່ນສັກໄດ້37,39%.
Loading...