ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 15 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,865 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,306 ຄົນ (ຕິດເຊື້ອພາຍໃນມີ 1,290 ຄົນ ແລະ ຕິດເຊື້ອນໍາເຂົ້າ 16 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1290 ຄົນ ຈາກ 16 ແຂວງເຊິ່ງມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 597 ຄົນ:ມາຈາກ 162 ບ້ານ ໃນ 8 ເມືອງ
• ເມືອງຈັນທະບູລີ ມີ 18 ບ້ານ (70 ຄົນ)
• ເມືອງສີໂຄດຕະບອງ ມີ 26 ບ້ານ (56 ຄົນ)
• ເມືອງໄຊເສດຖາ ມີ 33 ບ້ານ (111 ຄົນ)
• ເມືອງສີສັດຕະນາກ ມີ 18 ບ້ານ (57 ຄົນ)
• ເມືອງນາຊາຍທອງ ມີ 11 ບ້ານ (110 ຄົນ)
• ເມືອງໄຊທານີ ມີ 32 ບ້ານ (133 ຄົນ)
• ເມືອງຫາດຊາຍຟອງ ມີ 26 ບ້ານ (55 ຄົນ)
• ເມືອງປາກງື່ມ ມີ 01 ບ້ານ ( 01 ຄົນ)
• ຕ່າງແຂວງ (01 ຄົນ) ແຂວງວຽງຈັນ
• ຍັງສືບຕໍ່ເອົາຂໍ້ມູນ 12 ຄົນ
2. ຫຼວງພະບາງ ມີ 201 ຄົນ ໃນ 17 ບ້ານ ແລະ 6 ເມືອງ
3. ແຂວງວຽງຈັນ ມີ 110 ຄົນ ໃນ 33 ບ້ານ ແລະ 7 ເມືອງ
4. ຫຼວງນ້ຳທາ ມີ 8 ຄົນ ໃນ 4 ບ້ານ ແລະ 2 ເມືອງ
5. ຜົ້ງສາລີ ມີ 121 ຄົນ ໃນ 18 ບ້ານ ແລະ 4 ເມືອງ
6. ໄຊຍະບູລີ ມີ 62 ຄົນ
7. ຈຳປາສັກ ມີ 39 ຄົນ ໃນ 20 ບ້ານ ແລະ 4 ເມືອງ
8. ອຸດົມໄຊ ມີ 24 ຄົນ ໃນ 8 ບ້ານ ແລະ 1 ເມືອງ
9. ເຊກອງ ມີ 13 ຄົນ ໃນ 2 ບ້ານ ແລະ 2 ເມືອງ
10. ບໍລິຄຳໄຊ ມີ 26 ຄົນ ໃນ 4 ບ້ານ ແລະ 3 ເມືອງ
11. ຄຳມ່ວນມີ 11 ຄົນ ໃນ 6 ບ້ານ ແລະ 3 ເມືອງ
12. ສະຫວັນນະເຂດ ມີ 16 ຄົນ ໃນ 5 ບ້ານ ແລະ 3 ເມືອງ
13. ບໍ່ແກ້ວ ມີ 57 ຄົນ ໃນ 13 ບ້ານ ແລະ 2 ເມືອງ
14. ສາລະວັນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
15. ຫົວພັນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ
16. ອັດຕະປື ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 16 ຄົນ ຈາກນະຄອນຫຼວງວຽງຈັນ 9 ຄົນ,ສະຫວັນນະເຂດ 4 ຄົນ, ຄຳມ່ວນ 2 ຄົນ ແລະ ສາລະວັນ 1 ຄົນ ເຊິ່ງໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.
• ມາຮອດວັນທີ 16 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 56,324 ຄົນ, ເສຍຊີວິດສະສົມ 110 ຄົນ(ໃໝ່ 06), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 468 ຄົນ, ກໍາລັງປິ່ນປົວ 10,610 ຄົນ.
 ລາຍລະອຽດຜູ້ເສຍຊີວິດໃໝ່ 06 ຄົນ ມີດັ່ງນີ້:
ຜູ້ທີ 1: ເພດຊາຍ, ອາຍຸ 58 ປີ, ບ້ານໂພນຊຽງ, ເມືອງນໍ້າບາກ, ແຂວງຫລວງພະບາງ
– ພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມແລະຄວາມດັນເລືອດສູງ
– ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
– ວັນທີ 08 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍແຂວງດ້ວຍອາການໄຂ້, ໄອ, ຫາຍໃຈຝຶດ, ນອນພຽງບໍ່ໄດ້ພ້ອມ
ທັງເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ແລະຜົນກວດແມ່ນພົບເຊື້ອ
– ໄລຍະເວລານອນປີ່ນປົວຢູ່ໂຮງໝໍດັ່ງກ່າວແຕ່ວັນທີ 08-11 ພະຈິກ 2021, ເປັນເວລາ 07 ມື້
– ວັນທີ 14 ພະຈິກ 2021 ຜູ້ກ່ຽວມີອາການອິດເມື່ອຍຫລາຍ, ນອນບໍ່ຮູ້ສະຕີ ຈົນມາຮອດເວລາ 18:30 ໂມງ
ຜູ້ກ່ຽວໄດ້ເສຍຊີວິດ.
ຜູ້ທີ 2: ເພດຊາຍ, ອາຍຸ 46 ປີ, ອາຊີບ: ກໍາມະກອນ, ບ້ານໂພນສະຫວາດ, ເມືອງສີໂຄດຕະບອງ, ນະຄອນຫລວງ
– ຜູ້ກ່ຽວໄດ້ກັກໂຕໃນວັນທີ 22 ສິງຫາ 2021
– ເວລາ 19:40 ໂມງຂອງວັນທີ 14 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ
ຜູ້ທີ 3: ເພດຊາຍ, ອາຍຸ 74 ປີ, ອາຊີບ: ປະຊາຊົນ, ບ້ານໂພນສະຫວັນເໜຶອ, ເມືອງສີສັດຕະນາກ, ນະຄອນຫລວງ
– ພະຍາດປະຈໍາຕົວ: ບາດແຜກະເພາະແລະປະດົງ
– ຜ່ານມາໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົບ
– ວັນທີ 05 ພະຈິກ 2021: ຜູ້ກ່ຽວໄປກວດຢູ່ໂຮງໝໍມະໂຫສົດຍ້ອນຖ່າຍດໍາພ້ອມທັງເກັບຕົວຢ່າງມາກວດຊອກ
ຫາພະຍາດໂຄວິດ-19 ແລະຜົນກວດແມ່ນພົບເຊື້ອ
– ມາຮອດເວລາ 16:30 ໂມງຂອງວັນທີ 06 ພະຈິກ 2021: ມາໂຮງໝໍເສດຖາທິລາດດ້ວຍອາການຖ່າຍດໍາແລະ
ຫາຍໃຈຝຶດ
– ໄລຍະເວລານອນປີ່ນປົວຢູ່ໂຮງໝໍດັ່ງກ່າວແຕ່ວັນທີ 06-15 ພະຈິກ 2021, ເປັນເວລາ 09 ມື້
– ມາຮອດເວລາ 15:20ໂມງຂອງວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ
ຜູ້ທີ 4: ເພດຍິງ, ອາຍຸ 29 ປີ, ອາຊີບ ແມ່ເຮືອນ, ບ້ານໂພນສະຫວ່າງ, ເມືອງຈັນທະບູລີ, ນະຄອນຫລວງ.
– ຜູ້ກ່ຽວຖືພາ 36 ອາທິດ
– ວັນທີ 13 ພະຈິກ 2021 ຜູ້ກ່ຽວອິດເມື່ອຍ, ແໜ້ນໜ້າເອິກ, ຫາຍໃຈຍາກ ໂຮງໝໍມິດຕະພາບໄດ້ກວດຊອກຫາ
ເຊື້ອໂຄວິດ-19 ແລະ ຜົນກວດພົບເຊື້ອ
– ວັນທີ 14 ພະຈິກ 2021 ໄດ້ຜ່າຕັດເກີດລູກ ເປັນເດັກເພດຍິງແຂງແຮງດີ
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 13-15 ພະຈິກ 2021.
– ຮອດເວລາ 07:10 ໂມງຂອງວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ.
ຜູ້ທີ 5: ເພດຍິງ, ອາຍຸ 63 ປີ, ອາຊີບ: ແມ່ເຮືອນ, ບ້ານນາຊາຍທອງ, ເມືອງນາຊາຍທອງ, ນະຄອນຫລວງ.
– ພະຍາດປະຈໍາຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ
– ຜ່ານມາບໍ່ໄດ້ສັກຮັບການສັກວັກຊີນກັນໂຄວິດ-19.
– ວັນທີ 13 ພະຈິກ 2021 ມີອາການອິດເມື່ອຍ, ອ່ອນແຮງແຂນຂາເບື້ອງຂວາ, ໄອ, ກະວົນກະວາຍ ຈຶ່ງໄດ້ກວດ
ຊອກຫາເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບແລະ ຜົນກວດພົບເຊື້ອ ຈຶ່ງໄດ້ຂົ້ານອນປິ່ນປົວຢູ່ໂຮງໝໍດັ່ງກ່າວ
– ໄລຍະນອນປິ່ນປົວປົວຢູ່ໂຮງໝໍ ນັບແຕ່ວັນທີ 13-15 ພະຈິກ 2021.
– ມາຮອດເວລາ 07:45 ໂມງຂອງວັນທີ 15 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 6: ເພດຍິງ, ອາຍຸ 56 ປີ, ບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ, ນະຄອນຫລວງວງງຈັນ
– ເຂົ້າໂຮງໝໍໃນວັນທີ 7 ພະຈິກ 2021: ໄດ້ປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກຳນົດໄວ້
– ວັນທີ 13 ພະຈິກ 2021 ຮູ້ສຶກເມື່ອຍ, ແໜ້ນໜ້າເອີກກະທັນຫັນ, ເຫື່ອຊືມ ແລະຫມົດສະຕິ
– ມາຮອດເວລາ 20:00 ໂມງຂອງວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19
• ສໍາລັບຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່: ມີຄື
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ຈຸດເກັບຕົວຢ່າງ ຢູ່ມ. ຕົ້ນ ເຈົ້າອານຸວົງ ເນື່ອງຈາກ ຈຸດ ມສ ສີໂຄດ ຈະໄດ້ໃຊ້ສະຖານທີ່ເປັນໂຮງໝໍພາກສະໜາມ
 ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາເມືອງສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ, ບ້ານ ດົງປາແລບ, ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
• ບ້ານແດງໃນທົ່ວປະເທດ ມີ: 897 ບ້ານ 68 ເມືອງແລະ 15ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ ມີ 16 ບ້ານ, 11 ເມືອງ ແລະ 6 ແຂວງ
ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆ ຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 15 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,750 ຄົນ.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 59 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5,296 ຄົນ (ສູນ 3,341 ຄົນ ແລະ ໂຮງແຮມ 1,955 ຄົນ).