ວັນທີ 15 ມີນາ 2022 ໄດ້ກວດວິເຄາະທັງໝົດ 3,007 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 848 ຄົນ(ຕິດເຊື້ອພາຍໃນ 833 ຄົນ ແລະ ນໍາເຂົ້າ 15 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 833 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 495 ຄົນ
2 ສະຫັວນນະເຂດ 110 ຄົນ
3 ຊຽງຂວາງ 58 ຄົນ
4 ຫົວພັນ 32 ຄົນ
5 ຄໍາມ່ວນ 29 ຄົນ
6 ໄຊຍະບູລີ 24 ຄົນ
7 ບໍລິຄໍາໄຊ 18 ຄົນ
8 ບໍ່ແກ້ວ 16 ຄົນ
9 ວຽງຈັນ 15 ຄົນ
10 ອຸດົມໄຊ 9 ຄົນ
11 ຫຼວງພະບາງ 6 ຄົນ
12 ຫຼວງນໍ້າທາ 6 ຄົນ
13 ເຊກອງ 5 ຄົນ
14 ໄຊສົມບູນ 4 ຄົນ
15 ອັດຕະປື 4 ຄົນ
16 ຈໍາປາສັກ 1 ຄົນ
17 ສາລະວັນ 1 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 15 ຄົນຈາກສະຫວັນນະເຂດ 06 ຄົນ, ຈໍາປາສັກ 07 ຄົນ, ບໍລິຄໍາໄຊ 01 ຄົນແລະຫົວພັນ 01 ຄົນເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 148,257 ຄົນ, ອອກໂຮງໝໍວານນີ້ 32 ຄົນ, ກຳລັງປິ່ນປົວ 1,201 ຄົນ ແລະ ເສຍຊີວິດທັງໝົດ 643 ຄົນ(ບໍ່ມີເສຍຊິວິດໃໝ່)
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
ຈຸດທີ 1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ຈຸດທີ 2. ໂຮງໝໍເມືອງ 9 ຕົວເມືອງ
ຈຸດທີ 3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ຈຸດທີ 4. ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.
