ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນຈັນ ວັນທີ 16 ສິງຫາ ປີ 2021 ໄດ້ໃຫ້ຮູ້ວ່າ:
• ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 15 ສິງຫາ 2021:
• ໄດ້ກວດວິເຄາະທັງໝົດ 2,487 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 349 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 37 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
– ຫຼວງພະບາງ 1 ຄົນ (ເດີນທາງຈາກນະຄອນຫຼວງ ເຂົ້າຈຳກັດບໍລິເວນຢູ່ສູນຫຼວງພະບາງ)
– ບໍ່ແກ້ວ 27 ຄົນ
– ສະຫວັນນະເຂດ 8 ຄົນ
– ເຊກອງ 1 ຄົນ
ສ່ວນ ກໍລະນີນໍາເຂົ້າ ມີ 312 ຄົນ ຈາກ ນະຄອນຫຼວງ 104 ຄົນ, ຄຳມ່ວນ 63 ຄົນ, ຈຳປາສັກ 55 ຄົນ, ສະຫວັນນະເຂດ 53 ຄົນ, ສາລະວັນ 31 ຄົນ, ໄຊຍະບູລີ 5 ຄົນ ແລະ ຫຼວງພະບາງ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
• ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
• ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 10,441 ຄົນ, ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 4,188 ຄົນ.
• ສຳລັບ ຈຸດບໍລິການກວດໂຄວິດ-19 ຢູ່ ມສ ສີໂຄດ ໄດ້ເປີດໃຫ້ບໍລິການບັນດາທ່ານທຸກໆມື້ ໃນຕອນເຊົ້າ ເວລາ 9:00-12:00 ໂມງ.
• ສຳລັບ ບ້ານໃໝ່ທີ່ຖືກກຳນົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 1 ບ້ານຄື: ບ້ານຮ່ອງແກ, ເມືອງໄຊເສດຖາ
• ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 98 ສູນ ແລະ 45 ໂຮງແຮມ ມີຜູ້ຈຳກັດບໍລິເວນ 12,594 ຄົນ.
• ສຳລັບ ສປປ ລາວ ເຫັນວ່າ ສະພາບການລະບາດໃນຊຸມຊົນ ມີການລາຍງານໃນຫຼາຍແຂວງພ້ອມກັນ. ຕໍ່ກັບສະພາບການດັ່ງກ່າວ ຈຶ່ງຮຽກຮ້ອງມາຍັງບັນດາທ່ານ ບໍ່ຄວນປະໝາດ, ຫຼະເຫຼິງ, ຈົ່ງມີສະຕິລະວັງຕົວ ແລະ ເຂັ້ມງວດໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນ ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ຮັກສາໄລຍະຫ່າງ, ຫຼີກລ້ຽງການເດີນທາງໄປສະຖານທີ່ແອອັດ ຫຼື ສະຖານທີ່ ທີ່ມີຄວາມສ່ຽງ, ຫຼີີກລ້ຽງການຊຸມແຊວກັນໃນຄອບຄົວ, ໝູ່ເພື່ອນ ແລະ ເພື່ອນຮ່ວມງານ;