
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ16ກຸມພາ2022, ໄດ້ກວດວິເຄາະທັງໝົດ 3,003ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ323ຄົນ(ຕິດເຊື້ອພາຍໃນ 314ຄົນ ແລະ ນໍາເຂົ້າ 9 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ314ຄົນຈາກ 16ແຂວງແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 58 ຄົນ
2. ສະຫວັນນະເຂດ 37 ຄົນ
3. ຈຳປາສັກ 5 ຄົນ
4. ສາລະວັນ 17 ຄົນ
5. ເຊກອງ 5 ຄົນ
6. ອັດຕະປື 24 ຄົນ
7. ບໍ່ແກ້ວ 2 ຄົນ
8. ວຽງຈັນ 9 ຄົນ
9. ຫຼວງພະບາງ 9 ຄົນ
10. ຫຼວງນ້ຳທາ 1 ຄົນ
11. ອຸດົມໄຊ 10 ຄົນ
12. ຜົ້ງສາລີ 23 ຄົນ
13. ໄຊຍະບູລີ 14 ຄົນ
14. ຊຽງຂວາງ 31 ຄົນ
15. ຄຳມ່ວນ 5 ຄົນ
16. ບໍລິຄຳໄຊ 3 ຄົນ
17. ຫົວພັນ 61 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 9 ຄົນ ຈາກນະຄອນຫຼວງ 8 ຄົນ ແລະ ຄຳມ່ວນ 1 ຄົນເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດຢຸ່ໃນ ສປປ ລາວ140,353 ຄົນ, ອອກໂຮງໝໍວານນີ້312ຄົນ, ກຳລັງປິ່ນປົວ3,123ຄົນ ແລະ ເສຍຊີວິດທັງໝົດ602ຄົນ(ເສຍຊິວິດໃໝ່ 0 ຄົນ).
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ອົງການອະນາໄມໂລກ ໄດ້ກ່າວວ່າ ຈຳນວນຜູ້ຕິດເຊື້ອໃໝ່ຈາກພະຍາດໂຄວິດໃນທົ່ວໂລກ ແມ່ນຫຼຸດລົງເຖິງ 19% ໃນອາທິດທີ່ຜ່ານມາ ເຊິ່ງມີຜູ້ຕິດເຊື້ອໃໝ່ ປະມານ 16 ລ້ານຄົນ ໃນຂະນະທີ່ຈຳນວນຜູ້ເສຍຊີວິດຍັງຄົງຢູ່ໃນລະດັບຄົງທີ່ ປະມານ 75,000 ຄົນ. ໃນອາທິດທີ່ຜ່ານມາ:
– ປາຊີຟິກຕາເວັນຕົກ ມີລາຍງານການຕິດເຊື້ອໃໝ່ເພິ່ມຂຶ້ນ 19%
– ອາຊີຕາເວັນອອກສຽງໃຕ້ ມີລາຍງານການຕິດເຊື້ອໃໝ່ຫຼຸດລົງ 37%
– ຕາເວັນອອກກາງ (Middle East)ຈຳນວນຜູ້ເສຍຊີວິດເພິ່ມຂຶ້ນ 38 %
• ນອກຈາກນັ້ນ ອົງການອະນາໄມໂລກ ຍັງໄດ້ກ່າວວ່າ ຈຳນວນຜູ້ຕິດເຊື້ອ ທີ່ຖືກລາຍງານເຂົ້າໃນຖານຂໍ້ມູນໃນອາທິດທີ່ຜ່ານມານັ້ນ ຖ້າຄິດໄລ່ເປັນເປີເຊັນ ການແຜ່ລະບາດຂອງສາຍພັນ ໂອໄມຄຣອນ ແມ່ນສູງເຖິງ 98%.
• ສຳລັບ ປະເທດໃກ້ຄຽງ ສປປ ລາວ ເຫັນວ່າ ການລະບາດຂອງສາຍພັນໂອໄມຄຣອນ ຍັງຄົງໜ້າເປັນຫ່ວງ ພາຍຫຼັງຕົວເລກຜູ້ຕິດເຊື້ອສະສົມ ກັບມາເພິ່ມສູງຂຶ້ນອີກຄັ້ງ ໂດຍສະເພາະ ໃນເດືອນກຸມພາ ຕົວເລກຜູ້ຕິດເຊື້ອສູງເຖິງ 2 ແສນຄົນ ແລະ ເສຍຊີວິດ 3 ຮ້ອຍກວ່າຄົນເຮັດໃຫ້ຈຳນວນຕຽງຄົນເຈັບເຕັມ ແລະ ມີຄົນເຈັບລໍຖ້າຮັບການປິ່ນປົວເປັນຈຳນວນຫຼາຍ.
• ສຳລັບ ສປປ ລາວ ເຮົາ ແມ່ນກວດພົບສາຍພັນໂອໄມຄຣອນ ເກືອບ 30 ຄົນ ເຊິ່ງສ່ວນໃຫຍ່ ແມ່ນມາຈາກຜູ້ທີ່ເດີນທາງມາແຕ່ຕ່າງປະເທດ ແຕ່ພວກເຮົາກໍ່ບໍ່ຄວນປະໝາດ, ຕ້ອງມີສະຕິລະວັງຕົວຢູ່ຕະຫຼອດເວລາ.
• ເພື່ອສະກັດກັ້ນ ບໍ່ໃຫ້ເກີດມີການລະບາດໃນຊຸມຊົນເປັນວົງກວ້າງ, ພັກ ແລະ ລັດຖະບານ ໄດ້ຕິດຕາມສະພາບການຢ່າງໃກ້ຊິດ, ຄົ້ນຄວ້າມາດຕະການກຽມຄວາມພ້ອມ ແລະ ຮັບມື ໃນແຕ່ລະໄລຍະ ເປັນຕົ້ນ ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ, ການເກັບຕົວຢ່າງເລັ່ງຄົ້ນຫາຜູ້ຕິດເຊື້ອ ແລະ ຊອກຫາສາຍພັນ, ກຽມຄວາມພ້ອມລະບົບການຂົນສົ່ງ ຫຼື ເຄື່ອນຍ້າຍຄົນເຈັບ, ສະຖານທີ່ປິ່ນປົວ ສຳລັບ ຜູ້ທີ່ມີອາການໜັກ, ຢາປິ່ນປົວ, ອຸປະກອນການແພດທີ່ຈຳເປັນ ແລະ ບຸກຄະລາກອນທາງການແພດ.
• ສິ່ງສຳຄັນທີ່ສຸດ ກໍ່ຄື ການຮ່ວມແຮງຮ່ວມໃຈກັນ ເປັນຈິດໜຶ່ງໃຈດຽວ ເປັນເຈົ້າການໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ໃຫ້ດີທີ່ສຸດ ແລະ ເຮັດໃຫ້ເປັນປະຈຳ, ພ້ອມທັງ ໄປຮັບການສັກວັກຊີນໃຫ້ຄົບຕາມກຳນົດ, ຫຼຸດຜ່ອນ ຫຼື ຫຼີກລ້ຽງການເດີນທາງໄປເຂດທີ່ມີຄົນຫຼາຍ ເປັນຕົ້ນ ແມ່ນ ງານດອງ, ເຮືອນບຸນ ແລະ ງານຊຸມນຸມຕ່າງໆ ທີ່ມີຄົນເຂົ້າຮ່ວມເປັນຈຳນວນຫຼາຍ.
• ການປ້ອງກັນຕົນເອງ ຢ່າງເຂັ້ມງວດ ຈະເກີດປະໂຫຍດຕໍ່ຕົນເອງ, ຄອບຄົວ ແລະ ສັງຄົມ.
ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ຂໍແຈ້ງໃຫ້ບັນດາທ່ານຊາບວ່າມາຮອດມື້ນີ້ທົ່ວປະເທດລາວສັກວັກຊີນທັງໝົດ: ເຂັມທີ1 ສັກໄດ້4.830.440 (ອັດຕາປົກຄຸມ 65,83%)ແລະທຸກເຂັມທີ່ແນະນໍາ 4.255.830(ອັດຕາປົກຄຸມ 58,00 %).
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
– ໂຮງໝໍເມືອງ 9 ຕົວເມືອງ
2. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.