ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ1,702ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 914ຄົນ
2. ຫຼວງພະບາງ91ຄົນ
3. ອຸດົມໄຊ71ຄົນ
4. ບໍ່ແກ້ວ146ຄົນ
5. ຫຼວງນໍ້າທາ 70ຄົນ
6. ສະຫວັນນະເຂດ 46ຄົນ
7. ແຂວງວຽງຈັນ44ຄົນ
8. ໄຊຍະບູລີ 32ຄົນ
9. ຈຳປາສັກ 26ຄົນ
10. ບໍລິຄຳໄຊ29ຄົນ
11. ໄຊສົມບູນ 12ຄົນ
12. ຊຽງຂວາງ 31ຄົນ
13. ເຊກອງ 28ຄົນ
14. ຜົ້ງສາລີ 93ຄົນ
15. ຄຳມ່ວນ23ຄົນ
16. ຫົວພັນ14ຄົນ
17. ສາລະວັນ 21ຄົນ
18. ອັດຕະປື11ຄົນ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນບໍ່ມີ
 
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ96,256ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້534ຄົນ,ກໍາລັງປິ່ນປົວ12,300ຄົນ ແລະ ເສຍຊີວິດສະສົມທັງໝົດ266ຄົນ
(ໃໝ່ 4 ຄົນ).
ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 4 ຄົນ, ລາຍລະອຽດດ່ັງນີ້:
1. ເພດຍິງ ອາຍຸ ອາຍຸ 55 ປີ, ອາຊີບ: ຊາວນາ, ບ້ານ ມອມ, ເມືອງ ຕົ້ນເຜິ້ງ, ແຂວງ ບໍ່
ແກ້ວ
– ພະຍາດປະຈໍາຕົວ : ຄວາມດັນເລືອດສູງ ແລະ ເບົາຫວານ.
– ຜ່ານມາໄດ້ສັກວັກຊີນຄົບ
2. ເພດຊາຍ ອາຍຸ 51 ປີ, ອາຊີບ: ພະນັກງານຄູ, ບ້ານ ນ້ຳກໍ່, ເມືອງ ຫ້ວຍຊາຍ, ແຂວງ ບໍ່
ແກ້ວ
– ພະຍາດປະຈຳຕົວ : ເປັນອຳມະພາດໄດ້ 10 ປາຍມື້
– ສັກວັກຊີນຄົບ
3. ເພດຊາຍ, ອາຍຸ 35 ປີ, ບ້ານ ຂອນແກ້ວ, ເມືອງ ຫ້ວຍຊາຍ, ແຂວງບໍ່ແກ້ວ (ຢູ່ສະຖານທີ່
ຄຸມຂັງ)
– ພະຍາດປະຈຳຕົວ : ອັກເສບປອດ
– ບໍ່ໄດ້ສັກຢາວັກຊີນ
4. ເພດຊາຍ 58 ປີ, ບ້ານ ນາເລົາ,ເມືອງ ໂພນໂຮງ, ແຂວງ ວຽງຈັນ
– ພະຍາດປະຈຳຕົວ: ຄວາມດັນເລືອດສູງ
– ບໍ່ໄດ້ສັກຢາວັກຊີນ
 
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບໃນຄອບຄົວ ມານະທີ່ນີ້ດ້ວຍ
 
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີ 1 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ມສ ເຈົ້າອານຸວົງ
 ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
4. ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ)
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
 
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 16ທັນວາ2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,324ຄົນ. ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ79ສູນ ແລະ 59 ໂຮງແຮມມີຜູ້ຈຳກັດບໍລິເວນທັງໝົດ4,409ຄົນ (ຢູ່ສູນ 2,802ຄົນແລະ ໂຮງແຮມ1,607ຄົນ).
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
 
• ຕົວເລກລາຍງານຜູ້ຕິດເຊື້ອໃໝ່ໃນມື້ນີ້ ເຫັນວ່າ ອັດຕາການກວດພົບເຊ້ືອ ທຽບໃສ່ຈຳນວນກວດຕົວຢ່າງ ສູງກວ່າໝູ່ ແມ່ນ ແຂວງຫຼວງນ້ຳທາ ສູງເຖິງ 60.3%, ຖັດລົງມາແມ່ນ ແຂວງຫຼວງພະບາງ 52 %, ບໍລິຄຳໄຊ 41.4 %, ບໍ່ແກ້ວ 40.5 %, ນະຄອນຫຼວງ 35.4 % ແລະ ແຂວງວຽງຈັນ 32.8 %. ຕໍ່ກັບສະພາບການດັ່ງກ່າວ ສາມາດຄາດເດົາໄດ້ວ່າ ການລະບາດຈະຍັງຢູ່ກັບພວກເຮົາໄປອີກດົນພໍສົມຄວນ, ຖ້າພວກເຮົາ ໝົດທຸກຄົນ ຫາກບໍ່ຮ່ວມແຮງຮ່ວມໃຈກັນ ເປັນເຈົ້າການຕົນເອງ ໃນການປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ.
 
• ການສັກວັກຊີນສໍາລັບ ແມ່ຍິງຖືພາເກີນ 3 ເດືອນຂື້ນໄປ ແລະ ແມ່ລູກອ່ອນ ແມ່ນມີຄວາມຈໍາເປັນທີ່ສຸດ. ຂໍໃຫ້ທ່ານທີ່ຢູ່ໃນກຸ່ມເປົ້າໝາຍນີ້ ໄປຮັບການສັກວັກຊິນ ໃຫ້ຄົບທຸກເຂັມທີ່ໄດ້ແນະນຳ. ວັກຊີນກັນພະຍາດໂຄວິດ-19 ແມ່ນມີຄວາມປອດໄພ ແລະ ມີປະສິດທິພາບຊ່ວຍຫຼຸດຜ່ອນອັດຕາຄວາມຮຸນແຮງແລະ ການເສຍຊີວິດຈາກພະຍາດໂຄວິດ-19ໄດ້.ຄຽງຄູ່ໄປກັນນັ້ນກໍ່ຍັງຕ້ອງໄດ້ຮັກສາໄລຍະຫ່າງ, ການໃສ່ຜ້າອັດປາກ-ດັງ ເມື່ອອອກຈາກບ້ານ ແລະ ການໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ.
 
• ປັດຈຸບັນມີຫຼາຍທ່ານ ໃສ່ຖົງມືຂາຍເຄື່ອງ ແລະ ໄປຊື້ເຄື່ອງ ເຊິ່ງການໃສ່ຖົງມື ທັງຜູ້ຊື້ ແລະ ຜູ້ຂາຍ ກໍ່ເປັນວິທີ່ນື່ງທີ່ສາມາດປ້ອງກັນພະຍາດໄດ້ ເພາະ ຫຼີກລ້ຽງການສໍາພັດໂດຍກົງ ແລະ ຈໍາກັດ ການແຜ່ເຊື້ອ, ແຕ່ຖ້າຫາກໃສ່ຖົງມື ແລ້ວ ມາສໍາຜັດໃບໜ້າ, ຕາ, ດັງ,ຈັບໂທລະສັບ, ບໍ່ຮັກສາໄລຍະຫ່າງ ແລະ ສິ່ງສໍາຄັນການຖອດຖົງມືອອກ ບໍ່ຖືກຕ້ອງຕາມຫຼັກການ ກໍ່ສາມາດຕິດເຊື້ອພະຍາດໄດ້.ສະນັ້ນ, ການລ້າງມື ຢ່າງເປັນປະຈໍາ ຍັງເປັນສິ່ງສໍາຄັນທີ່ຕ້ອງໄດ້ສືບຕໍ່ປະຕີບັດ ເພື່ອຫຼຸດຜ່ອນການຕິດເຊື້ອພະຍາດ.
 
• ພ້ອມກັນນີ້ ກໍ່ສັງເກດເຫັນວ່າ ມີປະຊາຊົນຈຳນວນໜຶ່ງ ມີຄວາມກັງວົນ ກ່ຽວກັບ ເຊື້ອພະຍາດໂຄວິດ-19 ທີ່ອາດຈະຕິດມາກັບອາຫານທີ່ຊື່້ມາ ເຮັດໃຫ້ບາງທ່ານ ໃຊ້ເຫຼົ້າຂ້າເຊື້ອຮູບແບບສະເປ ສີດພົ່ນໃສ່ອາຫານກ່ອນຮັບປະທານ, ຄວາມຈິງແລ້ວ ການປະຕິບັດດັ່ງກ່າວ ເປັນການເຂົ້າໃຈທີ່ບໍ່ຖືກຕ້ອງຕາມຫຼັກການ ເພາະເຫຼົ້າຂ້າເຊື້ອທີ່ເປັນຮູບແບບສະເປຜົ່ນ ບໍ່ຄວນສີດລົງໃສ່ອາຫານໂດຍກົງ ເພາະອາດເປັນອັນຕະລາຍເຖິງຊີວິດໄດ້. ສະນັ້ນ, ວິທີການຂ້າເຊື້ອພະຍາດ ແລະ ຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ ກໍ່ຄື ການປຸງແຕ່ງອາຫານໃຫ້ສຸກດີ ແລະ ຮັບປະທານອາຫານສົດໃໝ່ທຸກຄັ້ງ.
 
• ອີກເທື່ອໜຶ່ງ ຂໍແຈ້ງບັນດາທ່ານ ຊາບວ່າ ກ່ຽວກັບ ການສັກຢາສັກຊິນໂຄວິດ-19ມາຮອດມື້ນີ້ ສັກເຂັມ1 ໄດ້4,356,081(59.37%), ເຂັມ 2 ສັກໄດ້3,332,804 (45.42%). ສຳລັບກຸ່ມອາຍຸ 12-17ປີ ເຂັມທີ 1 ໄດ້ 40.7%.ສ່ວນ ຜູ້ສູງອາຍຸ ແມ່ນຍັງປະມານ 30% ທີ່ບໍ່ທັນໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງທ່ານ ນຳພາຜູ້ສູງອາຍຸ ໃນຄອບຄົວມາຮັບການສັກວັກຊີນ ຢູ່ຈຸດບໍລິການໃກ້ບ້ານທ່ານ.