ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 16 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,461 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,073 ຄົນ (ຕິດເຊື້ອພາຍໃນມີ 1,072 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,072 ຄົນ ຈາກ 18 ແຂວງເຊິ່ງມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 534 ຄົນ:ມາຈາກ 191 ບ້ານໃນ 9 ເມືອງ
• ເມືອງຈັນທະບູລີ ມີ 16 ບ້ານ (44 ຄົນ )
• ເມືອງສີໂຄດຕະບອງ ມີ 28 ບ້ານ (72 ຄົນ )
• ເມືອງໄຊເສດຖາ ມີ 38 ບ້ານ (108 ຄົນ )
• ເມືອງສີສັດຕະນາກ ມີ 20 ບ້ານ (61 ຄົນ )
• ເມືອງນາຊາຍທອງ ມີ 16 ບ້ານ (40 ຄົນ )
• ເມືອງໄຊທານີ ມີ 32 ບ້ານ (97 ຄົນ )
• ເມືອງຫາດຊາຍຟອງ ມີ 27 ບ້ານ (64 ຄົນ )
• ເມືອງສັງທອງ ມີ 04 ບ້ານ (08 ຄົນ )
• ເມືອງປາກງື່ມ ມີ 08 ບ້ານ ( 37 ຄົນ )
• ຍັງສືບຕໍ່ເອົາຂໍ້ມູນ 03 ຄົນ
2. ຫຼວງພະບາງ ມີ 112 ຄົນ ໃນ 36 ບ້ານ ແລະ 9 ເມືອງ
3. ແຂວງວຽງຈັນ ມີ 106 ຄົນ ໃນ 31 ບ້ານ ແລະ 7 ເມືອງ
4. ຫຼວງນ້ຳທາ ມີ 4 ຄົນ ໃນ 3 ບ້ານ ແລະ 1 ເມືອງ
5. ຜົ້ງສາລີ ມີ 38 ຄົນ ໃນ 9 ບ້ານ ແລະ 2 ເມືອງ
6. ຈຳປາສັກ ມີ 71 ຄົນ ໃນ 32 ບ້ານ ແລະ 8 ເມືອງ
7. ອຸດົມໄຊ ມີ 41 ຄົນ ໃນ 2 ບ້ານ ແລະ 1 ເມືອງ
8. ເຊກອງ ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ
9. ບໍລິຄຳໄຊ ມີ 20 ຄົນ ໃນ 9 ບ້ານ ແລະ 3 ເມືອງ
10. ຄຳມ່ວນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
11. ສະຫວັນນະເຂດ ມີ 8 ຄົນ ໃນ 7ບ້ານ ແລະ 1 ເມືອງ
12. ບໍ່ແກ້ວ ມີ 66 ຄົນ ໃນ 20 ບ້ານ ແລະ 2 ເມືອງ
13. ສາລະວັນ ມີ 11 ຄົນ ໃນ 6 ບ້ານ ແລະ 2 ເມືອງ
14. ຫົວພັນ ມີ 6 ຄົນ ໃນ 3 ບ້ານ ແລະ 2 ເມືອງ
15. ອັດຕະປື ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ
16. ໄຊຍະບູລີ ມີ 37 ຄົນ ໃນ 15 ບ້ານ ແລະ 1 ເມືອງ
17. ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
18. ໄຊສົມບູນ ມີ 5 ຄົນ ໃນ 3 ບ້ານ ແລະ 2 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 1 ຄົນ ຈາກສະຫວັນນະເຂດເຊິ່ງໄດ້ຖືກເກັບຕົວຢ່າງແລະສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.
• ມາຮອດວັນທີ 17 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 57,397 ຄົນ, ເສຍຊີວິດສະສົມ 112 ຄົນ(ໃໝ່ 02), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 717 ຄົນ, ກໍາລັງປິ່ນປົວ 10,691 ຄົນ.
 ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້:
ຜູ້ທີ 1: ເພດຍິງ, ອາຍຸ 40 ປີ, ບ້ານໂພນຄໍ້, ເມືອງໄຊທານີ, ນະຄອນຫລວງ
– ພະຍາດປະຈໍາຕົວ: ເບົາຫວານແລະຄວາມດັນເລືອດສູງ
– ຜ່ານມາຍັງບໍ່ໄດ້ສັກວັກຊີນກັນໂຄວິດ-19
– ວັນທີ 11 ພະຈິກ 2021: ມາຮອດໂຮງໝໍດ້ວຍອາການອິດເມື່ອຍ, ຫາຍໃຈຝືດ ແລະນອນພຽງບໍ່ໄດ້, ໄດ້ເກັບ
ຕົວຢ່າງກວດຊອກຫາພະຍາດໂຄວິດ-19 ຢູ່ໂຮງໝໍມິດຕະພາບແລະ ຜົນກວດພົບເຊື້ອ ຈຶ່ງໄດ້ເຂົ້ານອນປິ່ນປົວຢູ່
ໂຮງຫມໍມິດຕະພາບ
– ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວແຕ່ວັນທີ 11-16 ພະຈິກ 2021, ເປັນເວລາ 06 ວັນ
– ຮອດເວລາ 07:25 ໂມງຂອງວັນທີ 16 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ
ຜູ້ທີ 2: ເພດຊາຍ, ອາຍຸ 25 ປີ, ບ້ານເມືອງນ້ອຍ, ເມືອງໄຊເສດຖາ, ນະຄອນຫລວງ
– ຜູ້ກ່ຽວເປັນຄົນຕຸ້ຍ ນໍ້າໜັກ 110 ກິໂລ
– ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
– ວັນທີ 07 ພະຈິກ 2021: ຢັ້ງຢືນພົບເຊື້ອພະຍາດໂຄວິດ-19 ແລ້ວໄດ້ເຂົ້າປິ່ນປົວຢູ່ສູນມຊດົງໂດກ
– ວັນທີ 15 ພະຈິກ 2021: ໄດ້ຍ້າຍຈາກ ສູນ ມຊ ດົງໂດກ ເຂົ້າມາປີ່ນປົວຢູ່ໂຮງໝໍເສດຖາທິລາດດ້ວຍອາການໄອ
ແລະຫາຍໃຈຝຶດ
– ມາຮອດເວລາ 13:45 ໂມງຂອງວັນທີ 16 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19
• ສໍາລັບຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່:
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ມ. ຕົ້ນ ເຈົ້າອານຸວົງ
 ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາເມືອງສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ, ບ້ານ ດົງປາແລບ, ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
• ບ້ານແດງໃນທົ່ວປະເທດ ມີ: 915 ບ້ານ 72 ເມືອງ ແລະ 15 ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ ມີ 16 ບ້ານ, 10 ເມືອງ ແລະ 8 ແຂວງ
ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 16 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,214 ຄົນ.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 59 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5,251 ຄົນ (ສູນ 3,310 ຄົນ ແລະ ໂຮງແຮມ 1,941 ຄົນ).