
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
• ສະພາບການການຕິດເຊື້ອພະຍາດໂຄວິດ19 ຢູ່ປະເທດເຮົາ ໃນມື້ວານ ວັນທີ 16 ມີນາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3,269 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 874 ຄົນ (ຕິດເຊື້ອພາຍໃນ ມີ 855 ຄົນ ແລະ ຕິດເຊື້ອນໍາເຂົ້າ 19 ຄົນ) ດັ່ງນັ້ນຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 149,131 ຄົນ, ເສຍຊີວິດສະສົມ 643 ຄົນ (ໃນນີ້ເສຍຊີວິດ ໃໝ່ 0 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 67 ຄົນ, ກໍາລັງປິ່ນປົວ 1,349 ຄົນ (ຜູ້ຕິດເຊື້ອໂຄວິດ ປະຈຸບັນ )
ຈຳນວນຕົວເລກ ການຕິດເຊືື້ອໃໝ່ພາຍໃນປະເທດມື້ວານນີ້ ທັງໝົດມີ 855 ຄົນ ຈາກ ນະຄອນຫຼວງວຽງຈັນ ແລະ 17 ແຂວງ ມີ ດັ່ງນີ້:
1 ນະຄອນຫຼວງ 437 ຄົນ
2 ສະຫັວນນະເຂດ 143 ຄົນ
3 ຊຽງຂວາງ 69 ຄົນ
4 ຫົວພັນ 30 ຄົນ
5 ວຽງຈັນ 27 ຄົນ
6 ບໍລິຄໍາໄຊ 23 ຄົນ
7 ຄໍາມ່ວນ 19 ຄົນ
8 ຫຼວງພະບາງ 18 ຄົນ
9 ອຸດົມໄຊ 17 ຄົນ
10 ສາລະວັນ 13 ຄົນ
11 ອັດຕະປື 13 ຄົນ
12 ຈໍາປາສັກ 12 ຄົນ
13 ບໍ່ແກ້ວ 12 ຄົນ
14 ຫຼວງນໍ້າທາ 8 ຄົນ
15 ໄຊຍະບູລີ 7 ຄົນ
16 ຜົ້ງສາລີ 4 ຄົນ
17 ເຊກອງ 2 ຄົນ
18 ໄຊສົມບູນ 1 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ມີ 19 ຄົນ ຈາກ ສະຫວັນນະເຂດ 06, ຈໍາປາສັກ 05 ຄົນ, ນະຄອນຫຼວງວຽງຈັນ 3 ຄົນ, ຊຽງຂວາງ 04 ຄົນ ແລະ ບໍລິຄໍາໄຊ 01 ຄົນ, ທຸກຄົນໄດ້ເກັບຕົວຢ່າງ ແລະ ເຂົ້າຈຳກັດບໍລິເວນໃນສະຖານທີ່ຄະນະສະເພາະກິດກຳນົດໄວ້ກ່ອນຈະກວດພົບເຊື້ອ.
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
ຈຸດທີ 1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ຈຸດທີ 2. ໂຮງໝໍເມືອງ 9 ຕົວເມືອງ
ຈຸດທີ 3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ຈຸດທີ 4. ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
• ເຊິ່ງ ປະຈຸບັນ ປະເທດຂອງພວກເຮົາກໍ່ແມ່ນສືບຕໍ່ ເອົາໃຈໃສ່ໃນການເລັ່ງໃຫ້ສັກວັກຊີນ ໃນຂອບເຂດທົ່ວປະເທດ ຂໍໃຫ້ ທຸກຄົນຈົ່ງໄດ້ເອົາໃຈ ໃສ່ ໃນການນຳພາລູກຫຼານ ແລະ ຄົນໃນຄອບຄົວໃຫ້ໄດ້ ໄປຮັບວັກຊີນຄົບເພື່ອເຮັດໃຫ້ການ ສັກວັກຊິນປົກຄຸມໃນປວງຊົນທຸກກຸ່ມຄົນ ໃຫ້ໄດ້ຫຼາຍທີ່ສຸດ ເພື່ອຫຼຸດຜ່ອນຈຳນວນຜູ້ຕິດເຊື້ອໃໝ່, ຫຼຸດຜ່ອນ ຜູ້ທີ່ເຈັບເປັນ ແລ້ວມີອາການໜັກ ທີ່ຈະນຳພາໄປເຖິງຂັ້ນ ເສຍຊີວິດໄດ້
ມາຮອດປະຈຸບັນສປປ ລາວ ສັກວັກຊີນ ສໍາລັບ ກຸ່ມອາຍຸ 6-11 ປີ ເຂັ້ມ 1 ສັກໄດ້ 48,2 %, ກຸ່ມອາຍຸ 12-17 ປີ ເຂັ້ມ 1 ສັກໄດ້ 69,8% ແລະ ເຂັ້ມ 2 ສັກໄດ້ 51,1 %. ທົ່ວປະເທດ ເຂັມທີ 1 ສັກໄດ້ 5.413.435 (ອັດຕາປົກຄຸມ 73,78%) ແລະ ທຸກເຂັມທີ່ແນະນໍາ 4.398.696 (ອັດຕາປົກຄຸມ 59,95%) ແລະ ເຂັ້ມກະຕຸ້ນ ສັກໄດ້ 14,3%.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ການລະບາດຂອງພະຍາດໂຄວິດ ໃນທົ່ວໂລກແມ່ນຍັງບໍ່ມີທ່າອຽງຫຼຸດລົງເທື່ອ, ເຊິງຕົວເລກຜູ້ຕິດເຊື້ອມື້ວານນີ້ ແມ່ນ 1 ລ້ານກວ່າຄົນ, ສາເຫດຂອງການລະບາດຮອບນີ້ ແມ່ນເກີດຈາກການລະບາດສາຍພັນໂອມີຄຣອນ BA.2 ເປັນສາຍພັນທີ່ WHO ແມ່ນ ໄດ້ຕິດຕາມເຝົ້າລະວັງ ຢ່າງໃກ້ຊິດ. ເຊິງສາຍພັນ ໂອມີຄຣອນ BA.2 ເປັນສາເຫດພາໃຫ້ການລະບາດແມ່ນໄດ້ກັບມາລະບາດອີກຄັ້ງ ຢູ່ໃນເຂດ ປະເທດຢູໂລບ ເຊັນ ປະເທດ ສະວິດເຊີແລນ, ອີຕາລີ, ຝຣັ່ງ ແລະ ເນເທີແລນ, ເຊິງລ່າສຸດແມ່ນໄດ້ມີການລາຍງານຕົວເລກຕິດຜູ້ເຊື້ອເພີ້ມຂື້ນ ຢູ່ປະເທດອັງກິດ ແລະ ປະເທດເຢຍະລະມັນ ໃນອາທິດຜ່ານ ເຊິງຜູ້ຕິດເຊື້ອຫຼາຍກວ່າ 250,000 ກໍລະນີຕໍ່ມື້.
• ສໍາລັບ ສປປ ລາວ ຕົວເລກຜູ້ຕິດເຊື້ອທົ່ວປະເທດ ບໍ່ມີແນວໂນມທີ່ຈະຫຼຸດລົງ ແລະ ມື້ນີ້ກໍ່ເປັນອີກມື້ໜຶ່ງ ທີ່ມີຜູ້ຕິດເຊື້ອເຖິງ ….. ກວ່າຄົນ ເຊິງຍັງເປັນຕົວເລກທີ່ສູງຫຼາຍ ເປັນມື້ທີ 3 ແລ້ວ ທີ່ມີໂຕຜູ້ຕິດເຊື້ອສູງກວ່າ 500 ຄົນຕໍ່ມື້. ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນ ການລະບາດບໍ່ໃຫ້ມີການຕິດເຊື້ອເພີ້ມຂື້ນສູງໃນປະເທດຂອງພວກເຮົາ, ຂໍຮຽກຮ້ອງມາຍັງປະຊົນລາວບັນດາເຜົ່າ ທົ່ວປະເທດ ຮ່ວມໃຈກັນມາສັກວັກຊິນປ້ອງກັນໂຄວິ-19 ໃຫ້ບັນລຸເປົ້າໝາຍທີ່ໄດ້ກໍານົດໄວ້, ປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ ແລະ ຮ່ວມແຮງຮ່ວມໃຈກ້າວຜ່ານການລະບາດຄັ້ງນີ້ໃຫ້ໄດ້.
• ປັດຈຸບັນ ມີຫຼາຍຄົນ ຊື້ເຄື່ອງກວດແບບໄວມາກວດເອງ ແລະ ຜົນກວດເປັນບວກ ຈຶ່ງປິ່ນປົວຕົນເອງ ຢູ່ເຮືອນເປັນຈຳນວນຫຼາຍ. ສະນັ້ນ, ເພື່ອເຝົ້າລະວັງ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະ ສາຍພັນໂອໄມຄຣອນ ໃນປະເທດຂອງພວກເຮົາ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ, ຂ້າພະເຈົ້າ ຈຶ່ງຂໍແຈ້ງໃຫ້ບັນດາທ່ານຊາບວ່າ ເມື່ອທ່ານ ກວດຊອກຫາໂຄວິດດ້ວຍຕົນເອງ ໂດຍການນຳໃຊ້ຊຸດເຄື່ອງກວດແບບໄວ, ຖ້າຫາກຜົນກວດພົບເຊື້ອ ທ່ານສາມາດລົງທະບຽນ ເພື່ອແຈ້ງເຈົ້າໜ້າທີ່ ຜ່ານທາງມືືຖືໄດ້ ໂດຍການກົດລິ້ງ ເວັບໄຊ ເຊິ່ງທ່ານສາມາດ ເຂົ້າໄປຊອກລິ້ງດັ່ງກ່າວ ໄດ້ທີ່ ເຟດບຸກຂອງສູນຂ່າວສານການແພດສຸຂະສຶກສາ.
o ເມື່ອກົດລິ້ງເຂົ້າໄປແລ້ວ ທ່ານຈະເຫັນເປັນແບບຟອມຕື່ມຂໍ້ມູນ ເພື່ອແຈ້ງຜົນກວດໂຄວິດເປັນບວກໄດ້ດ້ວຍຕົນເອງ
o ເມື່ອຕື່ມແບບຟອມສຳເລັດ ເຈົ້າໜ້າທີ່ກ່ຽວຂ້ອງ ຈະຕິດຕໍ່ທ່ານ ເພື່ອໃຫ້ຄຳປຶກສາ ແລະ ຕິດຕາມອາການຂອງທ່ານຢ່າງໃກ້ຊິດ.
o ທ່ານສາມາດລົງທະບຽນໄດ້ ນັບແຕ່ມື້ນີ້ເປັນຕົ້ນໄປ ຫຼື ສາມາດມາໂທສອບຖາມ ສາຍດ່ວນ 164 ເພື່ອລົງທະບຽນ.
• ປະຈຸບັນຜູ້ທີ່ຕິດເຊື້ອ ໂຄວິດ-19 ໂດຍຜ່ານການກວດດ້ວຍຕົນເອງແບບໄວ ຫຼື ກວດດ້ວຍເຄື່ອງກວດ Real time PCR ກໍ່ດີ, ຫຼາຍທ່ານ ທີ່ມີອາການເບົາບາງ ແລະ ບໍ່ນອນຢູ່ໃນກຸ່ມສ່ຽງ ແມ່ນ ໄດ້ປິ່ນປົວ ຢູ່ເຮືອນ ຄວນປະຕິບັດດັ່ງນີ້: 1) ຄວນມີຜູ້ເບິ່ງແຍງທີ່ບໍ່ມີປັດໃຈສ່ຽງ ແລະ ບໍ່ຄ່ອຍອອກໄປພົບປະຜູ້ອື່ນຂ້າງນອກເຮືອນ, 2) ກຽມພື້ນທີ ຫຼື ຫ້ອງແຍກຈາກຜູ້ອື່ນທີ່ອາໃສຢູ່ໃນເຮືອນນໍາກັນ, 3) ໃນຫ້ອງຕ້ອງເປີດປ່ອງອ້ຽມເພື່ອເຮັດໃຫ້ມີອາກາດຖ່າຍເທ, 4) ຖ້າໃນຫ້ອງຖາກມີ ຫຼາຍກວ່າ 1ທ່ານທີ່ກໍາລັງປີ່ນປົວຕົນເອງຢູ່ຫ້ອງນໍາກັນ ຄວນໃສ່ຜ້າອັດປາກ-ດັງ, 5) ອານາໄມມືເລື່ອຍໆ ໂດຍເຈວລ້າງມື ແລະ ອານະໄມຂ້າເຊື້ອໃນບໍລິເວນຫ້ອງ, 6) ພັກຜອນ, ດື່ມນໍ້າ, ຮັບປະທານອາຫານໃຫ້ຄົບ 5 ໝູ່ໃຫ້ພຽງພໍ. 7) ຖ້າທ່ານມີອາການໄຂ້ ຫຼື ເຈັບປວດຕາມກ້າມຊີ້ນ ແມ່ນ ຕ້ອງກິນຢາແກ້ວປວດຫຼືລົດໄຂ້ ພ້ອມທັງຕິດຕາມຕົນເອງ ຖ້າມີອາການ ຫາຍໃຈຍາກ, ງ້ວງຊືມ, ເຈັບໜ້າເອິກ, ຫຼື ຜູ້ທີ່ຕິດຕາມ ຫາກພົບເຫັນອາການດັ່ງກ່າວ ແມ່ນ ຕ້ອງ ໂທປຶກສາ ສາຍດ່ວນ 164 ເພື່ອຂໍຄໍາປືກສາທັນທີ.
• ຕໍ່ກັບຜູ້ທີ່ກວດດ້ວຍຕົນເອງແບບໄວ ແລ້ວ ພົບວ່າ ຂື້ນ 2 ຂີດ ສະແດງວ່າທ່ານ ຕິດເຊື້ອ COVID-19, ຄະນະສະເພາະກິດ ຂໍຮຽກຮ້ອງມາຍັງທ່ານ ຈົ່ງຕື່ນໂຕ ປະຕິບັດ ການຮັກສາ ປິ່ນປົວ ຕົນເອງຢູ່ເຮືອນຕາມເງື່ອນໄຂທີ່ຄະນະສະເພາະກິດໄດ້ກໍານົດໄວ້ ເຊິງບຸກຄົນດັ່ງກ່າວນັ້ນ ຕ້ອງແມ່ນ ບຸກຄົນທີ່ບໍ່ມີອາການ ຫຼື ອາການເບົາບາງ, ບໍ່ມີພະຍາດປະຈໍາໂຕ, ບໍ່ຖືພາ ແລະ ອາຍຸຕໍ່າ 60 ປີ ລົງມາ, ດັ່ງນັ້ນສິ່ງສໍາຄັນບັນດາທ່ານ ຕິດໂຄວິດ-19 ແລ້ວຄວນແຈ້ງ ລົງທະບຽນ ຮັກສາປິ່ນປົວຕົນເອງຢູ່ເຮືອນ ຫຼື ແຈ້ງ ສາຍດ່ວນ 164