ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນອັງຄານ ວັນທີ 17 ສິງຫາ ປີ 2021 ໃຫ້ຮູ້ວ່າ:
 ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 16 ສິງຫາ 2021:
• ໄດ້ກວດວິເຄາະທັງໝົດ 2,146 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 207 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 23 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
– ບໍ່ແກ້ວ (ເມືອງຕົ້ນເຜິ້ງ) 15 ຄົນ
– ຄຳມ່ວນ 8 ຄົນ (ເປັນຜູ້ສຳຜັດໃກ້ຊິດນຳຜູ້ຈຳກັດບໍລິເວນຢູ່ສູນ)
ສ່ວນ ກໍລະນີນໍາເຂົ້າ ມີ 184 ຄົນ ຈາກ ນະຄອນຫຼວງ 24 ຄົນ, ໄຊຍະບູລີ 2 ຄົນ, ບໍລິຄຳໄຊ 1 ຄົນ, ຄຳມ່ວນ 111 ຄົນ, ສາລະວັນ 27 ຄົນ, ສະຫວັນນະເຂດ 18 ຄົນ ແລະ ຈຳປາສັກ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
 ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 10,648 ຄົນ, ເສຍຊີວິດສະສົມ 9 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3,988 ຄົນ.
 ສຳລັບ ຈຸດບໍລິການກວດໂຄວິດ-19 ຢູ່ ມສ ສີໂຄດ ໄດ້ເປີດໃຫ້ບໍລິການບັນດາທ່ານທຸກໆມື້ ໃນຕອນເຊົ້າ ເວລາ 9:00-12:00 ໂມງ.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 16 ສິງຫາ 2021 ມີຜູ້ເດີນທາງຜ່ານເຂົ້າມາຕາມດ່ານຕ່າງໆ ໃນ ສປປ ລາວ ທັງໝົດ 2,758 ຄົນ, ໄດ້ຖືກເກັບຕົວຢ່າງ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້;
• ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 108 ສູນ ແລະ 45 ໂຮງແຮມ ມີຜູ້ຈຳກັດບໍລິເວນ 12,594 ຄົນ.
• ຈໍານວນຜູ້ທີ່ຈໍາກັດບໍລິເວນສະສົມທັງໝົດ ນັບແຕ່ວັນທີ 01 ມັງກອນ 2021 ຮອດປະຈຸບັນ ແມ່ນ 83,645 ຄົນ.