ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 17 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 2,676 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 251 ຄົນ (ຕິດເຊື້ອພາຍໃນ 247 ຄົນ ແລະ ນໍາເຂົ້າ 4 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 247 ຄົນ ຈາກ 16 ແຂວງ ແລະນະຄອນ
ຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 50 ຄົນ
2. ຫົວພັນ 33 ຄົນ
3. ສະຫວັນນະເຂດ 24 ຄົນ
4. ຊຽງຂວາງ 22 ຄົນ
5. ສາລະວັນ 21 ຄົນ
6. ຜົ້ງສາລີ 21 ຄົນ
7. ອັດຕະປື 14 ຄົນ
8. ວຽງຈັນ 13 ຄົນ
9. ຄຳມ່ວນ 9 ຄົນ
10. ຫຼວງພະບາງ 7 ຄົນ
11. ໄຊຍະບູລີ 7 ຄົນ
12. ບໍລິຄຳໄຊ 6 ຄົນ
13. ບໍ່ແກ້ວ 5 ຄົນ
14. ຈຳປາສັກ 4 ຄົນ
15. ເຊກອງ 4 ຄົນ
16. ຫຼວງນ້ຳທາ 4 ຄົນ
17. ໄຊສົມບູນ 3 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 4 ຄົນ ຈາກຈຳປາສັກ 3 ຄົນ ແລະ ສະຫວັນນະເຂດ 1 ຄົນເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດຢຸ່ໃນ ສປປ ລາວ 140,604 ຄົນ, ອອກໂຮງໝໍວານນີ້ 46 ຄົນ, ກຳລັງປິ່ນປົວ 3,176 ຄົນ ແລະ ເສຍຊີວິດທັງໝົດ 605 ຄົນ (ເສຍຊິວິດໃໝ່ 3 ຄົນ).
• ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ຢູ່ ຫຼວງນ້ຳທາ 1 ຄົນ, ບໍລິຄຳໄຊ 1 ຄົນ ແລະ ຫົວພັນ 1 ຄົນ.
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
– ໂຮງໝໍເມືອງ 9 ຕົວເມືອງ
2. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
3. ສະຖາບັນກັນພະຍາດກອງທັບ ໂພນຕ້ອງ (ວັນຄານ, ພຸດ ແລະ ພະຫັດ ໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.