ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

ສະພາບການການຕິດເຊື້ອພະຍາດໂຄວິດ19 ຢູ່ປະເທດເຮົາໃນປະຈຸບັນເຫັນວ່າມີການຕົວເລກການຕີດເຊື້ອໃນຊຸມຊົນເພີ້ມຂຶ້ນຫຼາຍຢ່າງຕໍ່ເນື່ອງ, ໃນມື້ວານ ວັນທີ 17 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 6,472 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,249 ຄົນ (ຕິດເຊື້ອພາຍໃນ ມີ 1,247 ຄົນ ແລະ ຕິດເຊື້ອນໍາເຂົ້າ 02 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 97,505 ຄົນ, ເສຍຊີວິດສະສົມ 268 ຄົນ (ໃນນີ້ເສຍຊີວິດໃໝ່ 02 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ

ມີ 559 ຄົນ, ກໍາລັງປິ່ນປົວທັງໝົດທົ່ວປະເທດ ແມ່ນ 12,773 ຄົນ( ແມ່ນ 13.09 % ແລະ ທີ່ຜູ້ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 86.62% ຂອງຈຳນວນຜູ້ຕິດເຊື້ອສະສົມທັງໝົດ.)

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 1,247 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລໍາດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 540 ຄົນ ໃນ 208 ບ້ານ ແລະ 8 ເມືອງ
  2. ຫຼວງນ້ຳທາ ມີ 126 ຄົນ
  3. ບໍ່ແກ້ວ ມີ 115 ຄົນ
  4. ອຸດົມໄຊ ມີ 64 ຄົນ
  5. ຄຳມ່ວນ ມີ 59 ຄົນ
  6. ຫຼວງພະບາງ ມີ 56 ຄົນ
  7. ແຂວງວຽງຈັນ ມີ 49 ຄົນ
  8. ບໍລິຄໍາໄຊ ມີ 45 ຄົນ
  9. ສະຫວັນນະເຂດ ມີ 32 ຄົນ
  10. ຈຳປາສັກ ມີ 29 ຄົນ
  11. ຜົ້ງສາລີ ມີ 28 ຄົນ
  12. ໄຊຍະບູລີ ມີ 26 ຄົນ
  13. ຊຽງຂວາງ ມີ 26 ຄົນ
  14. ໄຊສົມບູນ ມີ 24 ຄົນ
  15. ຫົວພັນ ມີ 12 ຄົນ
  16. ເຊກອງ ມີ 7 ຄົນ
  17. ສາລະວັນ ມີ 5 ຄົນ
  18. ອັດຕະປື ມີ 4 ຄົນ

ສ່ວນການຕິດເຊື້ອນຳເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນ ມີ 2 ຄົນ ຈາກແຂວງຈຳປາສັກ ໄດ້ເຂົ້າຈໍາກັດຢູ່ສູນຈຳກັດບໍລິເວນ ກ່ອນກວດພົບເຊື້ອ ແລະ ສົ່ງໄປປິ່ນປົວຢູ່ຕາມສະຖານທີ່ປິ່ນປົວທີ່ກໍານົດໄວ້.

ຂໍ້ມູນສໍາລັບຄົນທີ່ເສຍຊີວິດໃໝ່ 02 ຄົນ:

1). ເພດຊາຍ, ອາຍຸ 26 ປີ, ອາຊີບ: ຫວ່າງງານ, ບ້ານ: ໜອງບົວ, ເມືອງ ສິງ, ແຂວງຫຼວງນໍ້າທາ

– ປະຫວັດພະຍາດປະຈໍາຕົວ: ພະຍາດຕັບແຂງ

– ບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19

2). ເພດຊາຍ, ອາຍຸ 81 ປີ, ບ້ານ ໜອງບົວວຽງ, ເມືອງ ຫຼວງນ້ຳທາ, ແຂວງ ຫຼວງນ້ຳທາ

– ປະຫວັດພະຍາດປະຈໍາຕົວ: ປອດອັກເສບ, ພະຍາດໄຂ່ຫຼັງ

– ບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19

ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບໃນຄອບຄົວ ມານະທີ່ນີ້ດ້ວຍ

ສໍາລັບຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ-19 ທົ່ວປະເທດ

  • ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊື້ອໃໝ່.
  • ສຳລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ 1 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
  • ຈຸດກວດຄົງທີ່

– ມສ ເຈົ້າອານຸວົງ (ວັນຈັນ ຫາ ອາທິດ) ເວລາ 9:00-11:30 ໂມງ

  • ໜ່ວຍກວດເຄື່ອນທີ່:

– ສໍາລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ

– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ

ຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :

  1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
  2. ໂຮງໝໍເມືອງ 9 ຕົວເມືອງ
  3. ວັດຈີນ ບ້ານດົງປ່າແລບ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ( ເປີດວັນຈັນ – ວັນສຸກ ໃນໂມງລັດຖະການ).
  4. ສູນການຄ້າລາວ-ໄອເຕັກ ( ເປີດວັນຈັນ – ວັນສຸກ ໃນໂມງລັດຖະການ)

ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້

ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:

  • ບ້ານແດງໃນທົ່ວປະເທດ ມີ: 1,123 ບ້ານ ໃນ 120 ເມືອງ ຈາກ 18 ແຂວງ
  • ບ້ານທີ່ກໍານົດເປັນເຂດແດງໃໝ່ ວັນທີ 17 ທັນວາ 2021 ມີ 36 ບ້ານ ໃນ 25 ເມືອງ ຈາກ 14 ແຂວງ
  • ບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ມາເປັນເຂດເຫຼືອງ ໃນນະຄອນຫຼວງວຽງຈັນ ມີ 2 ບ້ານ (ບ້ານສົມສະໄໝ ເມືອງໄຊທານີ ແລະ ບ້ານກົ້ວ ເມືອງສັງທອງ)

ອີກເທື່ອນື່ງ ສໍາລັບລາຍລະອຽດ ບັນດາຊື່ຂອງບ້ານແດງຕ່າງໆ ຂໍໃຫ້ບັນດາທ່ານຕິດຕາມ ໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ

ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ

➢ ການແຜ່ລະບາດຂອງພະຍາດໂຄວິດ-19ໃນທົ່ວໂລກແມ່ນເລີ້ມ ແຕ່ທ້າຍປີ 2019 ແລະ ສໍາລັບ ແລະ ສໍາລັບໃນ ສປປ ລາວ ກໍ່ແມ່ນເລີ້ມປະຕິບັດມາດຕະການສະກັດກັ້ນ ແລະ ຄວບຄຸມພະຍາດ ແຕ່ ຕົ້ນປີ2020 ເປັນ ຕົ້ນມາ

- ປະຈຸບັນ ສປປ ລາວເຮົາ ຍັງມີລາຍງານການຕິດເຊື້ອພາຍໃນປະເທດຫຼາຍກ່ວາ 1,000 ໃນແຕ່ລະວັນ ການລະບາດມີລາຍງານຈາກທຸກແຂວງແລະ ແຂວງທີ່ຕິດເຊື້ອຫຼາຍກວ່າໝູ່ ກໍ່ແມ່ນ ນະ ຄອນຫຼວງວຽງຈັນ, ແລະ ເປັນແຂວງທີ່ມີການຕິດເຊື້ອໃໝ່ປະຈໍາວັນສູງສຸດໃນປະເທດ

➢ ການຕິດເຊື້ອມີການຂະຫຍາຍແຜ່ເປັນວົງກ້ວາງໃນສັງຄົມສ່ວນຫຼາຍ ກໍ່ຍັງແມ່ນຢູ່ໃນໃນຄອບຄົວຍາດພີ່ນ້ອງສໍານັກງານອົງການ, ສະຖາບັນການສຶກສາ ແລະ ເກີດໃນສະຖານທີ່ແອອັດມີຄົນຈໍານວນ ຫຼາຍເປັນຕົ້ນແມ່ນສະຖານທີ່ຄ້າຍຄຸມຂັງ, ໂຮງຈັກໂຮງງານ, ແລະ ເກີດຍ້ອນ ການ ເຄື່ອນໄຫວກິດຈະກໍາບາງຢ່າງໃນສັງຄົມທີ່ບໍ່ສາມາດປະຕິບັດມາດຕະການປ້ອງກັນໄດ້ຢ່າງເຂັ້ມງວດ ແລະຄົບຖ້ວນ

- ໃນໄລຍະຜ່ານມາ ນັບຕັ້ງແຕ່ ມີການລະບາດຂອງພະຍາດ ໂຄວິດ-19 ໃນປະເທດ ໃນແຕ່ລະຮອບ ລັດຖະບານ ກໍ່ຄືຄະນະສະເພາະກິດທຸກຂັ້ນໄດ້ຕິດຕາມສະພາບຢ່າງໃກ້ຊິດ ໂດຍໄດ້ສົ່ງທີມວິຊາການລົງຊ່ວຍໃນເຂດທີ່ມີການລະບາດໝັກພ້ອມທັງມີການຈັດສົ່ງອຸປະກອນ ການແພດແລະອຸປະກອນປ້ອງກັນຕົນເອງ,ຢາປິ່ນປົວໃຫ້ແກ່ບັນດາແຂວງເພື່ອຮອງຮັບກັບສະພາບການລະບາດຂອງພະຍາດພ້ອມດຽວກັນກໍ່ໄດ້ມີການປະຊຸມປຶກສາຫາລືປະເມີນຄວາມສ່ຽງກັບບັນດາແຂວງ ເພື່ອຕີລາຄາສະພາບການລະບາດຂອງພະຍາດ ແລະໃຫ້ຂໍ້ແນະນໍາໃຫ້ແທດເໝາະກັບສະພາບ ແລະເງື່ອນໄຂຂອງແຕ່ລະແຂວງ ສົມທົບກັບປະຕິບັດທຸກມາດຕະການ ກໍ່ໄດ້ ເລັ່ງໃຫ້ວັກຊີນແກ່ປະຊາຊົນເພື່ອເຮັດໃຫ້ການ ປົກຄຸມສັກວັກຊີນໃນຊຸມຊົນໃຫ້ໄດ້ຫຼາຍທີ່ສຸດ

➢ ສະພາບການລະບາດພະຍາດ ໂຄວິດ 19 ໃນປະເທດ ແກ່ຍາວມາ02ປີແມ່ນມີຜົນກະທົບໃຫຍ່ຫລວງ ຕໍ່ກາພັດທະນາເສດຖະ ກິດ-ສັງ ຄົມຂອງປະເທດ ຮອບດ້ານ, ລວມທັງກະທົບຕໍ່ ການດຳລົງຊີວິດຂອງປະ ຊາຊົນໃນທົ່ວສັງຄົມແມ່ນພົບຄວາມ ຫຸ້ຍງຍາກແລະ ຝຶດເຄືອງ,

➢ ເພື່ອເປັນການ ຟື້ນຟູ ເສດຖະກິດພາຍໃນປະເທດ ກໍ່ຄື ຊີວິດການເປັນຢູ່ ຂອງປະຊາຊົນໃນສັງຄົມ , ໃນຕົ້ນປີ 2022 ລັດຖະບານ ສປ ປລາວ ມີແຜນການ ໃນການ ລິເລີ້ມທີ່ຈະ ເປີດຮັບ ນັກທ່ອງທ່ຽວໃນເຂດການທ່ອງທ່ຽວສີຂຽວ ( ຕາມເຂດທີ່ກໍານົດໄວ້ ບໍ່ແມ່ນທັງໝົດທົ່ວປະເທດ ) ພ້ອມກັນນີ້ລັດຖະບານກໍ່ມີແຜນຮອງຮັບບັນຫາດ້ານສຸຂະພາບຂອງປະຊາຊົນ ໂດຍມີມາດຕະການຫຼາຍຢ່າງເພື່ອກຽມ ປ້ອງກັນບໍ່ໃຫ້ມີການລະບາດພະຍາດເພີ້ມຫຼາຍຂື້ນເປັນຕົ້ນແມ່ນ ສຸມໃສ່ການສັກຢາວັກຊີນໃຫ້ບັນດາກຸ່ມເປົ້າໝາຍໃຫ້ສູງຂື້ນ,

ແລະ ສິ່ງສໍາຄັນ ໃນການກຽມພ້ອມຕໍ່ການຮັບນັກທ່ອງທ່ຽວນັ້ນກໍ່ແມ່ນ ການຮ່ວມມືຂອງ ພໍ່ແມ່, ພີ່ນ້ອງ,ປະຊາຊົນລາວ ແລະ ທຸກພາກສ່ວນໃນສັງຄົມ ໃນການເອົາໃຈໃສ່ປະຕິບັດ ມາດຕະການປ້ອງກັນໂຕເອງຢ່າງເຂັ້ມງວດ ແລະ ຮັດກຸມ ເປັນຕົ້ນ ໝັ່ນລ້າງມືດ້ວຍນ້ຳສະ ອາດໃສ່ສະບູ ຫຼື ເຈວລ້າງມື, ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າປິດປາກ-ດັງເມື່ອອອກຈາກບ້ານ, ຫຼີກລ້ຽງການໄປສະ ຖານທີ່ແອອັດ ຫຼື ມີຄວາມສ່ຽງສູງ, ບໍ່ຊຸມແຊວກັນເປັນກຸ່ມ ແລະ ກິດຈະກໍາອື່ນທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດ

- ພະຍາດໂຄວິດ19 ຈະຍັງສືບຕໍ່ຢູ່ໃນສັງຄົມ ບໍ່ທັນໝົດ ໄປໂດຍທັນທີຖ້າ ພວກເຮົາທຸກຄົນຮ່ວມແຮງຮ່ວມໃຈກັນປະຕິບັດມາດຕະການ ຂອງ ຄະນະສະເພາກິດວາງອອກ ໂດຍສະເພາະ ການດໍາລົງຊີວິດປົກ ກະຕິແບບໃໝ່ (NewNormal)ໃຫ້ກາຍເປັນຄວາມຊີນເຄີຍໃນການ ຢູ່ໃນສັງຄົມທີ່ມີພະຍາດໂຄວິດໃຫ້ໄດ້ຢ່າງຖືກຕ້ອງ ແລະ ປອດ ໄພ ຈື່ງຈະເຮັດໃຫ້ ການແພ່ເຊື້ອພະຍາດໃນປະເທດຂອງພວກເຮົາຄ່ອຍໆ ຫຼຸດລົງຢູ່ໃນລະ ດັບທີ່ສາມາດຄວບຄຸມໄດ້ ຄືກັບ ປີ 2020

➢ ເຖີງຢ່າງໃດກໍ່ຕາມ ພັກ ແລະ ລັດຖະບານກໍ່ຍັງຖືວ່າການເລັ່ງສັກວັກຊີນໃຫ້ໃນກຸ່ມເປົ້າໝາຍໂດຍສະເພາະກຸ່ມສ່ຽງເຊັ່ນ: ແພດ, ຜູ້ສູງອາຍຸ ແລະ ຜູ້ທີ່ມີພະຍາດປະຈຳໂຕ ລວມທັງບຸກຄົນທົ່ວໄປໃນສັງ ຄົມ ແມ່ນວິທີທາງເພື່ອຫຼຸດຜ່ອນອັດຕາການຕິດເຊື້ອກໍ່ຄືການເສຍຊີວິດໃຫ້ໜ້ອຍລົງ ແລະ ກັບຄືນຟື້ນຟູສະພາບເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂື້ນໂດຍໄວ

0 ໃນມື້ວານນີ້ ວັນທີ17/12/2021 ທົ່ວປະເທດສາມາດສັກວັກຊີນທັງໝົດ 39.148 ຄົນ, ( ເຂັມ1 ສັກໄດ້ 24.895 ຄົນ, ເຂັມ2ສັກໄດ້ 14.163 ຄົນ)

0 ລວມຍອດສະສົມມາຮອດມື້ນີ້:

-ເຂັ້ມ1 ສັກໄດ້4.381,066 ຄົນ ກວມເອົາ 59, 71%

-ເຂັມ2ສັກໄດ້ 3.346.967 ຄົນ ກວມເອົາ 45,61%

-ສໍາລັບກຸ່ມ12-17 ປີ ທົ່ວປະເທດສັກໄດ້ 43%

-ເຂັ້ມກະຕຸ້ນໃນພະນັກງານດ່ານໜ້າສັກໄດ້ 87.285 ຄົນ.

> ປະຈຸບັນ ກາລັງຕະລຸມບອນສັກໃຫ້ ກຸ່ມອາຍຸ 12-17ປີ ແລະ ເຂັ້ມກະຕຸ້ນໃຫ້ພະນັກງານທີ່ເປັນດ່ານໜ້າແລະ ໃນປີ 2022 ຈະເລັ່ງໃຫ້ສັກຄົບທົ່ວປວງຊົນ ຫຼາຍກ່ວາ 80% ຂອງພົນລະເມືອງລາວ ແລະ ສັກເຂັ້ມກະຕຸ້ນໃຫ້ໄດ້ໝົດ.