ວັນທີ 17 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7,948 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,401 ຄົນ (ຕິດເຊື້ອພາຍໃນມີ 1,391 ຄົນ ແລະ ຕິດເຊື້ອນໍາເຂົ້າ 10 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,391 ຄົນຈາກ 17 ແຂວງເຊິ່ງມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 574 ຄົນ: ມາຈາກ 198 ບ້ານ ໃນ 9 ເມືອງ
• ເມືອງຈັນທະບູລີ ມີ 20 ບ້ານ (62 ຄົນ)
• ເມືອງສີໂຄດຕະບອງ ມີ 50 ບ້ານ (93 ຄົນ)
• ເມືອງໄຊເສດຖາ ມີ 35 ບ້ານ (162 ຄົນ)
• ເມືອງສີສັດຕະນາກ ມີ 21 ບ້ານ (46 ຄົນ)
• ເມືອງນາຊາຍທອງ ມີ 13 ບ້ານ (38 ຄົນ)
• ເມືອງໄຊທານີ ມີ 32 ບ້ານ (103 ຄົນ)
• ເມືອງຫາດຊາຍຟອງ ມີ 22 ບ້ານ (37 ຄົນ)
• ເມືອງສັງທອງ ມີ 01 ບ້ານ (01 ຄົນ)
• ເມືອງປາກງື່ມ ມີ 03 ບ້ານ ( 12 ຄົນ)
• ຕ່າງແຂວງມີ 05 ຄົນ
• ຍັງສືບຕໍ່ເອົາຂໍ້ມູນ 17 ຄົນ
2. ຫຼວງພະບາງ ມີ 151 ຄົນ ໃນ 35 ບ້ານ ແລະ 8 ເມືອງ
3. ແຂວງວຽງຈັນ ມີ 136 ຄົນ ໃນ 40 ບ້ານ ແລະ 8 ເມືອງ
4. ຫຼວງນ້ຳທາ ມີ 17 ຄົນ ໃນ 10 ບ້ານ ແລະ 3 ເມືອງ
5. ຜົ້ງສາລີ ມີ 146 ຄົນ ໃນ 38 ບ້ານ ແລະ 4 ເມືອງ
6. ຈຳປາສັກ ມີ 63 ຄົນ ໃນ 29 ບ້ານ ແລະ 6 ເມືອງ
7. ອຸດົມໄຊ ມີ 23 ຄົນ ໃນ 10 ບ້ານ ແລະ 1 ເມືອງ
8. ເຊກອງ ມີ 14 ຄົນ ໃນ 7 ບ້ານ ແລະ 3 ເມືອງ
9. ບໍລິຄຳໄຊ ມີ 14 ຄົນ ໃນ 10 ບ້ານ ແລະ 3 ເມືອງ
10. ສະຫວັນນະເຂດ ມີ 21 ຄົນ ໃນ 13 ບ້ານ ແລະ 2 ເມືອງ
11. ບໍ່ແກ້ວ ມີ 118 ຄົນ ໃນ 21 ບ້ານ ແລະ 2 ເມືອງ
12. ສາລະວັນ ມີ 10 ຄົນ ໃນ 5 ບ້ານ ແລະ 2 ເມືອງ
13. ຫົວພັນ ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ
14. ອັດຕະປື ມີ 5 ຄົນ
15. ໄຊຍະບູລີ ມີ 86 ຄົນ ໃນ 7 ບ້ານ ແລະ 1 ເມືອງ
16. ຊຽງຂວາງ ມີ 3 ຄົນ ໃນ 1 ບ້ານ ແລະ 1 ເມືອງ
17. ໄຊສົມບູນ ມີ 8 ຄົນ ໃນ 3 ບ້ານ ແລະ 3 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 10 ຄົນ ຈາກ ນະຄອນຫຼວງ 2 ຄົນ ແລະ ໄຊຍະບູລີ 8 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງແລະສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.
• ມາຮອດວັນທີ 18 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 58,798 ຄົນ, ເສຍຊີວິດສະສົມ 116 ຄົນ(ໃໝ່ 04), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 533 ຄົນ, ກໍາລັງປິ່ນປົວ 11,159 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:
ຜູ້ທີ 1: ເພດຍິງ, ອາຍຸ 40 ປີ, ອາຊີບ: ແມ່ເຮືອນ, ບ້ານໂພສີ, ນະຄອນຫລວງພະບາງ, ແຂວງຫລວງພະ
ບາງ
– ພະຍາດປະຈໍາຕົວ: ໄຂ່ຫລັງຊຸດໂຊມ, ຄວາມດັນເລືອດສູງ, ເບົາຫວານ ແລະພະຍາດອັກເສບຕັບ
– ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
– ເວລາ 10:00 ໂມງຂອງວັນທີ 14 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍແຂວງ ຍ້ອນອິດເມື່ອຍຫລາຍ
, ໄອ, ຫາຍໃຈຝືດ, ນອນພຽງບໍ່ໄດ້ຈຶ່ງໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະຜົນ
ກວດແມ່ນພົບເຊື້ອ
– ມາຮອດເວລາ 08:00 ໂມງຂອງວັນທີ 15 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 2: ເພດຍິງ, ອາຍຸ 55 ປີ, ອາຊິບ: ແມ່ເຮືອນຢູ່ບ້ານດົງນາໂຊກ, ເມືອງສິໂຄດຕະບອງ, ນະຄອນ
ຫລວງ
– ຜູ້ກ່ຽວນໍ້າໜັກ 95 ກິໂລ
– ພະຍາດປະຈໍາຕົວ: ເປັນເບົາຫວານແລະປະດົງ
– ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
– ວັນທີ 9 ພະຈິກ 2021: ມີອາການໄຂ້, ໄອ ແລະອິດເມື່ອຍ.
– ວັນທີ 11 ພະຈິກ 2021: ໄປກວດຢູ່ໂຮງໝໍ 103 ຜົນກວດພົບເຊື້ອ
– ວັນທີ 12 ພະຈິກ 2021: ຍ້າຍເຂົ້າມານອນປິ່ນປົວຢູ່ໂຮງໝໍເຊດຖາທິຣາດ
– ແຕ່ວັນທີ 12-16 ພະຈິກ 2021: ຄົນເຈັບອິດເມື່ອຍ, ຫາຍໃຈຫອບ, ມີປ່ານຊໍ້າຕາມຕົນໂຕ
– ຮອດເວລາ 21:14 ໂມງ ຂອງວັນທີ 17 ພະຈິກ 2021 ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 3:ເພດຊາຍ, ອາຍຸ 82 ປີ, ອາຊີບພະນັກງານບຳນານ, ບ້ານໂພນປ່າເປົ້າ, ເມືອງສີສັດຕະນາກ,
ນະຄອນຫລວງ.
– ພະຍາດປະຈຳຕົວ: ໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງ ແລະ ປະດົງຄໍ່
– ຜ່ານມາໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົບ
– ວັນທີ 15 ພະຈິກ 2021: ມີໄຂ້, ໄອ, ຫາຍໃຈຝືດ, ນອນພຽງບໍ່ໄດ້ພ້ອມທັງເກັບຕົວຢ່າງມາກວດ
ຊອກຫາພະຍາດໂຄວິດ-19, ຜົນກວດພົບເຊື້ອແລະ ໄດ້ເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ
– ໄລຍະນອນປິ່ນປົວ 15-17 ພະຈິກ 2021: ເປັນເວລາ 03 ມື້
– ຮອດເວລາ 21:15 ໂມງ ຂອງວັນທີ 17 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 4:ເພດຊາຍ, ອາຍຸ 78 ປີ, ບ້ານທົ່ງສາງນາງ, ເມືອງຈັນທະບູລີ
– ຍ້າຍມາແຕ່ສູນ ມຊ ດົງໂດກ.
– ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
– ວັນທີ 4 ພະຈິກ 2021: ເຂົ້ານອນປິ່ນປົວຢູ່ໂຮງໝໍເຊດຖາທິຣາດ
– ເວລາ 02:00 ໂມງຂອງວັນທີ 18 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19
• ສໍາລັບຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີ
• ບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່:
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ມ. ຕົ້ນ ເຈົ້າອານຸວົງ
ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາເມືອງສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ, ບ້ານ ດົງປາແລບ, ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
• ບ້ານແດງໃນທົ່ວປະເທດ ມີ: 939, ບ້ານ 70 ເມືອງ ແລະ 15 ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ມື້ວານນີ້ ມີ 23 ບ້ານ, 14 ເມືອງ ແລະ 8 ແຂວງ
ສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 17 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,104 ຄົນ.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 59 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5,076 ຄົນ (ສູນ 3,252 ຄົນ ແລະ ໂຮງແຮມ 1,824 ຄົນ).