
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ17ມັງກອນ2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ4,597ຕົວຢ່າງໃນຂອບເຂດທົ່ວປະເທດແລະກວດພົບເຊື້ອທັງໝົດ733ຄົນ(ຕິດເຊື້ອພາຍໃນ730ຄົນ ແລະ ນໍາເຂົ້າ 03 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ730 ຄົນຈາກ 17ແຂວງ ແລະນະຄອນ
ຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 222 ຄົນ
2. ຜົ້ງສາລີ 67 ຄົນ
3. ບໍລິຄຳໄຊ 62 ຄົນ
4. ອຸດົມໄຊ 60 ຄົນ
5. ຫົວພັນ 52 ຄົນ
6. ວຽງຈັນ 36 ຄົນ
7. ໄຊຍະບູລີ 35 ຄົນ
8. ໄຊສົມບູນ 29 ຄົນ
9. ຊຽງຂວາງ 28 ຄົນ
10. ຫຼວງພະບາງ 28 ຄົນ
11. ບໍ່ແກ້ວ 22 ຄົນ
12. ຄຳມ່ວນ 20 ຄົນ
13. ເຊກອງ 19 ຄົນ
14. ອັດຕະປື 18 ຄົນ
15. ສາລະວັນ 14 ຄົນ
16. ສະຫວັນນະເຂດ 12 ຄົນ
17. ຫຼວງນ້ຳທາ 4 ຄົນ
18. ຈຳປາສັກ 2 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 03 ຄົນ ຈາກສະຫວັນນະເຂດ 2 ຄົນແລະບໍລິຄຳໄຊ 1 ຄົນເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ126,066 ກໍລະນີ, ອອກໂຮງໝໍວານນີ້344ຄົນ , ກຳລັງປິ່ນປົວ 8,223 ຄົນ ແລະ ເສຍຊີວິດສະສົມທັງໝົດ500ຄົນ (ເສຍຊີວິດໃໝ່03ຄົນ)
– ສຳລັບຜູ້ເສຍຊີວິດໃໝ່03ຄົນຈາກຫຼວງພະບາງ 1 ຄົນ, ຄຳມ່ວນ 1 ຄົນ ແລະ ຊຽງຂວາງ 1 ຄົນ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ຕົວເລກຜູ້ຕິດເຊື້ອໂຄວິດ-19ສະສົມ ຢູ່ຫຼາຍປະເທດໃນທົ່ວໂລກ ແມ່ນເພິ່ມຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ປີໃໝ່ສາກົນທີ່່່ຜ່ານມາ ຈົນຮອດປັດຈຸບັນເຊິ່ງສາເຫດສ່ວນໜຶ່ງ ກໍ່ແມ່ນມາຈາກ ການລະບາດຂອງສາຍພັນໂອໄມຄຣອນ ຄຽງຄູ່ກັບການຜ່ອນຜັນມາດຕະການຄວບຄຸມ ໃນໄລຍະພັກປີໃໝ່ສາກົນທີ່ຜ່ານມາ.
• ເພື່ອເຮັດໃຫ້ການລະບາດບໍ່ແກ່ຍາວ ແລະ ສ້າງພູມຄຸ້ມກັນໝູ່, ການວັກຊີນກັນພະຍາດໂຄວິດ-19 ຍັງເປັນມາດຕະການທີ່ດີທີ່ສຸດ ໃນການປ້ອງກັນ ແລະ ສະກັດກັ້ນການລະບາດ. ໃນໄລຍະຜ່ານມາ ເຫັນໄດ້ວ່າ ຜູ້ທີ່ເສຍຊີວິດຈາກພະຍາດໂຄວິດ-19 ສ່ວນໃຫຍ່ ແມ່ນບໍ່ໄດ້ຮັບການສັກວັກຊີນຄົບທຸກເຂັມທີ່ແນະນຳ ມີພຽງສ່ວນໜ້ອຍ ທີ່ໄດ້ຮັບວັກຊີນແຕ່ກໍ່ເສຍຊີວິດຈາກພະຍາດດັ່ງກ່າວ ຍ້ອນວ່າ ຜູ້ກ່ຽວມີພະຍາດປະຈຳໂຕ ຫຼື ພະຍາດຊຳເຮື້ອ ແລະ ບາງຄົນກໍ່ມີອາການໜັກແລ້ວ ຈຶ່ງມາໂຮງໝໍ ເຮັດໃຫ້ແພດໝໍ ບໍ່ສາມາດຊ່ວຍຊີວິດຜູ້ກ່ຽວໄວ້ໄດ້. ດັ່ງນັ້ນ, ເພື່ອຫຼຸດຜ່ອນຄວາມຮຸນແຮງ ແລະ ເສຍຊີວິດ ເມື່ອຕິດເຊື້ອຈຶ່ງຂໍເຊີນຊວນບັນດາທ່ານ ພ້ອມໃຈກັນ ໄປຮັບການສັກວັກຊີນ ຢູ່ຈຸດບໍລິການໃກ້ບ້ານທ່ານ. ສຳລັບ ທ່ານທີ່ສັກວັກຊີນ Johnson&Johnson ຄົບ 3 ເດືອນແລ້ວ ສາມາດໄປສັກເຂັມກະຕຸ້ນ ຫຼື ເຂັມ 3 ໄດ້, ສ່ວນວັກຊີນຊະນິດອື່ນໆ ແມ່ນ ຕ້ອງສັກຄົບທຸກເຂັມທີ່ແນະນຳໃຫ້ຄົບ 5 ເດືອນກ່ອນ ຈຶ່ງສາມາດໄປສັກເຂັມກະຕຸ້ນໄດ້.
• ສຳລັບແມ່ຍິງຖືພາ 12 ອາທິດຂຶ້ນໄປ ແລະ ແມ່ຍິງທີ່ກຳລັງໃຫ້ນົມລູກສາມາດສັກວັກຊີນຊະນິດຕ່າງໆ ໄດ້ດັ່ງນີ້:
– Sinopharm/Sinovac
– Pfizer
– Johnson & Johnson
ເຊິ່ງວັກຊີນທຸກຊະນິດ ແມ່ນມີປະສິດຕິພາບ ແລະ ປະສິດຕິຜົນ ພ້ອມທັງມີຄວາມປອດໄພທັງແມ່ ແລະ ລູກ.
• ພັກ ແລະ ລັດຖະບານ ກໍ່ຄື ຄະສະເພາະກິດທຸກຂັ້ນ ແມ່ນມີຄວາມເປັນຫ່ວງເປັນໃຍ ປະຊາຊົນທີ່ສຸດ ໄດ້ຕິດຕາມສະພາບການລະບາດໃນທົ່ວໂລກ ແລະ ບັນດາປະເທດອ້ອມຂ້າງ ຢ່າງໃກ້ຊິດ ພ້ອມດຽວກັນນັ້ນ ກໍ່ໄດ້ປະເມີນສະຖະນະການ ແລະ ວາງມາດຕະການໂຕ້ຕອບ ໃນແຕ່ລະໄລຍະ ເພື່ອເຮັດແນວໃດ ໃຫ້ມີຕົວເລກຜູ້ຕິດເຊື້ອໜ້ອຍທີ່ສຸດ ຫຼື ຖ້າມີການສູນເສຍກໍ່ໃຫ້ມີໜ້ອຍທີ່ສຸດ ເຊັ່ນດຽວກັນ. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງ ພວກເຮົາໝົດທຸກຄົນ ຈົ່ງຮ່ວມແຮງຮ່ວມໃຈ ສາມັກຄີກັນ ເປັນປຶກແຜ່ນ, ຕໍ່ສູ້ກັບພະຍາດ ແລະ ສາມາດດຳລົງຊີວິດຢູ່ຮ່ວມກັນກັບພະຍາດໂຄວິດ-19 ປະຈຳວັນໃຫ້ໄດ້ ເຊັ່ນ: ໃສ່ຜ້າປິດປາກດັງ, ໝັ່ນລ້າງມືເລື້ອຍໆ, ຮັກສາໄລຍະຫ່າງ, ບໍ່ໄປສະຖານທີ່ແອອັດ, ບໍ່ຊຸມແຊວກັນເປັນກຸ່ມ. ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອປ້ອງກັນຕົນເອງ ແລະ ຄົນໃນຄອບຄົວຂອງທ່ານ ໃຫ້ປອດໄພຈາກພະຍາດໂຄວິດ.
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງ
ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ສຳລັບ ຜູ້ທີ່ຕ້ອງການສັກວັກຊິນ ຊະນິດ Pfizer ເພື່ອເຂັ້ມກະຕຸ້ນ (ເຂັ້ມ 3): ຜູ້ສູງອາຍຸ, ກຸ່ມອາຍຸ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາໂຕສາມາດໄປຮັບການບໍລິການ ໄດ້ທີ່:
– ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
– ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
– ໂຮງໝໍສູນກາງ
– ໂຮງໝໍເມືອງ 9 ຕົວເມືອງ
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
• ກ່ອນຈະຈົບການຖະແຫຼງຂ່າວ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ທົ່ວປະເທດສັກວັກຊີນສະສົມທັງໝົດ:
– ເຂັມ1 ໄດ້ 4,653,477ຄົນ (ກວມເອົາ 63.42 %)
– ທຸກເຂັມທີ່ແນະນໍາ 3,835,288ຄົນ (ກວມເອົາ52.27%)
– ອາຍຸ 12-17 ປີໄດ້ 501,414 ຄົນ (ເຂັ້ມ 1 ມີ 57.9%)