
ຖະແຫຼງຂ່າວສະພາບການລະບາດພະຍາດ COVID-19 ປະຈຳວັນທີ 18 ມີນາ 2022:
ບັນດາທ່ານໄດ້ຮັບຊາບຂໍ້ມູນ ການຕິດເຊື້ອຢູ່ໃນໂລກ-ພາກພື້ນ ແລະ ປະເທດໃກ້ຄຽງຂອງລາວ ຍັງມີການລະບາດຢູ່ ແລະ ຍັງບໍ່ທັນມີທ່າອ່ຽງທີ່ຈະຢຸດຕິ ເຊິ່ງມີລາຍງານຜູ້ຕິດເຊື້ອ ແລະ ຜູ້ເສຍຊີີວິດ ເປັນຈຳນວນຫຼວງຫຼາຍໃນແຕ່ລະວັນ. ສະເພາະ ສປປ ລາວເຮົາ ສະພາບການລະບາດກໍ່ເຫັນວ່າ ຍັງມີການລະບາດຢູ່ໃນຊຸມຊົນ ໃນບາງແຂວງຢູ່ ເຊິ່ງຍັງມີຄວາມສ່ຽງສູງ ທີ່ຈະລະບາດໄປໃນວົງກວ້າງ, ຖ້າເຮົາ ບໍ່ປະຕິບັດມາດຕະການຢ່າງເຂັ້ມງວດ ເປັນຕົ້ນ ການເຝົ້າລະວັງ ຕາມຈຸດຊາຍແດນ ແລະ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ.
ບັນດາທ່ານທີ່ຮັກແພງ
• ສະພາບ ການລະບາດຂອງພະຍາດໂຄວິດ ໃນທົ່ວໂລກແມ່ນຍັງບໍ່ມີທ່າອຽງຫຼຸດລົງເທື່ອ, ເຊິ່ງຕົວເລກຕິດເຊື້ອໃໝ່ແຕ່ລະວັນຍັງສູງເປັນຫຼັກລ້ານ ໃນມື້ວານມີຜູ້ຕີດເຊື້ອໃໝ່ (1,882,124ກໍລະນີ), ສາເຫດຂອງການລະບາດຮອບນີ້ ແມ່ນເກີດຈາກການລະບາດສາຍພັນໂອມີຄຣອນ BA.2 ເປັນສາຍພັນທີ່ WHO ໄດ້ຕິດຕາມເຝົ້າລະວັງ ຢ່າງໃກ້ຊິດເພາະສາຍພັນດັ່ງກ່າວ ເປັນສາເຫດໃຫ້ພະຍາດໂຄວິດ 19 ກັບມາລະບາດຮອບໃໝ່ອີກຄັ້ງ ຢູ່ຫຼາຍປະເທດໃນທົວໂລກ ລວມທັງປະເທດທີ່ມີຊາຍແດນຕິດກັບສປປລາວ
• ສຳລັບ ສປປ ລາວ ຕາມຕົວເລກການລາຍງານປະຈຳວັນ ເຫັນວ່າ ສະພາບຕົວເລກການຕິດເຊື້ອໃໝ່ ໃນປະເທດແມ່ນມີທ່າອຽງເພື້ມຂີ້ນຫຼາຍແຂວງມີການລາຍງານກໍລະນີເພີ້ມຂຶ້ນ ທຽບໃສ່ເດືອນຜ່ານມາ (ເດືອນ ກຸມພາ 2022 ມີຜູ້ຕີດເຊື້ອທັງໝົດ 8,305) , ຕົ້ນເດືອນ ມີນາ ຮອດມື້ນີ້ ມີຜູ້ຕິດເຊື້ອ 7, 672 ແລະ ເຊີ່ງໃນຈຳນວນດັ່ງກ່າວ ແມ່ນສະເພາະໃນມື້ວານນີີ້ວັນທີ 17 ມື້ດຽວ ແມ່ນມີເຖີງ 1,508( ນະຕອນຫຼວງ 902) ເຊີ່ງແມ່ນມື້ທີ່ຕົວເລກ ເປັນຫຼັກພັນຫຼັງຈາກຈົວເລກຫຼູດລົງ ໄລຍະນຶ່ງ
• ອີງໃສ່ສະພາບການລະບາດຂອງພະຍາດສາຍພັນໂອໄມຄຣອນ ຢູ່ບັນດາປະເທດໃນທົ່ວໂລກ ແລະ ໃນປະເທດໃກ້ຄຽງສົມທົບກັບໄລຍະນີ້ ສປປ ລາວເຮົາ ກໍ່ມີລາຍງານຈຳນວນຜູ້ຕິດເຊື້ອຈາກສາຍພັນດັ່ງກ່າວພາຍໃນປະເທດ , ຈາການສຸ່ມຕົວຢ່າງກວດຊອກຫາສາຍພັນໂອໄມຄຣອນ ປັດຈຸບັນ ກວດພົບສາຍພັນດັ່ງກ່າວທັງໝົດ 43 ກໍລະນີ, ໃນນັ້ນ ແມ່ນຈາກກໍລະນີເດີນທາງເຂົ້າປະເທດແມ່ນ 38 ກໍລະນີ ແລະ 5 ກໍລະນີແມ່ນເກີດໃນປະເທດ ແລະ ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ ເຊິງຕາມບົດຮຽນຂອງຫຼຍປະເທດຫາກມີການກວດພົບ ກໍລະນີໂອໄມຄອນໃນຊຸມຊົນແມ່ນໂດຍບໍ່ຮູ້ທີ່ມາແມ່ນຖືວ່າມີການລະບາດຂອງພະຍາດດັ່ງກ່າວໃນຊູມຊົນ, ດັ່ງນັ້ນ ການຕິດເຊື້ອ ໂຄວີດເພີ້ມຂຶ້ນໃນຮອບໃໝ່ໃນປະເທດ ນີ້ ເຊື້ອສາຍເຫດສ່ວນໃຫ່ຍກໍຈະແມ່ນມີສາຍເຫດຈາກສາຍພັນໂອໄມຄອນເຊິ່ງເປັນເຊື້ອທີ່ມີການຕິດເຊື້້ອໄດ້ງາຍທີ່ສູດ
• ໃນສະພາບປະຈຸບັນ ເຫັນວ່າການເຄື່ອນໄຫວໃນສັງຄົມຂອງບາງກຸ່ມຄົນ ແມ່ນມີການລະເຫຼີງມາດຕະການ ທາງສັງຄົມ ການໄປງານສັງຄົມຕ່າງໆ ແມ່ນບໍ່ມີການປະຕິບັດມາດຕະການປ້ອງກັນໂຕເອງ (ບໍ່ໃສ່ໃສ່ຜ້າອັດປາກອັດດັງ ) ແລະ ບໍ່ມີການຮັກສາໄລຍະຫ່າງທາງສັງຄົມ ເຮັດໃຫ້ມີຄວາມສ່ຽງສູງທີ່ຈະມີການສົ່ງເຊື້ອພະຍາດຈາກຜູ້ນີ້ຫາຜູ້ອື່ນ ໂດຍສະເພາະ ຖ້າແມ່ນ ສາຍພັນໂອໄມຄຣອນແມ່ນສາມາດຕິດເຊື້ອໄດ້ໄວແລະ ແຜ່ຂະຫຍາຍເປັນວົງກ້ວາງ ໄດ້ໄວທີ່ສຸດ
• ສະນັ້ນ, ເພື່ອເປັນການເຝົ້າລະວັງ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະ ສາຍພັນໂອໄມຄຣອນ ບໍ່ໃຫ້ລະບາດເປັນວົງກ້ວາງ ໃນປະເທດຂອງພວກເຮົາທຸກຄົນ ຕ້ອງມີສະຕິລະວັງຕົວໃຫ້ສູງກວ່າເກົ່າ ພ້ອມທັງ ເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ແລະ ທົ່ວເຖິງ ໂດຍການ:
– ເພິ່ມທະວີມາດຕະການປ້ອງກັນຕົນເອງ ຢ່າງເຂັ້ມງວດ ເຮັດໃຫ້ເປັນປະຈຳ ແລະ ໃຫ້ກາຍເປັນຄວາມຊິນເຄິີຍ
– ປຸກລະດົມໃຫ້ທຸກຄົນໃນ ໃນສັງຄົມໄປຮັບ ວັກຊີນປ້ອງກັນພະຍາດໂຄວິດ-19 ໂດຍສະເພາະ ຜູ້ທີ່ນອນຢູ່ໃນກຸ່ມສ່ຽງ ລວມທັງ ການສັກເຂັມກະຕຸ້ນ ເພື່ອຫຼຸດຜ່ອນອາການເຈັບເປັນຂັ້ນຮຸນແຮງ ແລະກ້າວໄປເຖິງຂັ້ນ ເສຍຊີວີດ ເມື່ອມີການຕິດເຊື້ອໂຄວີດ19
– ສືບຕໍ່ເພິ່ມທະວີຕິດຕາມ ແລະ ກວດກາ ຜູ້ທີ່ເດີນທາງມາຈາກປະເທດທີ່ມີການລະບາດຂອງສາຍພັນໂອໄມຄຮອນ ແລະຂໍໃຫ້ຄອບຄົວ ແລະ ຍາດພີ່ນ້ອງ ໃຫ້ການຮ່ວມມື ໃນການໃຫ້ຂໍ້ມູນແກ່ເຈົ້າໜ້າທີ່ ແລະອຳນາດການປົກຄອງ ຊາບ
– ເພີ່ມທະວີຕິດຕາມ, ກວດກາ, ລາດຕະເວນ ຕາມຊາຍແດນ ເພື່ອສະກັດກັ້ນ ບຸກຄົນ ທີ່ເຂົ້າ ເມືອງບໍ່ຖືກຕາມລະບຽບຫຼັກການ ໂດຍສະເພາະ ເຂດຊາຍແດນທີ່ຕິດກັບປະເທດໃກ້ຄຽງທີ່ມີການລະບາດຂອງສາຍພັນໂອໄມຄຣອນ.
– ຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ຮັບຟັງຂໍ້ມູນຂ່າວສານຢ່າງມີສະຕິ, ຕິດຕາມຂ່າວ ສານທີ່ເປັນທາງການ ແລະ ບໍ່ສົ່ງຕໍ່ຂ່າວລືຕ່າງໆທີ່ບໍ່ເປັນທາງການ ເພື່ອບໍ່ໃຫ້ເກີດຄວາມສັບສົນໃນສັງຄົມ.
• ເຄື່ອງກວດແບບໄວດ້ວຍຕົນເອງ ແມ່ນເປັນສິ່ງທີ່ຄົນຈຳນວນຫຼາຍໃນສັງຄົມ ນຳໃຊ້ເພື່ອກວດ ຊອກຫາ ເຊື້ອພະຍາດໂຄວີດ-19 ພາຍຫຼັງການກວດ ເປັນ 2ຂີດ (ຜົນກວດເປັນບວກ)ກໍ່ສືບຕໍ່ຕິດຕາມປິ່ນປົວ ຢູ່ເຮືອນ ເຊິງຍາງກູ່ມຄົນກໍໄດ້ແຈ້ງໃຫ້ ແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຮັບຮູ້ ຈະສະດວກໃນການເກັບກຳຂໍ້ມູນຜູ້ຕິດເຊື້ອ, ແຕ່ໃນຂະນະດຽວກັນ ຍັງມີກຸ່ມຄົນຈຳ ນວນໜຶ່ງ ເມື່ອພົບວ່າຕົນເອງກວດເປັນ 2ຂີດ (ຜົນກວດເປັນບວກ)ກໍ່ບໍ່ໄດ້ແຈ້ງ ໃຫ້ແກ່ເຈົ້າ ໜ້າທີ່ ແລະອຳນາດການປົກຄອງກ່ຽວຂ້ອງ ເຮັດໃຫ້ ການເກັບກຳຂໍ້ມູນບໍ່ຖືກຕ້ອງ, ເມື່ອມີອາ ການໜັກ ການປະສານງານ ເພື່ອເຂົ້າຮັບການປິ່ນປົວຢູ່ໂຮງໝໍ ອາດຈະຊັກຊ້າ ໂດຍສະເພາະ ຜູ້ທີ່ມີອາຍຸສູງກວ່າ 60 ປີຂຶ້ນໄປ, ຜູ້ທີ່ມີພະຍາດປະຈຳໂຕ ແລະ ຜູ້ບໍ່ໄດ້ຮັບວັກຊີນ ຫາກບໍ່ໄດ້ຮັບການຕີດຕາມປິ່ນປົວຢ່າງໃກ້ຊີດແມ່ຍ ມີຄວາມສ່ຽງສູງທີ່ຈະກ້າວໄປເຖິງຂັ້ນມີອາການຮ້າຍແຮງ ແລະ ອາດນຳໄປສູ່ ການເສຍຊີວິດໄດ້.
• ອີກເທື່ອນຶ່ງ ສຳລັບ ກຸ່ມສ່ຽງ (ຜູ້ທີ່ມີອາຍຸສູງກວ່າ 60 ປີຂຶ້ນໄປ, ຜູ້ທີ່ມີພະຍາດປະຈຳໂຕ, ແມ່ຍິງຖືພາ ແລະ ຜູ້ບໍ່ໄດ້ຮັບວັກຊີນ) ເມື່ອທ່ານຊື້ເຄື່ອງມາກວດດ້ວຍຕົນເອງ ແລ້ວ ຜົນກວດເປັນ 2 ຂີດ ທ່ານສາມາດໂທແຈ້ງສາຍດ່ວນ 164 ເຈົ້າໜ້າທີ່ທຳການປະເມີນອາການຊອງທ່ານ ແລະ ຈະປະສານນຳລົດແພດ ເພື່ອຮັບເອົາທ່ານເຂົ້ານອນປິ່ນປົວຢູ່ໂຮງໝໍ
• ຂ້າພະເຈົ້າ ຂໍຖືໂອກາດນີ້ ແຈ້ງໃຫ້ທ່ານຊາບວ່າ ເມື່ອທ່ານ ກວດຊອກຫາໂຄວິດດ້ວຍຕົນເອງ ໂດຍການນຳໃຊ້ຊຸດເຄື່ອງກວດແບບໄວ, ຖ້າຫາກຜົນກວດພົບເຊື້ອ ທ່ານສາມາດລົງທະບຽນ ເພື່ອແຈ້ງເຈົ້າໜ້າທີ່ ຜ່ານທາງມືືຖືໄດ້ ໂດຍການກົດລິ້ງ https://forms.gle/wNJ7uTWH1i22onPm7 ເຊິ່ງທ່ານສາມາດ ເຂົ້າໄປຊອກລິ້ງດັ່ງກ່າວ ໄດ້ທີ່ ເຟດບຸກຂອງສູນຂ່າວສານການແພດສຸຂະສຶກສາ.
– ເມື່ອກົດລິ້ງເຂົ້າໄປແລ້ວ ທ່ານຈະເຫັນເປັນແບບຟອມຕື່ມຂໍ້ມູນ ເພື່ອແຈ້ງຜົນກວດໂຄວິດເປັນບວກໄດ້ດ້ວຍຕົນເອງ
– ເມື່ອຕື່ມແບບຟອມສຳເລັດ ເຈົ້າໜ້າທີ່ກ່ຽວຂ້ອງ ຈະຕິດຕໍ່ທ່ານ ເພື່ອໃຫ້ຄຳປຶກສາ ແລະ ຕິດຕາມອາການຂອງທ່ານຢ່າງໃກ້ຊິດ.
– ທ່ານສາມາດລົງທະບຽນໄດ້ ນັບແຕ່ມື້ນີ້ເປັນຕົ້ນໄປ ຫຼື ສາມາດມາໂທສອບຖາມ ສາຍດ່ວນ 164 ເພື່ອລົງທະບຽນ.
• ແລະ ກ່ອນຈະຈົບການລານງານໃນມື້ນີ້ ຂໍ ຢໍ້າຕື່ມອີກວ່າ ຄຽງຄູ່ໄປກັບ ການສັກວັກຊີນປ້ອງກັນພະຍາດໂຄວິດພວກເຮົາ ຕ້ອງໄດ້ສີບຕໍ່ ປະຕິບັດມາດຕະການປ້ອງກັນຕົນເອງ ຢ່າງເປັນປະຈຳ ແລະ ເຮັດໃຫ້ກາຍເປັນຄວາມຊິນເຄີຍ ທຸກສະຖານທີ່ ແລະ ທຸກເວລາ ເພື່ອຄວາມປອດໄພຂອງທ່ານ ແລະ ສະມາຊິກໃນຄອບຄົວ. ໂດຍສະເພາະ ໃນເດືອນເມສາ ແມ່ນເປັນເທດສະການປີໃໝ່ລາວ ຖ້າຫາກບໍ່ເຄັງຕັດຝນການປະຈີບັດມາດຈະການ ກໍ່ອາດຈະເຮັດໃຫ້ພະຍາດລະບາດອອກເປັນວົງກວ້າງ ຢ່າງໄວວາ
• ສຸດທ້າຍນີ້ ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ສືບຕໍ່ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນ ໃຫ້ປະ ເທດຂອງພວກເຮົາ ສາມາດ ຜ່ານຜ່າວິກິດການລະບາດຂອງພະຍາດໂຄວິດ-19 ນີ້ໄປດ້ວຍກັນ.