ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 17 ເມສາ 2022 ໄດ້ກວດວິເຄາະທັງໝົດ 1,218 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 312 ຄົນ (ຕິດເຊື້ອພາຍໃນ 304 ຄົນ ແລະ ນໍາເຂົ້າ 8 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 200,474 ຄົນ, ອອກໂຮງໝໍວານນີ້ 197 ຄົນ, ກຳລັງປິ່ນປົວ 1,880 ຄົນ ແລະ ເສຍຊີວິດທັງໝົດ 722 ຄົນ (ເສຍຊີວິດໃໝ່ 4 ກໍລະນີ)
– ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ ຈຳນວນ 304 ຄົນ ແມ່ນມາຈາກ 13 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງຕໍ່ໄປນີ້:
1. ນະຄອນຫຼວງ 156 ຄົນ
2. ສະຫວັນນະເຂດ 15 ຄົນ
3. ເຊກອງ 2 ຄົນ
4. ອັດຕະປື 16 ຄົນ
5. ບໍ່ແກ້ວ 12 ຄົນ
6. ວຽງຈັນ 31 ຄົນ
7. ຫຼວງພະບາງ 7 ຄົນ
8. ອຸດົມໄຊ 7 ຄົນ
9. ໄຊຍະບູລີ 16 ຄົນ
10. ຊຽງຂວາງ 11 ຄົນ
11. ຄຳມ່ວນ 23 ຄົນ
12. ບໍລິຄຳໄຊ 6 ຄົນ
13. ໄຊສົມບູນ 1 ຄົນ
14. ຫົວພັນ 1 ຄົນ
– ສໍາລັບການຕິດເຊື້ອນໍາເຂົ້າ ມີ 8 ຄົນ ຈາກນະຄອນຫຼວງ 4 ຄົນ ແລະ ຈໍາປາສັກ 4 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
 
– ສ່ວນຜູ້ເສຍຊີວິດໃໝ່ 4 ຄົນ ແມ່ນຈາກ ນະຄອນຫຼວງ 3 ຄົນ ແລະ ສະຫວັນນະເຂດ 1 ຄົນ
ຂ້າພະເຈົ້າຂໍສະແດງຄວາມເສຍໃຈມານຳຄອບຄົວຜູ້ເສຍຊີວິດ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບມານະທີ່ນີ້ດ້ວຍ.
ສະແດງຄວາມເສຍໃຈ ມາຍັງບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
ຕໍ່ໄປນີ້ຂໍແຈ້ງຈຸດດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ຢູ່ບັນດາ ແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງ ໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
 ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
• ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
• ຢູ່ນະຄອນຫຼວງວຽງຈັນມີ ຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ໂຮງໝໍເມືອງ 9 ຕົວເມືອງ
– ສໍາລັບຈຸດບໍລິການນອກສະຖານທີ່ ແມ່ນພັກປີໃໝ່ (14-17 ເມສາ 2022)
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ຈາກການລະບາດຂອງສາຍພັນໂອໄມຄຣອນທົ່ວໂລກ ໃນໄລຍະ 4 ເດືອນທຳອິດ ຂອງປີ 2022, ນັກວິທະຍາສາດ ຈຶ່ງໄດ້ວິເຄາະຂໍ້ມູນທາງດ້ານພັນທຸກຳຂອງເຊື້ອໂຄວິດພົບວ່າ:
1. ໂອໄມຄຣອນ BA.4 ມີການແຜ່ລະບາດສູງ ເຖິງ 59%, ຖັດລົງມາແມ່ນ BA.2 ປະມານ 41% ຈຶ່ງມີຄວາມເປັນໄປໄດ້ສູງທີ່ BA.4 ຈະແຜ່ລະບາດໄປທົ່ວໂລກ ແລະ ຈະມາແທນສາຍພັນ BA.2 ໃນໄວໆນີ້.
• ຕໍ່ກັບສະພາບການດັ່ງກ່າວ, ເຖິງແມ່ນວ່າ ໃນໄລຍະບຸນປີໃໝ່ລາວ ຕົວເລກຜູ້ຕິດເຊື້ອໃໝ່ໃນທົ່ວປະເທດຈະຫຼຸດລົງ ເຫຼືອຫຼັກຮ້ອຍກໍ່ຕາມ ແຕ່ພວກເຮົາກໍ່ບໍ່ຄວນປະໝາດ ແລະ ປ່ອຍປະຫຼະເຫຼິງ ເພາະໃນໄລຍະບຸນປີໃໝ່ລາວ ສັງເກດເຫັນວ່າ ຫຼາຍທ່ານໄດ້ພົບປະສັງສັນ ແລະ ສະຫຼອງບຸນປິໃໝ່ລາວນຳຄອບຄົວ ແລະ ໝູ່ເພື່ອນ. ສະນັ້ນ, ເພື່ອເປັນການເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດຂອງສາຍພັນໂອໄມຄຣອນ ກໍ່ຂໍໃຫ້ບັນດາທ່ານ ໝັ່ນສັງເກດອາການຂອງຕົນເອງໃນໄລຍະ 7 ວັນນີ້ ຫຼັງຈາກທ່ານກັບມາແຕ່ສະເຫຼີມສະຫຼອງບຸນປີໃໝ່ລາວ ໂດຍສະເພາະ ອາການໄຂ້, ໄອ,ຈາມ, ມີນ້ຳມຸກໄຫຼ ຫຼື ເຈັບຄໍ ແລະ ຖ້າຫາກທ່ານພົບອາການດັ່ງກ່າວ ແມ່ນໃຫ້ໄປພົບແພດ ຫຼື ກວດດ້ວຍຊຸດກວດແບບໄວດ້ວຍຕົວເອງ. ຖ້າກວດພົບ 2 ຂີດ ໃຫ້ແຍກຕົນເອງອອກຈາກຄົນອ້ອມຂ້າງທັນທີ ແລະ ປິ່ນປົວຕົນເອງ ຫຼື ໂທປຶກສາແພດ, ຖ້າອາການທ່ານບໍ່ດີຂຶ້ນ ມີອາການຫາຍໃຈຍາກ ຫຼື ຫາຍໃຈລຳບາກ ແມ່ນໃຫ້ຮີບຮ້ອນໄປພົບແພດໃກ້ບ້ານທ່ານ ເພື່ອແພດຈະໄດ້ປະເມີນອາການ ແລະ ຮັບທ່ານເຂົ້ານອນປິ່ນປົວ ຕິດຕາມອາການຢ່າງໃກ້ຊິດ.
• ບັນດາທ່ານທີ່ນັບຖື ສິ່ງທີ່ໜ້າເປັນຫ່ວງ ນອກຈາກ ຕົວເລກຜູ້ຕິດເຊື້ອໃໝ່ທີ່ເພິ່ມຂຶ້ນໃນແຕ່ລະວັນ ພວກເຮົາຍັງຕ້ອງຮັບມື ກັບຈຳນວນຜູ້ເສຍຊີວິດໃໝ່ທີ່ເພິ່ມຂຶ້ນເຊັ່ນດຽວກັນ ເຊິ່ງສັງເກດເຫັນວ່າ ມາຮອດປັດຈຸບັນ ກຸ່ມທີ່ເສຍຊີວິດສູງກວ່າໝູ່ ກໍ່ຍັງແມ່ນກຸ່ມຜູ້ສູງອາຍຸ, ກຸ່ມບໍ່ໄດ້ສັກຢາ ແລະ ມີພະຍາດປະຈຳໂຕ. ຍ້ອນແນວນັ້ນ, ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງ ມາຍັງບັນດາທ່ານ ນຳພາຜູ້ສູງອາຍຸ ຫຼື ຜູ້ທີ່ມີພະຍາດປະໂຕ ໄປຮັບການສັກວັກຊີນຄົບທຸກເຂັມທີ່ແນະນຳ ລວມທັງ ເຂັມກະຕຸ້ນ ເພື່ອຫຼຸດຜ່ອນໂອກາດທີ່ຈະກ້າວໄປສູ່ອາການທີ່ຮຸນແຮງ ແລະ ເສຍຊີິດ ເມື່ອຕິດເຊື້ອ.
• ຫຼາຍທ່ານ ອາດຈະບໍ່ທັນເຂົ້າໃຈດີ ກ່ຽວກັບ ອາການຂອງ long COVID ວ່າເປັນຄືແນວໃດ ມື້ນີ້ ຂ້າພະເຈົ້າ ຈະມາອະທິບາຍໃຫ້ບັນດາທ່ານ ເຂົ້າໃຈ ວ່າ ເປັນຄືແນວໃດ ແລະ ມີອາການຫຍັງແນ່ ດັ່ງນີ້:
– Long COVID ແມ່ນ ອາການເຈັບເປັນ ຕໍ່ເນື່ອງ ຫຼັງຈາກທີ່ຕິດເຊື້ອ ແລະ ຫາຍດີຈາກພະຍາດໂຄວິດແລ້ວ ເຊິ່ງສາມາດສົ່ງຜົນກະທົບຕໍ່ສຸຂະພາບ ແລະ ລະບົບຕ່າງໆໃນຮ່າງກາຍ ໃນໄລຍະຍາວໄດ້ເຊັ່ນກັນ, ປະຈຸບັນ ນັກວິຊາການ ຍັງບໍ່ຮູ້ເຖິງສາເຫດທີ່ແທ້ຈິງວ່າ ເປັນຍ້ອນຫຍັງກັນແທ້?
– ມີການສັນນິຖານວ່າ Long COVID ແມ່ນເກີດຈາກພູມຄຸ້ມກັນຂອງຮ່າງກາຍເຮົາ ທີ່ມີຕໍ່ອະໄວຍະວະຄົນເຮົາ ຫລື ເຫດຜົນໜຶ່ງແມ່ນ ສືບເນື່ອງ ມາຈາກການປີ່ນປົວໄລຍະຍາວ ເຊັ່ນວ່າ: ການນອນປິນປົວຢູ່ຫ້ອງ ICU ເຊິ່ງໄດ້ໃຊ້ເຄື່ອງຫາຍໃຈ ເຮັດໃຫ້ກ້າມຊີ້ນ ຊ່ວຍຫາຍໃຈຍັງອ່ອນເພັຍ! ຫລື ອາດເກີດຈາກຜົນຂ້າງຄຽງຂອງຢາປິ່ນປົວ. ຈາກການລາຍງານໃນທົ່ວໂລກ ອັດຕາທີ່ເກີດ Long COVID ແມ່ນຢູ່ປະມານ 40-80% ແລະ ຈະມັກພົບລັກສະນະນີ້ເພີ້ມຂື້ນ. ກຸ່ມທີ່ສ່ຽງຕໍ່ການເກີດ Long COVID ແມ່ນພົບໃນກຸ່ມຕິດເຊື້ອທີ່ມີອາການຮຸນແຮງ, ໃນກຸ່ນຜູ້ສູງອາຍຸ ແລະ ພົບໃນເພດຍິງ ຫຼາຍກ່ວາ ເພດຊາຍເຖິງ 1.4 – 1.5 ເທົ່າ, ນອກຈາກນັ້ນ ຍັງພົບໃນກຸ່ມທີ່ມີພະຍາດປະຈຳໂຕ ເຊັ່ນ: ພະຍາດເບົາຫວານ, ພະຍາດໄຂ່ຫຼັງ,ພະຍາດອັກເສບປອດ…
– ຄົນເຈັບບາງຄົນ ເຖິງແມ່ນວ່າ ຈະຫາຍດີຈາກພະຍາດໂຄວິດແລ້ວກໍ່ຕາມ ແຕ່ບາງຄົນຈະຍັງມີອາການ Long COVID ຕັ້ງແຕ່ 3 ເດືອນ ນັບຈາກມື້ທີ່ກວດພົບເຊື້ອ ແລະ ຈະມີອາການເຫຼົ່ານີ້ຢູ່ ຢ່າງໜ້ອຍ 2 ເດືອນ ເຊິ່ງແຕ່ລະຄົນອາດພົບອາການແຕກຕ່າງກັນ ໂດຍຫຼັກໆ ຈະມີຄືດັ່ງນີ້:
o ລະບົບປະສາດ: ມີອາການອ່ອນແຮງ, ເຈັບຫົວ, ມືນຫົວ, ຫຼົງລືມ, ກ້າມຊີ້ນລີບ
o ລະບົບທາງຈິດໃຈ: ນອນບໍ່ລັບ, ວິຕົກກັງວົນ, ຊຶມເສົ້າ
o ລະບົບຜິວໜັງ: ຜົມຫຼົ່ນ, ຜື່ນແພ້
o ລະບົບຫົວໃຈ ແລະ ຫຼອດເລືອດ: ເຈັບໜ້າເອິກ,ໃຈສັ່ນ
o ລະບົບທາງເດີນຫາຍໃຈ: ຫອບເມ່ືອຍ, ໄອຊ້າເຮື້ອ
o ລະບົບທົ່ວໄປ: ມີອາການອ່ອນເພຍ, ປວດເມື່ອຍກ້າມຊີ້ນ, ປວດຕາມຂໍ້
– ອາການຜິດປົກກະຕິສ່ວນໃຫຍ່ ທີ່ຂ້າພະເຈົ້າກ່າວມານັ້ນ ແມ່ນສາມາດຫາຍໄດ້ເອງ, ແຕ່ຖ້າຫາກທ່ານໃດ ສັງເກດເຫັນວ່າ ອາການດັ່ງກ່າວ ຕໍ່ເນື່ອງຫຼາຍກວ່າ 2 ເດືອນ ຄວນໄປພົບແພດຢູ່ຈຸດບໍລິການໃກ້ບ້ານທ່ານທັນທີ ເພື່ອແພດຈະໄດ້ປະເມີນ ແລະ ປິ່ນປົວຕາມອາການ.
– ຖ້າທ່ານຫາຍດີຈາກພະຍາດໂຄວິດແລ້ວ ແມ່ນໃຫ້ໄປພົບແພດ ແລະ ບອກແພດວ່າ ເຄີຍຕິດໂຄວິດມາກ່ອນ ເພື່ອແພດຈະໄດ້ຄິດເຖິງກຸ່ມອາການຂອງ Long COVID ພ້ອມທັງ ໃຫ້ຄຳແນະນຳ, ໃຫ້ການປິ່ນປົວຢ່າງຖືກຕ້ອງ ແລະ ທັນການ!
 
• ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ປັດຈຸບັນ ທົ່ວປະເທດ ສັກວັກຊີນເຂັມ 1 ໄດ້ 5,734,044 (ກວມເອົາ 78.14%) ແລະ ທຸກເຂັມທີ່ແນະນໍາ 4,736,698 (ກວມເອົາ 64.55%).