ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 18 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,911 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 657 ຄົນ (ຕິດເຊື້ອພາຍໃນ ມີ 656 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 656 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:
1. ນະຄອນຫຼວງ 239 ຄົນ: ມາຈາກ 80 ບ້ານ, ໃນ 7 ເມືອງ
• ເມືອງຈັນທະບູລີ, ມີ 19 ຄົນ, 10 ບ້ານ ຄື: ບ້ານສີສະຫວາດ, ດົງໝ້ຽງ, ທົ່ງສາງນາງ, ສະຫວ່າງ, ຫ້ວຍຫົງ, ໜອງປີງ, ຮ່ອງຄ້າ, ຮ່ອງໄກ່ແກ້ວ, ໂພນສະຫ່ວາງ ແລະ ໂພນຕ້ອງຈອມມະນີ.
• ເມືອງສີໂຄດຕະບອງ, ມີ 27 ຄົນ, 19 ບ້ານຄື: ບ້ານຂຸນຕາທົ່ງ, ສີບຸນເຮືອງທ່າ, ດ່ານຄຳ, ດົງນາໂຊກເໜືອ, ຕາດທອງ, ນາຄຳ, ຍາພະ, ທົ່ງປົ່ງ, ນາແຮ່, ປາກທ້າງ, ວັດໄຕທົ່ງ, ໜອງສະໂນຄຳ, ໜອງດ້ວງ, ໜອງບົວທອງເໜືອ, ອຸບມຸງ, ໂນນແກ້ວ, ໂພສີ, ໂພນສະຫວາດໃຕ້ ແລະ ໂພນສົມບູນ.
• ເມືອງໄຊເສດຖາ, ມີ 143 ຄົນ, 20 ບ້ານຄື: ບ້ານ ຄຳສະຫວາດ (ຄ້າຍຄຸມຂັງ), ຈອມມະນີ, ສະພານທອງເໜືອ, ສະພັງໝໍ້, ສີສັງວອນ, ສົມສະຫງ່າ, ຊຽງດາ, ນາສ້າງໄຜ່, ຝາຍ, ຫົວຂົວ, ຮ່ອງແກ, ເມືອງນ້ອຍ, ແສງສະຫວ່າງ, ໂຊກຄຳ, ໂຊກນ້ອຍ, ໂຊກໃຫ່ຍ, ໂນນສະຫວັນ, ໂນນຫວາຍ, ໂພນສະຫວ່າງ ແລະ ໂພນພະເນົາ.
• ເມືອງສີສັດຕະນາກ, ມີ 13 ຄົນ, 8 ບ້ານຄື: ບ້ານຈອມເພັດໃຕ້, ສີບຸນເຮືອງ, ທົ່ງພານທອງ, ພະໄຊ, ພັນໝັ້ນ, ໂພນສີນວນ, ໂພນປ່າເປົ້້າ ແລະ ໄຊສະຖານ.
• ເມືອງໄຊທານີ, ມີ 20 ຄົນ, 11 ບ້ານຄື: ບ້ານດອນໜູນ, ດົງໝາກຄາຍ, ທ່ານາກ, ທ່າຈໍາປາ, ທົ່ງມັ່ງ, ພະຂາວ, ໜອງພະຍາ, ອຸດົມຜົນ, ໂນນບໍ່ແກ້ວ, ໄຊ ແລະ ໄຊສະຫວ່າງ.
• ເມືອງຫາດຊາຍຟອງ, ມີ 15 ຄົນ, 11 ບ້ານຄື: ສົມສະໜຸກ, ດອນຂະຊາຍ, ດອນຝ້າຍ, ດົງໂພນເລົາ, ດົງໂພນແຮ່, ທ່ານາ, ນາໄຫ, ຫ້ອມ, ຫາດຊາຍຂາວ, ຫາດຊາຍຟອງ ແລະ ໂຄກຊາຍ .
• ເມືອງສັງທອງ, ມີ 1 ບ້ານ: ປາກຕອນ
2. ແຂວງວຽງຈັນ 155 ຄົນ
• ເມືອງກາສີ ມີ 09 ບ້ານ, 65 ຄົນ: ບ້ານວຽງແກ້ວ ມີ 34 ຄົນ, ບ້ານພູຄໍາ ມີ 16 ຄົນ, ບ້ານນາມົນ ມີ 11 ຄົນ, ບ້ານທາງແບ່ງ, ບ້ານນາແທ່ນ, ບ້ານບົວທອງ, ບ້ານຜາຊ້າງ, ບ້ານໜອງບົວທອງ ແລະ ບ້ານໂພນງາມ ບ້ານລະ 01 ຄົນ
• ເມືອງ ຫີນເຫີບ, ມີ 02 ບ້ານ, 32 ຄົນ: ບ້ານມຸກ ມີ 29 ຄົນ , ບ້ານນາທອງ ມີ 03 ຄົນ
• ເມືອງໂພນໂຮງ, ມີ 11 ບ້ານ, 19 ຄົນ: ບ້ານນາທອງ ມີ 03 ຄົນ, ບ້ານໂພນໄຊ ມີ 02 ຄົນ, ບ້ານນໍ້າແຈ້ງ, ບ້ານໂພນຄໍາໃຕ້, ບ້ານໂພນສະຫວ່າງ, ບ້ານໂພນສູງ ແລະ ບ້ານໂພນໄຂ ມີບ້ານລະ 01 ຄົນ, ບ້ານຫຼັກ 52 ມີ 01 ຄົນ, ບ້ານໂພນງາມໃຕ້ ມີ 01 ຄົນ, ບ້ານນາເລົ່າ ມີ 02 ຄົນ, ບ້ານນາໂພໃຕ້ ມີ 05 ຄົນ
• ເມືອງແກ້ວອຸດົມ, ມີ 05 ບ້ານ, 11 ຄົນ: ບ້ານດານສະຫວັນ ມີ 01 ຄົນ, ບ້ານທ່າຊັບ ມີ 02 ຄົນ, ບ້ານນາປູນ ມີ 02 ຄົນ, ບ້ານແສງສະຫວ່າງ ມີ 02 ຄົນ, ບ້ານພູເຂົາຄໍາ ມີ 04 ຄົນ
• ເມືອງວຽງຄໍາ, ບ້ານໂພນຊ່ອງ ມີ 04 ຄົນ
• ເມືອງທຸລະຄົມ, ມີ 1 ບ້ານຄື ບ້ານໂພນແຮ່ ມີ 01 ຄົນ
• ເມືອງວັງວຽງ ມີ 1 ບ້ານຄື ບ້ານວຽງແກ້ວ ມີ 01 ຄົນ
3. ແຂວງຄໍາມ່ວນ 126 ຄົນ
• ເມືອງທ່າແຂກ ມີ 106 ຄົນ ຄື:
– ຈາກບໍລິສັດລາວຄາຍຢວນ ບໍ່ແຮ່ຈຳກັດ (ກວດຕົວຢ່າງຄັ້ງທີ່ 2) ມີ 63 ຄົນ (ຈີນ 59 ຄົນ); ປະຈຸບັນ ມີຜູ້ຕິດເຊື້ອສະສົມທັງໜົດມີ 671 ຄົນ; ໃນຈໍານວນພະນັກງານທັງໜົດ 1,102 ຄົນ (ຈີນມີທັງໝົດ 410 ຄົນ)
– ບ້ານ ໜອງຜື ມີ 34 ຄົນ
– ບໍລິສັດຕັງຈະເລີນ ມີ 1 ຄົນ
– ບ້ານ ນາບົງ ມີ 1 ຄົນ
– ບ້ານ ນາບວບ ມີ 1 ຄົນ
– ບ້ານ ສົມສະອາດ 3 ຄົນ
– ບ້ານ ຈອມແກ້ວ, ບ້ານ ສົມສະໜຸກ ແລະ ບ້ານທ່າແຄ ມີບ້ານລະ 1 ຄົນ
• ເມືອງຄູນຄໍາ, ບ້ານ ຜາຊ້າງ ມີ 20 ຄົນ
4. ແຂວງຫຼວງພະບາງ 72 ຄົນ, ທັງໜົດ ໄດ້ພົວພັນກັບຄົນຕິດເຊື້ອຜ່ານມາ.
• ນະຄອນຫຼວງພະບາງ, ມີ 41 ຄົນ, 17 ບ້ານ
– ບ້ານໂພນສະອາດ ມີ 5 ຄົນ
– ບ້ານໂພສີ ມີ 5 ຄົນ
– ບ້ານພູໝອກ ມີ 5 ຄົນ
– ບ້ານປາກປາ ມີ 4 ຄົນ
– ບ້ານໜອງຄຳ ມີ 3 ຄົນ
– ບ້ານຜາໂອ ມີ 3 ຄົນ (ວັດຜາໂອ)
– ບ້ານຜາສຸກ ມີ 3 ຄົນ
– ບ້ານປາກເຊືອງ ມີ 2 ຄົນ
– ບ້ານເມືອງງາ ມີ 2 ຄົນ
– ບ້ານໂຄມຂວາງ ມີ 2 ຄົນ
– ບ້ານກອກຫວານ, ບ້ານຄອຍ, ບ້ານຄົກວ່າ, ບ້ານຊ່າງຄ້ອງ, ບ້ານຊຽງແກ້ວ, ບ້ານປ່ອງຄຳ, ບ້ານຫາດຮ່ຽນ, ມີ ບ້ານລະ 1 ຄົນ
• ເມືອງປາກອູ, ມີ 22 ຄົນ, 3 ບ້ານ
– ບ້ານສ້ຽວ ມີ 20 ຄົນ
– ບ້ານວັງແລ ແລະ ບ້ານ ຫາດປາງ, ບ້ານລະ 1 ຄົນ
• ເມືອງງອຍ, ມີ 5 ຄົນ, ທັງໝົດຈາກ ບ້ານ ໜອງຂຽວ
– ເມືອງນໍ້າບາກ, ມີ 2 ຄົນ, ບ້ານແສນຫຼວງ ແລະ ບ້ານຫ້ວຍຢາງ ບ້ານລະ 1 ຄົນ
• ເມືອງວຽງຄໍາ, ມີ 2 ຄົນ, ທັງສອງຄົນແມ່ນພະນັກງານດ່ານໜ້າ
5. ແຂວງບໍລິຄໍາໄຊ 25 ຄົນ
• ເມືອງປາກຊັນ ມີ 9 ກໍລະນີ , ບ້ານມີໄຊ 6 ຄົນ, ບ້ານນາຈິກ 2 ຄົນ, ນໍ້າງຽບ 1 ຄົນ
• ເມືອງປາກກະກິງ, 3 ຄົນ
• ທົ່ງນາມີ 8 ຄົນ, ບ້ານຫ້ວຍໄຮ 3 ຄົນ, ບ້ານຫ້ວຍໄຮ ແລະ ຫ້ວຍເພັດ ບ້ານລະ 1 ຄົນ
6. ແຂວງໄຊສົມບູນ 16 ຄົນ:
• ເມືອງອະນຸວົງ, ບ້ານໂພນພະ ມີ 11 ຄົນ
• ເມືອງລ້ອງຊານ, ບ້ານສັນປາຕອງ ມີ 05 ຄົນ
7. ແຂວງສະຫວັນນະເຂດ 9 ຄົນ
• ນະຄອນໄກສອນ ມີ 08 ຄົນ, 05 ບ້ານຄື: ບ້ານດົງນາຄໍາ ມີ 02 ຄົນ, ບ້ານທ່າແຮ່ ມີ 02 ຄົນ, ບ້ານໜອງຜື ມີ 02 ຄົນ, ບ້ານຊອກ ມີ 01 ຄົນ, ບ້ານໂພນສະຫວ່າງໃຕ້ ມີ 01 ຄົນ.
• ເມືອງຈໍາພອນ, ຫຼັກ 35 ມີ 01 ຄົນ
8. ແຂວງຈໍາປາສັກ 9 ຄົນ
• ນະຄອນປາກເຊ, ມີ 07 ບ້ານ (08 ຄົນ)
– ບ້ານໂພນກຸງ ມີ 02 ຄົນ
– ບ້ານກັນເກີງ ມີ 01 ຄົນ , ບ້ານຫ້ວຍຍາວຄໍາ ມີ 01 ຄົນ
– ບ້ານແກ້ວສໍາພັນ 1 ຄົນ
– ບ້ານໂພນສະຫວັນ ມີ 01 ຄົນ
– ບ້ານສະໜາມໄຊ ມີ 01 ຄົນ
– ບ້ານໂຊກອໍານວຍ ມີ 01 ຄົນ
ເມືອງໂພນທອງ, ບ້ານສະໝໍລຽບ ມີ 01 ຄົນ
9. ແຂວງສາລະວັນ 4 ຄົນ:
10 . ແຂວງບໍ່ແກ້ວ 1 ຄົນ:
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 1 ຄົນ: ຈາກ ແຂວງສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 18 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 32,971 ຄົນ, ເສຍຊີວິດສະສົມ 45 ຄົນ (ໃໝ່ 5), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 268 ຄົນ, ກໍາລັງປິ່ນປົວ 7.167 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 5 ຄົນ ມີດັ່ງນີ້:
• ຜູ້ທີ 1: ເພດຊາຍ, ອາຍຸ 35 ປີ, ອາຊີບ: ກໍາມະກອນ, ບ້ານທ່າດິນແດງເໜຶອ, ເມືອງໄຊທານີ, ນະຄອນຫລວງວຽງຈັນ
– ວັນທີ 24 ສິງຫາ 2021: ຜູ້ກ່ຽວໄດ້ເຂົ້າຝາກສູນດັດສ້າງ
– ໄດ້ສັກວັກຊີນ J &J
– ມີພະຍາດປະຈຳຕົວ: ມີບັນຫາທາງພະຍາດລະບົບຫາຍໃຈ, ຊື່ງລັກສະນະຂອງຜູ້ກ່ຽວເປັນຄົນຈ່ອຍຜ່ອມ ແລະ ຂາດສານອາຫານ
– ມີອາການປວດຕາມຕົນໂຕ ແລະ ເຈັບຫົວຕະຫລອດ
– ວັນທີ 12 ຕຸລາ 2021: ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ໃນມື້ດຽວກັນຜົນກວດອອກມາພົບເຊື້ອ
– ໄລຍະເວລາຕິດຕາມ ແລະ ປິ່ນປົນ ແຕ່ວັນທີ 12-17/10/2021 ເປັນເວລາ 07 ມື້.
– ມາຮອດເວລາ 14:00 ນາທີ ຂອງວັນທີ 17/10/2021 ຜູ້ກ່ຽວໄດ້ມີອາການໜັກລົງ ແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູແຕ່ຜູ້ກ່ຽວບໍ່ຕອບສະໜອງ ແລະ ເສຍຊີວິດລົງ .
• ຜູ້ທີ 2: ເພດຊາຍ, ອາຍຸ 65 ປີ, ອາຊີບ:ຊາວນາ, ບ້ານຫຼັກ 35, ເມືອງຈໍາພອນ, ແຂວງສະຫວັນນະເຂດ.
– ຍັງບໍ່ທັນໄດ້ຮັບການສັກວັກຊິນເທື່ອ
– ພະຍາດປະຈໍາຕົວ: ເປັນພະຍາດເບົາຫວານ ມາໄດ້ 10 ປີ ແລະ ກິນຢາປະຈໍາ
– ເວລາ 12:40 ໂມງ ຂອງວັນທີ 17 ຕຸລາ 2021: ຄົນເຈັບໄດ້ມາກວດ ໂດຍຜ່ານຈຸດຂັດກອງສຸກເສີນ ຂອງໂຮງໝໍແຂວງ ຍ້ອນມີອາການໄຂ້, ໄອ, ອິດເມື່ອຍ, ຫາຍໃຈຝືດ ເປັນມາໄດ້ 05 ວັນ.
– ໄດ້ເກັບຕົວຢ່າງກວດຫາເຊື້ອ COVID 19 ໃນເບື້ອງຕົ້ນດ້ວຍ rapid antigen test (-)
– ເວລາ 13:00 ໂມງ: ຄົນເຈັບໄດ້ໄປນອນຢູ່ຕຶກຂັດກອງ ດ້ວຍອາການຫາຍໃຈຍາກ, ອິດເມື່ອຍ, ເຫື່ອໃຄຄາວຊຶມ ແລະ ກະວົນກະວາຍ ແລະ ລໍຖ້າຜົນກວດຫາເຊື້ອພະຍາດໂຄວິດ-19 ດ້ວຍ PCR
– ເວລາ 10:00 ໂມງຂອງວັນທີ 18 ຕຸລາ 2021: ຜູ້ກ່ຽວນອນປິ່ນປົວຢູ່ຕຶກຂັດກອງ ແລະ ມີອາການ ອິດເມື່ອຍ ແລະ ສະຕິງ້ວງນອນຊຶມ, ຄົນເຈັບມີອາການຫາຍໃຈຍາກ (ຫາຍໃຈປາ), ມີອາການກໍ່າແຫຼ້, ບໍ່ຮູ້ສະຕິ ໄດ້ນອນແຍກຢູ່ຫ້ອງມໍລະສຸມ, ແພດໝໍໄດ້ພະຍາຍາມສຸມທຸກກຳລັງເພື່ອປີ່ນປົວເຊີດຊູແຕ່ອາການຜູ້ກ່ຽວບໍ່ດີຂຶ້ນ ແລະ ຄົນເຈັບໄດ້ເສຍຊີວິດໃນເວລາຕໍ່ມາ ແລະ ຜົນກວດ PCR ພົບຕິດເຊື້ອພະຍາດໂຄວິດ-19
• ຜູ້ທີ່3: ເພດຊາຍ, ອາຍຸ 16 ປີ, ອາຊີບ: ນັກຮຽນ, ບ້ານພູເຂົາຄໍາ, ເມືອງແກ້ວອຸດົມ, ແຂວງວຽງຈັນ
– ຄົນເຈັບແຂງແຮງດີ, ບໍ່ມີພະຍາດປະຈໍາໂຕ, ຊ່ວງມີການລະບາດຂອງພະຍາດ ຄົນເຈັບຫລີ້ນແຕ່ໂທລະສັບຢູ່ໃນຫ້ອງຄົນດຽວ, ກິນດື່ມບໍ່ປົກກະຕິ
– ວັນທີ 17 ຕຸລາ 2021: ໄຂ້,ໄອ ແລະ ຫາຍໃຈຫອບ
– ເວລາ 17 ໂມງ 00 ນາທີ ຂອງວັນທີ 18 ຕຸລາ 2021 : ຄົນເຈັບຫາຍໃຈຫອບຫຼາຍ, ແໜ້ນເອິກແຮງ ຈຶ່ງໄດ້ເຂົ້າມາໂຮງໝໍເມືອງແກ້ວອຸດົມ ພ້ອມທັງເກັບຕົວຢ່າງ ຜົນກວດພົບເຊື້ອພະຍາດໂຄວິດ-19 ຈຶ່ງໄດ້ນໍາສົ່ງເຂົ້າສູນປິ່ນປົວໂຄວິດໂພນໂຮງ ເວລາ 19 ໂມງ 30 ນາທີ
– ຄົນເຈັບ ງ້ວງຊຶມ ອ່ອນເພຍ, ຫາຍໃຈຫອບຕື້ນ , ຕົນໂຕລາຍ, ກໍ່າແຫຼ້ຕາມຮີມສົບ, ຕີນມືເຢັນ, ເຫື່ອຊຶມ ອາການຊີວິດບໍ່ດີ , ແພດໝໍໄດ້ສຸມທຸກກຳລັງເຊີດຊູ ແຕ່ອາການບໍ່ຕອບສະໜອງ ແລະ ເສຍຊີວິດ ເວລາ 01 ໂມງ 30 ນາທີ ຂອງວັນທີ 19 ຕຸລາ 2021
• ຜູ້ທີ່4: ເພດຍິງ ອາຍຸ 66 ປີ, ອາຊີບ: ຫວ່າງງານ. ບ້ານ ຫ້ວຍນ້ຳເຢັນ ເມືອງ ນາຊາຍທອງ ແຂວງ ນະຄອນຫລວງ
– ຜູ້ກ່ຽວ ຕິດເຊື້ອ ແລະ ໄດ້ເຂົ້ານອນປິ່ນປົວຢູ່ໂຮງຫມໍມິດຕະພາບ ໃນວັນທີ 12/10/2021.
– ພະຍາດປະຈຳຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ມີນໍ້າໃນທ້ອງ(ບໍ່ຮູ້ສາເຫດ).
– ບໍ່ໄດ້ສັກວັກຊີນມາກ່ອນ.
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນເປັນເວລາ 7 ວັນ ແຕ່ວັນທີ 12/10/2021-18/10/2021, ໄລຍະເວລາປິ່ນປົວຜູ້ກ່ຽວກໍ່ມີອາການໜັກມາແຕ່ເບື້ອງຕົ້ນ, ແພດໝໍໄດ້ປິ່ນປົວ ແລະ ຕິດຕາມຢ່າງໃກ້ຊິດ, ຮອດເວລາ 13:00 ໂມງຂອງວັນທີ 18/10/2021 ຜູ້ກ່ຽວໄດ້ມີອາການໜັກລົງ ແພດໝໍໄດ້ສຸມທຸກກໍາລັງເພື່ອເຊີດຊູແຕ່ຜູ້ກ່ຽວບໍ່ຕອບສະໜອງ ແລະ ເສຍຊີວິດລົງ.
• ຜູ້ທີ່ 5: ເພດຍິງ, ອາຍຸ 51 ປີ, ອາຊີບ: ແມ່ເຮືອນ, ບ້ານໂພນໄຊ, ນະຄອນຫລວງພະບາງ, ແຂວງຫລວງພະບາງ
– ໄດ້ຮັບການສັກວັກຊີນຊີໂນຟາມຄົບ 02 ເຂັມ
– ພະຍາດປະຈໍາຕົວ: ພະຍາດເບົາຫວານ, ໜາກໄຂ່ຫຼັງຊຸດໂຊມ
– ວັນທີ 12 ຕຸລາ 2021: ຜູ້ກ່ຽວ ໄດ້ເຂົ້າມານອນປິ່ນປົວ ຢູ່ໂຮງໝໍແຂວງຫລວງພະບາງ ຍ້ອນອາການຫາຍໃຈຝືດ ແລະ ນອນພຽງບໍ່ໄດ້ ແລະ ໃນມື້ດຽວກັນນັ້ນ ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19
– ວັນທີ 13 ຕຸລາ 2021: ຜົນກວດພົບເຊື້ອພະຍາດໂຄວິດ-19
– ໄລຍະເວລານອນປິ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 12-18 ຕຸລາ 2021 ເປັນເວລາ 09 ວັນແພດໝໍໄດ້ສຸມທຸກກຳລັງເພື່ອປິ່ນປົວເຊີດຊູຜູ້ກ່ຽວ ຮອດ ເວລາ 17 ໂມງ 55 ນາທີ ຂອງວັນທີ 18 ຕຸລາ 2021: ຜູ້ກ່ຽວບໍ່ມີອາການຕອບສະໜອງ ແລະ ໄດ້ເສຍຊີວິດ.
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19
• ສໍາລັບຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່: ມີຄື
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ຫ້ອງການປົກຄອງເມືອງໄຊທານີ (ວັນຈັນ ຫາ ເສົາ) ເວລາ 9:00–11:30 ໂມງ
ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາເມືອງ ສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
4. ສໍາລັບຈຸດບໍລິການ ສູນການຄ້າລາວໄອເຕັກ ຈະໄດ້ເປີດໃຫ້ບໍລິການທ່ານ ເລິ່ມແຕ່ວັນທີ 18 – 22 ຕຸລາ 2021.
• ບ້ານແດງໃນທົ່ວປະເທດ ວັນທີ 18 ຕຸລາ 2021 ມີ: 422 ບ້ານ, 42 ເມືອງ ແລະ 10 ແຂວງ.
ບ້ານທີ່ກໍານົດເປັນເຂດແດງໃໝ່ ໃນວັນທີ 18 ຕຸລາ ມີ 13 ບ້ານ ໃນ 10 ເມືອງ ແລະ 5 ແຂວງ.
• ບ້ານທີ່ຊິ້ນສຸດການເປັນບ້ານແດງກາຍເປັນບ້ານເຫຼືອງ ບໍ່ມີ
ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 18 ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,296 ຄົນ, ທຸກຄົນເດີນທາງເຂົ້າມາ ທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ເປີດນໍາໃຊ້ຢູ່ທັງໝົດ 89 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 4,983 ຄົນ (ສູນ 3,228 ຄົນ ແລະ ໂຮງແຮມ 1,755 ຄົນ).