ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ສະພາບການການຕິດເຊື້ອພະຍາດໂຄວິດ19 ຢູ່ປະເທດເຮົາໃນປະຈຸບັນເຫັນວ່າມີການຕົວເລກການຕີດເຊື້ອໃນຊຸມຊົນເພີ້ມຂຶ້ນຫຼາຍຢ່າງຕໍ່ເນື່ອງ, ໃນມື້ວານ ວັນທີ 18 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 6,838 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,067 ຄົນ (ຕິດເຊື້ອພາຍໃນ ມີ 1,066 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 98,572 ຄົນ, ເສຍຊີວິດສະສົມ 273 ຄົນ (ໃນນີ້ເສຍຊີວິດໃໝ່ 05 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 687 ຄົນ, ກຳລັງປິ່ນປົວ 12,714 ຄົນ(ແມ່ນ 12.89 % ແລະ ຜູ້ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 86.82% ຂອງຈໍານວນຜູ້ຕິດເຊື້ອສະສົມທັງໝົດ.)
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 1,066 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລໍາດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດ ດັ່ງນີ້:
1.ນະຄອນຫຼວງ 496 ຄົນ
2.ຫຼວງພະບາງ ມີ 100 ຄົນ
3.ຫຼວງນ້ຳທາ ມີ 95 ຄົນ
4.ບໍ່ແກ້ວ ມີ 78 ຄົນ
5.ອຸດົມໄຊ ມີ 38 ຄົນ
6.ແຂວງວຽງຈັນ ມີ 29 ຄົນ
7.ຜົ້ງສາລີ ມີ 29 ຄົນ
8.ສະຫວັນນະເຂດ ມີ 27 ຄົນ
9.ຈໍາປາສັກ ມີ 27 ຄົນ
- ຄໍາມວນ ມີ 24 ຄົນ
- ຊຽງຂວາງ ມີ 23 ຄົນ
- ໄຊຍະບູລີ ມີ 20 ຄົນ
- ໄຊສົມບູນ ມີ 18 ຄົນ
- ເຊກອງ ມີ 17 ຄົນ
- ບໍລິຄໍາໄຊ ມີ 14 ຄົນ
- ສາລະວັນ ມີ 13 ຄົນ
- ຫົວພັນ ມີ 12 ຄົນ
- ອັດຕະປື ມີ 6 ຄົນ
ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນ ມີ 01 ຄົນ ຈາກແຂວງບໍ່ແກ້ວ ໄດ້ເຂົ້າຈໍາກັດຢູ່ສູນຈໍາກັດບໍລິເວນ ກ່ອນກວດພົບເຊື້ອ ແລະ ສົ່ງໄປປິ່ນປົວຢູ່ຕາມສະຖານທີ່ປິ່ນປົວທີ່ກຳນົດໄວ້.
ຂໍ້ມູນສໍາລັບຄົນທີ່ເສຍຊີວິດໃໝ່ 05 ຄົນ:
- ເພດຍິງ ອາຍຸ 65 ປີ, ອາຊີບ ປະຊາຊົນ, ບ້ານນາໄກ່, ເມືອງ ວຽງໄຊ, ແຂວງ ຫົວພັນ
-ປະຫວັດພະຍາດປະຈໍາຕົວ: ຄວາມດັນເລືອດສູງ
- ເພດຊາຍ, ອາຍຸ 50 ປີ, ບ້ານ ສ່ວນຫລວງ, ເມືອງ ຊຽງເງິນ, ແຂວງຫຼວງພະບາງ
-ປະຫວັດພະຍາດປະຈໍາຕົວ: ຜ່ານມາບໍ່ໄດ້ກວດສຸຂະພາບ
-ສັກວັກຊີນກັນໂຄວິດ-19 ຄົບ
- ເພດຊາຍ, ອາຍຸ 5 ເດືອນ, ບ້ານ ທົ່ງນາມີ , ເມືອງປາກກະດິງ, ແຂວງບໍລິຄໍາໄຊ
-ພະຍາດປະຈໍາຕົວ: ບໍ່ມີ
-ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
- ເພດຍິງ, ອາຍຸ 29 ປີ, ບ້ານ ຂາມງອຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ (ຖືພາ 8 ເດືອນປາຍ)
-ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
- ເພດຍິງ,ອາຍຸ 42 ປີ, ບ້ານໜອງບົວທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ
-ພະຍາດປະຈໍາຕົວ: ລະບົບປະສາດ
– ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານໍາຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບໃນຄອບຄົວ ມານະທີ່ນີ້ດ້ວຍ
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ-19 ທົ່ວປະເທດ
-ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກໍານົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊື້ອໃໝ່.
-ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ 1 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ມສ ເຈົ້າອານຸວົງ (ວັນຈັນ ຫາ ອາທິດ) ເວລາ 9:00-11:30 ໂມງ
-ໜ່ວຍກວດເຄື່ອນທີ່
-ສໍາລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
-ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
- ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
- ໂຮງໝໍເມືອງ 9 ຕົວເມືອງ
- ວັດຈີນ ບ້ານດົງປ່າແລບ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ( ເປີດວັນຈັນ – ວັນສຸກ ໃນໂມງລັດຖະການ).
- ສູນການຄ້າລາວ-ໄອເຕັກ ( ເປີດວັນຈັນ – ວັນສຸກ ໃນໂມງລັດຖະການ)
ສໍາລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກຳນົດໄວ້
ອີກເທື່ອນື່ງ ສໍາລັບລາຍລະອຽດ ບັນດາຊື່ຂອງບ້ານແດງຕ່າງໆ ຂໍໃຫ້ບັນດາທ່ານຕິດຕາມ ໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
- ມາຮອດປະຈຸບັນຕາມລາຍງານຕົວເລກການຕິດເຊື້ອເຫັນວ່າ ສະພາບໂດຍລວມໃນທົ່ວໂລກ ເຖີງວ່າຈໍານວນຄົນຕິດເຊື້ອຍັງເພີ້ມຂື້ນໃນແຕ່ລະວັນກໍ່ຕາມ ແຕ່ສິ່ງທີ່ພວກເຮົາສັງເກດເຫັນຄືຈໍານວນຄົນເສັຍຊີວິດໃນທົ່ວໂລກຈະຫຼຸດລົງ!ຖ້າທຽບໃສ່ໄລຍະ ຜ່ານມາ ທັງໝົດແມ່ນສືບເນື່ອງມາຈາກມີຄວາມກ້າວໜ້າຂອງການພັດທະນາ ແລະ ນຳໃຊ້ວັກຊີນຢ່າງກ້ວາງຂວາງ, ປະຊາ ຊົນໃນແຕ່ລະປະເທດຈະສ້າງພູມຄຸ້ມກັນຕໍ່ໂຄວິດ19 ເພີ້ມສູງຂື້ນ
- ສໍາລັບສປປລາວ ນັບແຕ່ເກີດລະບາດຂອງພະຍາດໂຄວິດ-19 ໃນ ແຕ່ 2020 ມາຮອດປັດຈຸບັນ ທົ່ວປະເທດ ມີຄົນຕິດ ເຊື້ອສະສົມຮອດມື້ນີ້ ເກືອບຮອດ 100.000 ຄົນ (98,572) ແລະ ເສຍຊີວິດສະສົມສູງເຖີງ 2 ຮ້ອຍກ່ວາຄົນ, ຈຳນວນຄົນເຈັບໜັກ ແລະ ເສຍຊີວິດເພີ່ມຂື້ນ! ໃນເດືອນທັນວາ 2021 ມີຈໍານວນຜູ້ຕິດເຊື້ອທັງໝົດ 23,427 (23374+ 53) ແລະ ເສຍຊີວິດ 103 ຄົນ (ສູງກວ່າໝູ່ ແມ່ນ ນະຄອນຫຼວງວຽງຈັນ ສູງເຖິງ 53ຄົນ, ຖັດລົງມາ ແມ່ນແຂວງວຽງຈັນ 22 ຄົນ, ບໍ່ແກ້ວ 8 ຄົນ ແລະ ຫຼວງພະບາງ 7 ຄົນ). ດັ່ງນັ້ນ ພວກເຮົາທຸກຄົນ ຕ້ອງໄດ້ເອົາໃຈໃສ່ ໃນການນໍາພາລູກຫຼານ ແລະ ຄົນໃນຄອບຄົວໃຫ້ໄດ້ ໄປຮັບວັກຊີນທຸກຄົນເມື່ອເຮັດໃຫ້ການ ສັກວັກຊິນປົກຄຸມໃນປວງຊົນທຸກກຸ່ມຄົນ ໃຫ້ໄດ້ຫຼາຍທີ່ສຸດ ເພື່ອຫຼຸດຜ່ອນຈໍານວນຜູ້ຕິດເຊື້ອໃໝ່,
ຫຼຸດຜ່ອນ ຜູ້ທີ່ເຈັບເປັນ ແລ້ວມີອາການໜັກ ທີ່ຈະນຳພາໄປເຖິງຂັ້ນ ເສຍຊີວິດໄດ້(ແຕ່ໃນຜ່ານມາ ການເສຍຊີວິດຈໍານວນນື່ງກໍມີຜູ້ທີ່ ຮັບວັກຊີນແລ້ວ ນັ້ນກໍ່ຍ້ອນມີປັດໃຈອື່ນເປັນຕົ້ນ ພະຍາດປະຈໍາໂຕ ແລະ ເປັນຜູ້ທີ່ສູງອາຍຸ )
- ມາຮອດ ປະຈຸບັນສປປ ລາວ ເຮົາໄດ້ສັກວັກຊີນເຂັມທີ 1 ປະມານ 60% ແລະ ທຸກເຂັມທີ່ແນະນໍອັດຕາປົກຄຸມປະມານ40ກວ່າ %
ບັນດາທ່ານ ທີ່ຮັກແພງ ໃນປັດຈຸບັນສັງເກດເຫັນວ່າ ຢູ່ໃນສັງຄົມ ມີການນຳໃຊ້ເຄື່ອງຊອກຫາເຊື້ອພະຍາດ ໂຄວິດ 19 ດ້ວຍຕົນເອງແບບໄວ້ຈໍານວນຫຼວງ ຫຼາຍໃນປະຊາຊົນທົ່ວໄປ ແລະ ຫຼາຍສໍານັກງານອົງການກໍ່ນໍາໃຊ້ເພື່ອຈະ ຕິດຕາມວ່າແຕ່ລະຄົນທີ່ມາເຮັດວຽກ ປະຈໍາການ ຫຼື ມາພົວພັນວຽກແມ່ນ ມີການຕິດເຊື້ອຫຼືບໍ, ເຊິ່ງກໍມີຫຼາຍສະນີດ ແລະ ຫຼາຍບໍລິສັດທີ່ຂາຍທົ່ວໄປ ແລະຂໍແຈ້ງໃຫ້ທ່ານຊາບວ່າ ປະຈຸບັນ ກະຊວງສາທາລະນະສຸກຮ່ວມກັບອົງການອະນາໄມໂລກ ໄດ້ມີການ ຄົ້ນຄ້ວາ ຄຸນນະພາບຂອງເຄື່ອງກວດດັ່ງກ່າວທີ່ຈໍານ່າຍໃນປະເທດແລະ ຈະໄດ້ມີການໃຫ້ຂໍ້ມູນລະ ອຽດ ໃຫ້ບັນດາທ່ານ ຮັບຊາບໃນຂັ້ນຕໍ່ໄປ ກ່ຽວກັບ ຜົນຂອງການຄົ້ນຄ້ວາວ່າເຄື່ອງກວດ ໂຕໃດທີ່ມີ ຄຸນນະພາບ ແລະໄດຖືກຮັບຮອງຢ່າງເປັນທາງການ ໃນປະເທດ ຂອງພວກເຮົາ ( ທ່ານສາມາດຕິດຕາມໃນເວບໄຊຂອງກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ) http://fdd.gov.la
- ການໃຊ້ເຄື່ອງກວດດັ່ງກ່າວນັ້ນ :
1, ຖ້າຫາກວ່າບຸກຄົນໃດທີ່ເປັນກຸ່ມສ່ຽງທີ່ສໍາພັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ການ ເກັບຕົວຢ່າງກວດຫາເຊື້ອເອງແມ່ນບໍ່ພຽງພໍຕ້ອງໄດ້ໄປກວດ RT PCR ເນື່ອງຈາກເຄື່ອງກວດແບບໄວຈະກວດພົບ ສະແດງຜົນເປັນ 2 ຂີດ ສະເພາະໃນຜູ້ທີ່ມີອາການສະແດງອອກເທົ່ານັ້ນ( ແມ່ນໄລຍະທີ່ມີເຊື້ອພະຍາດຫຼາຍ)ແຕ່ສໍາລັບຜູ້ທີ່ມີຈໍາ ນວນເຊື້ອພະຍາດຍັງບໍ່ສູງ ແລະ ຍັງບໍ່ມີອາການສະແດງອອກຫັຍງ ( ແຕ່ສາມາດແຜ່ເຊື້ອໃຫ້ຄົນອື່ນໄດ້ ) ເຄື່ອງກວດແບບໄວກໍຈະສະແດງຜົນເປັນ 01 ຂີດ ແຕ່ເມື່ອໄປກວດດ້ວຍເຄື່ອງກວດ RT PCR ແມ່ນເປັນຜົນບວກ ນີ້ກໍ່ເປັນເຫດຜົນນຶ່ງທີ່ເຮັດໃຫ້ ຫຼາຍທ່ານທີ່ເປັນຜູ້ສໍາພັດໃກ້ຊີດ ເກີດການເຂົ້າໃຈຜີດເມື່ອກວດເຫັນຜົນເປັນຂີດດຽວ ຄິດວ່າຕົນເອງບໍ່ຕິດ ເຊື້ອແລ້ວໄປດໍາລົງຊີວິດປົກກະຕິເຮັດໃຫ້ການແຜ່ເຊື້ອໄປສູ່ບຸກຄົນອື່ນໃນຄອບຄົວ , ໃນສໍານັກງານອົງການ ແລະ ຄົນອ້ອມຂ້າງໃນສັງຄົມ ແລະຖ້າ ໃນຄອບຄົວມີຜູ້ທີ່ເປັນຜູ້ທີ່ບໍ່ແຂງແຮງ ເປັນຕົ້ນ ຜູ້ເຖົ້າ ຜູ້ມີພະຍາດປະຈໍາໂຕແລະ ຜູ້ຍໍ່ທັນຮັບວັກຊີນ ກໍ່ອາດຈະມີອາການໜັກ ແລະ ຮ້າຍແຮງອາດກ້າວໄປເຖິງຂັ້ນເສຍຊີວິດໄດ້ , ດັ່ງນັ້ນເພື່ອຮັບ ປະກັນ ຄວາມປອດໄພຂອງຕົນເອງ ແລະ ທຸກຄົນ ໃນສັງຄົມ ສໍາລັບຜູ້ທີ່ເປັນກຸ່ມສ່ຽງສໍາພັດໃກ້ຊີດ ແມ່ນຕ້ອງໄດ້ໄປເກັບຕົວ ຢ່າງ ຢູ່ຈຸດເກັບຕົວຢ່າງ ທີ່ຄະນະສະເພາະກິດກໍານົດໄວ້ ເທົ່ານັ້ນ ພ້ອມທັງຈໍາກັດບໍລິເວນຕົນເອງໃຫ້ຄົວ 14 ວັນ ການທີ່ທ່ານກວດ ພົບເຊື້ອໄວກໍ່ຈະປິ່ນປົວໄດ້ໄວ ແລະ ຫຼີກລຽງຄວາມສູນເສຍທີ່ບໍ່ເພີ່ງປາດຖະໜາກໍ່ຄືການສູນເສຍ ບຸກຄົນອັນເປັນທີ່ຮັກຂອງຄອບຄົວຍ້ອນ ອນພະຍາດ ໂຄວິດ 19
2,ສໍາລັບຜູ້ທີ່ ການນໍາໃຊ້ເຄື່ອກວດແບບໄວ ເປັນ 02 ຂີດກໍ່ຕ້ອງໄດ້ໄປກວດ ຢັ້ງຢືນ ແລະ ແຈ້ງທາງຄະນະສະເພາະກີດໃນສາຍດ່ວນ 164 ໂດຍທັນທີ ເພື່ອ ຈະໄດ້ເອົາຂໍ້ມູນທ່ານເຂົ້າເປັນຄົນເຈັບທີ່ຕິດດເຊື້ອພະຍາດໂຄວິດ 19 ເຊິ່ງໃນສະພາບຕົວຈິງທີ່ເກິດຂຶ້ນຜ່ານມາ ກຸ່ມຄົນຈໍານວນນື່ງທີ່ເກວດ ເປັນ 02 ຂີດ ແມ່ນບໍ່ ໄປກວດ ແລະ ບໍ່
ແຈ້ງ ຄະນະສະເພາະກີດ ແຕ່ ສືບຕໍ່ຕິດຕາມ ປິ່ນປົວຕົນເອງ ຢູ່ເຮືອນ ໂດຍບໍ່ມີການຕິດຕາມຈາກແພດໝໍ ເມື່ອອາການ ໜັກຢູ່ເຮືອນ ແລ້ວ ໂທແຈ້ງ ໃຫ້ລົດໄປຮັບ ແຕ່ ວ່າທ່ານບໍ່ໄດ້ມີລາຍຊື່ໃນຂໍມູນຈຳນວນຄົນເຈັບທີ່ຕິດເຊື້ອກໍຈະເຮັດໃຫ້ ການມາເຖິງ ແພດໝໍ ຊັກຊ້າ ແລະ ບໍ່ທັນເວລາເຊິ່ງຈະເປັນສາຍ ເຫດນຶ່ງທີ່ເຮັດໃຫ້ມີການເສຍຊີວິດຍ້ອນພະຍາດໂຄວີດ19 ເພີ້ມຂຶ້ນ
- ອີກເທື່ອໜື່ງ ຂ້າພະເຈົ້າຂໍ ເອົ້າວ່າ ຂໍໃຫ້ບັນດາທ່ານ ຈົ່ງເປັນເຈົ້າການນຳກັນໃນການປ້ອງກັນຕົນເອງ ແລະ ຄົນໃນຄອບຄົວ ຖ້າພົບ01 ຄົນໃນຄອບຄົວກວດເຄື່ອງວກວດແບບໄວດ້ວຍຕົນເອງຂື້ນເປັນ 2 ຂີດ ( ສ່ວນຄົນອື່ນເປັນ 1 ຂີດ ) ກໍຂໍໃຫ້ທຸກຄົນໃນຄອບຄົວຈົ່ງພ້ອມກັນໄປເກັບຕົວຢ່າງຢູ່ຈຸດບໍລິການທີ່ຄະນະສະເພາະກີດກໍານົດໄວ້ ເພື່ອຄວາມປອດໄພຂອງຄອບຄົວ ແລະ ທຸກຄົນໃນສັງຄົມ
- ໃນໂອກາດນີ້ ກ່ອນຈະຈົບການລາຍງານຂ່າວ ຂ້າພະເຈົ້າ ເຊື່ອໝັ້ນວ່າ ບົນພື້ນຖານ ຄວາມສາມັກຄີ ແລະ ຮ່ວມແຮງຮ່ວມໃຈກັນ ຂອງ ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ໂດຍການ ບໍ່ຖືເບົາ ຕໍ່ການປະຕິບັດມາດຕະການປ້ອງກັນຕົນເອງຕາມຄໍາແນະ ນໍາ ຂອງຄະນະສະເພາະກິດວາງອອກ ຢ່າງຖືກ ຕ້ອງ ແລະ ເຂັ້ມງວດ ກໍ່ຈະຮັບປະກັນ ບໍ່ໃຫ້ຄວາມສ່ຽງ ທີ່ມີຢູ່ແລ້ວ ເພີ້ມສູງຂື້ນອີກກວ່າເກົ່າ ຈົນອາດບໍ່ສາມາດຄວບຄຸມໄດ້, ເມື່ອເຮົາຫາກຕິດ ເຊື້ອ ແລະ ເກີດມີອາການໜັກເຮົາຄົງຈະຄິດເຖີງຜົນປະໂຫຍດຂອງມາດຕະການທີ່ໄດ້ແນະນຳແຕ່ມັນອາດສວຍເກີນໄປສໍາລັບພວກເຮົາທຸກຄົນເພາະ ເຮົາຈະຊື້ເວລາກັບຄືນບໍ່ໄດ້.
- ສໍາລັບ ຂ່າວສານລະອຽດດ້ານອື່ນໆ ກ່ຽວກັບພະຍາດໂຄວິດ 19 ແລະ ສະຖານນະການຂອງປະເທດ ພ້ອມຄໍາແນະນຳຕ່າງໆທີ່ເປັນປະໂຫຍດ ແລະ ຖືກຕ້ອງ ໄດ້ທີ່:ເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື www.covid19.gov.la ແລະ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ www.cdc.gov.la ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
ນອກຈາກນັ້ນ ຍັງສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166) ເພື່ອຂໍຄໍາແນະນໍາ ແລະ ລາຍງານເຫດການ. ສໍາລັບຜູ້ທີ່ຕິດເຊື້ອສະໝັກໃຈປິ່ນປົວຢູ່ເຮືອນ ສາມາດສອບຖາມຂໍ້ແນະນໍາເພີ່ມເຕີມ ສາຍດ່ວນ 164.