ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 18 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,987 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,097 ຄົນ (ຕິດເຊື້ອພາຍໃນມີ 1,082 ຄົນ ແລະ ຕິດເຊື້ອນໍາເຂົ້າ 15 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,082 ຄົນຈາກ 16 ແຂວງເຊິ່ງມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 460 ຄົນ ໃນ 167 ບ້ານ ແລະ 9 ເມືອງ
• ເມືອງຈັນທະບູລີ 47 ຄົນ ຈາກ 18 ບ້ານ
• ເມືອງສີໂຄດຕະບອງ 58 ຄົນ ຈາກ 28 ບ້ານ
• ເມືອງໄຊເສດຖາ 98 ຄົນ ຈາກ 38 ບ້ານ
• ເມືອງສີສັດຕະນາກ 67 ຄົນ ຈາກ 20 ບ້ານ
• ເມືອງນາຊາຍທອງ 24 ຄົນ ຈາກ 12 ບ້ານ
• ເມືອງໄຊທານີ 91 ຄົນ ຈາກ 31 ບ້ານ
• ເມືອງຫາດຊາຍຟອງ 49 ຄົນ ຈາກ 18 ບ້ານ
• ເມືອງສັງທອງ 5 ຄົນ ຈາກ 2 ບ້ານ
• ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ
2. ຫຼວງພະບາງ ມີ 137 ຄົນ ໃນ 46 ບ້ານ ແລະ 10 ເມືອງ
3. ແຂວງວຽງຈັນ ມີ 72 ຄົນ ໃນ 31 ບ້ານ ແລະ 9 ເມືອງ
4. ຫຼວງນ້ຳທາ ມີ 12 ຄົນ ໃນ 9 ບ້ານ ແລະ 2 ເມືອງ
5. ຜົ້ງສາລີ ມີ 78 ຄົນ ໃນ 20 ບ້ານ ແລະ 4 ເມືອງ
6. ຈຳປາສັກ ມີ 59 ຄົນ ໃນ 33 ບ້ານ ແລະ 4 ເມືອງ
7. ອຸດົມໄຊ ມີ 18 ຄົນ ໃນ 6 ບ້ານ ແລະ 3 ເມືອງ
8. ຄຳມ່ວນ ມີ 13 ຄົນ ໃນ 6 ບ້ານ ແລະ 4 ເມືອງ
9. ເຊກອງ ມີ 14 ຄົນ ໃນ 9 ບ້ານ ແລະ 2 ເມືອງ
10. ບໍລິຄຳໄຊ ມີ 49 ຄົນ
11. ສະຫວັນນະເຂດ ມີ 27 ຄົນ ໃນ 19 ບ້ານ ແລະ 3 ເມືອງ
12. ບໍ່ແກ້ວ ມີ 65 ຄົນ ໃນ 19 ບ້ານ ແລະ 3 ເມືອງ
13. ສາລະວັນ ມີ 19 ຄົນ ໃນ 5 ບ້ານ ແລະ 2 ເມືອງ
14. ຫົວພັນ ມີ 5 ຄົນ
15. ໄຊຍະບູລີ ມີ 52 ຄົນ ໃນ 15 ບ້ານ ແລະ 1 ເມືອງ
16. ຊຽງຂວາງ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 15 ຄົນ ຈາກນະຄອນຫຼວງ 1 ຄົນ, ໄຊຍະບູລີ 12 ຄົນ ແລະ ຈຳປາສັກ 2 ຄົນເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງແລະສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.
• ມາຮອດວັນທີ 19 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 59,895 ຄົນ, ເສຍຊີວິດສະສົມ 119 ຄົນ(ໃໝ່ 03), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 403 ຄົນ, ກໍາລັງປິ່ນປົວ11,220ຄົນ.
 ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:
ຜູ້ທີ 1: ເພດຊາຍ, ອາຍຸ 76 ປີ, ອາຊີບ: ພະນັກງານບຳນານ, ບ້ານສີຫອມ, ເມືອງຈັນທະບູລິ, ນະຄອນ
ຫລວງ.
– ພະຍາດປະຈໍາຕົວ: ມະເຮັງລຳໄສ້ແລະ ຄວາມດັນເລືອດສູງ
– ຜ່ານມາໄດ້ສັກວັກຊີນກັນໂຄວິດ-19ຄົບ
– ວັນທີ 12 ພະຈິກ 2021: ຄົນເຈັບມີອາການໄຂ້, ໄອ, ຫາຍໃຈຝືດ
– ວັນທີ 14 ພະຈິກ 2021: ໄດ້ມາກວດຢູ່ໂຮງໝໍມິດຕະພາບພ້ອມທັງເກັບຕົວຢ່າງມາກວດຊອກຫາ
ພະຍາດໂຄວິດ-19
– ວັນທີ 15 ພະຈິກ 2021: ຜົນກວດພົບເຊື້ອແລະເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ
– ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວແຕ່ວັນທີ 15-18 ພະຈິກ 2021 ເປັນເວລາ 04 ວັນ
– ຮອດເວລາ 18:18 ນາທີຂອງວັນທີ 18 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 2: ເພດຍິງ, ອາຍຸ 82 ປີ, ອາຊີບ: ແມ່ເຮືອນ, ບ້ານພູເຂົາຄຳ, ເມືອງແກ້ວອຸດົມ, ແຂວງວຽງຈັນ
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
– ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
– ຜູ້ກ່ຽວຕິດເຊື້ອຈາກສະມາຊິກໃນຄອບຄົວ
– ວັນທີ 9 ພະຈິກ 2021: ຜົນກວດຢັ້ງຢືນຕິດເຊື້ອ ແລະ ຖືກນຳສົ່ງຈາກໂຮງໝໍເມືອງແກ້ວອຸດົມເຂົ້າມາ
ສູນປິ່ນປົວໂຄວິດໂພນໂຮງດ້ວຍອາການອິດເມື່ອຍ, ຫາຍໃຈຝືດ, ແໜ້ນໜ້າເອິກ, ໄຂ້ ແລະໄອ
– ນັບແຕ່ວັນທີ 09-18 ພະຈິກ 2021: ໃນຕະຫລອດໄລຍະການປິ່ນປົວ ອາການຂອງຜູ້ກ່ຽວບໍ່ດີຂຶ້ນ
– ວັນທີ 17 ພະຈິກ 2021: ຄົນເຈັບຫາຍໃຈຫອບແພດໝໍ, ພະຍາບານໄດ້ສຸມທຸກກຳລັງເຊີດຊູທັງຢາ
ແລະອຸປະກອນເຕັມທີ່ແຕ່ຄົນເຈັບບໍ່ມີອາການຕອບສະໜອງ
– ມາຮອດເວລາ 16:30 ໂມງຂອງວັນທີ 18 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດ
ຜູ້ທີ 3: ເພດຊາຍ, ອາຍຸ 1 ເດືອນ 14 ມື້, ອາຊີບ: ເດັກ, ບ້ານຜາບ່ອງ, ເມືອງຫີນເຫີບ, ແຂວງວຽງ
ຈັນ
– ຕິດເຊື້ອຈາກສະມາຊິກໃນຄອບຄົວ
– ວັນທີ 17 ພະຈິກ 2021: ເຂົ້າໄປກວດຢູ່ສຸກເສີນໂຮງຫມໍແຂວງວຽງຈັນຍ້ອນອາການໄຂ້, ຮາກ, ຖ່າຍ
ເປັນນໍ້າດູດນົມໄດ້ເລັກນ້ອຍ ຈຶ່ງໄດ້ເກັບຕົວຢ່າງກວດ ຜົນເປັນບວກ ແລະ ຖືກສົ່ງໂຕມາສູນປິ່ນປົວໂຄ
ວິດໂພນໂຮງ
-ວັນທີ 18 ພະຈິກ 2021: ເດັກບໍ່ດູດນົມ, ຫາຍໃຈໄວ, ອາການທາງລະບົບຫາຍໃຈຊຸດໂຊມ, ແພດໄດ້
ສຸມໃສ່ເຊີດຊູໃຫ້ຢາເຕັມທີ່ແຕ່ຄົນເຈັບບໍ່ມີການຕອບສະໜອງ
– ມາຮອດເວລາ 4:00 ໂມງຂອງວັນທີ 19 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19
• ສໍາລັບຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່:
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ມ. ຕົ້ນ ເຈົ້າອານຸວົງ
 ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາເມືອງສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ, ບ້ານ ດົງປາແລບ, ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
• ບ້ານແດງໃນທົ່ວປະເທດ ມີ: 952, ບ້ານ 70 ເມືອງແລະ 15 ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ມື້ວານນີ້ ມີ 12 ບ້ານ, 9 ເມືອງ ແລະ 8 ແຂວງ
ສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 18 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,257 ຄົນ.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 59 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 4,898 ຄົນ (ສູນ 3,216 ຄົນແລະ ໂຮງແຮມ 1,682 ຄົນ).