ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 18 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ5,298 ຕົວຢ່າງໃນຂອບເຂດທົ່ວປະເທດແລະກວດພົບເຊື້ອທັງໝົດ 1,281 ຄົນ (ຕິດເຊື້ອພາຍໃນ 1,279 ຄົນ ແລະ ນໍາເຂົ້າ 02 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 1,279 ຄົນ ຈາກ 17 ແຂວງ ແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1. ໄຊຍະບູລີ 606 ຄົນ
2. ນະຄອນຫຼວງ 227 ຄົນ
3. ຊຽງຂວາງ 79 ຄົນ
4. ຜົ້ງສາລີ 52 ຄົນ
5. ຫຼວງນ້ຳທາ 37 ຄົນ
6. ອຸດົມໄຊ 33 ຄົນ
7. ສະຫວັນນະເຂດ 30 ຄົນ
8. ວຽງຈັນ 30 ຄົນ
9. ບໍລິຄຳໄຊ 26 ຄົນ
10. ໄຊສົມບູນ 22 ຄົນ
11. ຄຳມ່ວນ 22 ຄົນ
12. ສາລະວັນ 20 ຄົນ
13. ບໍ່ແກ້ວ 19 ຄົນ
14. ຫຼວງພະບາງ 19 ຄົນ
15. ອັດຕະປື 18 ຄົນ
16. ຈຳປາສັກ 16 ຄົນ
17. ເຊກອງ 12 ຄົນ
18. ຫົວພັນ 11 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 02 ຄົນ ຈາກ ບໍ່ແກ້ວ 1 ຄົນ ແລະ ຄຳມ່ວນ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ 127,347 ກໍລະນີ, ອອກໂຮງໝໍວານນີ້355 ຄົນ , ກຳລັງປິ່ນປົວ 8,166 ຄົນ ແລະ ເສຍຊີວິດສະສົມທັງໝົດ 507 ຄົນ (ເສຍຊີວິດໃໝ່ 07 ຄົນ)
– ສຳລັບຜູ້ເສຍຊີວິດໃໝ່ 07 ຄົນ ຈາກແຂວງວຽງຈັນ 3 ຄົນ, ໄຊຍະບູລີ 1 ຄົນ, ບໍລິຄຳໄຊ 1 ຄົນ, ຄຳມ່ວນ 1 ຄົນ ແລະ ຊຽງຂວາງ 1 ຄົນ.
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
 ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງ
ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ສຳລັບ ຜູ້ທີ່ຕ້ອງການສັກວັກຊິນ ຊະນິດ Pfizer ເພື່ອເຂັ້ມກະຕຸ້ນ (ເຂັ້ມ 3): ຜູ້ສູງອາຍຸ, ກຸ່ມອາຍຸ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາໂຕສາມາດໄປຮັບການບໍລິການ ໄດ້ທີ່:
– ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
– ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
– ໂຮງໝໍສູນກາງ
– ໂຮງໝໍເມືອງ 9 ຕົວເມືອງ
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້