
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 18 ເມສາ 2022 ໄດ້ກວດວິເຄາະທັງໝົດ 3,138 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 958 ຄົນ (ຕິດເຊື້ອພາຍໃນ 941 ຄົນ ແລະ ນໍາເຂົ້າ 17 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 201,432 ຄົນ, ອອກໂຮງໝໍວານນີ້ 177 ຄົນ, ກຳລັງປິ່ນປົວ 1,717 ຄົນ ແລະ ເສຍຊີວິດທັງໝົດ 727 ຄົນ (ເສຍຊີວິດໃໝ່ 5 ກໍລະນີ)
– ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ ຈຳນວນ 941 ຄົນ ແມ່ນມາຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງຕໍ່ໄປນີ້:
1. ນະຄອນຫຼວງ 663 ຄົນ
2. ວຽງຈັນ 52 ຄົນ
3. ສະຫວັນນະເຂດ 41 ຄົນ
4. ອັດຕະປື 32 ຄົນ
5. ຫຼວງພະບາງ 28 ຄົນ
6. ໄຊຍະບູລີ 22 ຄົນ
7. ຄຳມ່ວນ 22 ຄົນ
8. ເຊກອງ 21 ຄົນ
9. ອຸດົມໄຊ 19 ຄົນ
10. ຜົ້ງສາລີ 12 ຄົນ
11. ບໍລິຄຳໄຊ 6 ຄົນ
12. ຫົວພັນ 6 ຄົນ
13. ຈຳປາສັກ 5 ຄົນ
14. ໄຊສົມບູນ 4 ຄົນ
15. ສາລະວັນ 3 ຄົນ
16. ບໍ່ແກ້ວ 3 ຄົນ
17. ຊຽງຂວາງ 2 ຄົນ
– ສໍາລັບການຕິດເຊື້ອນໍາເຂົ້າ ມີ 17 ຄົນ ຈາກນະຄອນຫຼວງ 12 ຄົນ, ຈໍາປາສັກ 4 ຄົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
– ສ່ວນຜູ້ເສຍຊີວິດໃໝ່ 5 ຄົນ ແມ່ນຈາກ ນະຄອນຫຼວງ 2 ຄົນ, ສະຫວັນນະເຂດ 1 ຄົນ, ຄຳມ່ວນ 1 ຄົນ ແລະ ຫຼວງນ້ຳທາ 1 ຄົນ.
ຂ້າພະເຈົ້າຂໍສະແດງຄວາມເສຍໃຈມານຳຄອບຄົວຜູ້ເສຍຊີວິດ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບມານະທີ່ນີ້ດ້ວຍ.
ສະແດງຄວາມເສຍໃຈ ມາຍັງບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
ຕໍ່ໄປນີ້ຂໍແຈ້ງຈຸດດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ຢູ່ບັນດາ ແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງ ໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
• ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
• ຢູ່ນະຄອນຫຼວງວຽງຈັນມີ ຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ໂຮງໝໍເມືອງ 9 ຕົວເມືອງ
– ສຳລັບ ຈຸດບໍລິການວັກຊີນເຄື່ອນທີ່ ກັບມາເປີດໃຫ້ບໍລິການທ່ານນັບແຕ່ມື້ນີ້ເປັນຕົ້ນໄປ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ປັດຈຸບັນ ການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກແມ່ນມີທ່າອ່ຽງຫຼຸດລົງ ເຊິ່ງເຫັນໄດ້ຈາກ ຈຳນວນຜູ້ຕິດເຊື້ອໃໝ່ໃນທົ່ວໂລກ 2 ແສນກວ່າຄົນ ແລະ ຈຳນວນຜູ້ເສຍຊີວິດໃໝ່ທົ່ວໂລກມີ 1 ພັນກວ່າຄົນ. ແຕ່ເຖິງຢ່າງໃດກໍ່ຕາມ, ເຖິງທ່າອ່ຽງຂອງການລະບາດຈະມີສັນຍານທີ່ດີຂຶ້ນ ແຕ່ພວກເຮົາກໍ່ຍັງຕ້ອງໄດ້ເຝົ້າລະວັງຢ່າງໃກ້ຊິດ ເພາະອົງການອະນາໄມໂລກ ກ່າວວ່າ ສາຍພັນໂອໄມຄຣອນເພິ່ມຄວາມສ່ຽງ ໃນການຕິດເຊື້ອຊໍ່້າຄືນອີກ ໄດ້ເຖິງ 2-3 ເທົ່າ ເມື່ອທຽບໃສ່ສາຍພັນເດວຕ້າ.
• ຖ້າທ່ານຕິດໂຄວິດແລ້ວ ໂອກາດທີ່ທ່ານຈະຕິດເຊື້ອຊໍ້າຄືນອີກ ໂດຍສະເພາະ ໃນໄລຍະເດືອນທຳອິດ ແມ່ນມີໂອກາດຢູ່ ແຕ່ໜ້ອຍຫຼາຍ ເຊິ່ງເກີດນຳແຕ່ບາງກໍລະນີເທົ່ານັ້ນ, ຍົກເວັ້ນ ຖ້າຫາກທ່ານຕິດເຊື້ອສາຍພັນໃໝ່ ຂ້າພະເຈົ້າຂໍຍົກຕົວຢ່າງ:
– ຖ້າທ່ານຕິດເຊື້ອໂອໄມຄຣອນ BA.1 ແລ້ວຫາຍດີ ທ່ານສາມາດຕິດເຊື້ອໂອໄມຄຣອນ BA.2 ໄດ້ທັນທີ ເນື່ອງຈາກ 2 ສາຍພັນນີ້ແມ່ນຄົນລະສາຍພັນກັນ ຈຶ່ງເຮັດໃຫ້ທ່ານສາມາດຕິດເຊື້ອຊໍ້າໄດ້ຄືນອີກ
– ແຕ່ເຖິງຢ່າງໃດກໍ່ຕາມ ຖ້າເຮົາອາໄສຢູ່ໃນບ້ານດຽວກັນ ແລະ ຕິດເຊື້ອໝົດຄອບຄົວ ເຮົາກໍ່ສາມາດຄາດຄະເນໄດ້ວ່າ ໜ້າຈະແມ່ນສາຍພັນດຽວກັນ ແລະ ໂອກາດທີ່ຈະຕິດເຊື້ອຊໍ້າຄືນອີກກໍ່ມີໜ້ອຍ ຍົກຕົວຢ່າງ ຜູ້ເປັນພໍ່ແຜ່ເຊື້ອໂຄວິດໃຫ້ຄົນໃນຄອບຄົວ ເມື່ອຜູ້ເປັນພໍ່ຫາຍດີແລ້ວ ຈະບໍ່ຕິດເຊື້ອຊໍ້າຄືນອີກ ເພາະເປັນສາຍພັນອັນເກົ່າ ແລະ ຍັງສາມາດຢູ່ຮ່ວມກັບຄົນໃນຄອບຄົວໄດ້ ໂດຍບໍ່ຈຳເປັນຕ້ອງໃສ່ຜ້າປິດປາກດັງພາຍໃນບ້ານ ເພາະວ່າ ໝົດຄອບຄົວແມ່ນຕິດເຊື້ອໝົດແລ້ວ.
– ແຕ່ສຳລັບ ຄົນທີ່ມີຜູ້ຕິດເຊື້ອຢູ່ໃນບ້ານ ແຕ່ຕົນເອງບໍ່ທັນຕິດເຊ້ື້ອເທື່ອນັ້ນ ຈຳເປັນທີ່ສູດ ຕ້ອງໄດ້ແຍກໂຕ ແລະ ກັກໂຕທັນທີ ເພາະວ່າທ່ານນອນຢູ່ໃນກຸ່ມສ່ຽງ ທີ່ມີໂອກາດຕິດເຊື້ອໄດ້ສູງ ແລະ ຈຳເປັນຕ້ອງໃສ່ຜ້າຜິດປາກດັງໃນບ້ານ. ສຳລັບເຄື່ອງໃຊ້ ແລະ ສິ່ງຂອງທີ່ໃຊ້ຮ່ວມກັນໃນບ້ານ ແມ່ນອະນາໄມ ເຮັດຄວາມສະອາດໄດ້ຕາມປົກກະຕິ ກໍ່ສາມາດຂ້າເຊື້ອໂຄວິດໄດ້.
– ສິ່ງສຳຄັນ ເມື່ອທ່ານກັກໂຕຄົບຕາມກຳນົດແລ້ວ ຄວນຈະໄປຮັບການສັກວັກຊີນໃຫ້ຄົບທຸກເຂັມທີ່ແນະນຳ ລວມທັງ ເຂັມກະຕຸ້ນ. ດັ່ງນັ້ນ, ຖ້າຫາກທ່ານໃດ ຍັງບໍ່ເຄີຍໄດ້ຮັບການສັກວັກຊີນ ກໍ່ຂໍແນະນຳວ່າ ເມື່ອຫາຍດີຈາກພະຍາດໂຄວິດແລ້ວ ກໍ່ສາມາດໄປສັກວັກຊີນໄດ້ ເພື່ອປ້ອງກັນສາຍພັນໃໝ່ ທີ່ອາດຈະກາຍພັນໄດ້ອີກໃນອະນາຄົດ ເພື່ອຮ່າງກາຍຂອງທ່ານຈະໄດ້ມີພູມຄຸ້ມກັນທີ່ສູງຂຶ້ນ.
• ບັນດາທ່ານ ທີ່ນັບຖື ມື້ນີ້ ຂ້າພະເຈົ້າຈະອະທິບາຍໃຫ້ບັນດາທ່ານຊາບວ່າ ໂອໄມຄຣອນ ແຕກຕ່າງຈາກ ໄຂ້ຫວັດ ຄືແນວໃດ? ເພາະຫຼາຍທ່ານ ອາດຈະສົງໃສວ່າ ເຮົາຕິດເຊື້ອໂຄວິດ-19 ຫຼື ເປັນແຄ່ໄຂ້ຫວັດທຳມະດາ
– ອາການທີ່ຄ້າຍຄືກັນ ລະຫວ່າງ ໄຂ້ຫວັດທຳມະດາ ແລະ ໂອໄມຄຣອນ ແມ່ນປະກອບມີ ອາການຕັນດັງ, ນ້ຳມູກໄຫຼ, ໄອ, ເຈັບຄໍ ຫຼື ບາງຄົນ ອາດຈະມີໄຂ້ຕໍ່າໆ ຫຼື ອາດຈະມີອາການເຈັບຫົວຮ່ວມນຳ
– ແຕ່ ອາການສຳຄັນ ຂອງໂອໄມຄຣອນທີ່ແຕກຕ່າງຈາກໄຂ້ຫວັດທຳມະດາທົ່ວໄປ ກໍ່ຄື ອາການປວດເມື່ອຍກ້າມຊີ້ນ, ມີເຫື່ອອອກຕອນກາງຄືນ ນັ້ນແປວ່າ ທ່ານຕ້ອງໄດ້ທົບທວນຄືນ ປະຫວັດການເຄື່ອນໄຫວຂອງທ່ານໃນໄລຍະຜ່ານມາ ເພາະທ່ານອາດຈະເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຫຼື ເປັນກຸ່ມສ່ຽງໂດຍບໍ່ຮູ້ໂຕ ໂດຍສະເພາະ ຖ້າຫາກທ່ານມີປະຫວັດເດີນທາງໄປໃນພື້ນທີ່ສ່ຽງຂອງການລະບາດ, ພ້ອມດຽວກັນນີ້ ກໍ່ຄວນກວດຫາເຊື້ອດ້ວຍຊຸດເຄື່ອງກວດແບບໄວ ດ້ວຍຕົນເອງ ເພື່ອເຝົ້າລະວັງຕິດຕາມອາການຂອງຕົນເອງ.
• ສະນັ້ນ, ເພື່ອເປັນການເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດຂອງສາຍພັນໂອໄມຄຣອນ ກໍ່ຂໍໃຫ້ບັນດາທ່ານ ໝັ່ນສັງເກດອາການຂອງຕົນເອງໃນໄລຍະ 7 ວັນນີ້ ຫຼັງຈາກທ່ານກັບມາແຕ່ສະເຫຼີມສະຫຼອງບຸນປີໃໝ່ລາວ ໂດຍສະເພາະ ອາການໄຂ້, ໄອ,ຈາມ, ມີນ້ຳມຸກໄຫຼ ຫຼື ເຈັບຄໍ ແລະ ຖ້າຫາກທ່ານພົບອາການດັ່ງກ່າວ ແມ່ນໃຫ້ໄປພົບແພດ ຫຼື ກວດດ້ວຍຊຸດກວດແບບໄວດ້ວຍຕົວເອງ. ຖ້າກວດພົບ 2 ຂີດ ໃຫ້ແຍກຕົນເອງອອກຈາກຄົນອ້ອມຂ້າງທັນທີ ແລະ ປິ່ນປົວຕົນເອງ ຫຼື ໂທປຶກສາແພດ, ຖ້າອາການທ່ານບໍ່ດີຂຶ້ນ ມີອາການຫາຍໃຈຍາກ ຫຼື ຫາຍໃຈລຳບາກ ແມ່ນໃຫ້ຮີບຮ້ອນໄປພົບແພດໃກ້ບ້ານທ່ານ ເພື່ອແພດຈະໄດ້ປະເມີນອາການ ແລະ ຮັບທ່ານເຂົ້ານອນປິ່ນປົວ ຕິດຕາມອາການຢ່າງໃກ້ຊິດ.
• ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ປັດຈຸບັນ ທົ່ວປະເທດ
– ຄົນເຈັບທີ່ບໍ່ມີອາການ ຫຼື ມີອາການເບົາບາງ ມີ 1,533 ຄົນ
– ຄົນເຈັບທີ່ມີອາການປານກາງ 140 ຄົນ
– ຄົນເຈັບທີ່ມີອາການໜັກ 50 ຄົນ
– ອັດຕາການນຳໃຊ້ຕຽງ 21%, ນຳໃຊ້ຫ້ອງໄອຊີຢູ 24%, ນຳໃຊ້ເຄື່ອງຊ່ວຍຫາຍໃຈ 10%, ຄົນເຈັບທີ່ຕ້ອງໃສ່ອົກຊີເຈນ 47 ຄົນ
• ແລະ ທົ່ວປະເທດ ສັກວັກຊີນເຂັມ 1 ໄດ້ 5,736,145 (ກວມເອົາ 78.17%) ແລະ ທຸກເຂັມທີ່ແນະນໍາ 4,742,111 (ກວມເອົາ 64.63%).