ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 1 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3279 ຕົວຢ່າງ ໃນຂອບເຂດທົ່ວປະເທດແລະກວດພົບເຊື້ອທັງໝົດ 463 ຄົນ(ຕິດເຊື້ອພາຍໃນ 456 ຄົນ ແລະ ນໍາເຂົ້າ 07 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 456 ຄົນ ຈາກ 17 ແຂວງ ແລະນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 102 ຄົນ
2 ຊຽງຂວາງ 77 ຄົນ
3 ຫົວພັນ 42 ຄົນ
4 ໄຊຍະບູລີ 32 ຄົນ
5 ບໍລິຄໍາໄຊ 28 ຄົນ
6 ສາລະວັນ 27 ຄົນ
7 ສະຫັວນນະເຂດ 19 ຄົນ
8 ເຊກອງ 18 ຄົນ
9 ອຸດົມໄຊ 17 ຄົນ
10 ຜົ້ງສາລີ 16 ຄົນ
11 ວຽງຈັນ 16 ຄົນ
12 ອັດຕະປື 13 ຄົນ
13 ບໍ່ແກ້ວ 12 ຄົນ
14 ຄໍາມ່ວນ 11 ຄົນ
15 ຫຼວງພະບາງ 10 ຄົນ
16 ໄຊສົມບູນ 10 ຄົນ
17 ຈໍາປາສັກ 5 ຄົນ
18 ຫຼວງນໍ້າທາ 1 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 07 ຄົນ ທັງໝົດຈາກຄໍາມ່ວນ 03 ຄົນ ແລະ ສະຫວັນນະເຂດ 04 ຄົນເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢູ່ໃນ ສປປ ລາວ ທັງໝົດ 134,901 ກໍລະນີ, ອອກໂຮງໝໍວານນີ້ 697 ຄົນ, ກຳລັງປິ່ນປົວ 5235 ຄົນ ແລະ ເສຍຊີວິດສະສົມທັງໝົດ 553 ຄົນ (ເສຍຊິວິດໃໝ່ 02ຄົນ).
– ສຳລັບຜູ້ເສຍຊີວິດໃໝ່ 02 ຄົນ ຈາກ ຊຽງຂວາງ 01 ຄົນ ແລະ ອຸດົມໄຊ 01 ຄົນ
*ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ ແລະ ໂຮງໝໍເມືອງ 9 ຕົວເມືອງ
 ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງ
ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ສໍາລັບ ຜູ້ທີ່ຕ້ອງການສັກວັກຊິນ ຊະນິດ Pfizer ເພື່ອເຂັມກະຕຸ້ນ (ເຂັມ 3): ຜູ້ສູງອາຍຸ, ກຸ່ມອາຍຸ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາໂຕສາມາດໄປຮັບການບໍລິການ ໄດ້ທີ່:
– ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
– ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
– ໂຮງໝໍສູນກາງ
– ໂຮງໝໍເມືອງ 9 ຕົວເມືອງ
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.