ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

ວັນທີ 01 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,595 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,333 ຄົນ (ຕິດເຊື້ອພາຍໃນ ມີ 1,333 ຄົນ ແລະ ຕິດເຊື້ອນໍາເຂົ້າ 0 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,333 ຄົນ ຈາກ 17 ແຂວງ ແລະ ນະ
ຄອນຫຼວງວຽງຈັນ ເຊິ່ງມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 605 ຄົນ ໃນ 204 ບ້ານ ແລະ 9 ເມືອງ
• ເມືອງຈັນທະບູລີ ມີ 22 ບ້ານ (38 ຄົນ)
• ເມືອງສີໂຄດຕະບອງ ມີ 32 ບ້ານ (105 ຄົນ)
• ເມືອງໄຊເສດຖາ ມີ 34 ບ້ານ (113 ຄົນ)
• ເມືອງສີສັດຕະນາກມີ 16 ບ້ານ (57 ຄົນ)
• ເມືອງ ນາຊາຍທອງ ມີ 32 ບ້ານ (90 ຄົນ)
• ເມືອງໄຊທານີ ມີ 41 ບ້ານ (123 ຄົນ)
• ເມືອງຫາດຊາຍຟອງ ມີ 25 ບ້ານ (56 ຄົນ)
• ເມືອງ ສັງທອງ 01 ບ້ານ (02 ຄົນ)
• ເມືອງ ປາກງື່ມ ມີ 01 ບ້ານ (03 ຄົນ)
• ຕ່າງແຂວງ ມີ 05 ຄົນ
• ຍັງສືບຕໍ່ເອົາຂໍ້ມູນ 13 ຄົນ
2. ຫຼວງພະບາງ ມີ 83 ຄົນ ໃນ 32 ບ້ານ ແລະ 5 ເມືອງ
3. ຄຳມ່ວນ ມີ 82 ຄົນ ໃນ 3 ບ້ານ ແລະ 1 ເມືອງ
4. ຜົ້ງສາລີ ມີ 70 ຄົນ ໃນ 11 ບ້ານ ແລະ 2 ເມືອງ
5. ສະຫວັນນະເຂດ ມີ 69 ຄົນ ໃນ 39 ບ້ານ ແລະ 9 ເມືອງ
6. ບໍ່ແກ້ວ ມີ 61 ຄົນ ໃນ 25 ບ້ານ ແລະ 4 ເມືອງ
7. ຈຳປາສັກ ມີ 61 ຄົນ ໃນ 35 ບ້ານ ແລະ 7 ເມືອງ
8. ແຂວງວຽງຈັນ ມີ 53 ຄົນ ໃນ 26 ບ້ານ ແລະ 8 ເມືອງ
9. ອຸດົມໄຊ ມີ 44 ຄົນ ໃນ 23 ບ້ານ ແລະ 2 ເມືອງ
10. ໄຊຍະບູລີ ມີ 42 ຄົນ ໃນ 14 ບ້ານ ແລະ 5 ເມືອງ
11. ຫຼວງນ້ຳທາ ມີ 41 ຄົນ ໃນ 19 ບ້ານ ແລະ 4 ເມືອງ
12. ຊຽງຂວາງ ມີ 30 ຄົນ ໃນ 11 ບ້ານ ແລະ 3 ເມືອງ
13. ບໍລິຄຳໄຊ ມີ 28 ຄົນ ໃນ 12 ບ້ານ ແລະ 6 ເມືອງ
14. ໄຊສົມບູນ ມີ 21 ຄົນ ໃນ 2 ບ້ານ ແລະ 2 ເມືອງ
15. ຫົວພັນ ມີ 17 ຄົນ ໃນ 6 ບ້ານ ແລະ 2 ເມືອງ
16. ເຊກອງ ມີ 15 ຄົນ ໃນ 10 ບ້ານ ແລະ 3 ເມືອງ
17. ສາລະວັນ ມີ 10 ຄົນ ໃນ 6 ບ້ານ ແລະ 3 ເມືອງ
18. ອັດຕະປື 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນບໍ່ມີ
• ມາຮອດວັນທີ 02 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 76,496 ຄົນ, ເສຍຊີວິດສະສົມ 186 ຄົນ (ໃໝ່ 08), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 659 ຄົນ, ກໍາລັງປິ່ນປົວ 12,170 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 08 ຄົນ ມີດັ່ງນີ້:
ຜູ້ທີ 1). ເປັນເພດຊາຍ, ອາຍຸ 72 ປີ, ບ້ານປ່າສັກ, ເມືອງໄຊ, ແຂວງອຸດົມໄຊ
– ພະຍາດປະຈຳຕົວ: ໄຂ່ຫຼັງຊຸດໂຊມຊຳເຮື້ອ
– ບໍ່ໄດ້ຮັບການສັກຢາວັກຊີນ
– ວັນທີ 29 ພະຈິກ 2021: ຜົນກວດພົບເຊື້ອ ໂຄວິດ-19, ຄົນເຈັບມີອາການໜັກ ຈື່ງເຂົ້ານອນປີ່ນປົວ
ຢູ່ໂຮງໝໍແຂວງ
– ເວລາ 10:00 ໂມງເຊົ້າຂອງວັນທີ່ 30 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
ຜູ້ທີ 2). ເພດຊາຍ ອາຍຸ 68 ປີ, ບ້ານປາກທ້າງ, ເມືອງສີໂຄດຕະບອງ, ນະຄອນຫລວງ.
– ພະຍາດປະຈຳໂຕ: ຄວາມດັນເລືອດສູງ ແລະ ພະຍາດອັກເສບປອດ
– ໄດ້ສັກຢາວັກຊີນຄົບ
– ວັນທີ 30 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19
– ຮອດເວລາ 07:07 ນາທີ ຂອງວັນທີ 01 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
ຜູ້ທີ 3). ເພດຊາຍ, ອາຍຸ 53 ປີ, ບ້ານ ໜອງດ້ວງເໜືອ, ເມືອງ ສີໂຄດຕະບອງ, ນະຄອນຫລວງ
– ພະຍາດປະຈຳໂຕ: ພະຍາດໄຂ່ຫຼັງຊຸດໂຊມ
– ໄດ້ສັກຢາວັກຊີນ ແຕ່ບໍ່ຮູ້ຊະນິດ
– ວັນທີ 25 ພະຈິກ 2021: ຜົນກວດພົບເຊື້ອ ແລະ ເຂົ້າມານອນປີ່ນປົວ ຢູ່ໂຮງໝໍມິດຕະພາບ
– ເວລາ 06:09 ຂອງວັນທີ 01 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
ຜູ້ທີ 4. ເພດຊາຍ ອາຍຸ 58 ປີ, ບ້ານຈັນສະຫວ່າງ , ເມືອງ ສີໂຄດຕະບອງ, ນະຄອນຫລວງ.
– ພະຍາດປະຈຳໂຕ: ພະຍາດຕັບອັກເສບບີ ແລະ ຕັບແຂງ
– ໄດ້ສັກຢາວັກຊີນຄົບ
– ວັນທີ 21 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19
– ຮອດເວລາ 15:20 ນາທີ ຂອງວັນທີ 01 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
ຜູ້ທີ 5). ເພດຍິງ, ອາຍຸ 80 ປີ, ບ້ານ ປາກກະຍຸງ, ເມືອງ ວຽງຄຳ, ແຂວງ ວຽງຈັນ
– ຜ່ານມາບໍ່ໄດ້ກວດສຸຂະພາບ
– ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ
– ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 11 ຄົນ.
– ວັນທີ 20 ພະຈິກ 2021: ຜົນກວດພົບເຊື້ອ ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດໂພນໂຮງ.
– ມາຮອດເວລາ 3:30 ນາທີ ຂອງວັນທີ 01 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
ຜູ້ທີ 6). ເພດຊາຍ, ອາຍຸ 88 ປີ, ບ້ານ ໜອງນາກ, ເມືອງ ໂພນໂຮງ, ແຂວງ ວຽງຈັນ
– ເຄີຍເປັນ ischemic stroke ຫຼາຍປີກ່ອນ
– ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ.
– ວັນທີ 28 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19 ຈື່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດໂພນ
ໂຮງ.
– ມາຮອດເວລາ 12:30 ນາທີ ຂອງວັນທີ 01 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
ຜູ້ທີ 7). ເພດຊາຍ, ອາຍຸ 26 ປີ, ບ້ານ ໜອງນາກ, ເມືອງ ໂພນໂຮງ, ແຂວງ ວຽງຈັນ
– ບໍ່ມີພະຍາດປະຈຳຕົວ, ເປັນຄົນຕຸ້ຍ ນໍ້າໜັກ > 100 ກິໂລ
– ໄດ້ສັກວັກຊີນປ້ອງກັນໂຄວິດຄົບ
– ວັນທີ 28 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19 ຈື່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດໂພນ
ໂຮງ.
– ມາຮອດເວລາ 13:30 ນາທີ ຂອງວັນທີ 01 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
ຜູ້ທີ
. ເພດຍິງ, ອາຍຸ 52 ປີ, ບ້ານສະພັງໝໍ້, ເມືອງໄຊເສດຖາ, ນະຄອນຫລວງ

– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ເບົາຫວານ
– ໄດ້ສັກຢາວັກຊີນ 1 ເຂັມ
– ວັນທີ 26 ພະຈິກ 2021: : ຜົນກວດພົບເຊື້ອໂຄວິດ-19 ແລະ ເຂົ້ານອນໂຮງໝໍ
– ມາຮອດເວລາ 16:50 ນາທີ ຂອງວັນທີ 01 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວຜູ້ເສຍຊີວິດ ມານະທີ່ນີ້ດ້ວຍ
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່ (ກວດວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ມສ ເຈົ້າອານຸວົງ
ທີມກວດເຄື່ອນທີ່:
– ມີທີມກວດເຄື່ອນທີ່ ໃນເມືອງ ໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ສູນການຄ້າລາວໄອເຕັກ
ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
• ບ້ານແດງໃນທົ່ວປະເທດ ມີ: 1,114 ບ້ານ 106 ເມືອງ ແລະ 18 ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ ມີ 19 ບ້ານ, 15 ເມືອງ ແລະ 8 ແຂວງ
• ບ້ານແດງກາຍເປັນບ້ານເຫຼືອງໃນນະຄອນຫຼວງວຽງຈັນມີ 01 ບ້ານ 01 ເມືອງ
ອີກເທື່ອນື່ງ ສໍາລັບລາຍລະອຽດ ບັນດາຊື່ຂອງບ້ານແດງຕ່າງໆ ຂໍໃຫ້ບັນດາທ່ານຕິດຕາມ ໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ ໄດ້
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 01 ທັນວາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,123 ຄົນ.
ຮອດປະຈຸບັນທົ່ວປະເທດ ມີຜູ້ຈຳກັດບໍລິເວນທັງໝົດ 4,268 ຄົນ (ສູນ 2,765 ຄົນ ແລະ ໂຮງແຮມ
1,503 ຄົນ) ໃນ 85 ສູນ ແລະ 59 ໂຮງແຮມ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ອີງຕາມການລາຍງານ ຂອງອົງການອະນາໄມໂລກ ເຫັນວ່າ ປັດຈຸບັນ ການລະບາດພະຍາດໂຄວິດ-19 ພົ້ນເດັ່ນທີ່ສຸດ ກໍ່ຍັງແມ່ນສາຍພັນເດວຕາ. ສ່ວນສາຍພັນ ໂອໄມຄຣອນ ນັ້ນ ແມ່ນຖືກຈັດຢູ່ໃນສາຍພັນທີ່ຄວນເຝົ້າລະວັງ ແລະ ຕ້ອງໄດ້ຕິດຕາມຢ່າງໃກ້ຊິດທີ່ສຸດ. ພາຍຫຼັງ ການຄົ້ນພົບສາຍພັນໂອໄມຄຣອນ ນັກວິທະຍາສາດ ກໍ່ຂຸ້ນຂ້ຽວຄົ້ນຄວ້າ ແລະ ຕິດຕາມ ກ່ຽວກັບ:
– ສາຍພັນນີ້ມັກແຜ່ລະບາດໃນກຸ່ມໃດ ?
– ລັກສະນະອາການເປັນແນວໃດ ?
– ວັກຊິນທີ່ມີຢູ່ ຍັງມີປະສິດທິພາບ ບໍ່ ?
– ຊຸດເຄື່ອງກວດແບບໄວ ສາມາດກວດຊອກຫາ ການຕິດເຊື້ອຊະນິດນີ້ໄດ້ບໍ່ ?
• ສະນັ້ນ ກໍ່ບໍ່ຄວນແຕກຕື່ນຫຼາຍເກີນໄປ ແລະ ຂໍໃຫ້ຕິດຕາມຂ່າວສານທີ່ເປັນທາງການ ເພື່ອປ້ອງກັນຂ່າວລື ຫຼື ຂ່າວທີ່ບໍ່ມີມູນຄວາມຈິງ.
• ສຳລັບປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວເຮົາ ແລະ ໃນອາຊີນີ້ ກໍ່ກຳລັງປະເຊີນກັບສະພາບການລະບາດຄືນໃໝ່ ເຊັ່ນດຽວກັນ ເຊິ່ງພົ້ນເດັ່ນກວ່າໝູ່ ກໍ່ແມ່ນ:
– ສ.ສ ຫວຽດນາມ ເຊິ່ງມີຜູ້ຕິດເຊື້ອເພີ່ມຂຶ້ນ ເຖິງ 70%
– ບຣູໄນ ດາລູຊາລໍາ ຕິດເຊື້ອເພີ່ມ 40%
– ສ.ປ. ເກົາຫຼີ ຕິດເຊື້ອເພີ່ມ 28%
– ມາເລເຊຍ ຕິດເພີ່ມ 7%
– ສຳລັບ ສປປລາວ ຂອງພວກເຮົາ ແມ່ນຕິດເຊື້ອເພີ່ມຂື້ນ 13%
• ການຕິດເຊື້ອພະຍາດໂຄວິດ-19 ໃນເດືອນພະຈິກ ເພີ່ມຂຶ້ນຢູ່ທຸກແຂວງ ໃນທົ່ວປະເທດ ອັດຕາການຕິດເຊື້ອ ແຂວງຜົ້ງສາລີ ເພີ່ມເຖິງ 64.7%, ແຂວງວຽງຈັນເພີ່ມ 32%, ນະຄອນຫຼວງວຽຈັນ ເພີ່ມ 27%, ແຂວງຫຼວງນໍ້າທາ ແລະ ບໍ່ແກ້ວ ເພີ່ມ 26% ແລະ ແຂວງຫຼວງພະບາງ ເພີ່ມ 25%. ສະພາບການລະບາດແຜ່ລາມເປັນວົງກວ້າງ ເຮັດໃຫ້ທຸກພື້ນທີ່ ມີຄວາມສ່ຽງສູງເທົ່າກັນໝົດ ບໍ່ວ່າ ຈະຢູ່ໃນເຂດຕົວເມືອງ ຫຼື ເຂດຊົນນະບົດ.
• ມາຮອດມື້ນີ້ ມາດຕະການປ້ອງກັນທີ່ທຸກປະເທດ ຍັງຄົງເນັ້ນໜັກ ແລະ ໃຫ້ຄວາມສໍາຄັນສູງ ພ້ອມດຽວກັນນີ້ ອົງການອະນາໄມໂລກ ກໍ່ຍັງແນະນໍາໃຫ້ປະຕິບັດ ມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ ເປັນຕົ້ນແມ່ນ: (1) ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດຂື້ນໄປ; (2) ໃສ່ຜ້າປິດປາກດັງທີ່ມີຄຸນນະພາບ ແລະ ສວມໃສ່ໃຫ້ຖືກຕ້ອງຕາມຫຼັກການ; (3) ຢູ່ໃນສະຖານທີ່ ອາກາດລ່ວງດີ (ໄຂປ່ອງຢ້ຽມ ເພື່ອລະບາຍອາກາດໃຫ້ໝູນວຽນຢູ່ພາຍໃນຫ້ອງ); (4) ໝັ່ນລ້າງມືເລື້ອຍໆ ແລະ (5) ຜູ້ທີ່ຍັງບໍ່ທັນສັກວັກຊິນ ແມ່ນຮີບຮ້ອນສັກວັກຊິນໃຫ້ຄົບ;
• ມື້ນີ້ ກໍ່ແມ່ນ ວັນຊາດທີ 2 ທັນວາ ຄົບຮອບ 46 ປີ ຂ້າພະເຈົ້າ ຂໍອວຍພອນໄຊ ມາຍັງຜູ້ນຳພັກລັດ, ບັນດາທ່ານ ແລະ ພໍ່ແມ່ປະຊາຊົນ ໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ພະລານະໄມສົມບູນ, ມີຄວາມກ້າວໜ້າໃນໜ້າທີ່ການງານ ແລະ ສະຫຼອງວັນຊາດໃຫ້ປອດໄພຈາກພະຍາດໂຄວິດ-19. ຊົມເຊີຍ ວັນຊາດ ທີ 2 ທັນວາ ຢ່າງສຸດໃຈ !!!