ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 1 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ5,415 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 873 ຄົນ (ຕິດເຊື້ອພາຍໃນມີ 871 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 871 ຄົນຈາກ 13 ແຂວງແລະ ນະຄອນຫຼວງເຊິ່ງລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 427 ຄົນ: ມາຈາກ 144 ບ້ານ, ໃນ 7 ເມືອງ
• ເມືອງຈັນທະບູລີ ມີ 19 ບ້ານ (48 ຄົນ)
– ດົງປ່າແຫຼບ 6
– ໂພນສະຫ່ວາງ 6
– ໜອງປີງ 5
– ໜອງທາເໜືອ 4
– ຫ້ວຍຫົງ 4
– ຮ່ອງໄກ່ແກ້ວ 3
– ສີດຳດວນ 2
– ສີບຸນເຮືອງ 2
– ຮ່ອງແຊງ 2
– ຂົວຫຼວງ 2
– ບໍ່ນາງົວ 2
– ທົ່ງຕູມ 2
– ໂພນຕ້ອງ 1
– ສີຫອມ 1
– ສີສະຫວາດ 1
– ໜອງທາ 1
– ປ້ອງກັນສູນກາງ 1
– ດົງໝ້ຽງ 1
– ສະຫວ່າງ 1
– ທົ່ງຂັນຄຳ 1
• ເມືອງສີໂຄດຕະບອງ ມີ 25 ບ້ານ (49 ຄົນ)
– ນາເລົາ 7
– ໜອງໝ້ຽວ 4
– ໜອງແຕ່ງ 4
– ໜອງສະໂນຄຳ 4
– ດົງນາທອງ 3
– ດົງນາໂຊກໃຕ້ 3
– ດົງນາໂຊກ 2
– ຫຼັກຫີນ 2
– ໂນນແກ້ວ 2
– ທົ່ງປົ່ງ 2
– ໃໝ່ 2
– ເມືອງວາທົ່ງ 1
– ໂພນຄໍາ 1
– ວຽງສະຫັວນ 1
– ຈັນສະຫວ່າງ 1
– ດ່ານຄໍາ 1
– ໂພນແກ້ວ 1
– ໂນນຂີ້ເຫຼັກ 1
– ສີຊົມຊື່ນ 1
– ໂພສີ 1
– ໜອງໜຽ້ວ 1
– ຕາດທອງ 1
– ສີໄຄທົ່ງ 1
– ໜອງດ້ວງ 1
– ໜອງດ້ວງໃຕ້ 1
• ເມືອງໄຊເສດຖາ ມີ 34 ບ້ານ (93 ຄົນ)
– ຈອມມະນີ 12
– ໂນນສະຫວ່າງ 11
– ສົມສະຫງ່າ 6
– ໂຊກຄໍາ 5
– ແສງສະຫວ່າງ 5
– ຝາຍ 5
– ຄໍາສະຫວາດ 4
– ໂພນສະອາດ 3
– ຊຽງດາ 3
– ໜອງບອນ 3
– ຂາມງອຍ 3
– ວຽງຈະເລີນ 3
– ໂນນສະຫັວນ 2
– ທາດຫຼວງກາງ 2
– ໂພນທັນ 2
– ນາໄຊ 2
– ທາດຫຼວງເໜືອ 2
– ວັງຊາຍ 2
– ອາມອນ 2
– ນາບຽນ 2
– ໂນນສະຫງ່າ 1
– ນາຄວາຍກາງ 1
– ທາດຫຼວງ 1
– ສະພັງໝໍ້ 1
– ໜອງໜ່ຽງ 1
– ສີສັງວອນ 1
– ທົ່ງຕູມ 1
– ນາໂນ 1
– ໂນນຫວາຍ 1
– ຫົວຂົວ 1
– ໂພນທອງ 1
– ໂຊກໃຫ່ຍ 1
– ໂນນຄໍ້ 1
– ຮ່ອງແກ 1
• ເມືອງສີສັດຕະນາກ ມີ 20 ບ້ານ (50 ຄົນ)
– ໂພນປ່າເປົ້າ 8
– ດົງສະຫວາດ 7
– ທົ່ງກາງ 6
– ທົ່່ງພານທອງ 5
– ຈອມແຈ້ງ 3
– ດອນນົກຂູ້ມ 3
– ວັດນາກ 3
– ຈອມເພັດໃຕ້ 2
– ໂພນສະຫວັນເໜືອ 2
– ໂພນສະຫວັນ 1
– ຫໍພັກລວມສະໜາມມ້າ 1
– ຫາຍໂສກ 1
– ສະພານທອງ 1
– ໂພນສະຫວ່າງ 1
– ສະພານທອງເໜືອ 1
– ໂຮງໝໍກະເສມເລດ 1
– ດອນກອຍ 1
– ດົງປ່າລານ 1
– ຈອມເພັດ 1
– ທ່າພະລານໄຊ 1
• ເມືອງນາຊາຍທອງ ມີ 8 ບ້ານ (12 ຄົນ)
– ນາຊັນ 4
– ໂພນແກ້ວ 2
– ອີ່ໄລໃຕ້ 1
– ນາສ້ຽວ 1
– ນາຊາຍເໜືອ 1
– ເປີກ 1
– ດົງຫຼວງ 1
– ນາລຽນ 1
• ເມືອງໄຊທານີ ມີ 22 ບ້ານ (51 ຄົນ)
– ດົງໂດກ 11
– ສີວິໄລ 4
– ຕານມີໄຊ 4
– ໜອງພະຍາ 3
– ດອນໜູນ 3
– ພະຂາວ 3
– ນາແຄຄຳ 2
– ຊ້າງຄູ້ 2
– ໂຄກສີວິໄລ 2
– ໂຄກສະຫວ່າງ 2
– ນາທົມ 2
– ໄຊສະຫ່ວາງ 2
– ຄຳຮຸ່ງ 2
– ໂນນແຕ້ 1
– ນາສ້ຽວ 1
– ອຸດົມຜົນ 1
– ຫ້ວຍເຕີຍ 1
– ສະພັງເມິກ 1
– ຫນອງພະຍາ 1
– ລາດຄວາຍ 1
– ດົງສ້າງຫິນ 1
– ນາລ້ອມ 1
• ເມືອງຫາດຊາຍຟອງ ມີ 15 ບ້ານ (29 ຄົນ)
– ດອນດູ່ 6
– ນາໄຫ 5
– ດົງຄໍາຊ້າງ 4
– ສົມຫັວງເໜືອ 2
– ປ່າຝາງ 2
– ດອນກອຍ 1
– ດົງຄຳຊ້າງ 1
– ນາທາມ 1
– ສາລາຄຳເຫນືອ 1
– ໜອງໄຮ 1
– ໂພສີ 1
– ໂຄກຊາຍ 1
– ຈຽມປາງ 1
– ນາຍາງ 1
– ຖິ່ນຕົມ 1
• ຕ່າງແຂວງ 2 ຄົນ
• ຍັງສືບຕໍ່ເອົາຂໍ້ມູນ 13 ຄົນ
2. ຫຼວງພະບາງ, ມີ 58 ຄົນໃນ 15 ບ້ານ ແລະ 4 ເມືອງ
3. ແຂວງວຽງຈັນ, ມີ 105 ຄົນໃນ 21 ບ້ານ ແລະ 5 ເມືອງ
4. ບໍ່ແກ້ວ, ມີ 40 ຄົນໃນ 11 ບ້ານ ແລະ 2 ເມືອງ
5. ຫຼວງນໍ້ທາ, ມີ 172 ຄົນໃນ 35 ບ້ານ ແລະ 4 ເມືອງ
6. ສະຫວັນນະເຂດ, ມີ 6 ຄົນໃນ 5 ບ້ານ ແລະ 3 ເມືອງ
7. ອຸດົມໄຊ, ມີ 16 ຄົນໃນ 6 ບ້ານ ແລະ 1 ເມືອງ
8. ຈໍາປາສັກ, ມີ 5 ຄົນໃນ 3 ບ້ານ ແລະ 2 ເມືອງ
9. ຄໍາມ່ວນ, ມີ 15 ຄົນໃນ 2 ບ້ານ ແລະ 1 ເມືອງ
10. ບໍລິຄໍາໄຊ, ມີ 12 ຄົນໃນ 4 ບ້ານ ແລະ 1 ເມືອງ
11. ເຊກອງ, ມີ 7 ຄົນໃນ 5 ບ້ານ ແລະ 1 ເມືອງ
12. ໄຊສົມບູນ, ມີ 4 ຄົນໃນ 1 ບ້ານ ແລະ 1 ເມືອງ
13. ຊຽງຂວາງ, ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
14. ສາລະວັນ, ມີ 3 ຄົນໃນ 3 ບ້ານ ແລະ 2 ເມືອງ
ສໍາລັບຜູ້ຕິດເຊືື້ອພາຍໃນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 2 ຄົນ ຈາກ ແຂວງສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 1 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 41,829 ຄົນ, ເສຍຊີວິດສະສົມ 70 ຄົນ(ໃໝ່ 3), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 572 ຄົນ, ກໍາລັງປິ່ນປົວ 7,695 ຄົນ.
 ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:
• ຜູ້ທີ 1: ເພດຊາຍ, ອາຍຸ 23 ປີ, ສັນຊາດ: ລາວ, ບ້ານໂນນແຕ້, ເມືອງໄຊທານີ, ນະຄອນຫລວງວຽງຈັນ
– ຢູ່ສະຖານທີຄຸມຂັງຊົ່ວຄາວເມືອງໄຊເສດຖາ
– ວັນທີ 29 ຕຸລາ 2021: ຜູ້ກ່ຽວມີອາການລ່ອຍ, ຈ່ອຍຜ່ອມແລະຈືດມ້ານ ໄດ້ເກັບຕົວຢ່າງແລະຜົນກວດພົບເຊື້ອພະຍາດໂຄວິດ-19
– ໄລຍະເວລາປີ່ນປົວ: ນັບແຕ່ວັນທີ 29 ຕຸລາ – 01 ພະຈິກ 2021 ເປັນເວລາ 04 ມື້
– ວັນທີ 01 ພະຈິກ 2021 ເວລາ 16:00 ໂມງຜູ້ກ່ຽວໄດ້ເສຍຊີິວິດ
• ຜູ້ທີ 2: ເພດຊາຍ, ອາຍຸ 73 ປີ, ບ້ານພູຄຳ, ເມືອງກາສີ, ແຂວງວຽງຈັນ
– ພະຍາດປະຈໍາຕົວ:ເບົາຫວານ, ຄວາມດັນເລືອດສູງ (ເຄີຍເສັ້ນເລືອດໃນສະໝອງແຕກຫາກໍ່ພັກຟຶ້ນແລະເລີ່ມຊ່ວຍເຫລືອຕົນເອງໄດ້ 3 ເດືອນ)
– ຜ່ານມາບໍ່ໄດ້ຮັບການສັກ ວັກຊີນກັນໂຄວິດ-19
– ວັນທີ 01 ພະຈິກ 2021: ຜູ້ກ່ຽວມາໂຮງຫມໍເມືອງກາສີດ້ວຍອາການອິດເມື່ອຍ, ແຂນຂາອ່ອນແຮງເປັນໄດ້ 3 ມື້ ແລະ ໄອເລັກນ້ອຍ ຈຶ່ງໄດ້ກວດຊອດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19. ເວລາ 21:00 ໂມງຄົນເຈັບມີອາການຊ໋ອກ, ແພດໝໍພະຍາບານໄດ້ເຊີດຊູຄົນເຈັບ ແລະ ນຳສົ່ງໄປຍັງສູນໂຄວິດໂພນໂຮງ. ໃນໄລຍະເຄື່ອນຍ້າຍຄົນເຈັບຂຶ້ນລົດໄດ້ເຊີດຊູອີກ 1 ຄັ້ງໃນລົດ. ເວລາ 23:45 ໂມງ ມາຮອດສູນໂຄວິດໂພນໂຮງຄົນເຈັບໄດ້ເສຍຊີວິດລົງ.
• ຜູ້ທີ 3: ເພດຊາຍ, ອາຍຸ 82 ປີ, ອາຊີບ: ປະຊາຊົນ, ບ້ານດົງປ່າແຫລບ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ
– ວັນທີ 2 ພະຈິກ 2021: ຜູ້ກ່ຽວເຂົ້າມາກວດໂຮງໝໍມິດຕະພາບດ້ວຍອາການບໍ່ໄດ້ສະຕິພ້ອມທັງເກັບຕົວຢ່າງມາກວດພະຍາດໂຄວິດ-19 ແລະ ໃຫ້ຜົນບວກ. ເວລາ 1:30 ໂມງເຊົ້າຂອງວັນທີ 02 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດ(ຜູ້ກ່ຽວເສຍຊີວິດກ່ອນມາໂຮງໝໍ)
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19
• ສໍາລັບຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່: ມີຄື
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ຈຸດເປັນຕົວຢ່າງ ຢູ່ ມສ ລາວ-ຫວຽດ ແລະ ມ. ຕົ້ນ ເຈົ້າອານຸວົງ
 ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາເມືອງສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
• ບ້ານແດງໃນທົ່ວປະເທດ ວັນທີ 1 ພະຈິກ 2021 ມີ: 590 ບ້ານ, 58 ເມືອງ ແລະ 13 ແຂວງ
ສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 1 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2.121 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈຶ່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5.115 ຄົນ (ສູນ 3.238 ຄົນ ແລະ ໂຮງແຮມ 1.877 ຄົນ).