ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 01 ມີນາ 2022 ໄດ້ກວດວິເຄາະທັງໝົດ 2,464 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 273 ຄົນ(ຕິດເຊື້ອພາຍໃນ 256 ຄົນ ແລະ ນໍາເຂົ້າ 17 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 256 ຄົນ ຈາກ 17 ແຂວງ ແລະ ນະຄອນ
ຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 101 ຄົນ
2 ຜົ້ງສາລີ 24 ຄົນ
3 ຄໍາມ່ວນ 20 ຄົນ
4 ຫົວພັນ 18 ຄົນ
5 ສະຫັວນນະເຂດ 16 ຄົນ
6 ຊຽງຂວາງ 14 ຄົນ
7 ຫຼວງພະບາງ 11 ຄົນ
8 ບໍລິຄໍາໄຊ 11 ຄົນ
9 ໄຊຍະບູລີ 9 ຄົນ
10 ອັດຕະປື 9 ຄົນ
11 ວຽງຈັນ 5 ຄົນ
12 ເຊກອງ 5 ຄົນ
13 ອຸດົມໄຊ 4 ຄົນ
14 ຈໍາປາສັກ 3 ຄົນ
15 ສາລະວັນ 3 ຄົນ
16 ບໍ່ແກ້ວ 1 ຄົນ
17 ຫຼວງນໍ້າທາ 1 ຄົນ
18 ໄຊສົມບູນ 1 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 17 ຄົນ ຈາກສະຫັວນນະເຂດ 6 ຄົນ, ຈຳປາສັກ 6 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນແລະ ຫົວພັນ 2 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 143,240 ຄົນ, ອອກໂຮງໝໍວານນີ້ 169 ຄົນ, ກຳລັງປິ່ນປົວ 1,631 ຄົນ ແລະ ເສຍຊີວິດທັງໝົດ 623 ຄົນ (ເສຍຊິວິດໃໝ່ ບໍ່ມີ).
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
4. ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ວັນຈັນ, ອັງຄານ, ພຸດ ແລະ ພະຫັດໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.