ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນຈັນ ວັນທີ 2 ສິງຫາ 2021. ໃຫ້ຮູ້ວ່າ: ຢູ່ ສປປ ລາວ ໄດ້ກວດວິເຄາະທັງໝົດ 2,298 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 199 ຄົນ, ໃນນັ້ນ ຕິດເຊື້ອໃນຊຸມຊົນ 6 ຄົນ ຄື:
ຫຼວງນ້ຳທາ 1 ຄົນ (ເປັນຄົນສັນຊາດຈີນ ທີ່ເດີນທາງມາຈາກນະຄອນຫຼວງ)
ຄຳມ່ວນ 1 ຄົນນະຄອນຫຼວງ 4 ຄົນ (ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຢູ່ເມືອງສັງທອງ))ສຳລັບ ກໍລະນີນໍາເຂົ້າ ມີ 193 ຄົນ ຈາກ ນະຄອນຫຼວງ 7, ບໍລິຄໍາໄຊ 1, ຄໍາມ່ວນ 15, ສະຫວັນນະເຂດ 111, ສາລະວັນ 11 ແລະ ຈໍາປາສັກ 48 ຄົນ, ສ່ວນຫຼາຍແມ່ນ ກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານເຂົ້າຕາມຈຸດຜ່ານແດນສາກົນ.
ຕໍ່ໄປ ຂ້າພະເຈົ້າ ຂໍລາຍງານ ສຳລັບ ກໍລະນີຕິດເຊື້ອໃນຊຸມຊົນ ຢູ່ແຂວງຄຳມ່ວນ 1 ຄົນ ແມ່ນເພດຍິງ, ອາຍຸ 23 ປີ, ບ້ານສຸກສະຫວັນ, ເມືອງທ່າແຂກ, ແຂວງຄຳມ່ວນ, ອາຊີບ: ເສີບຮ້ານອາຫານທີ່ສາມຫຼ່ຽມຄຳ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.
ປະຫວັດການເຄື່ອນໄຫວ:
ວັນທີ 7-11 ກໍລະກົດ 2021 ຜູ້ກ່ຽວຖືກຈຳກັດບໍລິເວນຢູ່ສູນ ທີ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ຜົນກວດອອກມາ ບໍ່ພົບເຊື້ອໂຄວິດ-19.
ວັນທີ 11 ກໍລະກົດ 2021 ເໝົາລົດຕູ້ ເດີນທາງມານະຄອນຫຼວງວຽງຈັນ ພ້ອມກັບໝູ່ 15 ຄົນ.
ວັນທີ 12 ກໍລະກົດ 2021 ເດີນທາງມາຮອດນະຄອນຫຼວງວຽງຈັນ ແລະ ຈ້າງລົດຕຸກໆ ໄປຄິວລົດສາຍໃຕ້ ເລກທີ 13 ພ້ອມໝູ່ 3 ຄົນ (ບໍລິຄຳໄຊ 2 ຄົນ ແລະ ຄຳມ່ວນ 1 ຄົນ). ຫຼັງຈາກນັ້ນ ພວກກ່ຽວ ເດີນທາງຂຶ້ນລົດໂດຍສານ ສາຍນະຄອນຫຼວງວຽງຈັນ-ປາກເຊ ຈອດລົງບ້ານສາຍພາຍ, ເມືອງທ່າພະບາດ, ແຂວງບໍລິຄຳໄຊ.
ສະຖານທີ່ ທີ່ຜູ້ກ່ຽວເດີນທາງໄປ ຢູ່ເມືອງທ່າແຂກ, ແຂວງຄຳມ່ວນ:
ບ້ານສຸກສະຫວັນ (ວັນທີ 12 ກໍລະກົດ 2021)ຕະຫຼາດຫຼັກ 2 (ວັນທີ 14 ກໍລະກົດ 2021)
ວັນທີ 26 ກໍລະກົດ 2021 ໄດ້ຮັບລາຍງານວ່າ ຜູ້ກ່ຽວເປັນຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ ທີ່ເປັນເພດຍິງ, ອາຍຸ 24 ປີ ຢູ່ບ້ານສາຍພາຍ, ເມືອງທ່າພະບາດ, ແຂວງບໍລິຄຳໄຊ ເຊິ່ງເດີນທາງມານຳກັນແຕ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.
ວັນທີ 1 ສິງຫາ 2021 ຜົນກວດພົບເຊື້ອໂຄວິດ-19
ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງຄຳມ່ວນ.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 6,765 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3,180 ຄົນ.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
ວັນທີ 1 ສິງຫາ 2021 ມີຜູ້ເດີນທາງເຂົ້າມາຜ່ານດ່ານຕ່າງໆ ໃນ ສປປ ລາວ ທັງໝົດ 1,686 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງກວດ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ 14 ວັນ.
ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 69 ສູນ ແລະ 44 ໂຮງແຮມ ມີຜູ້ຈຳກັດບໍລິເວນ 9,778 ຄົນ.
ປະຈຸບັນ ການລະບາດຂອງສາຍພັນເດວຕ້າ ໃນຫຼາຍປະເທດທົ່ວໂລກ ຍັງຄົງໜ້າເປັນຫ່ວງ ສົ່ງຜົນໃຫ້ຈຳນວນຜູ້ຕິດເຊື້ອໃໝ່ເພິ່ມສູງຂຶ້ນໃນແຕ່ລະວັນ ແລະ ບໍ່ທັນມີທ່າອ່ຽງວ່າຈະຢຸດຕິລົງເທື່ອ, ຈຳເປັນຕ້ອງໄດ້ເຝົ້າລະວັງ ຕິດຕາມສະພາບການຢ່າງໃກ້ຊິດ ເພາະເປັນສາຍພັນທີ່ສາມາດແຜ່ລະບາດໄດ້ໄວກວ່າເກົ່າ ແລະ ຂະຫຍາຍເປັນວົງກວ້າງ;
ສະເພາະ ສປປ ລາວເຮົາ ແມ່ນພົບຜູ້ຕິດເຊື້ອໃໝ່ຫຼາຍຮ້ອຍຄົນຕໍ່ມື້ ເຊິ່ງສ່ວນໃຫຍ່ ກໍ່ມາຈາກກໍລະນີນຳເຂົ້າ ທີ່ເດີນທາງມາຈາກເຂດທີ່ມີການລະບາດ ເຊິ່ງມີຄວາມສ່ຽງສູງທີ່ພວກກ່ຽວ ຈະນຳເອົາເຊື້ອດັ່ງກ່າວ ມາແຜ່ລະບາດໃນບ້ານເຮົາ. ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ ປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ໄປຮັບການສັກວັກຊີນ ຢູ່ຈຸດບໍລິການໃກ້ບ້ານທ່ານ ເພື່ອສ້າງພູມຄຸ້ມກັນໝູ່ ແລະ ສະກັດກັ້ນການລະບາດ ບໍ່ໃຫ້ແຜ່ລາມອອກສູ່ຊຸມຊົນເປັນວົງກວ້າງ;
ປະຈຸບັນ ສປປ ລາວ ພວກເຮົາ ມີນະໂຍບາຍ ສັກວັກຊີນ 2 ເຂັມ ແລະ ຈະບໍ່ມີເຂັມທີ 3 (ຍົກເວັ້ນ ວັກຊີນ J&J ທີ່ຈະເລີ່ມສັກໃນມື້ນີ້ເປັນຕົ້ນໄປ ແລະ ສັກພຽງແຕ່ເຂັມດຽວ), ມາຮອດນີ້ ອັດຕາການສັກວັກຊີນ ເຂັມທີ 1 ໃຫ້ແກ່ກຸ່ມເປົ້າໝາຍ ໃນຂອບເຂດທົ່ວປະເທດ ກວມເຖິງ 16.22 % ແລະ ເຂັມທີ 2 ກວມເອົາ 13.59 %;
ຄຽງຄູ່ກັບການສັກວັກຊີນ ພວກເຮົາທຸກຄົນ ຕ້ອງໄດ້ຍົກສູງສະຕິຄວາມຮັບຜິດຊອບ ເອົາໃຈໃສ່ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເພື່ອຜ່ານຜ່າວິກິດນີ້ໄປນຳກັນ;
ອີກເທື່ອໜຶ່ງ ຂໍຮຽກຮ້ອງມາຍັງ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ກວດຂັນລາດຕະເວນ ຜູ້ທີ່ລັກເຂົ້າມາ ບໍ່ຖືກຕາມລະບຽບການ ຕາມຊ່ອງທາງທຳມະຊາດ ຫຼື ຖ້າຫາກທ່ານພົບເຫັນ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງທັນທີ ເພື່ອນຳສົ່ງພວກກ່ຽວເຂົ້າສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ເພື່ອສະກັດກັ້ນບໍ່ໃຫ້ແຜ່ເຊື້ອ ໄປສູ່ຄອບຄົວ, ໝູ່ເພື່ອນ, ຄົນອ້ອມຂ້າງ ແລະ ສູ່ຊຸມຊົນ