ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 19 ກໍລະກົດ 2021 :
ໄດ້ກວດວິເຄາະທັງໝົດ 1,845 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 170 ຄົນ, ໃນນັ້ນ ຈາກນະຄອນຫຼວງວຽງຈັນ 10 ຄົນ, ຈໍາປາສັກ 38 ຄົນ, ສະຫວັນນະເຂດ 98 ຄົນ, ສາລະວັນ 20 ຄົນ ແລະ ຄໍາມ່ວນ 04 ຄົນ, ທັງໝົດແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.
- ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 3,710 ຄົນ, ເສຍຊີວິດສະສົມ 5 ຄົນ ແລະ ກໍາລັງປິ່ນປົວ ທັງໝົດ 1,222 ຄົນ.
- ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
- ວັນທີ 19 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 2,006 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ;
- ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 48 ສູນ ແລະ ມີຜູ້ຈຳກັດບໍລິເວນ 6,044 ຄົນ.
- ປະຈຸບັນ ຈຳນວນບ້ານແດງ ແລະ ບ້ານເຫຼືອງ ໃນນະຄອນຫຼວງວຽງຈັນ ແມ່ນບໍ່ມີ.