ວັນທີ 20 ທັນວາ 2021 ກວດພົບຜູ້ຕິດເຊື້ອທັງໝົດ 824 ຄົນ, ກວດພົບຜູ້ຕິດເຊື້ອພາຍໃນ 823 ຄົນ ແລະ ພົບຜູ້ເສຍຊີວິດໃໝ່ອີກ 1 ຄົນ.
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ19ທັນວາ2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ5,231ຕົວຢ່າງໃນຂອບເຂດທົ່ວປະເທດແລະພົບເຊື້ອທັງໝົດ824ຄົນ(ຕິດເຊື້ອພາຍໃນມີ823ຄົນ ແລະ ຕິດເຊື້ອນໍາເຂົ້າ01ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ823ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 299ຄົນ
2. ບໍ່ແກ້ວ93ຄົນ
3. ອຸດົມໄຊ72 ຄົນ
4. ຫຼວງພະບາງ70 ຄົນ
5. ແຂວງວຽງຈັນ59 ຄົນ
6. ຫຼວງນໍ້າທາ 41ຄົນ
7. ໄຊຍະບູລີ 27ຄົນ
8. ຊຽງຂວາງ 27 ຄົນ
9. ຈຳປາສັກ 21ຄົນ
10. ໄຊສົມບູນ 21ຄົນ
11. ຄຳມ່ວນ20 ຄົນ
12. ສະຫວັນນະເຂດ 18 ຄົນ
13. ເຊກອງ 18ຄົນ
14. ຜົ້ງສາລີ 14ຄົນ
15. ອັດຕະປື 14 ຄົນ
16. ບໍລິຄຳໄຊ6 ຄົນ
17. ສາລະວັນ 2 ຄົນ
18. ຫົວພັນ1ຄົນ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 1 ຄົນ ຈາກ ແຂວງຄໍາມ່ວນ
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ99,396ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້881ຄົນ,ກໍາລັງປິ່ນປົວ12,298ຄົນ ແລະ ເສຍຊີວິດສະສົມທັງໝົດ274ຄົນ
(ໃໝ່ 1 ຄົນ).
ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 1 ຄົນ, ລາຍລະອຽດດ່ັງນີ້:
1. ເພດຍິງ ອາຍຸ ອາຍຸ 62 ປີ, ອາຊີບ: ຜູ້ເຖົ້າ, ບ້ານ ອອ້ມ, ເມືອງ ນາແລ, ແຂວງ ຫຼວງນໍ້າທາ
– ເຂົ້າໂຮງໝໍ: 15/12/2021
– ປະຫວັດພະຍາດປະຈໍາຕົວ: ຄວາມດັນເລືອດສູງ, ເບົາຫວານ, ພະຍາດໄຂ່ຫຼັງຊຸດໂຊມ
– ບໍ່ໄດ້ຮັບການສັກvaccine
– ຮອດເວລາ 24:30 ໂມງຂອງວັນທີ 19/12/2021 ຄົນເຈັບໄດ້ເສຍຊິວິດ
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີ 1 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ມສ ເຈົ້າອານຸວົງ
 ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
4. ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ)
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 19ທັນວາ2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,100ຄົນ. ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ79ສູນ ແລະ 59 ໂຮງແຮມມີຜູ້ຈຳກັດບໍລິເວນທັງໝົດ4,456ຄົນ (ຢູ່ສູນ 2,750ຄົນແລະ ໂຮງແຮມ1,706ຄົນ).
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ຕົວເລກລາຍງານຜູ້ຕິດເຊື້ອໃໝ່ໃນມື້ນີ້ ເຫັນວ່າ ອັດຕາການກວດພົບເຊື້ອ ທຽບໃສ່ຈຳນວນກວດຕົວຢ່າງ ສູງກວ່າໝູ່ ແມ່ນ ແຂວງຫຼວງນ້ຳທາ ສູງເຖິງ 60.3%, ຖັດລົງມາແມ່ນ ແຂວງຫຼວງພະບາງ 52%, ບໍລິຄໍາໄຊ 41.4 %, ບໍ່ແກ້ວ 40.5 %, ນະຄອນຫຼວງ 35.4 % ແລະ ແຂວງວຽງຈັນ 32.8 %.ຕໍ່ກັບສະພາບການດັ່ງກ່າວ ສາມາດຄາດຄະເນໄດ້ວ່າ ການລະບາດຈະຍັງຢູ່ກັບພວກເຮົາໄປອີກດົນພໍສົມຄວນ, ຖ້າພວກເຮົາ ໝົດທຸກຄົນ ຫາກບໍ່ຮ່ວມແຮງຮ່ວມໃຈກັນ ເປັນເຈົ້າການຕົນເອງ ໃນການປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ.
• ການສັກວັກຊີນສໍາລັບ ແມ່ຍິງຖືພາເກີນ 3 ເດືອນຂື້ນໄປ ແລະ ແມ່ລູກອ່ອນ ແມ່ນມີຄວາມຈໍາເປັນທີ່ສຸດ. ຂໍໃຫ້ທ່ານທີ່ຢູ່ໃນກຸ່ມເປົ້າໝາຍນີ້ ໄປຮັບການສັກວັກຊິນ ໃຫ້ຄົບທຸກເຂັມທີ່ໄດ້ແນະນຳ. ວັກຊີນກັນພະຍາດໂຄວິດ-19 ແມ່ນມີຄວາມປອດໄພ ແລະ ມີປະສິດທິພາບຊ່ວຍຫຼຸດຜ່ອນອັດຕາຄວາມຮຸນແຮງແລະ ການເສຍຊີວິດຈາກພະຍາດໂຄວິດ-19ໄດ້.ຄຽງຄູ່ກັນນັ້ນກໍ່ຍັງຕ້ອງໄດ້ຮັກສາໄລຍະຫ່າງ, ການໃສ່ຜ້າອັດປາກ-ດັງ ເມື່ອອອກຈາກບ້ານ ແລະ ການໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ.
• ພ້ອມກັນນີ້ ກໍ່ສັງເກດເຫັນວ່າ ມີປະຊາຊົນຈຳນວນໜຶ່ງ ມີຄວາມກັງວົນ ກ່ຽວກັບ ເຊື້ອພະຍາດໂຄວິດ-19 ທີ່ອາດຈະຕິດມາກັບອາຫານທີ່ຊື່້ມາ ເຮັດໃຫ້ບາງທ່ານ ໃຊ້ເຫຼົ້າຂ້າເຊື້ອຮູບແບບສະເປ ສີດພົ່ນໃສ່ອາຫານກ່ອນຮັບປະທານ, ຄວາມຈິງແລ້ວ ການປະຕິບັດດັ່ງກ່າວ ເປັນການເຂົ້າໃຈທີ່ບໍ່ຖືກຕ້ອງຕາມຫຼັກການ ເພາະເຫຼົ້າຂ້າເຊື້ອທີ່ເປັນຮູບແບບສະເປຜົ່ນ ບໍ່ຄວນສີດລົງໃສ່ອາຫານໂດຍກົງ ເພາະອາດເປັນອັນຕະລາຍເຖິງຊີວິດໄດ້. ສະນັ້ນ, ວິທີການຂ້າເຊື້ອພະຍາດ ແລະ ຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ ກໍ່ຄື ການປຸງແຕ່ງອາຫານໃຫ້ສຸກດີ ແລະ ຮັບປະທານອາຫານສົດໃໝ່ທຸກຄັ້ງ.
• ປະຈຸບັນກະຊວງສາທາລະນະສຸກກໍມີແຈ້ງການໃຫ້ປິ່ນປົວຢູ່ເຮືອນສຳຫຼັບຜູ້ທີ່ມີເງື່ອນໄຂ ໂດຍແຍກໂຕເອງອອກຈາກຄອບຄົວ, ຕິດຕາມສຸຂະພາບໃນແຕ່ລະວັນ, ແຕ່ຖ້າມີອາການຫາຍໃຈຝືດ ຫາຍໃຈຍາກ ໃຫ້ໂທສາຍດ່ວນ 164 ເພື່ອແຈ້ງ ແລະ ເຂົ້າປິ່ນປົວຢູ່ໂຮງໝໍ ໂດຍສະເພາະຜູ້ທີ່ມີພະຍາດປະຈຳຕົວ ແລະ ຜູ້ສູງອາຍຸ.
• ອີກເທື່ອໜຶ່ງ ຂໍແຈ້ງບັນດາທ່ານ ຊາບວ່າ ກ່ຽວກັບ ການສັກຢາສັກຊິນໂຄວິດ-19ມາຮອດມື້ນີ້ ສັກເຂັມ1 ໄດ້4,399,458 (ອັດຕາປົກຄຸມ59.96%) ເຂັມ 2 ສັກໄດ້3,361.926 (ອັດຕາປົກຄຸມ45.82%). ສຳລັບກຸ່ມອາຍຸ 12-17ປີ ເຂັມທີ 1 ໄດ້ 44.2%.ສ່ວນ ຜູ້ສູງອາຍຸ ແມ່ນຍັງປະມານ 30% ທີ່ບໍ່ທັນໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງທ່ານ ນຳພາຜູ້ສູງອາຍຸ ໃນຄອບຄົວມາຮັບການສັກວັກຊີນ ຢູ່ຈຸດບໍລິການໃກ້ບ້ານທ່ານ.
Loading...