ສະພາບພະຍາດໂຄວິດ-19 ຢູ່ ສປປ ລາວ ໃນແຕ່ລະມື້ຍັງມີການລາຍງານຕົວເລກເພີ້ມຂຶ້ນໃນແຕ່ລະມື້ ເຊິ່ງໃນມື້ວານນີ້ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ6,782 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 1,344 ຄົນ ( ຈຳນວນທີ່ໃຫ້ຜົນບວກທຽບໃສ່ຈຳນວນຕົວຢ່າງທີ່ກວດ ມີ 19.8 % ) ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອພະຍາດໂຄວິດ-19 ສະສົມໃນສປປລາວຮອດປະຈຸບັນ ແມ່ນ 61,239 ຄົນ, ( ພາຍໃນ 47,134 ຄົນ, ຕ່າງປະເທດ 14,105 ຄົນ,ເສຍຊີວິດສະສົມ 126 ຄົນ (ໃໝ່ 07), ປິ່ນປົວຫາຍດີໃນມື້ວານນີ້ 781 ຄົນຮອດມື້ນີ້ຈຳນວນຜູ້ທີ່ຍັງຕິດຕາມປິ່ນປົວ ແມ່ນ 10,911 ຄົນ (ນັ້ນກໍ່ໝາຍຄວາມວ່າ ໃນຈຳນວນຕິດເຊື້ອສະສົມ 61,239 ຄົນນັ້ນແມ່ນໄດ້ຖືກປິ່ນປົວຫາຍດີແລ້ວ 50,202 ຄົນ)
ຈຳນວນແຂວງທີ່ມີລາຍງານການຕິດເຊື້ອມື້ນີ້ແມ່ນມີ ນະຄອນຫຼວງວຽງຈັນ ແລະ 17 ແຂວງ ຕາມລາຍລະອຽດ:
ສຳລັບຄົນເຈັບເສຍຊີວິດ 7 ຄົນ, ລາຍລະອຽດ ດັ່ງນີ້:
ຜູ້ທີ 1: ເພດຍິງ, ອາຍຸ 41 ປີ, ບ້ານສ້າງເຫວີຍ, ເມືອງສີສັດຕະນາກ, ນະຄອນຫລວງ
– ສັກວັກຊີນໂຄວິດ-19 ຄົບ
– ວັນທີ 11 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍເສດຖາທິລາດດ້ວຍອາການ
ອິດເມື່ອຍ, ສະຕິບໍ່ດີພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
– ໄລຍະນອນປີ່ນປົວຢູ່ໂຮງໝໍດັ່ງກ່າວແຕ່ວັນທີ 6-18 ພະຈິກ 2021, ເປັນ
ເວລາ 13 ມື້
– ມາຮອດເວລາ 15:20 ນາທີຂອງວັນທີ 18 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 2: ເພດຊາຍ, ອາຍຸ 78 ປີ, ບ້ານທົ່ງສ້າງນາງ, ເມືອງຈັນທະບູລີ, ນະຄອນຫລວງ
– ວັນທີ 04 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍເສດຖາທິລາດດ້ວຍອາການ
ໄຂ້, ຄໍແຂງ ແລະ ສະຕິບໍ່ດີພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄ
ວິດ-19 ແລະຜົນກວດພົບເຊື້ອ
– ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວແຕ່ວັນທີ 4-18 ພະຈິກ 2021, ເປັນ
ເວລາ 15 ມື້
– ມາຮອດເວລາ 1:00 ນາທີຂອງວັນທີ 18 ພະຈິກ 2021: ຄົນເຈັບໄດ້ເສຍ
ຊີວິດ
ຜູ້ທີ3: ເພດຍິງ, ອາຍຸ 55 ປີ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ, ນະຄອນ
ຫລວງ
– ວັນທີ 12 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍເສດຖາທິລາດດ້ວຍອາການ
ໄຂ້, ໄອ, ຫາຍໃຈຝືດ ແລະ ອິດເມື່ອຍພ້ອມທັງເກັບຕົວຢ່າງມາກວດຊອກຫາ
ພະຍາດໂຄວິດ-19 ແລະຜົນກວດພົບເຊື້ອ
– ໄລຍະນອນປີ່ນປົວຢູ່ໂຮງໝໍດັ່ງກ່າວແຕ່ວັນທີ 12-17 ພະຈິກ 2021, ເປັນ
ເວລາ 06 ມື້
– ມາຮອດເວລາ 21:00 ນາທີ ຂອງວັນທີ 17 ພະຈິກ 2021: ຄົນເຈັບໄດ້ເສຍ
ຊີວິດ
ຜູ້ທີ 4: ເພດຍິງ, ອາຍຸ 58 ປີ, ບ້ານປ່າຝາງ, ນະຄອນຫລວງ
-ພະຍາດປະຈໍາຕົວ: ເບົາຫວານ, ໝາກໄຂ່ຫຼັງຊຸດໂຊມ ແລະ ພະຍາດອັກເສບຕັບບີ
-ບໍ່ໄດ້ສັກຢາວັກຊີນກັນໂຄວິດ-19
-ວັນທີ 16 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍເສດຖາທິລາດດ້ວຍອາການໄອ,
ຫາຍໃຈຝືດ, ຂາບວມທັງສອງຂ້າງພ້ອມທັງເກັບຕົວຢ່າງມາກວດຊອກຫາພະ
ຍາດໂຄວິດ-19 ແລະຜົນກວດພົບເຊື້ອ
-ໄລຍະນອນປີ່ນປົວຢູ່ໂຮງໝໍດັ່ງກ່າວແຕ່ວັນທີ 16-19 ພະຈິກ 2021, ເປັນເວລາ
04 ມື້
-ມາຮອດເວລາ 19:00 ນາທີ ຂອງວັນທີ 19 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 5: ເພດຊາຍ, ອາຍຸ 22 ປີ, ອາຊີບ: ປະຊາຊົນ, ບ້ານໂພນງາມ (ຄຸ້ມໂພນຂາມ),
ເມືອງທຸລະຄົມ, ແຂວງວຽງຈັນ
– ບໍ່ມີພະຍາດປະຈໍາໂຕ.
– ບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
– ຜູ້ກ່ຽວຢູ່ສະຖານທີ່ຄຸມຂັງໄດ້ 2 ເດືອນ ໃນໄລຍະດັ່ງກ່າວ ປົກກະຕິແຂງແຮງດີ
– ວັນທີ 19 ພະຈິກ 2021: ມີອາການອິດເມື່ອຍ, ອ່ອນເພຍ, ຫາຍໃຈຝືດ,
ແໜ້ນໜ້າເອິກຈຶ່ງຖືກນໍາສົ່ງມາໂຮງໝໍ ໃນໄລຍະເດີນທາງ ຜູ້ກ່ຽວໄດ້ເສຍ
ຊີວິດກ່ອນມາຮອດໂຮງໝໍ. ເມື່ອມາຮອດໂຮງໝໍ ໄດ້ເກັບຕົວຢ່າງມາກວດ
ຊອກຫາພະຍາດໂຄວິດ-19 ແລະຜົນກວດພົບເຊື້ອ
ຜູ້ທີ 6: ເພດຊາຍ, ອາຍຸ 62 ປີ, ອາຊີບພະນັກງານ, ບ້ານຫນອງບຶກ, ເມືອງສີໂຄດ
ຕະບອງ, ນະຄອນຫລວງ.
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
– ໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ
– ວັນທີ 13 ພະຈິກ 2021: ເກັບຕົວຢ່າງມາກວດຊອກຫາພະຍາດໂຄດວິດ-19
ຢູ່ໂຮງໝໍມິດຕະພາບ
– ວັນທີ 14 ພະຈິກ 2021: ຜົນກວດພົບເຊື້ອແຕ່ຍັງບໍ່ທັນໄປໂຮງໝໍແລະ
ຜູ້ກ່ຽວຢູ່ບ້ານ
– ວັນທີ 17 ພະຈິກ 2021: ມາໂຮງໝໍມິດຕະພາບດ້ວຍອາການອິດເມື່ອຍ,
ຫາຍໃຈຝືດ, ຫາຍໃຈໄວ, ນອນພຽງບໍ່ໄດ້
– ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວແຕ່ວັນທີ 17-19 ພະຈິກ 2021, ເປັນ
ເວລາ 03 ວັນ
– ຮອດເວລາ 23:15 ຂອງວັນທີ 19 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 7: ເພດຊາຍ, ອາຍຸ 74 ປີ, ບ້ານໜອງແຕ່ງ, ເມືອງສີໂຄດຕະບອງ, ນະຄອນ
ຫລວງ
– ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດແລະອັກເສບຕັບຊີ
– ສັກວັກຊີນກັນໂຄວິດ-19 ຄົບ
– ວັນທີ 10 ພະຈິກ 2021: ຜູ້ກ່ຽວໄດ້ມາກວດຢູ່ໂຮງໝໍ 103 ຍ້ອນມີອາການ
ໄຂ້, ໄອ ແລະ ອ່ອນເພ່ຍພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄ
ວິດ-19 ແລະຜົນກວດພົບເຊື້ອ
– ໄລຍະເວລານອນປິ່ນປົວຢູ່ໂຮງໝໍດັ່ງກ່າວແຕ່ວັນທີ 10-19 ພະຈິກ 2021,
ເປັນເວລາ 10 ວັນ
– ມາຮອດເວລາ 22:00 ໂມງຂອງວັນທີ 19 ພະຈິກ 2021: ຄົນເຈັບໄດ້ເສຍ
ຊີວິດ
ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃໝ່ 1,344 ຄົນ ມີດັ່ງນີ້:
o ສຳລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈຳນວນ 03 ຄົນ ຄື:ທັງໝົດແມ່ນມາຈາກແຂວງຈໍາປາສັກ ນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ຂອງແຕ່ລະແຂວງແຕ່ມື້ເດີນທາງ ເຂົ້າມາ ສປປ ລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ທີ່ ແຂວງກຳນົດໄວ້
o ສ່ວນການຕິດເຊື້ອພາຍໃນປະເທດ ຈຳນວນ 1,341 ຄົນ ຄື:
1. ນະຄອນຫຼວງ 636 ຄົນ: ມາຈາກ 178 ບ້ານ, ໃນ 9 ເມືອງ
o ເມືອງຈັນທະບູລີ ມີ 18 ບ້ານ (49 ຄົນ ແລະ ສະຖານທີ່ຄຸມຂັງ 136 ຄົນ)
o ເມືອງສີໂຄດຕະບອງ ມີ 35 ບ້ານ (102 ຄົນ)
o ເມືອງໄຊເສດຖາ ມີ 34 ບ້ານ (108 ຄົນ)
o ເມືອງສີສັດຕະນາກ ມີ 19 ບ້ານ (56 ຄົນ)
o ເມືອງນາຊາຍທອງ ມີ 13 ບ້ານ (27 ຄົນ)
o ເມືອງໄຊທານີ ມີ 35 ບ້ານ (99 ຄົນ)
o ເມືອງຫາດຊາຍຟອງ ມີ 20 ບ້ານ (39 ຄົນ)
o ເມືອງສັງທອງ ມີ 03 ບ້ານ (03 ຄົນ)
o ເມືອງປາກງື່ມ ມີ 1 ບ້ານ (01 ຄົນ)
o ຕ່າງແຂວງ ມີ 12 ຄົນ
2. ຫຼວງພະບາງ ມີ 185ຄົນ ໃນ 46 ບ້ານ ແລະ 9 ເມືອງ
3. ຈຳປາສັກ ມີ 7 9ຄົນ ໃນ 35 ບ້ານ ແລະ 4 ເມືອງ
4. ໄຊຍະບູລີ ມີ 49 ຄົນ ໃນ 10 ບ້ານ ແລະ 1 ເມືອງ
5. ອຸດົມໄຊ ມີ 22 ຄົນ
6. ຫຼວງນ້ຳທາ ມີ 18 ຄົນ ໃນ 8 ບ້ານ ແລະ 1 ເມືອງ
7. ວຽງຈັນ ມີ 101 ຄົນ ໃນ 31 ບ້ານ ແລະ 9 ເມືອງ
8. ບໍ່ແກ້ວ ມີ 40 ຄົນ ໃນ 7 ບ້ານ ແລະ 2 ເມືອງ
9. ຜົ້ງສາລີ ມີ 81 ຄົນ ໃນ 10 ບ້ານ ແລະ 4 ເມືອງ
10. ບໍລິຄຳໄຊ ມີ 21 ຄົນ ໃນ 15 ບ້ານ ແລະ 5 ເມືອງ
11. ເຊກອງ ມີ 19 ຄົນ ໃນ 8 ບ້ານ ແລະ 2 ເມືອງ
12. ສະຫວັນນະເຂດ ມີ 32 ຄົນ ໃນ 18 ບ້ານ ແລະ 2 ເມືອງ
13. ຄຳມ່ວນ ມີ 24 ຄົນ ໃນ 14 ບ້ານ ແລະ 3 ເມືອງ
14. ສາລະວັນ ມີ 3 ຄົນ ໃນ 2 ບ້ານ ແລະ 1 ເມືອງ
15. ຫົວພັນ ມີ 21 ຄົນ ໃນ 5 ບ້ານ ແລະ 2 ເມືອງ
16. ຊຽງຂວາງ ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ
17. ອັດຕະປື ມີ 1 ຄົນ ໃນ 1 ບ້ານ ແລະ 1ເມືອງ
18. ໄຊສົມບູນ ມີ 7 ຄົນ
ປະຈຸບັນທົ່ວປະເທດຍັງມີການບໍລິການເກັບຕົວຢ່າງ ແລະ ໃຫ້ບໍລິການສັກວັກຊີນໃນທົ່ວປະເທດ
ການບໍລິການເກັບຕົວຢ່າງເພື່ອກວດຫາເຊື້ອໂຄວິດ-19
ບັນດາແຂວງ
o ແມ່ນສາມາດໄປເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດໂຄວິດ19 ໄດ້ຢູ່ໂຮງໝໍແຂວງຫຼືຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດ ຂອງແຂວງກຳນົດຢູ່ພາຍໃນແຂວງ
ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນິ້:
ຈຸດກວດຄົງທີ່: ໃຫ້ບໍລິການເກັບຕົວຢ່າງ ປະກອບມີ:
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00-11:30 ໂມງ
– ຈຸດເປັນຕົວຢ່າງຢູ່ ມ.ສ ເຈົ້າອານຸວົງ
ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາເມືອງສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
ຈຸດບໍລິການໃຫ້ວັກຊີນ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
• ຮອດມື້້ນີ້ທົ່ວປະເທດສາມາດສັກວັກຊີນໄດ້
ເຂັມທີ 1 ໄດ້ 3.669.115 ຄິດເປັນເປີເຊັນ 50%
ຄົບທຸກເຂັມ ໄດ້ 3.066.802 ຄິດເປັນເປີເຊັນ 41.8%
ຮອດປະຈຸບັນຈຳນວນບ້ານແດງ
• ຢູ່ທົ່ວປະເທດ ມີ 957 ບ້ານ, 73 ເມືອງ ແລະ 15 ແຂວງ
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 19 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ2,466 ຄົນ, ທຸກຄົນແມ່ນໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ໃຫ້ເດີນທາງເຂົ້າມາ ເພື່ອປະຕິບັດໜ້າທີ່ຈຳເປັນ ແລະ ຮີບດ່ວນ ໃນ ສປປ ລາວ ທີ່ພົວພັນກັບພັນທະກຳນົດໝາຍຂອງວຽກງານທີ່ຮັບຜິດຊອບຄົນເຈັບກັບມາແຕ່ປິ່ນປົວນັກສຶກສາ
ສະພາບສະຖານທີ່ຈຳກັດບໍລິເວນໃນທົ່ວປະເທດ
• ສະຖານທີ່ຈໍາກັດບໍລິເວນທີ່ຍັງເປີດຢູ່ມີ 86 ສູນ ປະຈຸບັນມີຜູ້ຈຳກັດບໍລິເວນຢູ່ສູນ 3.103 ຄົນ (ຍັງສາມາດຮອງຮັບໄດ້ຕື່ມອີກ 9.945 ຄົນ)
• ໂຮງແຮມຈຳກັດບໍລິເວນ ທີ່ຍັງນຳໃຊ້ 59 ແຫ່ງ. ປະຈຸບັນຜູ້ຈຳກັດບໍລິເວນ ຢູ່ໂຮງແຮມ 1,757 ຄົນ, (ສາມາດຮອງຮັບໄດ້ຕື່ມອີກ 7.847)
• ຮອດມື້ນີ້ຍັງມີຜູ້ຈຳກັດບໍລິເວນຢູ່ສູນ ແລະ ຢູ່ໂຮງແຮມ ຈຳກັດບໍລິເວນ 4,860 ຄົນ